Standard Operating Procedure
ຄູ່ມືຂັ້ນຕອນການເຮັດວຽກ ຝ່າຍຂາຍ
ຂັ້ນຕອນມາດຕະຖານການນຳໃຊ້ລະບົບ The Signmaker OS ສຳລັບພະນັກງານຂາຍ — ຈາກລູກຄ້າ (ແລະ ແຊັດ AI) → ໃບສະເໜີລາຄາ → ເງິນມັດຈຳ → ໃບສັ່ງວຽກ → ຕິດຕາມວຽກ ແລະ ເງິນ
ລະບົບ: os.smk-laos.com
ສະບັບ: 1.2
ວັນທີ: 18 ຕຸລາ 2026
ອີງລະບົບ: v1.34.1
ຜູ້ອອກ: ຝ່າຍບໍລິຫານ
ເສັ້ນທາງການຂາຍ
ແຊັດ AI / Lead (ທາງເລືອກ)→
ລູກຄ້າ CUS→
ໃບສະເໜີລາຄາ QT→
ອະນຸມັດ (ຜູ້ຈັດການ)→
ສົ່ງລູກຄ້າ + ລູກຄ້າຢືນຢັນ→
ເງິນມັດຈຳ (ບັນຊີ ຜູກ QT)→
ໃບສັ່ງວຽກ JO (ຜູ້ຈັດການ)→
ຜະລິດ + ເກັບເງິນ
ກ່ອງສີຟ້າ = ຂັ້ນຕອນທີ່ພະນັກງານຂາຍກົດເອງ
ຕອນ 0
ບົດບາດ “ພະນັກງານຂາຍ” ເຮັດຫຍັງໄດ້ ໃໝ່
ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ
ຕັ້ງແຕ່ລະບົບ v1.3.7 ມີບົດບາດ ພະນັກງານຂາຍ ສະເພາະ — ບໍ່ຕ້ອງໃຊ້ບົດບາດ ພະນັກງານ (STAFF) + ເປີດສິດລາຍຄົນຄືເມື່ອກ່ອນ.
✔ ເຮັດໄດ້
- ລູກຄ້າ: ເບິ່ງ, ເພີ່ມ, ແກ້ໄຂ, ນຳເຂົ້າຈາກໄຟລ໌, ບັນທຶກການຕິດຕໍ່ + ນັດຕິດຕາມ v1.33.0
- ໃບສະເໜີລາຄາຂອງຕົນເອງ: ສ້າງ, ແກ້ຮ່າງ, ສົ່ງຂໍອະນຸມັດ, ພິມ, ບັນທຶກສົ່ງລູກຄ້າ, ລູກຄ້າຢືນຢັນ, ບັນທຶກໝົດອາຍຸ, ສ້າງ Revision
- ເຫັນໃບສະເໜີລາຄາຂອງທຸກຄົນ (ອ່ານຢ່າງດຽວ)
- ຜູ້ຊ່ວຍ AI: ຮັບຊ່ວງ, ຕອບລູກຄ້າ, ຢືນຢັນລາຄາປະເມີນ, ປ່ຽນ Lead ເປັນລູກຄ້າ
- ຕິດຕາມ: ໃບສັ່ງວຽກ, ກະດານວຽກ, ສົ່ງມອບວຽກ (ອ່ານ)
- ເງິນຂອງການຂາຍຕົນເອງ: ໃບແຈ້ງໜີ້ ແລະ ໜີ້ຕ້ອງຮັບລູກຄ້າ (ອ່ານ)
- ສິນຄ້າ ແລະ ລາຄາສິນຄ້າ (ອ່ານ)
- ຜົນງານຂອງຂ້ອຍ (KPI) ຂອງຕົນເອງ (SOP-11)
✘ ເຮັດບໍ່ໄດ້ (ແຈ້ງຜູ້ທີ່ມີສິດ)
