← SMK OS ໜ້າຫຼັກ

SMK OS · ຄູ່ມືທົດລອງ ສຳລັບລູກຄ້າ

ລອງໃຊ້ SMK OS ດ້ວຍຕົນເອງ

ນີ້ຄື SMK OS ຕົວເຕັມ ພ້ອມຂໍ້ມູນຮ້ານປ້າຍສົມມຸດຄົບວົງຈອນ. ກົດເບິ່ງ ແລະ ລອງສ້າງເອກະສານໄດ້ເຕັມທີ່ ບໍ່ມີຜົນກັບຂໍ້ມູນຂອງໃຜ

🚀 ເປີດລະບົບທົດລອງ demo.smk-laos.com

ບັນຊີສຳລັບເຂົ້າທົດລອງ

ເລືອກບົດບາດທີ່ຢາກເບິ່ງ ແຕ່ລະບົດບາດເຫັນເມນູ ແລະ ສິດຕ່າງກັນ ຄືພະນັກງານຈິງ

ລະຫັດຜ່ານ ທຸກບັນຊີ: SmkDemo#2026

ບໍລິຫານ ແລະ ຫ້ອງການ

👔 ຜູ້ຈັດການ
ເຫັນພາບລວມ · ອະນຸມັດໃບສະເໜີລາຄາ · ການເງິນ · ສາງ
demo.manager@smk-laos.com
🤝 ຜູ້ຊ່ວຍຜູ້ຈັດການ
ຕາມວຽກປະຈຳວັນ · ແກ້ບັນຫາໜ້າງານ · ອອກໃບແຈ້ງໜີ້ · ຈັດຊື້
demo.assistant@smk-laos.com
🗂️ HR / ຜູ້ຈັດການຫ້ອງການ
ຂໍ້ມູນພະນັກງານ · ເວລາເຂົ້າ-ອອກ QR · ອະນຸມັດ OT ແລະ ເບີກລ່ວງໜ້າ
demo.hr@smk-laos.com

ຂາຍ ແລະ ການເງິນ

🧾 ພະນັກງານຂາຍ
ລູກຄ້າ · ສ້າງໃບສະເໜີລາຄາ · ຕິດຕາມວຽກ
demo.sales@smk-laos.com
📣 ການຕະຫຼາດ
ຖານຂໍ້ມູນລູກຄ້າ · ເບິ່ງໃບສະເໜີລາຄາທັງໝົດ
demo.marketing@smk-laos.com
💰 ບັນຊີ
ໃບແຈ້ງໜີ້ · ຮັບເງິນ · ໜີ້ຄ້າງ · ຄິດເງິນເດືອນ
demo.accounting@smk-laos.com

ຜະລິດ ແລະ ໜ້າງານ

🗓️ ວາງແຜນຜະລິດ
ວາງແຜນຂັ້ນຕອນ · ມອບວຽກ · ກະດານວຽກ · ເຄື່ອງຈັກ
demo.planning@smk-laos.com
🎨 ອອກແບບກຣາຟິກ
ວຽກອອກແບບຂອງຂ້ອຍ · ສົ່ງແບບ ພ້ອມຮູບ
demo.design@smk-laos.com
🛠️ ຊ່າງຜະລິດ
ຮັບວຽກ · ເລີ່ມ-ສົ່ງຂັ້ນຕອນ · ຖ່າຍຮູບຫຼັກຖານ · ແຈ້ງບັນຫາ
demo.production@smk-laos.com
✅ ກວດຄຸນນະພາບ (QC)
ຄິວກວດງານ · ຜ່ານ / ບໍ່ຜ່ານ · ປົດບັນຫາທີ່ຢຸດວຽກ
demo.qc@smk-laos.com
🚚 ຊ່າງຕິດຕັ້ງ
ວຽກຕິດຕັ້ງ · ສົ່ງມອບ · ໃຫ້ລູກຄ້າເຊັນຮັບເທິງມືຖື
demo.installer@smk-laos.com

ສາງ ແລະ ຈັດຊື້

📦 ສາງ ແລະ ຈັດຊື້
ສະຕັອກວັດສະດຸ · ຮັບສິນຄ້າ · ຂໍຊື້ · ນັບສະຕັອກ
demo.stock@smk-laos.com

