← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ຊ່າງພິມ ແລະ ຕັດ
SOP ປະຈຳຕຳແໜ່ງ

ຊ່າງພິມ-ຕັດ ແລະ ຄຸມເຄື່ອງຈັກ (ຝ່າຍຜະລິດ)

ຂັ້ນຕອນທີ່ຮັບຜິດຊອບ: ພິມ · CNC/ເລເຊີ · ຕັດ/ເກັບວຽກ — ຮັບວຽກຜ່ານມືຖືທີ່ເມນູ ຂອງຂ້ອຍ → ວຽກຂອງຂ້ອຍ (ພະແນກ: ຜະລິດ). ໃຊ້ກັບ ພະນັກງານຜະລິດ, ພະນັກງານຄຸມເຄື່ອງຈັກ ແລະ ຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ທີ່ຮັບຂັ້ນພິມ-ຕັດ.

ລະບົບ: os.smk-laos.com (v1.34.1)ບົດບາດ: ຊ່າງ (TECHNICIAN) · ຮ້ານນ້ອຍ: ຜູ້ຊ່ວຍຊ່າງປ້າຍ (SIGN_ASSISTANT)ສະບັບ: 1.2ວັນທີ: 18 ຕຸລາ 2026
ℹ️ ເມນູ ແລະ ຄູ່ມື (ລະບົບ v1.34.1)ເມນູຢູ່ແຖບດ້ານເທິງ — ກົດຊື່ໝວດເພື່ອເປີດລາຍການ, ເຫັນສະເພາະໝວດທີ່ມີສິດ: ຂອງຂ້ອຍ (ວຽກຂອງຂ້ອຍ, ລົງເວລາ, OT, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ຜົນງານຂອງຂ້ອຍ (KPI), ແຈ້ງການ, ໃບຕັກເຕືອນຂອງຂ້ອຍ, ເບີກລ່ວງໜ້າ, ໃບເງິນເດືອນ, ແຈ້ງບັນຫາ/ຂໍ້ສະເໜີແນະ) · ຜະລິດ (ເຄື່ອງຈັກ) · ຈັດຊື້ ແລະ ສາງ (ສະຕັອກວັດສະດຸ, ແຈ້ງວັດສະດຸໃໝ່, ໃບຂໍຊື້). ມືຖື: ແຖບລຸ່ມ ໜ້າຫຼັກ · ວຽກຂອງຂ້ອຍ · ເພີ່ມເຕີມ — ເພີ່ມເຕີມ ຈັດເປັນໝວດດຽວກັນ. ເລກເວີຊັນລະບົບ: ກົດຮູບໂປຣໄຟລ໌ມຸມຂວາເທິງ (ຫຼື ເບິ່ງທີ່ ໜ້າຫຼັກ). ປຸ່ມ 📖 ວິທີໃຊ້ງານ (ແຖບເທິງ) ເປີດຄູ່ມືນີ້. ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ (14/10/2026), ເວລາ 24 ຊົ່ວໂມງ (17:30). ມືຖື (v1.34.0): ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ໃຫຍ່ຂຶ້ນ ກົດງ່າຍ.
✅ ຮ້ານນ້ອຍ: ຜູ້ຊ່ວຍຊ່າງປ້າຍ / ຫົວໜ້າຊ່າງປ້າຍ (ລະບົບ v1.23)ບົດບາດ ຜູ້ຊ່ວຍຊ່າງປ້າຍ (SIGN_ASSISTANT) ແລະ ຫົວໜ້າຊ່າງປ້າຍ (SIGN_LEAD) ເຫັນ ແລະ ຮັບວຽກທີ່ພ້ອມຂອງທຸກຂັ້ນໃນສາຍຜະລິດ (ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ) ໃນ ວຽກຂອງຂ້ອຍ — ຮັບຂັ້ນພິມ-ຕັດ ແລ້ວເຮັດຕາມຄູ່ມືນີ້. ຫົວໜ້າຊ່າງປ້າຍມອບ / ຍ້າຍວຽກໃຫ້ທີມໄດ້ທີ່ ຜະລິດ → ວຽກສາຍຜະລິດ (ຄົນທີ່ຖືກມອບໄດ້ແຈ້ງເຕືອນ). ຫົວໜ້າຊ່າງປ້າຍ = ຫົວໜ້າສາຍງານ (v1.33–v1.34, ຕຳແໜ່ງຕິກ “ເປັນລະດັບຜູ້ຈັດການ”): ໄດ້ 🔔 ເລື່ອງລູກທີມໃນພະແນກດຽວກັນ — ຂັ້ນພ້ອມເຮັດ, ເຮັດແລ້ວ / ສົ່ງ QC, QC ບໍ່ຜ່ານ, ເກີນກຳນົດ, ລູກທີມແຈ້ງບັນຫາ, ວຽກໃໝ່ໃນກອງ — ແລະ ສະເໜີໃບຕັກເຕືອນໃຫ້ລູກທີມໄດ້ທີ່ ບຸກຄະລາກອນ → ໃບຕັກເຕືອນ → ສະເໜີໃບຕັກເຕືອນ (HR / ເຈົ້າຂອງ ອະນຸມັດກ່ອນ ພະນັກງານຈຶ່ງເຫັນ). ຊ່າງ (TECHNICIAN) ທຳມະດາ ຍັງເຫັນສະເພາະວຽກພະແນກຕົນ.
ຂັ້ນຕອນ

