← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ຊ່າງປະກອບ
SOP ປະຈຳຕຳແໜ່ງ

ຊ່າງປະກອບ ແລະ ໄຟຟ້າ-LED (ຝ່າຍປະກອບ)

ຂັ້ນຕອນທີ່ຮັບຜິດຊອບ: ເຊື່ອມ · ພົ່ນສີ · ລະບົບໄຟຟ້າ/LED · ປະກອບ · ແພັກວຽກ — ຮັບວຽກຜ່ານມືຖືທີ່ເມນູ ຂອງຂ້ອຍ → ວຽກຂອງຂ້ອຍ (ພະແນກ: ປະກອບ). ໃຊ້ກັບ ພະນັກງານປະກອບ, ພະນັກງານໄຟຟ້າ ອີເລັກໂທຣນິກ ແລະ LED ແລະ ຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ທີ່ຮັບຂັ້ນປະກອບ.

ລະບົບ: os.smk-laos.com (v1.34.1)ບົດບາດ: ຊ່າງ (TECHNICIAN) · ຮ້ານນ້ອຍ: ຜູ້ຊ່ວຍຊ່າງປ້າຍ (SIGN_ASSISTANT)ສະບັບ: 1.2ວັນທີ: 18 ຕຸລາ 2026
ℹ️ ເມນູ ແລະ ຄູ່ມື (ລະບົບ v1.34.1)ເມນູຢູ່ແຖບດ້ານເທິງ — ກົດຊື່ໝວດເພື່ອເປີດລາຍການ, ເຫັນສະເພາະໝວດທີ່ມີສິດ: ຂອງຂ້ອຍ (ວຽກຂອງຂ້ອຍ, ລົງເວລາ, OT, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ຜົນງານຂອງຂ້ອຍ (KPI), ແຈ້ງການ, ໃບຕັກເຕືອນຂອງຂ້ອຍ, ເບີກລ່ວງໜ້າ, ໃບເງິນເດືອນ, ແຈ້ງບັນຫາ/ຂໍ້ສະເໜີແນະ) · ຜະລິດ (ເຄື່ອງຈັກ) · ຈັດຊື້ ແລະ ສາງ (ສະຕັອກວັດສະດຸ, ແຈ້ງວັດສະດຸໃໝ່, ໃບຂໍຊື້). ມືຖື: ແຖບລຸ່ມ ໜ້າຫຼັກ · ວຽກຂອງຂ້ອຍ · ເພີ່ມເຕີມ — ເພີ່ມເຕີມ ຈັດເປັນໝວດດຽວກັນ. ເລກເວີຊັນລະບົບ: ກົດຮູບໂປຣໄຟລ໌ມຸມຂວາເທິງ (ຫຼື ເບິ່ງທີ່ ໜ້າຫຼັກ). ປຸ່ມ 📖 ວິທີໃຊ້ງານ (ແຖບເທິງ) ເປີດຄູ່ມືນີ້. ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ (14/10/2026), ເວລາ 24 ຊົ່ວໂມງ (17:30). ມືຖື (v1.34.0): ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ໃຫຍ່ຂຶ້ນ ກົດງ່າຍ.
✅ ຮ້ານນ້ອຍ: ຜູ້ຊ່ວຍຊ່າງປ້າຍ / ຫົວໜ້າຊ່າງປ້າຍ (ລະບົບ v1.23)ບົດບາດ ຜູ້ຊ່ວຍຊ່າງປ້າຍ (SIGN_ASSISTANT) ແລະ ຫົວໜ້າຊ່າງປ້າຍ (SIGN_LEAD) ເຫັນ ແລະ ຮັບວຽກທີ່ພ້ອມຂອງທຸກຂັ້ນໃນສາຍຜະລິດ (ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ) ໃນ ວຽກຂອງຂ້ອຍ — ຮັບຂັ້ນປະກອບ / ໄຟຟ້າ ໄດ້ໂດຍບໍ່ຕ້ອງຢູ່ພະແນກ ປະກອບ ແລ້ວເຮັດຕາມຄູ່ມືນີ້. ຫົວໜ້າຊ່າງປ້າຍມອບ / ຍ້າຍວຽກໃຫ້ທີມໄດ້ທີ່ ຜະລິດ → ວຽກສາຍຜະລິດ (ຄົນທີ່ຖືກມອບໄດ້ແຈ້ງເຕືອນ). ຫົວໜ້າຊ່າງປ້າຍ = ຫົວໜ້າສາຍງານ (v1.33–v1.34, ຕຳແໜ່ງຕິກ “ເປັນລະດັບຜູ້ຈັດການ”): ໄດ້ 🔔 ເລື່ອງລູກທີມໃນພະແນກດຽວກັນ — ຂັ້ນພ້ອມເຮັດ, ເຮັດແລ້ວ / ສົ່ງ QC, QC ບໍ່ຜ່ານ, ເກີນກຳນົດ, ລູກທີມແຈ້ງບັນຫາ, ວຽກໃໝ່ໃນກອງ — ແລະ ສະເໜີໃບຕັກເຕືອນໃຫ້ລູກທີມໄດ້ທີ່ ບຸກຄະລາກອນ → ໃບຕັກເຕືອນ → ສະເໜີໃບຕັກເຕືອນ (HR / ເຈົ້າຂອງ ອະນຸມັດກ່ອນ ພະນັກງານຈຶ່ງເຫັນ). ຊ່າງ (TECHNICIAN) ທຳມະດາ ຍັງເຫັນສະເພາະວຽກພະແນກຕົນ.
ຂັ້ນຕອນ

