← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ນັກອອກແບບກຣາຟິກ
SOP ປະຈຳຕຳແໜ່ງ

ນັກອອກແບບກຣາຟິກ (ຝ່າຍອອກແບບ)

ຂັ້ນຕອນທີ່ຮັບຜິດຊອບ: ອອກແບບ · ກວດໄຟລ໌ · ລູກຄ້າອະນຸມັດແບບ — ຮັບວຽກຜ່ານເມນູ ຂອງຂ້ອຍ → ວຽກຂອງຂ້ອຍ (ພະແນກ: ອອກແບບ)

ລະບົບ: os.smk-laos.com (v1.34.1)ບົດບາດ: ພະນັກງານອອກແບບ (DESIGNER)ສະບັບ: 1.2ວັນທີ: 18 ຕຸລາ 2026
ℹ️ ເມນູ ແລະ ຄູ່ມື (ລະບົບ v1.34.1)ເມນູຢູ່ແຖບດ້ານເທິງ — ກົດຊື່ໝວດເພື່ອເປີດລາຍການ, ເຫັນສະເພາະໝວດທີ່ມີສິດ: ຂອງຂ້ອຍ (ວຽກຂອງຂ້ອຍ, ລົງເວລາ, OT, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ຜົນງານຂອງຂ້ອຍ (KPI), ແຈ້ງການ, ໃບຕັກເຕືອນຂອງຂ້ອຍ, ເບີກລ່ວງໜ້າ, ໃບເງິນເດືອນ, ແຈ້ງບັນຫາ/ຂໍ້ສະເໜີແນະ) · ຂາຍ (ລູກຄ້າ) · ຈັດຊື້ ແລະ ສາງ (ສະຕັອກວັດສະດຸ). ມືຖື: ແຖບລຸ່ມ ໜ້າຫຼັກ · ວຽກຂອງຂ້ອຍ · ລູກຄ້າ · ເພີ່ມເຕີມ — ເພີ່ມເຕີມ ຈັດເປັນໝວດດຽວກັນ. ເລກເວີຊັນລະບົບ: ກົດຮູບໂປຣໄຟລ໌ມຸມຂວາເທິງ (ຫຼື ເບິ່ງທີ່ ໜ້າຫຼັກ). ປຸ່ມ 📖 ວິທີໃຊ້ງານ (ແຖບເທິງ) ເປີດຄູ່ມືນີ້. ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ (14/10/2026), ເວລາ 24 ຊົ່ວໂມງ (17:30). ມືຖື (v1.34.0): ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ໃຫຍ່ຂຶ້ນ ກົດງ່າຍ.
ຂັ້ນຕອນ