ພາທົວຕາມສາຍງານຈິງ

SMK OS ຄຸມທຸກຂັ້ນຕອນຂອງຮ້ານປ້າຍ ຕໍ່ເນື່ອງເປັນສາຍດຽວ: ລອງເດີນຕາມ 6 ຈຸດນີ້

ລູກຄ້າ→ ໃບສະເໜີລາຄາ→ ໃບສັ່ງວຽກ→ ຜະລິດ + QC→ ສົ່ງມອບ→ ເກັບເງິນ
  1. ໜ້າຫຼັກ: ພາບລວມທັງຮ້ານ ໜ້າຫຼັກ

    ເລີ່ມທີ່ນີ້: ຕົວເລກລູກຄ້າ, ໃບສະເໜີລາຄາ, ວຽກທີ່ກຳລັງເຮັດ, ແລະ ທາງລັດໄປໜ້າທີ່ໃຊ້ເລື້ອຍ

    ລອງ: ອ່ານຕົວເລກຢູ່ໜ້າຫຼັກ ຈະເຫັນວ່າຮ້ານສົມມຸດນີ້ມີວຽກຄ້າງຢູ່ຫຼາຍຂັ້ນຕອນ
  2. ລູກຄ້າ: ຖານຂໍ້ມູນລູກຄ້າ ຂາຍ › ລູກຄ້າ

    ລາຍຊື່ລູກຄ້າພ້ອມເບີ ແລະ ທີ່ຢູ່ ບ່ອນເລີ່ມຕົ້ນຂອງທຸກໃບສະເໜີລາຄາ

    ລອງ: ກົດ “ເພີ່ມລູກຄ້າ” ໃສ່ຊື່+ເບີ (020 ຕໍ່ດ້ວຍ 8 ໂຕ) ແລ້ວບັນທຶກ ລູກຄ້າໃໝ່ຈະໂຜ່ໃນລາຍການທັນທີ
  3. ໃບສະເໜີລາຄາ: ສ້າງ ແລະ ອະນຸມັດ ຂາຍ › ໃບສະເໜີລາຄາ

    ສ້າງໃບສະເໜີລາຄາ ໃສ່ລາຍການ+ລາຄາ ພ້ອມເລກເອກະສານອັດຕະໂນມັດ ພິມສົ່ງລູກຄ້າ ຫຼື ແປງເປັນໃບສັ່ງວຽກເມື່ອລູກຄ້າຕົກລົງ

    ລອງ: ເປີດໃບສະເໜີລາຄາທີ່ມີຢູ່ ເບິ່ງລາຍການ ແລ້ວກົດ “ພິມ” ເບິ່ງໜ້າຕາເອກະສານທີ່ລູກຄ້າຈະໄດ້ຮັບ
  4. ໃບສັ່ງວຽກ + ຜະລິດ: ຕິດຕາມວຽກໃນໂຮງງານ ຜະລິດ › ໃບສັ່ງວຽກ · ກະດານວຽກ

    ວຽກທຸກອັນມີຂັ້ນຕອນຜະລິດ ຊ່າງກົດຮັບ-ເລີ່ມ-ສົ່ງ ຈາກມືຖື ພ້ອມແນບຮູບ; ໜ້າ “ກະດານວຽກ” ເຫັນວຽກທັງໝົດເປັນຄໍລຳ ອອກແບບ → ຜະລິດ → ຕິດຕັ້ງ

    ລອງ: ໄປ “ກະດານວຽກ” ເບິ່ງວຽກແຕ່ລະໃບຢູ່ຂັ້ນໃດ ວຽກທີ່ຊັກຊ້າຈະມີປ້າຍເຕືອນສີ
  5. QC + ສົ່ງມອບ: ກວດຄຸນນະພາບ ແລະ ລູກຄ້າເຊັນຮັບ ຜະລິດ › ກວດຄຸນນະພາບ · ສົ່ງມອບວຽກ

    ກ່ອນສົ່ງ ມີຂັ້ນ QC ຜ່ານ/ບໍ່ຜ່ານ; ຕອນສົ່ງ ລູກຄ້າເຊັນຮັບເທິງມືຖືໜ້າງານ ພ້ອມຮູບຫຼັກຖານ ວຽກປິດອັດຕະໂນມັດເມື່ອຮັບຄົບ

