Standard Operating Procedure
ຄູ່ມືຂັ້ນຕອນການເຮັດວຽກ ຝ່າຍຜະລິດ
ຂັ້ນຕອນມາດຕະຖານການນຳໃຊ້ລະບົບ The Signmaker OS — ຈາກວາງແຜນວຽກ → ຮັບວຽກ → ຜະລິດ → ກວດ QC → ສົ່ງມອບ → ລູກຄ້າຮັບມອບ. ສຳລັບ ຊ່າງ, ຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍຊ່າງປ້າຍ (ຮ້ານນ້ອຍ), ພະນັກງານອອກແບບ, ພະນັກງານ QC ແລະ ຜູ້ຈັດການຜະລິດ
ລະບົບ: os.smk-laos.com (v1.34.1)
ສະບັບ: 1.2
ວັນທີ: 18 ຕຸລາ 2026
ຜູ້ອອກ: ຝ່າຍບໍລິຫານ
ເສັ້ນທາງວຽກຜະລິດ
ໃບສັ່ງວຽກ JO→
ວາງແຜນວຽກ→
ຮັບວຽກ → ເຮັດ → ສົ່ງວຽກ→
ກວດ QC→
ສົ່ງມອບ/ຕິດຕັ້ງ→
ລູກຄ້າຮັບມອບ DA→
ປິດວຽກ (ອັດຕະໂນມັດ)
ສະຖານະວຽກໃຫຍ່ ລະບົບປ່ຽນເອງຕາມຄວາມຄືບໜ້າຂອງຂັ້ນຕອນ — ບໍ່ມີປຸ່ມ "ປິດວຽກ" ໃຫ້ກົດ ວຽກຈະປິດເອງເມື່ອທຸກຂັ້ນຕອນຈົບ
ຕອນ 0
ບົດບາດໃນລະບົບ ແລະ ໜ້າຈໍທີ່ໃຊ້
ເຂົ້າລະບົບທີ່ https://os.smk-laos.com (ມືຖືກໍໃຊ້ໄດ້ — ຊ່າງໃຊ້ມືຖືເປັນຫຼັກ) · ປ່ຽນພາສາທີ່ໄອຄອນໂລກ · ເລກເວີຊັນລະບົບ: ເມນູໂປຣໄຟລ໌ (ກົດຮູບໂປຣໄຟລ໌ມຸມຂວາເທິງ) ຫຼື ໜ້າຫຼັກ · ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ ເຊັ່ນ 14/10/2026 ແລະ ເວລາ 24 ຊົ່ວໂມງ (ພິມຕົວເລກຕິດກັນໄດ້ ເຊັ່ນ 14102026)
ເມນູຢູ່ແຖບດ້ານເທິງກົດໝວດ ເພື່ອເປີດລາຍການ; ເຫັນສະເພາະໝວດທີ່ມີສິດ (ຊ່າງບໍ່ເຫັນ ຂາຍ, ການເງິນ, ບຸກຄະລາກອນ). ມືຖື: ແຖບລຸ່ມ + — ໃນ ເພີ່ມເຕີມ ເມນູຈັດເປັນໝວດດຽວກັນ. ເລກເວີຊັນ ເຊັ່ນ v1.34.1: ກົດຮູບໂປຣໄຟລ໌ມຸມຂວາເທິງ. ມືຖື (v1.34): ປຸ່ມ ແລະ ຊ່ອງພິມ ໃຫຍ່ຂຶ້ນ ກົດງ່າຍ.
ປຸ່ມ 📖 ວິທີໃຊ້ງານ ໃໝ່ກົດໄອຄອນປຶ້ມ 📖 ຢູ່ແຖບເທິງ → ເປີດຄູ່ມືຂອງຕຳແໜ່ງຕົນ ທີ່ smk-laos.com/learn — ຊ່າງ, ຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍຊ່າງປ້າຍ ມາໜ້ານີ້.
| ບົດບາດ | ໃຊ້ກັບຕຳແໜ່ງ | ເມນູຫຼັກ (ໝວດ: ລາຍການ) | ຂອບເຂດ |
| ຊ່າງ | ຊ່າງປ້າຍ, ຄຸມເຄື່ອງຈັກ, ໄຟຟ້າ / LED, ຜະລິດ, ປະກອບ, ຕິດຕັ້ງ, ຈັດສົ່ງ | ຂອງຂ້ອຍ: · ຜະລິດ: · ຈັດຊື້ ແລະ ສາງ: | ຮັບວຽກສະເພາະພະແນກຕົນ; ບໍ່ເຫັນລາຄາ / ເງິນ; ບໍ່ມີກະດານວຽກ |
ຜູ້ຊ່ວຍຊ່າງປ້າຍ ໃໝ່ (ຮ້ານນ້ອຍ) | ຜູ້ຊ່ວຍຊ່າງປ້າຍ, ຊ່າງປ້າຍ | ຄືຊ່າງ + ຜະລິດ: | ຮັບ-ສົ່ງວຽກທຸກພະແນກໃນສາຍຜະລິດ; ສ້າງການຮັບມອບໜ້າງານ (v1.25); ບໍ່ເຫັນລາຄາ |
ຫົວໜ້າຊ່າງປ້າຍ ໃໝ່ (ຮ້ານນ້ອຍ) | ຫົວໜ້າຊ່າງປ້າຍ | ຄືຊ່າງ + ຜະລິດ: | ຄືຜູ້ຊ່ວຍ + ມອບ / ຍ້າຍວຽກໃຫ້ທີມ; ບໍ່ເຫັນລາຄາ, ບໍ່ກວດ QC (SOP-02C) |
| ພະນັກງານອອກແບບ | ນັກອອກແບບກຣາຟິກ | ຂອງຂ້ອຍ: · ຂາຍ: (ເບິ່ງ) · ຈັດຊື້ ແລະ ສາງ: | ຂັ້ນ ອອກແບບ / ກວດໄຟລ໌ / ລູກຄ້າອະນຸມັດແບບ |
| ພະນັກງານ QC | ພະນັກງານກວດສອບຄຸນນະພາບ | ຜະລິດ: | ເຫັນຫົວວຽກ ແຕ່ບໍ່ເຫັນລາຄາ |
| ຜູ້ຈັດການຜະລິດ ແລະ ຍຸດທະສາດ | ຜູ້ຈັດການຝ່າຍຜະລິດ | ຜະລິດ: | ຄຸມຜະລິດເຕັມ; ຂາຍ / ການເງິນ ເບິ່ງຢ່າງດຽວ |
| ຜູ້ຈັດການ / ຜູ້ຊ່ວຍຜູ້ຈັດການ | ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ | ຄືກັນ + ໝວດຝ່າຍອື່ນ | ຜູ້ຊ່ວຍ: ອະນຸມັດ, ຈອງເຄື່ອງທັບ, Void ບໍ່ໄດ້ |
ກະດິງແຈ້ງເຕືອນ (ມຸມເທິງຂວາ)ທຸກຄົນເຫັນຈຳນວນທີ່ຍັງບໍ່ອ່ານ; ກົດລາຍການແລ້ວເປີດວຽກນັ້ນເລີຍ. ຕັ້ງແຕ່ v1.33 ວຽກທຸກຢ່າງເຂົ້າກະດິງ — ຊ່າງ: ຖືກມອບໝາຍ, ຂັ້ນຕອນພ້ອມເຮັດ, QC ບໍ່ຜ່ານ, ມີວຽກໃໝ່ໃນກອງ, ວຽກຖືກພັກ / ເຮັດຕໍ່ / ຍົກເລີກ, ຂັ້ນຕອນເກີນກຳນົດ, ມື້ນີ້ມີວຽກສົ່ງ / ຕິດຕັ້ງ (SOP-02). ຜູ້ຈັດການຜະລິດ: ມີວຽກລໍກວດ QC, ໃບສັ່ງວຽກໃໝ່ ລໍວາງແຜນ, ແຈ້ງບັນຫາ, ວຽກເກີນວັນທີຕ້ອງການ. ຫົວໜ້າສາຍງານ: ວຽກຂອງລູກທີມ (SOP-02D).
ຊ່າງທີ່ຍັງເປັນ "ພະນັກງານ (STAFF)" → ປ່ຽນເປັນ "ຊ່າງ" (ຫຼື ຊ່າງປ້າຍ ຂອງຮ້ານນ້ອຍ)STAFF ມີສິດງານຂາຍປົນຢູ່ (ລູກຄ້າ, ໃບສະເໜີລາຄາ). ADMIN ປ່ຽນບົດບາດທີ່ — ຕຳແໜ່ງເປັນພຽງຊື່, ບົດບາດກຳນົດສິດ.
ກະດານວຽກ (Kanban) — ສະແດງວຽກທຸກໃບເປັນຖັນຕາມສະຖານະ ພ້ອມແຈ້ງເຕືອນວຽກສ່ຽງ: ເລີຍກຳນົດ / ບັນຫາຄ້າງ / ລໍຖ້າກວດ QC / ລໍຖ້າແກ້ໄຂ — ຜູ້ຈັດການຜະລິດເປີດເບິ່ງທຸກເຊົ້າ. ຊ່າງບໍ່ມີເມນູນີ້.
SOP-01
ວາງແຜນວຽກ (ຜູ້ຈັດການຜະລິດ)
ເມນູ → ປຸ່ມ ວາງແຜນວຽກ
- ວຽກໃໝ່ (🔔 ໃບສັ່ງວຽກໃໝ່ … ລໍວາງແຜນ v1.33) → ເປີດໃບສັ່ງວຽກ → ກົດ ວາງແຜນວຽກ. ເລີ່ມໄວດ້ວຍ ໃຊ້ແມ່ແບບນີ້ (ປ້າຍ / ອີເວັນ / ງານພິມ / ນາມບັດ — ໃຊ້ໄດ້ສະເພາະຕອນຍັງບໍ່ມີຂັ້ນຕອນ) ຫຼື ເພີ່ມຂັ້ນຕອນ ເອງ. ແມ່ແບບ (v1.29): ຂັ້ນ ລູກຄ້າອະນຸມັດແບບ = ພະແນກ ອອກແບບ · ກຽມວັດສະດຸ = ພະແນກ ຜະລິດ.