- ອະນຸມັດ / ຕີກັບ ໃບສະເໜີລາຄາ
- ຍົກເລີກໃບສະເໜີລາຄາ (ເຈົ້າຂອງ / ADMIN)
- ອັບເດດເງິນມັດຈຳ · override ມັດຈຳ
- ປ່ຽນເປັນໃບສັ່ງວຽກ
- ແຕະໃບຂອງພະນັກງານຂາຍຄົນອື່ນ
- ອອກໃບແຈ້ງໜີ້ · ບັນທຶກຮັບເງິນ
- ປິດການໃຊ້ງານລູກຄ້າ · ແກ້ສິນຄ້າ ແລະ ລາຄາ
🚫 ເຫັນທຸກໃບ ≠ ແກ້ທຸກໃບ (v1.5.1)ແກ້ໄຂ, ລາຍການ/ຮູບ/ໄຟລ໌ແນບ, ສົ່ງຂໍອະນຸມັດ, ບັນທຶກສົ່ງ, ລູກຄ້າຢືນຢັນ, ໝົດອາຍຸ ແລະ Revision ເຮັດໄດ້ສະເພາະໃບທີ່ທ່ານເປັນ ພະນັກງານຂາຍ ຫຼື ຜູ້ສ້າງ. ແຕະໃບຂອງເພື່ອນ ລະບົບແຈ້ງ “ໃບສະເໜີລາຄານີ້ເປັນຂອງພະນັກງານຂາຍຄົນອື່ນ”. ສ້າງໃບໃນຊື່ພະນັກງານຂາຍຄົນອື່ນກໍບໍ່ໄດ້.
ℹ️ ບົດບາດ ພະນັກງານ (STAFF) ຍັງມີຢູ່STAFF ເຫັນແຕ່ໃບຂອງຕົນເອງ ແລະ ບໍ່ມີ ບັນທຶກສົ່ງ / ລູກຄ້າຢືນຢັນ / Revision. ພະນັກງານຂາຍໃໝ່ໃຫ້ຕັ້ງບົດບາດ ພະນັກງານຂາຍ; ເພີ່ມ-ຫັກສິດລາຍຄົນໄດ້ທີ່ → .
ຕອນ 0
ເຂົ້າລະບົບ, ໜ້າຫຼັກ ແລະ ກະດິ່ງແຈ້ງເຕືອນ
- ເປີດ https://os.smk-laos.com (ຄອມ ຫຼື ມືຖື) ເຂົ້າສູ່ລະບົບດ້ວຍອີເມວ + ລະຫັດຜ່ານທີ່ຜູ້ດູແລອອກໃຫ້. ປ່ຽນພາສາທີ່ໄອຄອນໂລກ ມຸມຂວາເທິງ. ເລກເວີຊັນລະບົບ (ເຊັ່ນ v1.34.1) ເບິ່ງໄດ້ທີ່ ເມນູໂປຣໄຟລ໌ (ກົດຮູບໂປຣໄຟລ໌ມຸມຂວາເທິງ) ຫຼື ໜ້າຫຼັກ. ເຂົ້າຄັ້ງທຳອິດ ໃຫ້ ປ່ຽນລະຫັດຜ່ານ (ເບິ່ງຫົວຂໍ້ຖັດໄປ).
- ເມນູຢູ່ແຖບດ້ານເທິງ (ແທນແຖບເມນູດ້ານຊ້າຍ): ກົດໝວດ (ລູກຄ້າ, ໃບສະເໜີລາຄາ, ຜູ້ຊ່ວຍ AI), (ໃບສັ່ງວຽກ, ກະດານວຽກ, ສົ່ງມອບວຽກ), (ໃບແຈ້ງໜີ້, ໜີ້ຕ້ອງຮັບລູກຄ້າ) ຫຼື ເພື່ອເປີດລາຍການ — ເຫັນສະເພາະໝວດທີ່ມີສິດ. ແທັບເລັດ / ຈໍນ້ອຍ: ແຖບເມນູເປັນແຖວທີ 2 ໃຕ້ຊື່ບໍລິສັດ.