    ລອງ: ເປີດໜ້າ “ສົ່ງມອບວຽກ” ເບິ່ງວຽກທີ່ກຳລັງຈັດສົ່ງ ແລະ ຂໍ້ມູນນັດໝາຍ
  6. ເກັບເງິນ: ໃບແຈ້ງໜີ້ ຮັບເງິນ ໜີ້ຄ້າງ ການເງິນ › ໃບແຈ້ງໜີ້ · ໜີ້ຕ້ອງຮັບລູກຄ້າ

    ອອກໃບແຈ້ງໜີ້ → ຮັບເງິນ → ໃບຮັບເງິນ ຕໍ່ເນື່ອງ; ໜ້າ “ໜີ້ຕ້ອງຮັບລູກຄ້າ” ບອກຊັດວ່າໃຜຄ້າງ ເກີນກຳນົດເທົ່າໃດ

    ລອງ: ໄປ “ໜີ້ຕ້ອງຮັບລູກຄ້າ” ຈະເຫັນຍອດລູກຄ້າຄ້າງຊຳລະ ພ້ອມລາຍການທີ່ເກີນກຳນົດ (ໝາຍສີແດງ)

ທົວຕາມຕຳແໜ່ງງານ

ເລືອກຕຳແໜ່ງ → ເຂົ້າລະບົບດ້ວຍບັນຊີຂອງຕຳແໜ່ງນັ້ນ (ລະຫັດຜ່ານດຽວກັນ) → ເຮັດຕາມທີລະຂັ້ນ

👔 ຜູ້ຈັດການເບິ່ງພາບລວມທັງຮ້ານ ແລະ ອະນຸມັດ

ເຂົ້າດ້ວຍ demo.manager@smk-laos.com

  1. ໜ້າຫຼັກ ອ່ານຕົວເລກພາບລວມ ແລະ ວຽກທີ່ຄ້າງຢູ່ແຕ່ລະຂັ້ນ
  2. ຂາຍ › ໃບສະເໜີລາຄາ ເປີດໃບທີ່ “ລໍອະນຸມັດ” → ກົດ ອະນຸມັດ ຫຼື ຕີກັບ ພ້ອມເຫດຜົນ
  3. ຜະລິດ › ກະດານວຽກ ເບິ່ງວຽກທຸກໃບຢູ່ຂັ້ນໃດ ວຽກທີ່ຊ້າມີປ້າຍເຕືອນສີ
  4. ການເງິນ › ໜີ້ຕ້ອງຮັບລູກຄ້າ ລູກຄ້າໃດຄ້າງຈ່າຍ ແລະ ເກີນກຳນົດເທົ່າໃດ
🤝 ຜູ້ຊ່ວຍຜູ້ຈັດການຕາມວຽກປະຈຳວັນແທນເຈົ້າຂອງ

ເຂົ້າດ້ວຍ demo.assistant@smk-laos.com

  1. ຜະລິດ › ບັນຫາທີ່ແຈ້ງ ກອງ “ສະເພາະທີ່ຢຸດວຽກ” → ຮັບເລື່ອງ → ແກ້ໄຂແລ້ວ ວຽກຂອງຊ່າງເດີນຕໍ່ເອງ
  2. ຜະລິດ › ໃບສັ່ງວຽກ ເປີດວຽກ → ແຜນຂັ້ນຕອນ → ມອບວຽກໃຫ້ຊ່າງ ແລະ ເລືອກເຄື່ອງຈັກ
  3. ການເງິນ › ໃບແຈ້ງໜີ້ ອອກໃບແຈ້ງໜີ້ຈາກວຽກທີ່ສົ່ງມອບແລ້ວ
  4. ຈັດຊື້ ແລະ ສາງ › ໃບສັ່ງຊື້ ເບິ່ງ ແລະ ອອກໃບສັ່ງຊື້ຈາກໃບຂໍຊື້
🗂️ HR / ຜູ້ຈັດການຫ້ອງການດູແລເວລາ, OT ແລະ ພະນັກງານ