- ຕໍ່ຂັ້ນຕອນ: ປະເພດ (ອອກແບບ, ກວດໄຟລ໌, ລູກຄ້າອະນຸມັດແບບ, ຜະລິດ, ພິມ, CNC / ເລເຊີ, ເຊື່ອມ, ພົ່ນສີ, ປະກອບ, QC, ຈັດສົ່ງ, ຕິດຕັ້ງ, ລູກຄ້າຮັບມອບວຽກ …) + ພະແນກ + ວັນຕາມແຜນ (ວັນສິ້ນສຸດ = ກຳນົດ KPI ຂອງຊ່າງ) + ຄຳແນະນຳການເຮັດວຽກ (ຊ່າງອ່ານອັນນີ້ — ຂຽນເຄື່ອງຈັກທີ່ຈະໃຊ້ໄວ້ນຳ) + ຮູບຫຼັກຖານ (ຢ່າງໜ້ອຍ N ຮູບ) + ຕ້ອງຜ່ານ QC ຫຼືບໍ່.
- ມອບໝາຍວຽກ: ລະບຸຊື່ຄົນ ຫຼື ປ່ອຍເປັນວຽກກາງຂອງພະແນກ (ຊ່າງໃນພະແນກແຍ່ງກັນຮັບ). ຈອງເຄື່ອງ ຖ້າຂັ້ນຕອນໃຊ້ເຄື່ອງຈັກ (ຈອງຊົນກັນ ຕ້ອງ override ພ້ອມເຫດຜົນ).
- ກົດ ປ່ອຍແຜນວຽກ → ລະບົບກວດ checklist (ມີຂັ້ນຕອນ, ທຸກຂັ້ນມີພະແນກ / ຜູ້ຮັບຜິດຊອບ, ວັນທີຖືກຕ້ອງ, ເຄື່ອງບໍ່ຊົນກັນ, ມີຄົນຮັບໄດ້ແທ້ v1.29 — ຂັ້ນທີ່ບໍ່ມອບໃຫ້ໃຜ ແລະ ພະແນກບໍ່ມີໃຜຮັບວຽກໄດ້ = ຖືກບລັອກ → ມອບໃຫ້ຄົນ ຫຼື ປ່ຽນພະແນກ) → ຂັ້ນຕອນທຳອິດພ້ອມໃຫ້ຮັບ ແລະ ຊ່າງທີ່ຖືກມອບໝາຍໄດ້ແຈ້ງເຕືອນທັນທີ (ວຽກກາງ: ທຸກຄົນໃນກອງໄດ້ “ມີວຽກໃໝ່ໃນກອງ”).
ປ່ອຍແຜນແລ້ວ ແກ້ໂຄງແຜນບໍ່ໄດ້ເພີ່ມ / ແກ້ / ລຶບຂັ້ນຕອນໄດ້ສະເພາະກ່ອນປ່ອຍ — ຫຼັງປ່ອຍເຫຼືອແຕ່ ມອບໝາຍ + ຈອງເຄື່ອງ + ຂ້າມຂັ້ນຕອນ (ຕ້ອງມີເຫດຜົນ).
ພັກວຽກ / ເຮັດວຽກຕໍ່ — ຢູ່ ພັກວຽກ (ຕ້ອງມີເຫດຜົນ): ວຽກຫາຍຈາກຄິວຊ່າງທັນທີ; ເຄື່ອງທີ່ກຳລັງເຮັດວຽກ ກັບເປັນ "ຈອງແລ້ວ" (ບໍ່ຖືກປ່ອຍຄືນ). ເຮັດວຽກຕໍ່: ວຽກກັບມາຄິວດ້ວຍສະຖານະເດີມ — ຖ້າມີເຄື່ອງຈັກ ຊ່າງກົດ ເລີ່ມເຄື່ອງຈັກຄືນ ໃນໜ້າວຽກ (ບໍ່ໃຊ້ເຄື່ອງແລ້ວ ສົ່ງວຽກໄດ້ເລີຍ ລະບົບປ່ອຍເຄື່ອງໃຫ້ເອງ).
ຍົກເລີກວຽກ = ເຈົ້າຂອງ / ADMIN ເທົ່ານັ້ນຜູ້ຈັດການຜະລິດ ພັກວຽກໄດ້ ແຕ່ຍົກເລີກບໍ່ໄດ້.
ວັນທີຕ້ອງການວຽກ = ຊ່ອງບັງຄັບ (v1.22) ໃໝ່ເປີດໃບສັ່ງວຽກຈາກໃບສະເໜີລາຄາ ຕ້ອງໃສ່ ວັນທີຕ້ອງການວຽກ. KPI ທັນກຳນົດຂອງຊ່າງ ໃຊ້ວັນສິ້ນສຸດຕາມແຜນຂອງຂັ້ນຕອນ — ຖ້າບໍ່ໄດ້ໃສ່ ໃຊ້ວັນທີຕ້ອງການວຽກ. ໃສ່ວັນຕາມແຜນໃຫ້ສົມເຫດສົມຜົນ ຊ່າງຈະບໍ່ເສຍຄະແນນທີ່ບໍ່ແມ່ນຄວາມຜິດຂອງເຂົາ. ຮ້ານນ້ອຍ: ຫົວໜ້າຊ່າງປ້າຍ ມອບ / ຍ້າຍຂັ້ນຕອນໃຫ້ທີມພາຍຫຼັງໄດ້ (SOP-02C).
SOP-02
ວຽກຂອງຂ້ອຍ (ຊ່າງ · ພະນັກງານອອກແບບ)
ເມນູ
- ເປີດ (ມືຖື: ປຸ່ມ ວຽກຂອງຂ້ອຍ ຢູ່ແຖບລຸ່ມ) — ເຫັນວຽກທີ່ມອບໃຫ້ເຮົາ + ວຽກຂອງພະແນກທີ່ຍັງບໍ່ມີເຈົ້າພາບ (ປ້າຍ "ວຽກຂອງພະແນກ"). ຊ່າງເຫັນສະເພາະພະແນກຕົນ; ຜູ້ຊ່ວຍ / ຫົວໜ້າຊ່າງປ້າຍ ເຫັນທຸກພະແນກໃນສາຍຜະລິດ. ຮຽງ: ຕ້ອງແກ້ໄຂ → ຕິດບັນຫາ → ກຳລັງເຮັດ → ຮັບແລ້ວ → ພ້ອມຮັບ.
- ກົດເຂົ້າວຽກ → ອ່ານຄຳແນະນຳການເຮັດວຽກ + ຮູບອ້າງອີງດີໄຊນ໌ → ກົດ ຮັບວຽກ (ວຽກພະແນກ: ໃຜກົດກ່ອນໄດ້ກ່ອນ ແລ້ວກາຍເປັນວຽກຂອງຄົນນັ້ນ).
- ກົດ ເລີ່ມວຽກ ຕອນລົງມືແທ້ — ຖ້າຂັ້ນຕອນມີເຄື່ອງຈັກ ລະບົບຈັບຈອງເຄື່ອງໃຫ້ (ເຄື່ອງບໍ່ຫວ່າງ / ກຳລັງສ້ອມ = ເລີ່ມບໍ່ໄດ້). ວຽກທີ່ຖືກພັກ ແລ້ວເຮັດວຽກຕໍ່: ໜ້າວຽກຂຶ້ນແຖບເຕືອນວ່າເຄື່ອງຖືກພັກໄວ້ → ກົດ ເລີ່ມເຄື່ອງຈັກຄືນ ກ່ອນເຮັດຕໍ່ (ບໍ່ໃຊ້ເຄື່ອງແລ້ວ ສົ່ງວຽກໄດ້ເລີຍ ລະບົບປ່ອຍເຄື່ອງໃຫ້)
- ຖ່າຍຮູບລະຫວ່າງເຮັດ: ເພີ່ມຮູບ ເລືອກປະເພດ (ກ່ອນເຮັດວຽກ / ລະຫວ່າງເຮັດວຽກ / ວຽກສຳເລັດ) — ວຽກທີ່ບັງຄັບຮູບ ຕ້ອງມີຮູບຄົບກ່ອນຈຶ່ງສົ່ງໄດ້. JPEG / PNG / WebP ບໍ່ເກີນ 10 MB — HEIC ຈາກ iPhone ໃຊ້ບໍ່ໄດ້.
- ເຮັດແລ້ວ: ໃສ່ ບັນທຶກການເຮັດວຽກ → ກົດ ສົ່ງກວດ QC ຫຼື ປິດວຽກ (ຂັ້ນທີ່ບໍ່ຕ້ອງກວດ) — ສົ່ງແລ້ວຮູບຖືກລັອກ ລຶບບໍ່ໄດ້.
- QC ບໍ່ຜ່ານ → ໄດ້ແຈ້ງເຕືອນ, ວຽກກັບມາຫົວຄິວ ປ້າຍ "ຕ້ອງແກ້ໄຂ" → ອ່ານເຫດຜົນ + ຮູບຈຸດບົກຜ່ອງ → ເລີ່ມແກ້ໄຂ → ແກ້ → ສົ່ງກວດໃໝ່.
ແຈ້ງເຕືອນທີ່ຊ່າງໄດ້ຮັບ"ທ່ານໄດ້ຮັບມອບໝາຍ: ວຽກ … ຂັ້ນຕອນ …" (ຈາກຜູ້ຈັດການ ຫຼື ຫົວໜ້າຊ່າງປ້າຍ) · "ຂັ້ນຕອນ … ພ້ອມໃຫ້ເຮັດແລ້ວ" · "ຂັ້ນຕອນ … ບໍ່ຜ່ານ QC — ຕ້ອງແກ້ໄຂ". ໃໝ່ v1.33 ມີວຽກໃໝ່ໃນກອງ — ທຸກຄົນທີ່ຮັບວຽກນັ້ນໄດ້ (ໃຜກົດຮັບກ່ອນໄດ້ກ່ອນ) · ວຽກ ຖືກພັກ / ເຮັດຕໍ່ໄດ້ແລ້ວ / ຖືກຍົກເລີກ — ຊ່າງທີ່ມີຂັ້ນຕອນຄ້າງໃນວຽກນັ້ນ · ມື້ລະເທື່ອ: ຂັ້ນຕອນເກີນກຳນົດ ແລະ ມື້ນີ້ມີວຽກສົ່ງ / ຕິດຕັ້ງ.