ວຽກປະຈຳ: ຈາກຮັບວຽກ ຮອດແພັກ

  1. ເປີດ ຂອງຂ້ອຍ → ວຽກຂອງຂ້ອຍ ທຸກເຊົ້າ (ມືຖື: ປຸ່ມ ວຽກຂອງຂ້ອຍ ຢູ່ແຖບລຸ່ມ) (ຫຼືກົດແຈ້ງເຕືອນ) — "ຕ້ອງແກ້ໄຂ" ແລະ "ຕິດບັນຫາ" ຢູ່ຫົວຄິວ ເຮັດກ່ອນສະເໝີ. ວຽກ "ວຽກຂອງພະແນກ" ໃຜກົດຮັບກ່ອນໄດ້ກ່ອນ.
  2. ອ່ານຄຳແນະນຳວຽກ + ເບິ່ງຮູບຈາກຂັ້ນຕອນກ່ອນໜ້າ (ພິມ/ຕັດມາແລ້ວ) → ກົດ ຮັບວຽກ → ກວດຊິ້ນສ່ວນຄົບກ່ອນເລີ່ມ — ບໍ່ຄົບ ແຈ້ງບັນຫາທັນທີ ຢ່າລໍຖ້າ.
  3. ກົດ ເລີ່ມວຽກ ຕອນລົງມືແທ້ → ຖ່າຍຮູບ ກ່ອນເຮັດວຽກ ໄວ້ກ່ອນ.
  4. ເຮັດວຽກຕາມລຳດັບ ຖ່າຍຮູບລະຫວ່າງເຮັດວຽກຈຸດສຳຄັນ: ຮອຍເຊື່ອມກ່ອນເກັບ · ຊັ້ນສີ · ການເດີນສາຍໄຟ / ໂມດູນ LED ກ່ອນປິດຝາ (ຮູບພວກນີ້ຄືຫຼັກຖານຄຸນນະພາບທີ່ເບິ່ງຍ້ອນຫຼັງບໍ່ໄດ້ຫຼັງປະກອບປິດ).
  5. ວຽກໄຟຟ້າ/LED: ທົດສອບໄຟຕິດ-ດັບ ທຸກຊຸດ ກ່ອນສົ່ງທຸກຄັ້ງ ຖ່າຍຮູບຕອນໄຟຕິດເປັນຫຼັກຖານ · ບອກແຮງດັນ / ຈຳນວນໂມດູນ / ຈຸດຕໍ່ ໄວ້ໃນບັນທຶກການເຮັດວຽກ (QC ມີຫົວຂໍ້ກວດ "ລະບົບໄຟ").
  6. ຖ່າຍຮູບວຽກສຳເລັດຮອບດ້ານ → ໃສ່ ບັນທຶກການເຮັດວຽກ → ສົ່ງກວດ QC.
  7. ຂັ້ນແພັກວຽກ: ຖ່າຍຮູບກ່ອນຫໍ່ + ຫຼັງຫໍ່ — ກັນຂໍ້ຂັດແຍ້ງເວລາຂອງເປ່ເພລະຫວ່າງຂົນສົ່ງ.
  8. QC ບໍ່ຜ່ານ → ມີແຈ້ງເຕືອນ → ອ່ານເຫດຜົນ + ຮູບຈຸດບົກຜ່ອງ → ເລີ່ມແກ້ໄຂ → ແກ້ → ສົ່ງໃໝ່.
ສະເພາະໜ້າວຽກ

ກົດຂອງຊ່າງປະກອບ ແລະ ໄຟຟ້າ-LED

🚫 ຫ້າມເດັດຂາດກົດວຽກແທນກັນ/ໃຊ້ບັນຊີຄົນອື່ນ · ສົ່ງວຽກທີ່ຍັງບໍ່ໄດ້ທົດສອບ (ໂດຍສະເພາະໄຟຟ້າ/LED) · ຂ້າມການຖ່າຍຮູບຈຸດທີ່ຈະຖືກປິດ/ຫໍ່
⚠️ ຮູບຈາກ iPhoneຕັ້ງກ້ອງ Formats → Most Compatible — HEIC ອັບໂຫຼດບໍ່ໄດ້ (JPEG/PNG/WebP ≤10MB)
ທຸກຄົນ

ສິ່ງທີ່ທຸກຄົນໃນທີມໜ້າວຽກໃຊ້ທຸກມື້