- ມີກາດ QT ສະບັບຮ່າງ · QT ລໍຖ້າອະນຸມັດ · QT ລໍຖ້າລູກຄ້າຢືນຢັນ · QT ຢືນຢັນແລ້ວ · ໃບສັ່ງວຽກໃໝ່ — ກົດກາດໃດກໍເຂົ້າລາຍການທີ່ກອງແລ້ວ. ບົດບາດ ພະນັກງານຂາຍ ເຫັນໃບຂອງທຸກຄົນ ສະນັ້ນ ຕົວເລກໃນກາດ = ທັງບໍລິສັດ; ໃບຂອງຕົນເອງເບິ່ງຖັນ ຜູ້ຂາຍ ໃນລາຍການ.
- ທາງລັດ: ເພີ່ມລູກຄ້າ ແລະ ສ້າງໃບສະເໜີລາຄາ.
- ກະດິ່ງແຈ້ງເຕືອນ ມຸມເທິງຂວາ: ໃບຂອງທ່ານ “ໄດ້ຮັບການອະນຸມັດ” ຫຼື “ຖືກຕີກັບ” (ພ້ອມຊື່ຜູ້ກົດ); v1.33.0 ຮອດມື້ນັດຕິດຕາມລູກຄ້າ, QT ສົ່ງແລ້ວ 3 ມື້ ຍັງບໍ່ມີການຕິດຕາມ (SOP-04), ໃບສັ່ງວຽກແລ້ວທຸກຂັ້ນຕອນ ແລະ ວຽກເກີນວັນທີຕ້ອງການ (SOP-08); ແຈ້ງການ ແລະ ໃບຕັກເຕືອນ v1.34.0 — ກົດລາຍການແລ້ວເປີດເລີຍ; ມີປຸ່ມ ໝາຍວ່າອ່ານທັງໝົດ. ກະດິ່ງກວດໃໝ່ທຸກ 1 ນາທີ.
- ມືຖື: ແຖບລຸ່ມມີ ໜ້າຫຼັກ / ລູກຄ້າ / ໃບສະເໜີລາຄາ ແລະ ສຳລັບເມນູອື່ນ (ຈັດເປັນໝວດດຽວກັນກັບແຖບດ້ານເທິງ).
ℹ️ ວຽກປະຈຳເຊົ້າ① ອ່ານກະດິ່ງ → ແກ້ໃບທີ່ຖືກຕີກັບ ② QT ຮ່າງຄ້າງ → ສົ່ງຂໍອະນຸມັດ ③ → ໂທຕາມນັດ ແລ້ວ ບັນທຶກການຕິດຕໍ່ ④ QT ຢືນຢັນແລ້ວ → ຕາມມັດຈຳ → ແຈ້ງຜູ້ຈັດການປ່ຽນ JO ⑤ → ລູກຄ້າທີ່ລໍຖ້າພະນັກງານ.
✔ ທຸກມື້ ກ່ອນເລີ່ມວຽກ: ສະແກນ QR ລົງເວລາເຂົ້າວຽກມາກົງເວລາ ນັບເຂົ້າຄະແນນ KPI / KBI ຂອງທ່ານ (SOP-11). ລົງເວລາ, OT, ການລາ, ສະຫວັດດີການ ແລະ ອື່ນໆ ຢູ່ໃນໝວດ — ເບິ່ງຫົວຂໍ້ຖັດໄປ.
SOP-01
ເພີ່ມ / ແກ້ໄຂລູກຄ້າ
ເມນູ
- ຄົ້ນຫາກ່ອນ: ເມນູ → ພິມຊື່ ຫຼື ເບີໂທ — 02055551234 ຫຼື 020 5555 1234 ກໍພົບລູກຄ້າດຽວກັນ (ບໍ່ສົນຍະຫວ່າງ ຫຼື ຂີດ, ລວມເບີ WhatsApp) v1.15.1.