ວຽກຂອງໃຜຄົນນັ້ນກົດຮັບວຽກແລ້ວ ຄົນອື່ນມາກົດ ເລີ່ມ / ສົ່ງ ແທນບໍ່ໄດ້ — ຢ່າຝາກກັນກົດ ຢ່າໃຊ້ບັນຊີຄົນອື່ນ. ທຸກຂັ້ນທີ່ກົດຮັບ ແລະ ສົ່ງໃນລະບົບ ນັບເຂົ້າ KPI ຂອງຄົນທີ່ຖືຂັ້ນຕອນນັ້ນ (SOP-09).
SOP-02B
ວຽກອອກແບບ ແລະ ຮູບອ້າງອີງດີໄຊນ໌
ເມນູ
ພະນັກງານອອກແບບເຮັດຂັ້ນ ອອກແບບ → ກວດໄຟລ໌ → ລູກຄ້າອະນຸມັດແບບ ຕາມຂັ້ນຕອນ SOP-02 (ຮັບ → ເລີ່ມ → ແນບຮູບ → ສົ່ງວຽກ). ຂັ້ນ ລູກຄ້າອະນຸມັດແບບ ຢູ່ກອງວຽກພະແນກ ອອກແບບ (v1.29): ຜູ້ຂາຍສົ່ງ proof ໃຫ້ລູກຄ້າ → ລູກຄ້າຕົກລົງ → ນັກອອກແບບປິດຂັ້ນເອງ. ຕິດຕໍ່ລູກຄ້າເພື່ອຂໍອະນຸມັດແບບໄດ້ຈາກເມນູ (ເບິ່ງຢ່າງດຽວ; ມືຖື: ປຸ່ມ ລູກຄ້າ ຢູ່ແຖບລຸ່ມ).
- ໃນໜ້າຂັ້ນຕອນ ອອກແບບ / ກວດໄຟລ໌ / ລູກຄ້າອະນຸມັດແບບ ທີ່ມອບໃຫ້ເຮົາ → ເພີ່ມຮູບອ້າງອີງ.
- ໃສ່ຄຳອະທິບາຍ ເຊັ່ນ ດ້ານໜ້າ / ຂະໜາດ / ສີ — ຮູບໃຊ້ຮ່ວມກັນທຸກຂັ້ນຕອນຂອງໃບສັ່ງວຽກ.
- ຊ່າງທຸກຂັ້ນຕອນເຫັນຮູບນີ້ໃນ ; ຜູ້ຈັດການເຫັນໃນໜ້າໃບສັ່ງວຽກ.
ພະນັກງານອອກແບບເຫັນຫຍັງວຽກຂອງຂ້ອຍ, ລູກຄ້າ (ເບິ່ງ), ວັດສະດຸ / ສະຕັອກ. ບໍ່ເຫັນ ລາຄາ, ໃບສະເໜີລາຄາ, ໃບສັ່ງວຽກ.
ລຶບຮູບອ້າງອີງລຶບໄດ້ສະເພາະຜູ້ຈັດການຜະລິດ ຈາກໜ້າໃບສັ່ງວຽກ — ກວດໃຫ້ແນ່ກ່ອນອັບ. JPEG / PNG / WebP ≤ 10 MB.
SOP-02C
ຮ້ານນ້ອຍ: ຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍຊ່າງປ້າຍ ໃໝ່ v1.23
ເມນູ
ສຳລັບຮ້ານປ້າຍນ້ອຍທີ່ບໍ່ແຍກພະແນກພິມ / ປະກອບ / ຕິດຕັ້ງ: ຫົວໜ້າຊ່າງປ້າຍ 1 ຄົນ ແລະ ຜູ້ຊ່ວຍຈັກຄົນ ເຮັດທຸກຂັ້ນຕອນຜະລິດ. ສາຍຜະລິດ = ພະແນກ ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ (ຄ່າເລີ່ມຕົ້ນ) — ອອກແບບ ແລະ QC ຍັງແຍກ.
ຜູ້ຊ່ວຍ + ຫົວໜ້າ — ເມນູ
- ເຫັນ ແລະ ຮັບວຽກທີ່ພ້ອມ ຂອງທຸກພະແນກໃນສາຍຜະລິດ (ຊ່າງທຳມະດາ ຍັງຮັບໄດ້ສະເພາະພະແນກຕົນ).
- ເຮັດຄືເກົ່າ: ຮັບວຽກ → ເລີ່ມວຽກ → ຖ່າຍຮູບ → ສົ່ງວຽກ (SOP-02). ບໍ່ເຫັນລາຄາ ຫຼື ຍອດເງິນ.
- ໄປຕິດຕັ້ງໄດ້ເລີຍ v1.25: ເປີດ → ສ້າງການຮັບມອບ ໃຫ້ລູກຄ້າເຊັນຮັບໜ້າງານ ຫຼື ບັນທຶກ ບໍ່ມີຜູ້ຮັບມອບ (SOP-06) — ບໍ່ຕ້ອງເພີ່ມສິດລາຍຄົນ. ອະນຸມັດ / ຍົກເລີກການຮັບມອບ ແລະ ນັດໝາຍ ຍັງເປັນຂອງຜູ້ຈັດການ.
ຫົວໜ້າຊ່າງປ້າຍ — ເມນູ
- ກ່ອງ ທີມ: ທຸກຄົນໃນສາຍຜະລິດ ພ້ອມ "ກຳລັງຖື N ຂັ້ນ" — ເບິ່ງວ່າໃຜວ່າງ.
- ລາຍການທຸກຂັ້ນຕອນທີ່ເປີດ (ບໍ່ມີລາຄາ): ໃຜຖື ຫຼື ຍັງບໍ່ມີຄົນຮັບ, ກຳນົດ, ບັນຫາຢຸດວຽກ, ແກ້ຄັ້ງທີ — ຕ້ອງແກ້ໄຂ ແລະ ຕິດບັນຫາ ຢູ່ເທິງ; ກອງຕາມສະຖານະໄດ້.
- ກົດ ມອບໃຫ້ → ເລືອກຄົນ ຫຼື ຄືນເຂົ້າກອງກາງ (ໃຜກໍຮັບໄດ້) → ຄົນນັ້ນໄດ້ແຈ້ງເຕືອນ ແລ້ວກົດ ຮັບວຽກ ໃນ ວຽກຂອງຂ້ອຍ.
- ບັນຫາທີ່ຢຸດວຽກ → (SOP-03).
ວຽກ "ກຳລັງເຮັດ" ຍ້າຍບໍ່ໄດ້ຢູ່ກັບຄົນທີ່ເລີ່ມ. ຍ້າຍວຽກທີ່ ຮັບແລ້ວ ໃຫ້ຄົນອື່ນ → ກັບເປັນ ພ້ອມຮັບ ໃຫ້ຄົນໃໝ່ກົດຮັບ. ຂັ້ນ ລູກຄ້າຮັບມອບ ບໍ່ຢູ່ໃນໜ້ານີ້.
ບໍ່ເຫັນລາຄາ · ບໍ່ກວດ QCຫົວໜ້າຊ່າງປ້າຍ ບໍ່ມີໜ້າໃບສັ່ງວຽກ ແລະ ກະດານວຽກ. ຮ້ານບໍ່ມີພະນັກງານ QC: ADMIN ເພີ່ມສິດລາຍຄົນ qc.view + qc.inspect ໃຫ້ຫົວໜ້າ. ການວາງແຜນວຽກ ຍັງເປັນຂອງຜູ້ຈັດການ / ຜູ້ຈັດການຜະລິດ.
ພະແນກໃດຢູ່ໃນສາຍຜະລິດ → ສະວິດ ສາຍຜະລິດ (ADMIN ຕັ້ງ).
SOP-02D
ຫົວໜ້າສາຍງານ ແລະ ໃບຕັກເຕືອນ ໃໝ່ v1.33 / v1.34
ເມນູ
ຫົວໜ້າສາຍງານ = ຄົນໃນພະແນກດຽວກັນ ທີ່ຕຳແໜ່ງຕິກ ເປັນລະດັບຜູ້ຈັດການ ( — ເຊັ່ນ ຫົວໜ້າຊ່າງປ້າຍ, ຜູ້ຈັດການຝ່າຍຜະລິດ) ແລະ ຜູ້ໃຫ້ຄະແນນ KPI ຂອງພະແນກນັ້ນ.
🔔 ຫົວໜ້າສາຍງານໄດ້ແຈ້ງເຕືອນ “ລູກທີມ …” (v1.33)ເມື່ອວຽກຂອງລູກທີມ ພ້ອມເຮັດ · ເຮັດແລ້ວ (ຫຼື ສົ່ງ QC) · ບໍ່ຜ່ານ QC · ເກີນກຳນົດ (ມື້ລະເທື່ອ) · ເມື່ອລູກທີມແຈ້ງບັນຫາ · ເມື່ອມີວຽກໃໝ່ໃນກອງຂອງພະແນກ. ຮ້ານນ້ອຍ: ຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍ ຢູ່ພະແນກ ຜະລິດ ດຽວກັນ → ຫົວໜ້າຮູ້ທຸກຂັ້ນຂອງທີມ.
ສະເໜີໃບຕັກເຕືອນ (v1.34) — ຫົວໜ້າສາຍງານ · ຜູ້ຈັດການຜະລິດ
- → ສະເໜີໃບຕັກເຕືອນ.
- ເລືອກ ພະນັກງານ, ວັນທີເກີດເຫດ, ປະເພດຄວາມຜິດ (ການມາວຽກ / ມາຊ້າ, ເຮັດວຽກຜິດພາດ, ຄຸນນະພາບວຽກ, ຄວາມປອດໄພ, ພຶດຕິກຳ / ມາລະຍາດ, ເຮັດຊັບສິນເສຍຫາຍ, ອື່ນໆ) ແລະ ລະດັບ (ຕັກເຕືອນດ້ວຍວາຈາ / ໜັງສືຕັກເຕືອນ ຄັ້ງທີ 1 / ຄັ້ງທີ 2 / ຕັກເຕືອນຄັ້ງສຸດທ້າຍ).
- ຂຽນ ເກີດຫຍັງຂຶ້ນ + ສິ່ງທີ່ຕ້ອງປັບປຸງ → ສົ່ງ.