ເຂົ້າດ້ວຍ demo.hr@smk-laos.com

  1. ບຸກຄະລາກອນ › ເວລາເຂົ້າ-ອອກວຽກ ກະດານລາຍວັນ: ໃຜມາຊ້າ, ໃຜຍັງບໍ່ມາ, ໃຜລືມສະແກນອອກ
  2. ບຸກຄະລາກອນ › OT ພະນັກງານ ອະນຸມັດ ຫຼື ຕີກັບ OT ທີ່ລໍຢູ່ (ມີຄຳເຕືອນເກີນຂີດຈຳກັດ)
  3. ບຸກຄະລາກອນ › ອະນຸມັດເບີກລ່ວງໜ້າ ກວດຄຳຂໍເບີກເງິນລ່ວງໜ້າ ແລະ ແຜນຫັກເປັນງວດ
  4. ບຸກຄະລາກອນ › ພະນັກງານ (HR) ເປີດປະຫວັດພະນັກງານ HR ບໍ່ເຫັນເງິນເດືອນພື້ນຖານ
🧾 ພະນັກງານຂາຍຈາກລູກຄ້າ ຮອດໃບສະເໜີລາຄາ

ເຂົ້າດ້ວຍ demo.sales@smk-laos.com

  1. ຂາຍ › ລູກຄ້າ ກົດ “ເພີ່ມລູກຄ້າ” ຊື່, ເບີ 020 + 8 ໂຕ ແລະ ທີ່ຢູ່
  2. ຂາຍ › ໃບສະເໜີລາຄາ ສ້າງໃບໃໝ່: ເລືອກສິນຄ້າ, ເລືອກຫົວໜ່ວຍຈາກລາຍການ, ວັນທີ ວັນ/ເດືອນ/ປີ → ບັນທຶກສະບັບຮ່າງ → ສົ່ງຂໍອະນຸມັດ
  3. ຂາຍ › ໃບສະເໜີລາຄາ ເປີດໃບທີ່ອະນຸມັດແລ້ວ → ກົດ “ພິມ” ເບິ່ງເອກະສານທີ່ລູກຄ້າຈະໄດ້ຮັບ
  4. ຜະລິດ › ກະດານວຽກ ຕິດຕາມວຽກຂອງລູກຄ້າ ລາຄາບໍ່ສະແດງຢູ່ໜ້ານີ້
📣 ການຕະຫຼາດຖານຂໍ້ມູນລູກຄ້າ ແລະ ໂອກາດຂາຍ

ເຂົ້າດ້ວຍ demo.marketing@smk-laos.com

  1. ຂາຍ › ລູກຄ້າ ເພີ່ມ ແລະ ແກ້ຂໍ້ມູນລູກຄ້າ ລະບົບເຕືອນເມື່ອເບີ ຫຼື ຊື່ຊ້ຳ
  2. ຂາຍ › ໃບສະເໜີລາຄາ ເບິ່ງໃບສະເໜີລາຄາທຸກໃບ (ອ່ານຢ່າງດຽວ) ເພື່ອຕາມໂອກາດຂາຍ
  3. ຂາຍ › ຜູ້ຊ່ວຍ AI ບົດສົນທະນາຂອງ AI ກັບລູກຄ້າ (ໃຊ້ໄດ້ໃນແພັກ Premium ເມື່ອເປີດ AI)
💰 ບັນຊີເງິນເຂົ້າ, ເງິນອອກ ແລະ ເງິນເດືອນ

ເຂົ້າດ້ວຍ demo.accounting@smk-laos.com

  1. ການເງິນ › ໃບແຈ້ງໜີ້ ອອກໃບແຈ້ງໜີ້ຈາກໃບສັ່ງວຽກ → ພິມ (ວັນທີ ວັນ/ເດືອນ/ປີ)
  2. ການເງິນ › ຮັບຊຳລະເງິນ ບັນທຶກເງິນທີ່ລູກຄ້າຈ່າຍ → ອອກໃບຮັບເງິນ
  3. ການເງິນ › ໜີ້ຄ້າງຈ່າຍຜູ້ສະໜອງ ໜີ້ທີ່ຕ້ອງຈ່າຍຜູ້ສະໜອງ ແລະ ບິນທີ່ໃກ້ຄົບກຳນົດ
  4. ບຸກຄະລາກອນ › ເງິນເດືອນ ເບິ່ງເດືອນທີ່ຈ່າຍແລ້ວ ແລະ ຮ່າງເດືອນນີ້ → ກົດ “ຄິດໃໝ່” ເບິ່ງໃບເງິນເດືອນ
🗓️ ວາງແຜນຜະລິດວາງແຜນ ແລະ ຈັດຄິວການຜະລິດ