- ບໍ່ພົບ → ກົດ ເພີ່ມລູກຄ້າ. ເລືອກປະເພດ: ບຸກຄົນ ຫຼື ບໍລິສັດ/ອົງກອນ (ຖ້າບໍລິສັດ ຈະມີຊ່ອງຊື່ບໍລິສັດເພີ່ມ).
- ປ້ອນຊ່ອງບັງຄັບ 3 ຊ່ອງ: ຊື່ຜູ້ຕິດຕໍ່ * · ເບີໂທ * ຮູບແບບ 020 ຕາມດ້ວຍເລກ 8 ຫຼັກ (ເວັ້ນວັກ/ຂີດຄັ່ນໄດ້) · ທີ່ຢູ່ *. ອີເມວ ແລະ ຊ່ອງອື່ນບໍ່ບັງຄັບ.
- WhatsApp: ຖ້າລູກຄ້າໃຊ້ WhatsApp ໃຫ້ປ້ອນເບີໃສ່ຊ່ອງ WhatsApp ດ້ວຍ — ປຸ່ມ WhatsApp ສີຂຽວໃນໜ້າລາຍການຈະສະແດງກໍຕໍ່ເມື່ອຊ່ອງນີ້ມີຂໍ້ມູນ.
- ເຄຣດິດ (ວັນ): ຈຳນວນວັນເຄຣດິດຂອງລູກຄ້າ (0–365) — ກາຍເປັນວັນຄົບກຳນົດຂອງໃບແຈ້ງໜີ້ອັດຕະໂນມັດ ປ້ອນໃຫ້ຖືກຕາມທີ່ຕົກລົງ.
- ກົດ ບັນທຶກ — ຖ້າພົບເບີໂທ/ອີເມວ/ເລກຜູ້ເສຍພາສີຊ້ຳ ຈະຂຶ້ນກ່ອງເຕືອນ ພົບຂໍ້ມູນທີ່ອາດຊ້ຳກັນ — ກວດກ່ອນສະເໝີ ຢ່າຟ້າວກົດ ບັນທຶກຕໍ່ ເພາະຈະໄດ້ລູກຄ້າຊ້ຳ 2 ລາຍ. ລະບົບອອກລະຫັດ CUSxxxxx ໃຫ້ເອງ.
- ລູກຄ້າຫຼາຍລາຍ: ກົດ ນຳເຂົ້າຈາກໄຟລ໌ → ດາວໂຫຼດແມ່ແບບ → ປ້ອນຂໍ້ມູນ → ອັບໂຫຼດ Excel ຫຼື CSV.
⚠️ ແກ້ໄຂລູກຄ້າເກົ່າລູກຄ້າເກົ່າທີ່ຍັງບໍ່ມີເບີໂທ/ທີ່ຢູ່ ເມື່ອເປີດແກ້ໄຂຄັ້ງຕໍ່ໄປ ລະບົບຈະບັງຄັບໃຫ້ປ້ອນກ່ອນຈຶ່ງບັນທຶກໄດ້. ເບີຕ່າງປະເທດ/ເບີບ້ານໃສ່ບໍ່ໄດ້ — ກໍລະນີພິເສດແຈ້ງຜູ້ດູແລ.
ℹ️ ລຶບລູກຄ້າບໍ່ໄດ້ມີແຕ່ປິດການໃຊ້ງານ ຊຶ່ງເປັນສິດຂອງເຈົ້າຂອງ / ADMIN. ພົບລູກຄ້າຊ້ຳ/ຂໍ້ມູນຜິດ ໃຫ້ແຈ້ງຜູ້ດູແລລະບົບ. ພະນັກງານການຕະຫຼາດກໍເພີ່ມ/ແກ້ລູກຄ້າໄດ້ — ຄົ້ນຫາກ່ອນສ້າງໃໝ່.