- HR / ເຈົ້າຂອງ ອະນຸມັດ ຫຼື ບໍ່ອະນຸມັດ (ຕ້ອງມີເຫດຜົນ) → ທ່ານໄດ້ແຈ້ງເຕືອນຜົນ ແລະ ເມື່ອພະນັກງານກົດ ຮັບຊາບ. ພິມໃບຕັກເຕືອນ 3 ລາຍເຊັນ (ພະນັກງານ, ຫົວໜ້າ / ຜູ້ສະເໜີ, HR / ຜູ້ອະນຸມັດ).
ທີມ = ພະແນກດຽວກັນຫົວໜ້າສາຍງານ ເລືອກໄດ້ສະເພາະລູກທີມໃນພະແນກຂອງຕົນ (ຫຼື ກຸ່ມ KPI ທີ່ຕົນໃຫ້ຄະແນນ). ຜູ້ຈັດການຜະລິດ (ສິດ ສະເໜີໃບຕັກເຕືອນ) ສະເໜີໄດ້ທຸກຄົນ. ຕັກເຕືອນຕົນເອງ ຫຼື ອະນຸມັດໃບທີ່ຕົນສະເໜີ ບໍ່ໄດ້.
ພະນັກງານເຫັນຫຍັງ: ກົດ ຮັບຊາບ ແລະ ຂຽນຊີ້ແຈງໄດ້ 1 ເທື່ອ. ນັບໃນ KBI ໃບຕັກເຕືອນ ຂອງເດືອນທີ່ເກີດເຫດ (SOP-09) — ບໍ່ຫັກເງິນເດືອນ (v1.34.1).
SOP-03
ແຈ້ງບັນຫາໜ້າວຽກ ແລະ ແກ້ໄຂ
ປຸ່ມ ແຈ້ງບັນຫາ · ເມນູ
ຊ່າງ — ປຸ່ມ ແຈ້ງບັນຫາ ໃນໜ້າວຽກ
- ພົບບັນຫາ → ກົດ ແຈ້ງບັນຫາ → ເລືອກປະເພດ: ວັດສະດຸຂາດ/ບໍ່ພໍ · ວັດສະດຸບໍ່ຖືກຕ້ອງ · ເຄື່ອງຈັກມີບັນຫາ · ແບບມີບັນຫາ · ຂະໜາດ/ການວັດຜິດ · ຄຸນນະພາບວຽກມີບັນຫາ · ຄວາມປອດໄພ · ລູກຄ້າຂໍປ່ຽນແປງ · ອື່ນໆ.
- ເລືອກຄວາມຮຸນແຮງ (ຕ່ຳ / ປານກາງ / ສູງ / ວິກິດ) + ອະທິບາຍ.
- ເຮັດຕໍ່ບໍ່ໄດ້ແທ້ → ເປີດ ຢຸດວຽກລໍຖ້າແກ້ໄຂ — ຂັ້ນຕອນເປັນ "ຕິດບັນຫາ". ບັນຫາທົ່ວໄປແຈ້ງແບບບໍ່ຢຸດວຽກກໍພໍ. 🔔 ຜູ້ຈັດການ ແລະ ຫົວໜ້າສາຍງານ ໄດ້ແຈ້ງເຕືອນທັນທີ (v1.33).
ຜູ້ຈັດການ · ພະນັກງານ QC — ເມນູ ຜະລິດ → ບັນຫາທີ່ແຈ້ງ
- ຕົວກອງ ລໍຖ້າດຳເນີນການ / ສະເພາະທີ່ຢຸດວຽກ → ກົດ ຮັບເລື່ອງ.
- ແກ້ບັນຫາຕົວຈິງ → ແກ້ໄຂແລ້ວ + ບັນທຶກການແກ້ໄຂ (ເຊັ່ນ "ສັ່ງວັດສະດຸເພີ່ມ ຮັບເຂົ້າສາງແລ້ວ").
- ແຈ້ງຜິດ ຫຼື ບັນຫາຫາຍໄປເອງ → ຍົກເລີກບັນຫາ (ເຫດຜົນບໍ່ບັງຄັບ).
ວຽກປົດລັອກເອງເມື່ອບັນຫາທີ່ຢຸດວຽກຂອງຂັ້ນຕອນນັ້ນ ແກ້ໄຂ / ຍົກເລີກ ຄົບທຸກເລື່ອງ → ຂັ້ນຕອນກັບໄປສະຖານະເດີມ ຊ່າງເຮັດຕໍ່ໄດ້ທັນທີ. ໜ້າໃບສັ່ງວຽກກໍມີກ່ອງສະຫຼຸບບັນຫາທີ່ຍັງເປີດ. (ສະບັບ 1.0 ບອກວ່າຕ້ອງໃຫ້ຜູ້ດູແລລະບົບປົດ — ບໍ່ຈິງແລ້ວ.)
SOP-04
ກວດຄຸນນະພາບ (QC)
ເມນູ
- 🔔 ມີວຽກລໍກວດ QC v1.33 → ກົດ = ເປີດໜ້າກວດເລີຍ; ຫຼື ເປີດຄິວ (ຄ່າເລີ່ມຕົ້ນ: ດ່ວນກ່ອນ) → ກົດ ກວດວຽກ. ເຫັນ ເລກວຽກ, ຊື່ວຽກ, ລູກຄ້າ, ຄວາມຮີບດ່ວນ, ກຳນົດສົ່ງ.
- ເບິ່ງຮູບຫຼັກຖານຂອງຊ່າງ + ກວດຂອງຈິງ → ຕື່ມ Checklist (ຂະໜາດ ແລະ ຕຳແໜ່ງ, ສີ ແລະ ວຽກພິມ, ວັດສະດຸ, ວຽກປະກອບ, ລະບົບໄຟ, ຄວາມສະອາດ, ຄວາມແຂງແຮງ, ຄວາມຄົບຖ້ວນ).
- ຕັດສິນ: ຜ່ານ · ຜ່ານພ້ອມໝາຍເຫດ (ໝາຍເຫດບັງຄັບ) · ບໍ່ຜ່ານ — ຕ້ອງມີຮູບຈຸດບົກຜ່ອງຢ່າງໜ້ອຍ 1 ຮູບ + ເຫດຜົນ + ຄວາມຮຸນແຮງ.
- ບໍ່ຜ່ານ → ວຽກກັບໄປຊ່າງຄົນເດີມ (ໄດ້ແຈ້ງເຕືອນ) ນັບຮອບແກ້ໄຂ → ກວດຊ້ຳຈົນຜ່ານ.
ທຸກຄົນທີ່ກວດ QC ໄດ້: 🔔 + ກົດ "ບໍ່ຜ່ານ" ໄດ້ພະນັກງານ QC, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ — ໄດ້ແຈ້ງເຕືອນ ລໍກວດ QC ທຸກຄົນ ແລະ ມີສິດອັບຮູບມາພ້ອມ. ຮ້ານທີ່ບໍ່ມີ QC ເຕັມເວລາ: ຜູ້ຈັດການຜະລິດເປັນຄົນກວດ.
ບໍ່ຜ່ານ → ໃບແຈ້ງບັນຫາສ້າງໃຫ້ເອງລະບົບເປີດບັນຫາ "ຄຸນນະພາບວຽກມີບັນຫາ" (ບໍ່ຢຸດວຽກ) ຂອງຂັ້ນຕອນທີ່ບໍ່ຜ່ານໃຫ້ເອງ — ຕິດຕາມໄດ້ທີ່ . ຖ້າຍັງຂຶ້ນ "ສ້າງໃບແຈ້ງບັນຫາບໍ່ສຳເລັດ" (ບໍ່ຄວນເກີດແລ້ວ): ຜົນກວດຖືກບັນທຶກແລ້ວ ບໍ່ຕ້ອງກົດຊ້ຳ — ແຈ້ງຜູ້ດູແລລະບົບ.
ຜົນກວດແກ້ຍ້ອນຫຼັງບໍ່ໄດ້ກວດຊ້ຳ = ບັນທຶກໃໝ່ — ປະຫວັດຄົບທຸກຮອບ. ພະນັກງານ QC ບໍ່ເຫັນລາຄາ ແລະ ເປີດໜ້າໃບສັ່ງວຽກບໍ່ໄດ້.
SOP-05
ນັດໝາຍ ແລະ ສົ່ງມອບ / ຕິດຕັ້ງ
ຜູ້ຈັດການຜະລິດ — ເມນູ
- ເປີດວຽກ → ແກ້ໄຂນັດໝາຍ: ວັນ ແລະ ເວລານັດໝາຍ (ບັງຄັບ), ສະຖານທີ່, ຜູ້ປະສານງານລູກຄ້າ + ເບີ, ບັນທຶກເຖິງທີມງານ.
- ເລືອກນະໂຍບາຍຮູບຜູ້ຮັບມອບ: ບໍ່ບັງຄັບ / ບັງຄັບຖ່າຍຮູບ / ຖ່າຍຮູບ ຫຼື ລະບຸເຫດຜົນ (ຄ່າເລີ່ມຕົ້ນ ວຽກຕິດຕັ້ງ = ຖ່າຍຮູບ ຫຼື ລະບຸເຫດຜົນ).
- ບັນທຶກນັດໝາຍ — ບໍ່ບັນທຶກ = ທີມເລີ່ມວຽກສົ່ງມອບບໍ່ໄດ້.
ທີມຕິດຕັ້ງ / ຈັດສົ່ງ — ເມນູ
- ໃນວຽກເຫັນ ຂໍ້ມູນສົ່ງມອບ/ຕິດຕັ້ງ: ນັດໝາຍ + ສະຖານທີ່. ມື້ນັດ 🔔 ມື້ນີ້ມີວຽກສົ່ງ / ຕິດຕັ້ງ (v1.33).
- ຮັບວຽກ → ມື້ນັດ ເລີ່ມວຽກ (ປຸ່ມປິດ ພ້ອມປ້າຍ "ຍັງບໍ່ກຳນົດນັດໝາຍ" ຖ້າຍັງບໍ່ນັດ).
- ຖ່າຍຮູບ: ກ່ອນຕິດຕັ້ງ / ລະຫວ່າງຕິດຕັ້ງ / ຫຼັງຕິດຕັ້ງ / ຮູບສະຖານທີ່.
- ຈົບວຽກສົ່ງມອບ — ຕ້ອງມີຮູບ ຫຼັງຕິດຕັ້ງ / ຫຼັກຖານສົ່ງມອບ ຢ່າງໜ້ອຍ 1 (v1.29) → ຕໍ່ດ້ວຍ ລູກຄ້າຮັບມອບ (SOP-06).
