← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ພະນັກງານຈັດສົ່ງ
SOP ປະຈຳຕຳແໜ່ງ

ພະນັກງານຈັດສົ່ງ (ຝ່າຍຕິດຕັ້ງ ແລະ ຈັດສົ່ງ)

ຂັ້ນຕອນທີ່ຮັບຜິດຊອບ: ສົ່ງວຽກຮອດມືລູກຄ້າ + ໃຫ້ລູກຄ້າກວດຮັບ — ໃຊ້ເມນູ ຂອງຂ້ອຍ → ວຽກຂອງຂ້ອຍ ແລະ ຜະລິດ → ສົ່ງມອບວຽກ ຜ່ານມືຖື

ລະບົບ: os.smk-laos.com (v1.34.1)ບົດບາດ: ຊ່າງ (TECHNICIAN) + ສິດລາຍຄົນສະບັບ: 1.2ວັນທີ: 18 ຕຸລາ 2026
ℹ️ ເມນູ ແລະ ຄູ່ມື (ລະບົບ v1.34.1)ເມນູຢູ່ແຖບດ້ານເທິງ — ກົດຊື່ໝວດເພື່ອເປີດລາຍການ, ເຫັນສະເພາະໝວດທີ່ມີສິດ: ຂອງຂ້ອຍ (ວຽກຂອງຂ້ອຍ, ລົງເວລາ, OT, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ຜົນງານຂອງຂ້ອຍ (KPI), ແຈ້ງການ, ໃບຕັກເຕືອນຂອງຂ້ອຍ, ເບີກລ່ວງໜ້າ, ໃບເງິນເດືອນ, ແຈ້ງບັນຫາ/ຂໍ້ສະເໜີແນະ) · ຜະລິດ (ສົ່ງມອບວຽກ, ເຄື່ອງຈັກ) · ຈັດຊື້ ແລະ ສາງ (ສະຕັອກວັດສະດຸ). ມືຖື: ແຖບລຸ່ມ ໜ້າຫຼັກ · ວຽກຂອງຂ້ອຍ · ເພີ່ມເຕີມ → ຜະລິດ → ສົ່ງມອບວຽກ — ເພີ່ມເຕີມ ຈັດເປັນໝວດດຽວກັນ. ເລກເວີຊັນລະບົບ: ກົດຮູບໂປຣໄຟລ໌ມຸມຂວາເທິງ (ຫຼື ເບິ່ງທີ່ ໜ້າຫຼັກ). ປຸ່ມ 📖 ວິທີໃຊ້ງານ (ແຖບເທິງ) ເປີດຄູ່ມືນີ້. ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ (14/10/2026), ເວລາ 24 ຊົ່ວໂມງ (17:30). ມືຖື (v1.34.0): ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ໃຫຍ່ຂຶ້ນ ກົດງ່າຍ.
ℹ️ ສິດທີ່ຕ້ອງມີ (ADMIN ຕັ້ງໃຫ້)ບົດບາດ ຊ່າງ ຢ່າງດຽວເປີດໜ້າ ສົ່ງມອບວຽກ ບໍ່ໄດ້ (ບໍ່ມີໃນໝວດ ຜະລິດ) — ADMIN ເພີ່ມສິດລາຍຄົນ delivery.view + delivery.acceptance_create ທີ່ ຕັ້ງຄ່າລະບົບ → ຜູ້ໃຊ້ງານ → ສິດການໃຊ້ງານ (ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ມີ 2 ສິດນີ້ແລ້ວ ຕັ້ງແຕ່ v1.25 — ໄປສົ່ງຂອງ ແລະ ສ້າງການຮັບມອບໄດ້ເລີຍ ບໍ່ຕ້ອງເພີ່ມ). ພະແນກຕ້ອງເປັນ ຕິດຕັ້ງ ແລະ ຈັດສົ່ງ.
ຂັ້ນຕອນ