ເຂົ້າດ້ວຍ demo.planning@smk-laos.com

  1. ຜະລິດ › ໃບສັ່ງວຽກ ເປີດວຽກ → ແຜນຂັ້ນຕອນ: ເພີ່ມຂັ້ນ, ເລືອກເຄື່ອງ, ມອບຄົນ, ກຳນົດວັນ
  2. ຜະລິດ › ກະດານວຽກ ຈັດລຳດັບວຽກ ແລະ ເບິ່ງວຽກຄ້າງແຕ່ລະຂັ້ນ
  3. ຜະລິດ › ເຄື່ອງຈັກ ຕາຕະລາງເຄື່ອງຈັກ ແລະ ການບຳລຸງຮັກສາ
  4. ຈັດຊື້ ແລະ ສາງ › ແຈ້ງວັດສະດຸໃໝ່ ອະນຸມັດວັດສະດຸໃໝ່ທີ່ຊ່າງຂໍ
🎨 ອອກແບບກຣາຟິກວຽກອອກແບບຈາກມື ຮອດສົ່ງແບບ

ເຂົ້າດ້ວຍ demo.design@smk-laos.com

  1. ຂອງຂ້ອຍ › ວຽກຂອງຂ້ອຍ ກົດ “ຮັບວຽກ” → “ເລີ່ມ” ເຫັນຮູບອ້າງອີງຈາກລູກຄ້າ
  2. ຂອງຂ້ອຍ › ວຽກຂອງຂ້ອຍ ແນບຮູບແບບທີ່ເຮັດແລ້ວ → “ສົ່ງ” ໃຫ້ຂັ້ນຕໍ່ໄປ
  3. ຂອງຂ້ອຍ › ວຽກຂອງຂ້ອຍ ສັງເກດ: ເຫັນຫົວວຽກ ແຕ່ບໍ່ເຫັນລາຄາ ຫຼື ຍອດເງິນ
🛠️ ຊ່າງຜະລິດວຽກຂອງຊ່າງຈາກມືຖື

ເຂົ້າດ້ວຍ demo.production@smk-laos.com

  1. ຂອງຂ້ອຍ › ວຽກຂອງຂ້ອຍ ຮັບວຽກ → ເລີ່ມ → ຖ່າຍຮູບຫຼັກຖານ → ສົ່ງ
  2. ຂອງຂ້ອຍ › ວຽກຂອງຂ້ອຍ ກົດ “ແຈ້ງບັນຫາ” ເຊັ່ນ ວັດສະດຸບໍ່ພໍ ເລືອກຢຸດວຽກໄດ້
  3. ຂອງຂ້ອຍ › OT ຂອງຂ້ອຍ ຂໍ OT: ເລືອກວັນ ແລະ ເວລາ → ສົ່ງ
  4. ຂອງຂ້ອຍ › ໃບເງິນເດືອນຂອງຂ້ອຍ ເບິ່ງ ແລະ ພິມໃບເງິນເດືອນຂອງຕົນເອງ
✅ ກວດຄຸນນະພາບ (QC)ກວດຄຸນນະພາບກ່ອນສົ່ງລູກຄ້າ

ເຂົ້າດ້ວຍ demo.qc@smk-laos.com

  1. ຜະລິດ › ກວດຄຸນນະພາບ ຄິວກວດ (ດ່ວນກ່ອນ) → ກວດວຽກ → ຕື່ມ checklist
  2. ຜະລິດ › ກວດຄຸນນະພາບ ຕັດສິນ ຜ່ານ / ບໍ່ຜ່ານ ບໍ່ຜ່ານຕ້ອງມີຮູບ ແລະ ວຽກກັບໄປແກ້
  3. ຜະລິດ › ບັນຫາທີ່ແຈ້ງ ປົດບັນຫາຄຸນນະພາບທີ່ຢຸດວຽກຢູ່
🚚 ຊ່າງຕິດຕັ້ງຕິດຕັ້ງ ແລະ ສົ່ງມອບໜ້າງານ

ເຂົ້າດ້ວຍ demo.installer@smk-laos.com

  1. ຂອງຂ້ອຍ › ວຽກຂອງຂ້ອຍ ວຽກຕິດຕັ້ງຂອງຂ້ອຍ: ຮັບ → ເລີ່ມ → ຖ່າຍຮູບໜ້າງານ → ສົ່ງ
  2. ຜະລິດ › ສົ່ງມອບວຽກ ເບິ່ງນັດໝາຍ ແລະ ສະຖານທີ່ສົ່ງ
  3. ຜະລິດ › ສົ່ງມອບວຽກ ສ້າງການຮັບມອບ → ລູກຄ້າເຊັນເທິງມືຖື ພ້ອມຮູບ
📦 ສາງ ແລະ ຈັດຊື້ວັດສະດຸເຂົ້າ-ອອກສາງ (ບໍ່ເຫັນລາຄາ)