ຖ່າຍຮູບສະຖານທີ່ໄວ້ສະເໝີຖ້າບໍ່ມີຜູ້ຮັບມອບ ຕ້ອງມີຮູບວຽກ ≥ 2 + ຮູບສະຖານທີ່ ≥ 1. ລືມຖ່າຍ? ຫຼັງຈົບແລ້ວ ຍັງເພີ່ມຮູບ ຫຼັງຕິດຕັ້ງ / ຫຼັກຖານສົ່ງມອບ / ສະຖານທີ່ ໄດ້ທີ່ ຈົນກວ່າລູກຄ້າຮັບມອບ (v1.29).
SOP-06
ລູກຄ້າຮັບມອບວຽກ (DA)
→ ສ້າງການຮັບມອບ
- ວຽກຢູ່ຂັ້ນສົ່ງມອບ + ມີຮູບວຽກສຳເລັດ → ກົດ ສ້າງການຮັບມອບ → ໄດ້ລິ້ງ (ໃຊ້ໄດ້ຄັ້ງດຽວ ໝົດອາຍຸ 2 ຊົ່ວໂມງ).
- ເປີດເທິງເຄື່ອງນີ້ ຍື່ນມືຖືໃຫ້ລູກຄ້າ ຫຼື ຄັດລອກລິ້ງ ສົ່ງໃຫ້ລູກຄ້າ / ທີມໜ້າງານ.
- ລູກຄ້າ: ເລືອກຜົນ → ພິມຊື່ → ເຊັນເທິງຈໍ → ຖ່າຍຮູບຜູ້ຮັບ (ຕາມນະໂຍບາຍ) → ຢືນຢັນ → ໄດ້ເລກ DA. ໜ້ານີ້ບໍ່ສະແດງລາຄາໃດໆ.
- ບໍ່ມີຜູ້ຮັບມອບ? ກົດ ບໍ່ມີຜູ້ຮັບມອບ: ຜູ້ປະສານງານ + ການຕິດຕໍ່ + ເຫດຜົນ + ຮູບວຽກ ≥ 2 + ຮູບສະຖານທີ່ ≥ 1 → ລໍຜູ້ຈັດການອະນຸມັດ (ຜູ້ອະນຸມັດໄດ້ແຈ້ງເຕືອນ; ຜູ້ບັນທຶກໄດ້ແຈ້ງເຕືອນເມື່ອອະນຸມັດ).
| ຜົນການຮັບມອບ | ຜົນຕໍ່ວຽກ |
| ຮັບມອບຄົບຖ້ວນ | ວຽກປິດແລ້ວ ອັດຕະໂນມັດ |
| ຮັບມອບບາງສ່ວນ | ເປີດບັນຫາ (ບໍ່ຢຸດວຽກ) → ສ້າງການຮັບມອບໃໝ່ພາຍຫຼັງ |
| ຮັບມອບແບບມີບັນຫາ / ບໍ່ຮັບມອບ | ຂັ້ນຮັບມອບ "ຕິດບັນຫາ" → ແກ້ທີ່ → ປົດລັອກເອງ → ສ້າງການຮັບມອບໃໝ່ |
ໃຜສ້າງການຮັບມອບໄດ້ຜູ້ຈັດການຜະລິດ, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ — ສ້າງຈາກຫ້ອງການແລ້ວສົ່ງລິ້ງໄດ້. ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ສ້າງເອງໜ້າງານໄດ້ເລີຍ (v1.25). ບົດບາດ ຊ່າງ ບໍ່ມີສິດນີ້ມາພ້ອມ: ຊ່າງທີ່ຕ້ອງສ້າງເອງໜ້າງານ ໃຫ້ ADMIN ເປີດສິດລາຍຄົນ 2 ອັນ (ຕອນ 13).
ລູກຄ້າ "ບໍ່ຮັບມອບ" ບໍ່ແມ່ນທາງຕັນອີກແກ້ບັນຫາທີ່ ບັນຫາທີ່ແຈ້ງ ແລ້ວສ້າງການຮັບມອບໃໝ່. ລິ້ງໝົດອາຍຸ ສ້າງໃໝ່ໄດ້ທຸກເວລາ. Void ໃບຮັບມອບ = ຜູ້ຈັດການ / ເຈົ້າຂອງ / ADMIN.
SOP-07
ເຄື່ອງຈັກ
ເມນູ
- ຊ່າງບໍ່ຕ້ອງເຮັດຫຍັງກັບເຄື່ອງໃນລະບົບ — ກົດ ເລີ່ມວຽກ ເຄື່ອງຖືກຈັບຈອງເອງ, ສົ່ງວຽກແລ້ວເຄື່ອງຫວ່າງທັນທີ (ບໍ່ລໍ QC). ບົດບາດ ຊ່າງ ເບິ່ງກະດານເຄື່ອງໄດ້ (ເບິ່ງຢ່າງດຽວ).
- ກະດານເຄື່ອງຈັກ: ຫວ່າງ / ຈອງແລ້ວ / ກຳລັງເຮັດວຽກ / ສ້ອມແປງບຳລຸງ / ປິດໃຊ້ງານ + ວຽກທີ່ກຳລັງເຮັດ + ຄິວຖັດໄປ.
- ຜູ້ຈັດການຜະລິດ: ຈອງເຄື່ອງຕອນວາງແຜນ (ຈອງຊົນກັນ = ຢືນຢັນຈອງທັບ (override) + ເຫດຜົນ) · ບັນທຶກສ້ອມແປງບຳລຸງ. ຈອງທັບໄດ້ສະເພາະ ຜູ້ຈັດການ ແລະ ຜູ້ຈັດການຜະລິດ — ຜູ້ຊ່ວຍຜູ້ຈັດການຈອງໄດ້ ແຕ່ຈອງທັບບໍ່ໄດ້.
- ເຄື່ອງທີ່ວຽກອື່ນກຳລັງໃຊ້ ຈອງທັບເວລາປັດຈຸບັນບໍ່ໄດ້ເດັດຂາດ — ປະສານກັນ ລໍວຽກນັ້ນສົ່ງວຽກກ່ອນ.
- ພັກວຽກທີ່ກຳລັງໃຊ້ເຄື່ອງ: ເຄື່ອງກັບເປັນ "ຈອງແລ້ວ" — ຫຼັງ ເຮັດວຽກຕໍ່ ຊ່າງກົດ ເລີ່ມເຄື່ອງຈັກຄືນ ໃນໜ້າວຽກ; ບໍ່ໃຊ້ເຄື່ອງແລ້ວ ສົ່ງວຽກໄດ້ເລີຍ — ລະບົບປ່ອຍເຄື່ອງໃຫ້ເອງ.
ໜ້າ ວຽກຂອງຂ້ອຍ ຍັງບໍ່ສະແດງຊື່ເຄື່ອງຂຽນເຄື່ອງທີ່ຈະໃຊ້ໄວ້ໃນຄຳແນະນຳການເຮັດວຽກ ຫຼື ແຈ້ງຊ່າງ; ຊ່າງກວດໄດ້ທີ່ເມນູ .
SOP-08
ວັດສະດຸ (ມຸມຝ່າຍຜະລິດ)
| ສະຖານະການ | ເຮັດແນວໃດ | ເມນູ |
| ເບີກວັດສະດຸ | ລະບົບຍັງບໍ່ມີໃບເບີກຈາກຊ່າງ — ແຈ້ງສາງ ບອກເລກ JO + ລາຍການ; ສາງບັນທຶກເບີກອອກຜູກກັບວຽກ | (ສາງ) ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ເບີກ |
| ເບິ່ງຍອດຄົງເຫຼືອ | ຊ່າງ ແລະ ພະນັກງານອອກແບບ ເບິ່ງຍອດສະຕັອກໄດ້ແລ້ວ (ບໍ່ມີຕົ້ນທຶນ, ແກ້ບໍ່ໄດ້) | ຈັດຊື້ ແລະ ສາງ → ສະຕັອກວັດສະດຸ |
| ວັດສະດຸຂາດ / ບໍ່ພໍ ລະຫວ່າງເຮັດ | ແຈ້ງບັນຫາ ປະເພດ "ວັດສະດຸຂາດ/ບໍ່ພໍ" ໃນໜ້າວຽກ (SOP-03) | ຂອງຂ້ອຍ → ວຽກຂອງຂ້ອຍ → ແຈ້ງບັນຫາ |
| ຕ້ອງການຊື້ຂອງ | ຊ່າງສ້າງໃບຂໍຊື້ໄດ້ເອງ → ລໍອະນຸມັດ | ຈັດຊື້ ແລະ ສາງ → ໃບຂໍຊື້ |
| ພົບວັດສະດຸທີ່ບໍ່ມີໃນລະບົບ | ຖ່າຍຮູບ + ຊື່ທີ່ເອີ້ນ + ຂະໜາດ / ຍີ່ຫໍ້ເທົ່າທີ່ຮູ້ → ສົ່ງກວດ (ຫ້າມ HEIC) | ຈັດຊື້ ແລະ ສາງ → ແຈ້ງວັດສະດຸໃໝ່ (NMR) |
| ຂອງເຫຼືອຈາກວຽກ | ສົ່ງຄືນສາງ ບອກເລກ JO — ຢ່າປະໄວ້ໜ້າງານ | (ສາງ) ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ຮັບຄືນ |
SOP-09
ຜົນງານຂອງຂ້ອຍ (KPI) ໃໝ່
ເມນູ
ທຸກຄົນໃນກຸ່ມ ຝ່າຍຜະລິດ (ພະແນກ ອອກແບບ, ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ) ຖືກປະເມີນທຸກເດືອນ: KPI 70% ລະບົບນັບເອງຈາກວຽກຈິງ + KBI 30% ພຶດຕິກຳ.