SOP-02
ສ້າງໃບສະເໜີລາຄາ
ເມນູ
- ເມນູ → ສ້າງໃບສະເໜີລາຄາ. ຟອມມີ 4 ສ່ວນ: ລູກຄ້າ · ລາຍການສິນຄ້າ · ລາຄາ · ເງື່ອນໄຂ.
- ລູກຄ້າ: ກົດ ເລືອກລູກຄ້າ (ຄົ້ນດ້ວຍຊື່ ຫຼື ເບີໂທ) — ຖ້າຍັງບໍ່ມີ ກົດ ເພີ່ມລູກຄ້າໃໝ່ ໃນກ່ອງດຽວກັນ (ບັງຄັບ ຊື່/ເບີ 020/ທີ່ຢູ່ ຄືກັນ). ເລືອກ ສະກຸນເງິນ ຈາກລາຍການ (LAK — ກີບ / THB — ບາດ / USD — ໂດລາສະຫະລັດ) v1.15.1. ຕັ້ງ ວັນທີໃບສະເໜີລາຄາ ແລະ ຢືນລາຄາຮອດ ເປັນ ວັນ/ເດືອນ/ປີ (ເຊັ່ນ 14/10/2026 ຫຼື ພິມ 14102026) v1.13.0.
- ລາຍການສິນຄ້າ: ເພີ່ມສິນຄ້າ ຈາກລາຍການມາດຕະຖານ ຫຼື ເພີ່ມລາຍການກຳນົດເອງ. ແຕ່ລະແຖວ: ຊື່ *, ຈຳນວນ *, ຫົວໜ່ວຍ * (ເລືອກຈາກລາຍການ — ຕາລາງແມັດ, ແມັດ, ແຜ່ນ, ໂຕ …), ລາຄາຕໍ່ຫົວໜ່ວຍ *, ສ່ວນຫຼຸດ % (0–100), ກວ້າງ × ສູງ. ລາຄາຈາກສິນຄ້າມາດຕະຖານເປັນຄ່າຕັ້ງຕົ້ນ — ແກ້ໄດ້ເຕັມທີ່. ຕ້ອງມີຢ່າງໜ້ອຍ 1 ລາຍການ.
- ລາຄາ: ສ່ວນຫຼຸດທ້າຍບິນ (ຈຳນວນເງິນ ຫຼື ເປີເຊັນ), ຮູບແບບ VAT — ຄ່າຕັ້ງຕົ້ນ = ບໍ່ມີ VAT (ລູກຄ້າຕ້ອງການ VAT → ເລືອກ ບໍ່ລວມໃນລາຄາ ຫຼື ລວມໃນລາຄາແລ້ວ), ອັດຕາ VAT ແລະ ເງິນມັດຈຳ % (ຕັ້ງຕົ້ນ 50%). ຍອດລວມລະບົບເປັນຜູ້ຄິດ — ຕົວເລກໃນຟອມເປັນ preview.
- ສະກຸນເງິນ: ຄ່າຕັ້ງຕົ້ນ = ສະກຸນເງິນເລີ່ມຕົ້ນຂອງບໍລິສັດ. ເລືອກສະກຸນອື່ນ (ເຊັ່ນ ບາດ / ໂດລາ) → ຊ່ອງ ອັດຕາແລກປ່ຽນ * ຂຶ້ນມາ: ໃສ່ 1 ໜ່ວຍຂອງສະກຸນໃບ = ເທົ່າໃດ ໃນສະກຸນເລີ່ມຕົ້ນ (ເຊັ່ນ 1 THB = 650 LAK → ໃສ່ 650). ບໍ່ໃສ່ = ບັນທຶກບໍ່ໄດ້. ໜ້າລາຍລະອຽດສະແດງຍອດທີ່ແປງແລ້ວ.
- ເງື່ອນໄຂ: ເງື່ອນໄຂການຊຳລະເງິນ, ເງື່ອນໄຂການສົ່ງມອບ, ໝາຍເຫດ (ສະແດງຕໍ່ລູກຄ້າ), ບັນທຶກພາຍໃນ (ບໍ່ພິມ).