ເຂົ້າດ້ວຍ demo.stock@smk-laos.com

  1. ຈັດຊື້ ແລະ ສາງ › ສະຕັອກວັດສະດຸ ຍອດຄົງເຫຼືອ ແລະ ການເຄື່ອນໄຫວຂອງວັດສະດຸ
  2. ຈັດຊື້ ແລະ ສາງ › ຮັບສິນຄ້າ ຮັບສິນຄ້າຈາກໃບສັ່ງຊື້ ລົງສະຕັອກໃຫ້ເອງ
  3. ຈັດຊື້ ແລະ ສາງ › ໃບຂໍຊື້ ສ້າງໃບຂໍຊື້ວັດສະດຸທີ່ໃກ້ໝົດ
  4. ຈັດຊື້ ແລະ ສາງ › ສະຕັອກວັດສະດຸ ນັບສະຕັອກ ແລະ ປັບຍອດ (ຕ້ອງມີຄົນອະນຸມັດ)

ຈຸດອື່ນທີ່ໜ້າລອງ

ສາງວັດສະດຸ ຈັດຊື້ ແລະ ສາງ › ສະຕັອກວັດສະດຸເບິ່ງວັດສະດຸຄົງເຫຼືອ ແລະ ການເຄື່ອນໄຫວ ຮັບເຂົ້າ/ເບີກອອກ
ຈັດຊື້ ຈັດຊື້ ແລະ ສາງ › ໃບສັ່ງຊື້ຂໍຊື້ → ສັ່ງຊື້ → ຮັບເຄື່ອງ → ບິນຜູ້ສະໜອງ ຄົບວົງຈອນ
ເຄື່ອງຈັກ ຜະລິດ › ເຄື່ອງຈັກທະບຽນເຄື່ອງ ແລະ ການຈອງໃຊ້ໃນວຽກຜະລິດ
ແຈ້ງບັນຫາ ຂອງຂ້ອຍ › ແຈ້ງບັນຫາ/ຂໍ້ສະເໜີແນະພະນັກງານແຈ້ງບັນຫາການໃຊ້ງານໄດ້ຈາກໃນລະບົບ

ເຄັດລັບຕອນທົດລອງ

🌐 ປ່ຽນພາສາໄດ້ກົດຮູບໂລກ ຢູ່ແຈຂວາເທິງ ສະຫຼັບ ລາວ / ໄທ / English ໄດ້ຕໍ່ຄົນ
👥 ລອງຫຼາຍບົດບາດອອກຈາກລະບົບ ແລ້ວເຂົ້າດ້ວຍບັນຊີຕຳແໜ່ງອື່ນ ເຊັ່ນ demo.production ທຽບກັບ demo.manager ຊ່າງເຫັນແຕ່ວຽກຂອງຕົນ ບໍ່ເຫັນລາຄາ
📱 ໃຊ້ໄດ້ທັງມືຖືເປີດຈາກມືຖືກໍໄດ້ ໜ້າຈໍປັບຕາມເຄື່ອງ ຄືທີ່ຊ່າງໃຊ້ໜ້າງານຈິງ
✏️ ສ້າງ-ແກ້ໄດ້ເຕັມທີ່ກົດສ້າງເອກະສານໃໝ່ ຫຼື ແກ້ຂອງເກົ່າໄດ້ ບໍ່ຕ້ອງຢ້ານພັງ
ໝາຍເຫດ ຂໍ້ມູນທັງໝົດໃນລະບົບທົດລອງນີ້ເປັນ “ຂໍ້ມູນສົມມຸດ” (ບໍລິສັດ SMK OS Demo) ບໍ່ແມ່ນຂໍ້ມູນຮ້ານຈິງ ແລະ ຖືກລ້າງ-ຕັ້ງຄືນເປັນໄລຍະ. ເມື່ອທ່ານຕົກລົງໃຊ້ ເຮົາຈະຕັ້ງລະບົບຂອງຮ້ານທ່ານແຍກຕ່າງຫາກ ພ້ອມຂໍ້ມູນຈິງ ແລະ ຊື່ຮ້ານຂອງທ່ານເອງ