| ຕົວຊີ້ວັດ | ນ້ຳໜັກ | ເປົ້າ | ລະບົບນັບແນວໃດ |
| ວຽກສຳເລັດທັນກຳນົດ (%) | 30 | 90% | ຂັ້ນທີ່ສຳເລັດ ບໍ່ເກີນວັນສິ້ນສຸດຕາມແຜນຂອງຂັ້ນຕອນ (ບໍ່ມີ = ວັນທີຕ້ອງການວຽກ ຂອງໃບສັ່ງວຽກ) |
| QC ຜ່ານເທື່ອທຳອິດ (%) | 25 | 95% | ຂັ້ນທີ່ສຳເລັດ ໂດຍບໍ່ເຄີຍຖືກສົ່ງກັບແກ້ໄຂ |
| ຈຳນວນຂັ້ນຕອນທີ່ສຳເລັດ | 15 | 20 ຂັ້ນ | ທຸກຂັ້ນທີ່ເຮົາຖື ແລະ ສຳເລັດໃນເດືອນ |
| ມາກົງເວລາ (%) · KBI | 5 | 95% | ມື້ທີ່ສະແກນ QR ເຂົ້າທັນເວລາ (ແລະ ສະແກນອອກ); ມື້ລາທີ່ອະນຸມັດບໍ່ນັບ |
| ມື້ຂາດວຽກ · KBI v1.27.0 | 5 | 3 ມື້ = 0 ຄະແນນ | ລະບົບນັບເອງ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ (ຂາດເຄິ່ງມື້ = 0.5) — ໜ້ອຍ = ດີ |
| ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) · KBI v1.27.0 | 5 | 4 ມື້ = 0 ຄະແນນ | ລະບົບນັບເອງ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI — ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ນັບ |
| ໃບຕັກເຕືອນ · KBI v1.34.0 | 5 | 2 ໃບ = 0 ຄະແນນ | ລະບົບນັບເອງ: ໃບຕັກເຕືອນທີ່ອອກແລ້ວ ຂອງເດືອນທີ່ເກີດເຫດ (ໃບທີ່ຖືກຍົກເລີກ ບໍ່ນັບ) — ໜ້ອຍ = ດີ |
| ຄວາມຮັບຜິດຊອບ · KBI | 5 | ★ 1–5 | ຫົວໜ້າໃຫ້ດາວ ທ້າຍເດືອນ |
| ການຮ່ວມມືໃນທີມ · KBI | 5 | ★ 1–5 | ຫົວໜ້າໃຫ້ດາວ ທ້າຍເດືອນ |
ຄະແນນ = ຜົນຈິງ ÷ ເປົ້າ (ສູງສຸດ 100) → ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D. KBI 30 = 6 ຂໍ້ ຂໍ້ລະ 5 (v1.34). ມື້ຂາດວຽກ, ມື້ລາ ແລະ ໃບຕັກເຕືອນ ໜ້ອຍ = ດີ: 0 = 100 ຄະແນນ, ຂາດ 1 ມື້ ≈ 67 · 2 ມື້ ≈ 33 · 3 ມື້ = 0; ລາ ຫຼຸດມື້ລະ 25; ໃບຕັກເຕືອນ 1 ໃບ = 50. ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ນັບ. ນ້ຳໜັກ ແລະ ເປົ້າ ແມ່ນຄ່າເລີ່ມຕົ້ນ — ເຈົ້າຂອງປັບໄດ້; ຫົວໜ້າຕັ້ງເປົ້າສະເພາະທ່ານໄດ້ (v1.28.0, ເຊັ່ນ ເຮັດວຽກບໍ່ເຕັມເວລາ) — ເບິ່ງເປົ້າຈິງໃນໜ້າ ຜົນງານຂອງຂ້ອຍ. ໂບນັດ: ເຈົ້າຂອງຕັດສິນເອງ (ລະບົບສະແດງຄະແນນເທົ່ານັ້ນ).
ເຮັດແນວໃດໃຫ້ຄະແນນດີ
- ກົດຮັບ ແລະ ສົ່ງ ທຸກຂັ້ນໃນລະບົບ — ເຮັດແຕ່ບໍ່ກົດ = ບໍ່ນັບ. ວຽກກາງນັບໃຫ້ຄົນທີ່ກົດຮັບ.
- ສົ່ງທັນກຳນົດ — ຂັ້ນທີ່ຕ້ອງກວດ QC ນັບວັນທີ QC ຜ່ານ: ສົ່ງກວດໄວ ໃຫ້ QC ມີເວລາ.
- ຜ່ານ QC ເທື່ອທຳອິດ — ກວດວຽກເອງ ແລະ ຖ່າຍຮູບຄົບ ກ່ອນສົ່ງ.
- ສະແກນເຂົ້າວຽກກົງເວລາ ແລະ ຢ່າລືມສະແກນອອກ — ລືມສະແກນອອກ = ມື້ນັ້ນບໍ່ນັບກົງເວລາ.
- ບໍ່ຂາດວຽກ — ຈຳເປັນຕ້ອງພັກ ໃຫ້ຂໍລາໃນລະບົບກ່ອນ. ລາກິດ / ລາບໍ່ໄດ້ຮັບເງິນເດືອນ ຫຼຸດຄະແນນ KBI; ລາພັກປະຈຳປີ, ລາປ່ວຍ, ລາເກີດລູກ ບໍ່ຫຼຸດ.
ທຸກເດືອນເບິ່ງຕົວເລກເດືອນນີ້ໄດ້ທຸກມື້ → ວັນທີ 1–5 ຫົວໜ້າໃຫ້ດາວ + ຄຳເຫັນ → ເຈົ້າຂອງ / HR ອະນຸມັດ → ໄດ້ແຈ້ງເຕືອນ ແລະ ເຫັນເກຣດ + ຄຳເຫັນຫົວໜ້າ + ກາຟ 6 ເດືອນຍ້ອນຫຼັງ. ເຫັນໄດ້ແຕ່ຂອງຕົນເອງ. ຕົວເລກຜິດ (ເຊັ່ນ ລືມກົດສົ່ງວຽກ) → ແຈ້ງຫົວໜ້າກ່ອນທ້າຍເດືອນ.
ຫົວໜ້າທີ່ໃຫ້ຄະແນນທີມເຈົ້າຂອງເລືອກ ຫົວໜ້າຜູ້ໃຫ້ຄະແນນ ຂອງກຸ່ມ ທີ່ (ເຊັ່ນ ຫົວໜ້າຊ່າງປ້າຍ ຫຼື ຜູ້ຈັດການຜະລິດ; ບໍ່ເລືອກ = ເຈົ້າຂອງ / HR ໃຫ້ຄະແນນ). ຫົວໜ້າເປີດເມນູ (v1.24.1 — ເປີດໃຫ້ແຕ່ໜ້ານີ້ ແລະ ເຫັນສະເພາະທີມຂອງຕົນ) ຫຼື ກົດ ໃຫ້ຄະແນນທີມ ໃນ ຜົນງານຂອງຂ້ອຍ → ໃຫ້ດາວ + ຄຳເຫັນ → ສົ່ງໃຫ້ອະນຸມັດ (ຫຼັງໝົດເດືອນ). ຫົວໜ້າບໍ່ໃຫ້ຄະແນນຕົນເອງ — ເຈົ້າຂອງໃຫ້ຄະແນນຫົວໜ້າ.
SOP-10HR ຂອງຂ້ອຍ — ໝວດ ຂອງຂ້ອຍ
ຄູ່ມືເຕັມ: HR ຂອງຂ້ອຍ
- : ສະແກນ QR ໜ້າຮ້ານ → ເຂົ້າວຽກ / ອອກວຽກ ທຸກມື້
- : ຂໍກ່ອນເຮັດ + ຮູບໜ້າງານ 1 ຮູບ (ບັງຄັບ) ໃໝ່ → HR ອະນຸມັດ
- : ເຕັມມື້ / ເຄິ່ງເຊົ້າ / ເຄິ່ງບ່າຍ, ເບິ່ງວັນລາທີ່ເຫຼືອ ໃໝ່
- : ຂໍເງິນຊ່ວຍເຫຼືອ / ເບີກຄ່າຮັກສາ ພ້ອມຫຼັກຖານ; ຂອງຂວັນວັນເກີດ ອາດມາເອງ ໃໝ່
- : ອ່ານ ແລ້ວກົດ ອ່ານ ແລະ ຮັບຊາບແລ້ວ
- v1.34: ເປີດແຈ້ງການຂອງບໍລິສັດ → ກົດ ອ່ານແລ້ວ ແລະ ຮັບຊາບ — ຍັງບໍ່ກົດ ໜ້າຫຼັກຂຶ້ນກ່ອງສີເຫຼືອງ
- v1.34: ກົດ ຮັບຊາບ; ຂຽນຊີ້ແຈງໄດ້ 1 ເທື່ອ (SOP-02D)
- : SOP-09 · ·
- → ປ່ຽນລະຫັດຜ່ານ ເອງ (ກວດລະຫັດປັດຈຸບັນກ່ອນ)
OT ບໍ່ຮູ້ເວລາເລີກ?ຕິກ ບໍ່ກຳນົດເວລາເລີກ — ປິດ OT ເມື່ອສະແກນອອກ ແລ້ວໃສ່ແຕ່ເວລາເລີ່ມ. OT ນັບຮອດເວລາສະແກນອອກຈິງ (ບໍ່ເກີນ 12 ຊົ່ວໂມງ ແລະ ບໍ່ເກີນ 06:00 ມື້ຕໍ່ໄປ). ລືມສະແກນອອກ = ຍັງບໍ່ນັບ ຈົນ HR ບັນທຶກເວລາແທນ.
ສິດຕາມອາຍຸງານສິດທີ່ຕ້ອງລໍ N ເດືອນ (ເຊັ່ນ ລາພັກປະຈຳປີ) ນັບແຕ່ມື້ຖັດຈາກໝົດທົດລອງງານ — ລະບົບເປີດໃຫ້ເອງ ແລະ ແຈ້ງເຕືອນ. ລະຫວ່າງທົດລອງງານ ໃຊ້ໄດ້ສະເພາະສິດ 0 ເດືອນ.
ຕອນ 11
ກົດເຫຼັກ 10 ຂໍ້ ຂອງຝ່າຍຜະລິດ
1. ວຽກປິດເອງ. ທຸກຂັ້ນຕອນຈົບ = ວຽກປິດ — ຢ່າຊອກຫາປຸ່ມປິດວຽກ.
2. ວຽກຂອງໃຜຄົນນັ້ນກົດ. ຮັບແລ້ວຄົນອື່ນກົດແທນບໍ່ໄດ້ — ຢ່າໃຊ້ບັນຊີກັນ. KPI ນັບໃຫ້ຄົນທີ່ຖືວຽກ.