- ກົດ ບັນທຶກສະບັບຮ່າງ → ໄດ້ເລກ QTxxxxx. ໃນໜ້າລາຍລະອຽດ: ໄຟລ໌ແນບ (PDF, ຮູບ, Office ≤ 10 MB) ແລະ ຮູບປະກອບລາຍການ ສູງສຸດ 4 ຮູບຕໍ່ແຖວ (JPEG/PNG/WebP ≤ 10 MB) — ແກ້ຮູບໄດ້ສະເພາະຕອນຮ່າງ.
✔ ສ່ວນຫຼຸດມີເພດານແລ້ວ (v1.1.0)ສ່ວນຫຼຸດແບບ “ຈຳນວນເງິນ” ເກີນຍອດລວມລາຍການບໍ່ໄດ້ — ຟອມບໍ່ຮັບ ແລະ ຖານຂໍ້ມູນກັນຊ້ຳ. ຍັງຄວນກວດຍອດລວມ ແລະ VAT ກ່ອນສົ່ງຂໍອະນຸມັດ.
ℹ️ ຫົວໜ່ວຍສະກົດດຽວທັງລະບົບ (v1.13.1)“ຕາແມັດ” ແລະ “ຕາຕະລາງແມັດ” → ຕາລາງແມັດ, “ຕົວ” → ໂຕ — ລະບົບບັນທຶກຄຳທີ່ຖືກໃຫ້ເອງ; ເອກະສານທີ່ອອກໄປແລ້ວບໍ່ປ່ຽນ.
ℹ️ ຮູບຕິດມາເອງເລືອກສິນຄ້າທີ່ມີຮູບ → ຮູບຕິດມາໃນແຖວ. ຮູບພິມລົງໃບສະເໜີລາຄາ ແລະ ຕາມໄປສະແດງໃນໃບແຈ້ງໜີ້. ຮູບ HEIC ຈາກ iPhone ຕ້ອງແປງເປັນ JPEG ກ່ອນ.
⚠️ ລາຄາສິນຄ້າ (ຂາຍຍ່ອຍ/ຂາຍສົ່ງ) ບໍ່ຕິດມາໃນ QTລາຍການລາຄາທີ່ຕັ້ງໄວ້ໃນ ຕັ້ງຄ່າລະບົບ → ສິນຄ້າ ແລະ ວັດສະດຸ → ສິນຄ້າ → ລາຄາສິນຄ້າ ໃຊ້ສະເພາະຜູ້ຊ່ວຍ AI. QT ໃຊ້ ລາຄາເລີ່ມຕົ້ນ ຂອງສິນຄ້າ ແລະ ຜູ້ຂາຍແກ້ເອງ.
SOP-03
ຂໍອະນຸມັດ ແລະ ອະນຸມັດ
- ຜູ້ຂາຍກວດຮ່າງ → ກົດ ສົ່ງຂໍອະນຸມັດ (ເລືອກຂໍ້ຄວາມສຳເລັດຮູບໄດ້) → ສະຖານະ ລໍຖ້າອະນຸມັດ ແລະ ໃບລັອກ ຈົນກວ່າຖືກຕີກັບ.
- ຜູ້ອະນຸມັດໄດ້ຮັບແຈ້ງເຕືອນທີ່ກະດິ່ງ → ອະນຸມັດ ຫຼື ຕີກັບ (ຕີກັບຕ້ອງໃສ່ເຫດຜົນ). ຜູ້ອະນຸມັດ: ຜູ້ຈັດການ, ຜູ້ຈັດການຫ້ອງການ, ADMIN, ເຈົ້າຂອງ — ຜູ້ຊ່ວຍຜູ້ຈັດການ ອະນຸມັດບໍ່ໄດ້.