ວຽກປະຈຳ: ຈາກຮັບວຽກ ຮອດສົ່ງກວດ

  1. ເປີດ ຂອງຂ້ອຍ → ວຽກຂອງຂ້ອຍ ທຸກເຊົ້າ (ມືຖື: ປຸ່ມ ວຽກຂອງຂ້ອຍ ຢູ່ແຖບລຸ່ມ) (ຫຼືກົດແຈ້ງເຕືອນໃນກະດິ່ງ) — ວຽກຮຽງດ່ວນສຸດກ່ອນ: ຕ້ອງແກ້ໄຂ → ຕິດບັນຫາ → ກຳລັງເຮັດ → ຮັບແລ້ວ → ພ້ອມຮັບ. ວຽກປ້າຍ "ວຽກຂອງພະແນກ" ໃຜກົດຮັບກ່ອນໄດ້ກ່ອນ.
  2. ກົດເຂົ້າວຽກ → ອ່ານຄຳແນະນຳວຽກໃຫ້ຈົບ (ຂະໜາດ, ວັດສະດຸ, ຈຳນວນ, ຈຸດລະວັງ) → ກົດ ຮັບວຽກ.
  3. ກຽມວັດສະດຸ: ຂັ້ນນີ້ຢູ່ກອງວຽກຂອງພະແນກ ຜະລິດ (v1.29) — ຮັບຂັ້ນ, ເບິ່ງຍອດໄດ້ທີ່ ຈັດຊື້ ແລະ ສາງ → ສະຕັອກວັດສະດຸ (ບໍ່ມີຕົ້ນທຶນ) → ໄປຫາຜູ້ດູແລສາງ ບອກເລກວຽກ + ລາຍການ — ສາງຈະບັນທຶກການເບີກຜູກກັບວຽກ (ຫ້າມຫິ້ວວັດສະດຸອອກຈາກສາງໂດຍບໍ່ຜ່ານການບັນທຶກ) → ວັດສະດຸຄົບແລ້ວ ປິດຂັ້ນຕອນ.
  4. ກົດ ເລີ່ມວຽກ ຕອນລົງມືແທ້ — ຂັ້ນຕອນທີ່ມີເຄື່ອງ (ພິມ/CNC/ເລເຊີ) ລະບົບຈະຈັບຈອງເຄື່ອງໃຫ້ອັດຕະໂນມັດ. ເຄື່ອງບໍ່ຫວ່າງ = ເລີ່ມບໍ່ໄດ້ ລະບົບຈະບອກວ່າວຽກໃດໃຊ້ຢູ່ — ໄປປະສານກັນ ຫ້າມຝືນ.
  5. ຖ່າຍຮູບ 3 ຈັງຫວະ: ກ່ອນເຮັດວຽກ (ວັດສະດຸ/ໄຟລ໌ພ້ອມ) → ລະຫວ່າງເຮັດວຽກ → ວຽກສຳເລັດ (ຊັດເຈນ ເຫັນຊິ້ນວຽກເຕັມ) — ວຽກທີ່ບັງຄັບຮູບ ສົ່ງບໍ່ໄດ້ຖ້າຮູບບໍ່ຄົບ.
  6. ກວດວຽກຕົນເອງກ່ອນ: ຂະໜາດຖືກ · ສີຖືກ · ຈຳນວນຄົບ · ຂອບ/ຮອຍຕັດລຽບ → ໃສ່ ບັນທຶກການເຮັດວຽກ ສັ້ນໆ → ກົດ ສົ່ງກວດ QC (ຫຼື ປິດວຽກ ຖ້າວຽກບໍ່ຕ້ອງກວດ).
  7. QC ບໍ່ຜ່ານ → ມີແຈ້ງເຕືອນ + ວຽກກັບມາຫົວຄິວປ້າຍ "ຕ້ອງແກ້ໄຂ" → ອ່ານເຫດຜົນ + ຮູບຈຸດບົກຜ່ອງ → ກົດ ເລີ່ມແກ້ໄຂ → ແກ້ → ສົ່ງໃໝ່.
ສະເພາະໜ້າວຽກ

ກົດຂອງຊ່າງພິມ-ຕັດ ແລະ ຄຸມເຄື່ອງ

🚫 ຫ້າມເດັດຂາດກົດວຽກແທນກັນ/ໃຊ້ບັນຊີຄົນອື່ນ (KPI ນັບໃຫ້ຄົນທີ່ກົດຮັບ) · ຝືນໃຊ້ເຄື່ອງທີ່ວຽກອື່ນກຳລັງໃຊ້ · ສົ່ງວຽກໂດຍຮູບບໍ່ຄົບ — ສົ່ງແລ້ວຮູບຖືກລັອກລຶບບໍ່ໄດ້
⚠️ ຮູບຈາກ iPhoneຕັ້ງກ້ອງ Settings → Camera → Formats → Most Compatible — ຮູບ HEIC ອັບໂຫຼດບໍ່ໄດ້ (ຮັບ JPEG/PNG/WebP ≤10MB)
ທຸກຄົນ

ສິ່ງທີ່ທຸກຄົນໃນທີມໜ້າວຽກໃຊ້ທຸກມື້