ວຽກປະຈຳ: ຈາກຮັບຂອງ ຮອດລູກຄ້າເຊັນຮັບ

  1. ກວດນັດໝາຍໃນວຽກ: ວັນ-ເວລາ, ສະຖານທີ່, ຊື່+ເບີຜູ້ຮັບ — ບໍ່ມີນັດໝາຍ = ເລີ່ມບໍ່ໄດ້ ແຈ້ງຫົວໜ້າກ່ອນ. ໂທຢືນຢັນລູກຄ້າກ່ອນອອກ. ສະແກນ QR ລົງເວລາຢູ່ຮ້ານກ່ອນອອກ.
  2. ຮັບຂອງ: ກວດຄົບຕາມລາຍການວຽກ + ສະພາບການຫໍ່ → ຖ່າຍຮູບຂອງຂຶ້ນລົດ.
  3. ຮອດປາຍທາງ → ກົດ ເລີ່ມສົ່ງມອບ/ຕິດຕັ້ງ → ວາງ/ປະກອບຂອງຕາມນັດ → ຖ່າຍຮູບຫຼັກຖານສົ່ງມອບ (ຂອງ ຢູ່ຈຸດສົ່ງ) + ຮູບສະຖານທີ່ (ເຫັນອາຄານ/ປ້າຍຮ້ານ).
  4. ກົດ ຈົບວຽກສົ່ງມອບ (ຕ້ອງມີຮູບຫຼັກຖານສົ່ງມອບແລ້ວ — v1.29; ລືມຖ່າຍ ເພີ່ມໄດ້ຫຼັງຈົບ ຈົນກວ່າລູກຄ້າຮັບມອບ) → ກົດ ສ້າງການຮັບມອບ → ເປີດເທິງເຄື່ອງນີ້ ຍື່ນມືຖືໃຫ້ຜູ້ຮັບ: ເລືອກຜົນ → ພິມຊື່ → ເຊັນເທິງຈໍ → ຢືນຢັນ (ລິ້ງອາຍຸ 2 ຊົ່ວໂມງ ໃຊ້ຄັ້ງດຽວ — ໝົດອາຍຸສ້າງໃໝ່ໄດ້).
  5. ຜົນ: ຮັບມອບຄົບຖ້ວນ = ຈົບວຽກ 🎉 · ຮັບມອບບາງສ່ວນ = ບັນທຶກສິ່ງທີ່ຍັງຄ້າງ ນັດສົ່ງເພີ່ມ · ມີບັນຫາ / ບໍ່ຮັບມອບ = ໂທຫາຫົວໜ້າທັນທີ ຢ່າຕົກລົງຫຍັງເອງ.
  6. ບໍ່ມີຜູ້ຮັບ (ຝາກໄວ້ຕາມນັດ): ກົດ ບໍ່ມີຜູ້ຮັບມອບ → ຜູ້ປະສານງານ + ການຕິດຕໍ່ + ເຫດຜົນ + ຮູບວຽກ ≥2 + ຮູບສະຖານທີ່ ≥1 → ຜູ້ຈັດການອະນຸມັດ ວຽກຈຶ່ງປິດ (ມີແຈ້ງເຕືອນກັບມາຫາທ່ານ).
ສະເພາະໜ້າວຽກ

ກົດຂອງພະນັກງານຈັດສົ່ງ

🚫 ຫ້າມເດັດຂາດອອກຈາກຈຸດສົ່ງໂດຍບໍ່ເຮັດການຮັບມອບ (ມີ/ບໍ່ມີຜູ້ຮັບ ຕ້ອງເຮັດທາງໜຶ່ງສະເໝີ) · ເຊັນແທນລູກຄ້າ · ຖິ້ມຂອງໄວ້ໂດຍບໍ່ມີຮູບສະຖານທີ່
⚠️ ຮູບຈາກ iPhoneຕັ້ງກ້ອງ Formats → Most Compatible — HEIC ອັບໂຫຼດບໍ່ໄດ້ (JPEG/PNG/WebP ≤10MB)
ທຸກຄົນ

ສິ່ງທີ່ທຸກຄົນໃນທີມໜ້າວຽກໃຊ້ທຸກມື້