3. ຖ່າຍຮູບຄົບກ່ອນສົ່ງ. ວຽກບັງຄັບຮູບ ສົ່ງບໍ່ໄດ້ຖ້າຮູບບໍ່ຄົບ — ສົ່ງແລ້ວຮູບລຶບບໍ່ໄດ້.
4. QC ບໍ່ຜ່ານຕ້ອງມີຮູບ + ເຫດຜົນສະເໝີ ແລະ ຜົນກວດແກ້ຍ້ອນຫຼັງບໍ່ໄດ້ — ກວດຊ້ຳ = ບັນທຶກໃໝ່.
5. ບໍ່ນັດໝາຍ = ບໍ່ໄດ້ອອກສົ່ງ. ວັນ-ເວລານັດຕ້ອງບັນທຶກກ່ອນເລີ່ມສົ່ງມອບ.
6. ການຮັບມອບຕ້ອງມີ ຊື່ + ລາຍເຊັນລູກຄ້າ. ລິ້ງອາຍຸ 2 ຊມ. ໃຊ້ຄັ້ງດຽວ — ໝົດອາຍຸສ້າງໃໝ່ໄດ້.
7. ບໍ່ມີຜູ້ຮັບມອບ = ຮູບ 2 + 1 + ຜູ້ຈັດການອະນຸມັດ ວຽກຈຶ່ງປິດ.
8. ສະວິດ "ຢຸດວຽກ" ໃຊ້ເມື່ອຈຳເປັນແທ້ໆ — ປົດໄດ້ທີ່ໜ້າ ບັນຫາທີ່ແຈ້ງ (ຜູ້ຈັດການ, QC, ຫົວໜ້າຊ່າງປ້າຍ); ແຈ້ງຜູ້ຈັດການທັນທີ.
9. ເຄື່ອງທີ່ວຽກອື່ນກຳລັງໃຊ້ ຢ່າຝືນ — ລະບົບບອກວ່າເຄື່ອງບໍ່ຫວ່າງ ໄປປະສານກັນເອງ.
10. ຮູບ HEIC ຈາກ iPhone ໃຊ້ບໍ່ໄດ້ — ຕັ້ງກ້ອງ Formats → Most Compatible · ໄຟລ໌ ≤ 10 MB.
ຕອນ 12
ໃຜເຮັດຫຍັງໄດ້ (ຄ່າເລີ່ມຕົ້ນຂອງບົດບາດ)
| ການກະທຳ | ຊ່າງ | ຜູ້ຊ່ວຍ ຊ່າງປ້າຍ | ຫົວໜ້າ ຊ່າງປ້າຍ | ອອກແບບ | QC | ຜຈ.ຜະລິດ | ຜູ້ຈັດການ | ຜູ້ຊ່ວຍ | ເຈົ້າຂອງ / ADMIN |
| ຮັບ · ເລີ່ມ · ສົ່ງວຽກ · ຖ່າຍຮູບ · ແຈ້ງບັນຫາ | ✔ | ✔ | ✔ | ✔ | — | — | — | — | ✔ |
| ຮັບວຽກທຸກພະແນກໃນສາຍຜະລິດ v1.23 | — | ✔ | ✔ | — | — | — | — | — | — |
| ວຽກສາຍຜະລິດ: ເບິ່ງທຸກຂັ້ນ + ມອບ / ຍ້າຍວຽກ v1.23 | — | — | ✔ | — | — | — | — | — | ເຈົ້າຂອງ |
| ແຈ້ງວັດສະດຸໃໝ່ · ໃບຂໍຊື້ | ✔ | ✔ | ✔ | — | — | ✔ | ✔ | ✔ | ✔ |
| ເບິ່ງສະຕັອກ / ເຄື່ອງຈັກ | ✔ | ✔ | ✔ | ສະຕັອກ | — | ✔ | ✔ | ✔ | ✔ |
| ກວດຄຳຂໍວັດສະດຸໃໝ່: ໃຊ້ທີ່ມີ · ເພີ່ມຊື່ເອີ້ນ · ຕີກັບ | — | — | — | — | — | ✔ | ✔ | — | ✔ |
| ສ້າງລາຍການວັດສະດຸໃໝ່ (SKU) | — | — | — | — | — | — | ✔ | ✔ | ✔ |
| ວາງແຜນ · ມອບໝາຍ · ຈອງເຄື່ອງ · ພັກວຽກ · ນັດໝາຍສົ່ງມອບ | — | — | — | — | — | ✔ | ✔ | ✔ | ✔ |
| ຈອງເຄື່ອງທັບ (override) | — | — | — | — | — | ✔ | ✔ | — | ✔ |
| ກວດ QC (ລວມ ບໍ່ຜ່ານ) · ບັນຫາທີ່ແຈ້ງ | — | — | ບັນຫາ | — | ✔ | ✔ | ✔ | ✔ | ✔ |
| ສະເໜີໃບຕັກເຕືອນ v1.34 | — | — | ຫົວໜ້າ** | — | — | ✔ | ✔ | ✔ | ອະນຸມັດ |
| ສົ່ງມອບວຽກ: ສ້າງການຮັບມອບ · ບໍ່ມີຜູ້ຮັບມອບ v1.25 | ເປີດສິດ* | ✔ | ✔ | — | — | ✔ | ✔ | ✔ | ✔ |
| ອະນຸມັດ ບໍ່ມີຜູ້ຮັບມອບ | — | — | — | — | — | ✔ | ✔ | — | ✔ |
| Void ໃບຮັບມອບ | — | — | — | — | — | — | ✔ | — | ✔ |
| ຍົກເລີກໃບສັ່ງວຽກ · ແມ່ແບບຂັ້ນຕອນ | — | — | — | — | — | — | — | — | ✔ |
| ເຫັນລາຄາ / ຍອດເງິນ | — | — | — | — | — | ✔ | ✔ | ✔ | ✔ |
* ຊ່າງທຳມະດາ: ADMIN ເພີ່ມສິດລາຍຄົນ (ຕອນ 13); ຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ ມີມາພ້ອມ (v1.25). ** ເມື່ອຕຳແໜ່ງຕິກ ເປັນລະດັບຜູ້ຈັດການ — ສະເພາະລູກທີມໃນພະແນກ (SOP-02D); ອະນຸມັດ = HR / ເຈົ້າຂອງ. ຜູ້ຈັດການ / ຜູ້ຊ່ວຍ / ຜູ້ຈັດການຜະລິດ ຮັບ-ເລີ່ມ-ສົ່ງວຽກເອງບໍ່ໄດ້. ຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ = ສິດຊ່າງທັງໝົດ + ສາຍຜະລິດ + ສ້າງການຮັບມອບ (ອະນຸມັດ, Void ແລະ ນັດໝາຍ ບໍ່ໄດ້); ຫົວໜ້າ ບໍ່ກວດ QC (ຮ້ານບໍ່ມີ QC: ເພີ່ມ qc.view + qc.inspect ລາຍຄົນ). ປັບສິດລາຍຄົນໄດ້ທີ່ .
ຜູ້ຈັດການຜະລິດ ແລະ ວັດສະດຸໃໝ່ (v1.10.0)ຕອນກວດຄຳຂໍວັດສະດຸໃໝ່ ເລືອກ ໃຊ້ວັດສະດຸທີ່ມີ, ເພີ່ມຊື່ເອີ້ນ ຫຼື ຕີກັບ ໄດ້ເອງ. ວັດສະດຸໃໝ່ແທ້ (ຕ້ອງສ້າງ SKU) ໃຫ້ຜູ້ຈັດການອະນຸມັດ. ຜູ້ຊ່ວຍຜູ້ຈັດການ ສ້າງ SKU ໃນໜ້າວັດສະດຸໄດ້ ແຕ່ອະນຸມັດຄຳຂໍບໍ່ໄດ້.
ຕອນ 13
ສຳລັບຜູ້ດູແລລະບົບ
| ໜ້າທີ່ | ຕັ້ງແນວໃດ |
| ຊ່າງ (ຮ້ານທີ່ແຍກພະແນກ) | ບົດບາດ ຊ່າງ + ພະແນກໃຫ້ກົງກັບຂັ້ນຕອນທີ່ເຮັດ — ບໍ່ຕ້ອງເພີ່ມສິດ |
| ຮ້ານນ້ອຍ (ບໍ່ແຍກພະແນກ) ໃໝ່ | ຫົວໜ້າ → ບົດບາດ ຫົວໜ້າຊ່າງປ້າຍ; ທີມ → ຜູ້ຊ່ວຍຊ່າງປ້າຍ. ພະແນກໃນສາຍຜະລິດ: → ສະວິດ ສາຍຜະລິດ. ຕຳແໜ່ງ ຫົວໜ້າຊ່າງປ້າຍ / ຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ເປັນພຽງຊື່ — ເລືອກບົດບາດໃຫ້ຖືກ |
| ຮ້ານບໍ່ມີພະນັກງານ QC | ຫົວໜ້າຊ່າງປ້າຍ + ສິດລາຍຄົນ qc.view + qc.inspect |
| ພະນັກງານອອກແບບ | ບົດບາດ ພະນັກງານອອກແບບ |
| ຜູ້ກວດ QC | ບົດບາດ ພະນັກງານ QC (ມີ ອັບຮູບ + ບັນຫາທີ່ແຈ້ງ ມາພ້ອມ; ເຫັນຫົວວຽກໂດຍບໍ່ຕ້ອງມີສິດເບິ່ງໃບສັ່ງວຽກ) |
| ທີມຕິດຕັ້ງ / ຈັດສົ່ງ (ສ້າງ DA ໜ້າງານ) | ບົດບາດ ຊ່າງ + ສິດລາຍຄົນ 2 ອັນ (ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ມີແລ້ວ ບໍ່ຕ້ອງເພີ່ມ): delivery.view + delivery.acceptance_create (ບໍ່ຕ້ອງ delivery.execute; ເພີ່ມ delivery.acceptance_view ຖ້າຕ້ອງການເບິ່ງປະຫວັດການຮັບມອບ) — ຕ້ອງເປັນຜູ້ຖືກມອບໝາຍຂັ້ນສົ່ງມອບຂອງວຽກນັ້ນ |
| ຫົວໜ້າຝ່າຍຜະລິດ | ບົດບາດ ຜູ້ຈັດການຜະລິດ ແລະ ຍຸດທະສາດ (ຍົກເລີກໃບສັ່ງວຽກຄົງໄວ້ ເຈົ້າຂອງ / ADMIN) |
| ຫົວໜ້າສາຍງານ v1.33 | → ຕິກ ເປັນລະດັບຜູ້ຈັດການ (ຕັ້ງຕົ້ນ: ຫົວໜ້າຊ່າງປ້າຍ ແລະ ຕຳແໜ່ງຜູ້ຈັດການ) + ໃສ່ພະແນກຂອງຫົວໜ້າ ແລະ ທີມໃຫ້ກົງກັນ → ໄດ້ແຈ້ງເຕືອນວຽກທີມ ແລະ ສະເໜີໃບຕັກເຕືອນໄດ້. ຢ່າຕິກໃຫ້ຕຳແໜ່ງທີ່ບໍ່ແມ່ນຫົວໜ້າ |
| ຜູ້ໃຫ້ຄະແນນ KPI ຝ່າຍຜະລິດ ໃໝ່ | → ຫົວໜ້າຜູ້ໃຫ້ຄະແນນ (ເຈົ້າຂອງເລືອກ; ບໍ່ເລືອກ = ເຈົ້າຂອງ / HR ໃຫ້ຄະແນນ) — ຫົວໜ້າທີ່ເລືອກ ໄດ້ເມນູ |
ບ່ອນຕັ້ງ: → ບົດບາດ; ປຸ່ມ ສິດການໃຊ້ງານ ເພີ່ມ / ຫັກສິດລາຍຄົນ.