ວຽກປະຈຳ: ຈາກ brief ຮອດແບບອະນຸມັດ

  1. ເປີດ ຂອງຂ້ອຍ → ວຽກຂອງຂ້ອຍ (ຫຼືກົດແຈ້ງເຕືອນ) → ວຽກອອກແບບໃໝ່ຈະໂຜ່ເປັນຂັ້ນຕອນທຳອິດຂອງໃບສັ່ງວຽກ → ອ່ານຄຳແນະນຳວຽກ ແລະ ຮູບອ້າງອີງຂອງວຽກ (ຂໍ້ຄວາມ, ຂະໜາດ, ວັດສະດຸ, ຄວາມຕ້ອງການລູກຄ້າ) → ກົດ ຮັບວຽກ.
  2. ຂໍ້ມູນບໍ່ຄົບ (ໂລໂກ້, ຂໍ້ຄວາມ, ຂະໜາດຈິງ)? ຖາມຜູ້ຂາຍເຈົ້າຂອງວຽກກ່ອນເລີ່ມ — ຢ່າເດົາ. ຂະໜາດ/ສະເປັກຂັດແຍ້ງກັນ → ກົດ ແຈ້ງບັນຫາ ປະເພດ "ແບບມີບັນຫາ".
  3. ກົດ ເລີ່ມວຽກ → ອອກແບບໃນໂປຣແກຣມ (Ai/Ps/Corel — ນອກລະບົບ) → ບັນທຶກໄຟລ໌ຕົ້ນສະບັບໃສ່ drive ບໍລິສັດ ຕັ້ງຊື່ດ້ວຍເລກວຽກ ເຊັ່ນ JO00123-signage-v1.
  4. ອັບໂຫຼດ proof ເປັນຮູບ (JPEG/PNG ≤10MB) ເຂົ້າວຽກ: ແບບເຕັມ + ຊູມຈຸດສຳຄັນ + ລະບຸຂະໜາດ/ສີ — ຮູບໃນລະບົບຄືຫຼັກຖານທີ່ QC ແລະ ຝ່າຍຜະລິດຈະໃຊ້ຕໍ່.
  5. ໃສ່ ບັນທຶກການເຮັດວຽກ (ຟອນ, ໂຄ້ດສີ, ຈຸດລະວັງຕອນຜະລິດ) → ກົດ ສົ່ງກວດ QC ຫຼື ປິດວຽກ ຕາມທີ່ແຜນກຳນົດ.
  6. ຂັ້ນ "ລູກຄ້າອະນຸມັດແບບ": ປະສານຜູ້ຂາຍສົ່ງ proof ໃຫ້ລູກຄ້າ (WhatsApp/ອີເມວ — ນອກລະບົບ; ເບີຕິດຕໍ່ລູກຄ້າເບິ່ງໄດ້ທີ່ເມນູ ຂາຍ → ລູກຄ້າ) → ລູກຄ້າ comment → ແກ້ → ອັບ proof ເວີຊັນໃໝ່ → ລູກຄ້າຕົກລົງແລ້ວ ຜູ້ຮັບຜິດຊອບຂັ້ນນັ້ນຈຶ່ງປິດຂັ້ນຕອນ — ວຽກຈຶ່ງໄຫຼໄປຫາຝ່າຍຜະລິດ. ຂັ້ນນີ້ຢູ່ກອງວຽກຂອງພະແນກ ອອກແບບ (v1.29) — ນັກອອກແບບຮັບ ແລະ ປິດໄດ້ເອງ.
  7. ກ່ອນສົ່ງໄຟລ໌ໃຫ້ຝ່າຍພິມ: ກວດ outline ຟອນ · ສີ CMYK/ໂໝດທີ່ຖືກ · ຂະໜາດ+bleed ຖືກ · ຄວາມລະອຽດພໍ — ບັນທຶກໃສ່ drive ໂຟນເດີ "ພ້ອມຜະລິດ". ວັດສະດຸທີ່ຈະໃຊ້ ເບິ່ງໄດ້ທີ່ ຈັດຊື້ ແລະ ສາງ → ສະຕັອກວັດສະດຸ ຫຼື ຕັ້ງຄ່າລະບົບ → ວັດສະດຸ.
ສະເພາະໜ້າວຽກ

ກົດຂອງກຣາຟິກ

🚫 ຫ້າມເດັດຂາດສົ່ງວຽກໂດຍບໍ່ມີ proof ໃນລະບົບ · ໃຊ້ຮູບ/ຟອນທີ່ບໍ່ມີລິຂະສິດໃນວຽກລູກຄ້າ · ເກັບໄຟລ໌ຕົ້ນສະບັບໄວ້ໃນເຄື່ອງສ່ວນຕົວຄົນດຽວ
ℹ️ ໄຟລ໌ໃຫຍ່ລະບົບຮັບສະເພາະຮູບ ≤10MB (JPEG/PNG/WebP) — ໄຟລ໌ AI/PDF/ໄຟລ໌ພິມ ເກັບໃສ່ drive ບໍລິສັດ ແລ້ວອ້າງອີງເລກວຽກໃນບັນທຶກການເຮັດວຽກ
ທຸກຄົນ

ສິ່ງທີ່ທຸກຄົນໃນທີມໜ້າວຽກໃຊ້ທຸກມື້