ຂໍ້ຈຳກັດທີ່ຍັງມີ (v1.34.1)
- ໜ້າ ວຽກຂອງຂ້ອຍ ບໍ່ສະແດງຊື່ເຄື່ອງຈັກ (ຂໍ້ມູນມີແລ້ວໃນລະບົບ)
- ຕົວກອງສະຖານະໜ້າ ໃບສັ່ງວຽກ ມີແຕ່ ວຽກໃໝ່ / ພັກວຽກ / ຍົກເລີກ — ວຽກລະຫວ່າງເຮັດ ເບິ່ງທີ່ກະດານວຽກ
- ບໍ່ມີໃບເບີກວັດສະດຸຈາກຊ່າງ · ລິ້ງຮັບມອບບໍ່ມີ QR code · ຮູບບໍ່ເກັບ GPS · ບໍ່ມີການເກັບຊົ່ວໂມງແຮງງານ / ຕົ້ນທຶນຕໍ່ວຽກ
ໃໝ່ໃນ v1.22–v1.34
- 🔔 ແຈ້ງເຕືອນວຽກທຸກຢ່າງ + ຫົວໜ້າສາຍງານ ຮູ້ວຽກລູກທີມ (v1.33); ໃບຕັກເຕືອນ, ແຈ້ງການບໍລິສັດ, KBI 6 ຂໍ້ × 5 (v1.34) (SOP-02D, 09, 10)
- ແມ່ແບບຂັ້ນຕອນ: ລູກຄ້າອະນຸມັດແບບ → ອອກແບບ, ກຽມວັດສະດຸ → ຜະລິດ; ປ່ອຍແຜນບລັອກຂັ້ນທີ່ບໍ່ມີໃຜຮັບໄດ້; ຈົບວຽກສົ່ງມອບຕ້ອງມີຮູບ (v1.29)
- ຮ້ານນ້ອຍ: ຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ ຮັບວຽກທົ່ວສາຍຜະລິດ + ໜ້າ ວຽກສາຍຜະລິດ (SOP-02C); ສ້າງການຮັບມອບໜ້າງານໄດ້ເອງ (v1.25)
- KPI ຝ່າຍຜະລິດ ນັບຈາກຂັ້ນຕອນທີ່ກົດໃນລະບົບ; ໃບສັ່ງວຽກຈາກໃບສະເໜີລາຄາ ຕ້ອງມີ ວັນທີຕ້ອງການວຽກ; ຫົວໜ້າຜູ້ໃຫ້ຄະແນນ ມີເມນູ ປະເມີນຜົນງານ (KPI) (v1.24.1) (SOP-09)
ແກ້ແລ້ວໃນ v1.9.1
- QC ບໍ່ຜ່ານ → ໃບແຈ້ງບັນຫາສ້າງໃຫ້ເອງ ສຳລັບທຸກຄົນທີ່ກວດ QC (ພະນັກງານ QC, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ)
- ພັກ → ເຮັດວຽກຕໍ່ ວຽກທີ່ໃຊ້ເຄື່ອງ: ປຸ່ມ ເລີ່ມເຄື່ອງຈັກຄືນ ໃນໜ້າວຽກ; ສົ່ງວຽກໂດຍບໍ່ເລີ່ມຄືນ = ລະບົບປ່ອຍເຄື່ອງເອງ (ບໍ່ຄ້າງ "ຈອງແລ້ວ" ອີກ)
ສະບັບ 1.2
ມີຫຍັງໃໝ່ໃນສະບັບ 1.2
- 🔔 ແຈ້ງເຕືອນວຽກທຸກຢ່າງ (v1.33): ມີວຽກໃໝ່ໃນກອງ, ລໍກວດ QC (ຮອດຜູ້ຈັດການຜະລິດນຳ), ໃບສັ່ງວຽກໃໝ່ ລໍວາງແຜນ, ວຽກຖືກພັກ / ເຮັດຕໍ່ / ຍົກເລີກ, ແຈ້ງບັນຫາ, ຂັ້ນຕອນເກີນກຳນົດ, ມື້ນີ້ມີວຽກສົ່ງ / ຕິດຕັ້ງ; ຫົວໜ້າສາຍງານ ຮູ້ວຽກລູກທີມ (SOP-02, 02D, 04)
- ໃບຕັກເຕືອນ · ແຈ້ງການ (v1.34): ຫົວໜ້າສາຍງານ / ຜູ້ຈັດການຜະລິດ ສະເໜີ → HR ອະນຸມັດ; ພະນັກງານກົດຮັບຊາບ; KBI ເພີ່ມ ໃບຕັກເຕືອນ → 6 ຂໍ້ ຂໍ້ລະ 5; ແຈ້ງການ ທີ່ (SOP-02D, 09, 10)
- ມືຖື (v1.34): ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ສູງ 44px ເທິງຈໍສຳຜັດ; ແຖບເທິງແຖວດຽວ; ຕົວໜັງສືສີເທົາເຂັ້ມຂຶ້ນ
- ວຽກບໍ່ຕິດຂັ້ນ 2 (v1.29): ລູກຄ້າອະນຸມັດແບບ → ພະແນກ ອອກແບບ · ກຽມວັດສະດຸ → ພະແນກ ຜະລິດ · ປ່ອຍແຜນກວດວ່າມີຄົນຮັບໄດ້ · ຈົບວຽກສົ່ງມອບ ຕ້ອງມີຮູບ ≥ 1 (SOP-01, 02B, 05)
- KBI ມື້ຂາດ / ມື້ລາ (v1.27.0): KBI ຍັງ 30 ແຕ່ເພີ່ມຂໍ້ (v1.27: 5 ຂໍ້ ຂໍ້ລະ 6; v1.34: + ໃບຕັກເຕືອນ = 6 ຂໍ້ ຂໍ້ລະ 5) — ມາກົງເວລາ · ມື້ຂາດວຽກ · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) · ຄວາມຮັບຜິດຊອບ · ການຮ່ວມມືໃນທີມ (SOP-09)
- ຮ້ານນ້ອຍ: ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ (v1.23 / v1.25): ຮັບວຽກທຸກພະແນກໃນສາຍຜະລິດ + ສ້າງການຮັບມອບໜ້າງານໄດ້ເອງ; ຫົວໜ້າມີ ມອບ / ຍ້າຍວຽກໃຫ້ທີມ (SOP-02C)
- ຜົນງານຂອງຂ້ອຍ (KPI) (v1.22–v1.24.1): ທັນກຳນົດ 30 · QC ຜ່ານເທື່ອທຳອິດ 25 · ຈຳນວນຂັ້ນ 15 + KBI 30 (ມາກົງເວລາ + ດາວຈາກຫົວໜ້າ); ກາຟ 6 ເດືອນ; ຫົວໜ້າໃຫ້ຄະແນນທາງເມນູ ປະເມີນຜົນງານ (KPI) ຫຼື ປຸ່ມ ໃຫ້ຄະແນນທີມ (SOP-09)
- ວັນທີຕ້ອງການວຽກ ບັງຄັບ (v1.22): ໃບສັ່ງວຽກຈາກໃບສະເໜີລາຄາ — ເປັນກຳນົດ KPI ຖ້າຂັ້ນຕອນບໍ່ມີວັນສິ້ນສຸດ (SOP-01)
- OT (v1.18): ຂໍ OT ຕ້ອງມີຮູບໜ້າງານ 1 ຮູບ; ຕິກ ບໍ່ກຳນົດເວລາເລີກ — OT ປິດເອງເມື່ອສະແກນອອກ (SOP-10)
- ການລາ · ສະຫວັດດີການ · ລະບຽບການບໍລິສັດ (v1.19–v1.21): ຢູ່ໝວດ ຂອງຂ້ອຍ — ເບິ່ງ HR ຂອງຂ້ອຍ
- ວັນທີ ວັນ/ເດືອນ/ປີ (v1.14): ທຸກໜ້າຈໍ ແລະ ຊ່ອງປ້ອນ ເຊັ່ນ 14/10/2026; ເວລາ 24 ຊົ່ວໂມງ
- ປຸ່ມ 📖 ວິທີໃຊ້ງານ (v1.17): ເປີດຄູ່ມືຂອງຕຳແໜ່ງຕົນ · ປ່ຽນລະຫັດຜ່ານເອງ ທີ່ ໂປຣໄຟລ໌ຂອງຂ້ອຍ (v1.16)
ຍັງໃຊ້ໄດ້ຄືເກົ່າ (ສະບັບ 1.1)ບົດບາດສະເພາະ, ໜ້າ , QC ບໍ່ຜ່ານ → ໃບແຈ້ງບັນຫາສ້າງໃຫ້ເອງ, ກະດິງແຈ້ງເຕືອນ, ປຸ່ມ ເລີ່ມເຄື່ອງຈັກຄືນ, ອັບໂຫຼດ 10 MB, ເມນູດ້ານເທິງຈັດເປັນໝວດ.