- ທ່ານໄດ້ຮັບແຈ້ງເຕືອນກັບ. ຖືກຕີກັບ → ກົດ ນຳກັບໄປແກ້ໄຂ → ກັບເປັນ ສະບັບຮ່າງ ແກ້ແລ້ວສົ່ງໃໝ່.
- ອະນຸມັດແລ້ວ + ໃບມີເງິນມັດຈຳ → ສະຖານະມັດຈຳເປັນ ລໍຖ້າຊຳລະເງິນມັດຈຳ ເອງ.
🚫 ອະນຸມັດໃບຂອງຕົນເອງບໍ່ໄດ້ລະບົບບລັອກ (ຍົກເວັ້ນເຈົ້າຂອງກິດຈະການ) — ວາງແຜນຜູ້ອະນຸມັດຄົນທີສອງສະເໝີ.
ຂໍ້ຄວາມສຳເລັດຮູບ (Quick Reply) ໃໝ່
ທຸກກ່ອງຢືນຢັນການປ່ຽນສະຖານະ ມີປຸ່ມຂໍ້ຄວາມສຳເລັດຮູບ — ກົດແລ້ວຂໍ້ຄວາມລົງໃນຊ່ອງໝາຍເຫດ, ພິມເພີ່ມໄດ້.
| ການກະທຳ | ປຸ່ມຂໍ້ຄວາມສຳເລັດຮູບ | ໃຜກົດ |
| ສົ່ງຂໍອະນຸມັດ | ກວດໃບສະເໜີໃຫ້ແນ່ · ລູກຄ້າຮີບ ຂໍອະນຸມັດດ່ວນ | ຂາຍ |
| ອະນຸມັດ | ຖືກຕ້ອງແລ້ວ · ຖືກຕ້ອງແລ້ວ ສົ່ງໃຫ້ລູກຄ້າໄດ້ | ຜູ້ອະນຸມັດ |
| ຕີກັບ | ຕ້ອງແກ້: … | ຜູ້ອະນຸມັດ |
| ນຳກັບໄປແກ້ໄຂ | ນຳກັບໄປແກ້ໄຂ: … | ຂາຍ |
| ບັນທຶກວ່າສົ່ງໃຫ້ລູກຄ້າແລ້ວ | ສົ່ງບິນແລ້ວ · ສົ່ງໃຫ້ລູກຄ້າທາງ WhatsApp ແລ້ວ | ຂາຍ |
| ລູກຄ້າຢືນຢັນ | ລູກຄ້າຢືນຢັນ · ຢືນຢັນແລ້ວ ພ້ອມຜະລິດ | ຂາຍ · ຜູ້ຈັດການ |
| ບັນທຶກໝົດອາຍຸ | ໝົດອາຍຸ ລູກຄ້າບໍ່ຕອບກັບ | ຂາຍ |
| ຍົກເລີກໃບສະເໜີລາຄາ | ລູກຄ້າຍົກເລີກ · ປ່ຽນເປັນໃບສະເໜີລາຄາໃໝ່: … | ເຈົ້າຂອງ / ADMIN |
⚠️ ຂໍ້ຄວາມທີ່ລົງທ້າຍດ້ວຍ “:” ຕ້ອງພິມຕໍ່ເຊັ່ນ “ຕ້ອງແກ້: ລາຄາແຜ່ນ ACP ຜິດ” — ກົດ “ຕ້ອງແກ້:” ຢ່າງດຽວ ລະບົບບໍ່ໃຫ້ຢືນຢັນ ເພາະຍັງບໍ່ແມ່ນເຫດຜົນ.
SOP-04
ສົ່ງລູກຄ້າ → ລູກຄ້າຢືນຢັນ
- ກົດ ພິມ ໃບທີ່ອະນຸມັດແລ້ວ — ເອກະສານພາສາລາວ ວັນທີ ວັນ/ເດືອນ/ປີ (ເຊັ່ນ 14/10/2026) ມີຮູບປະກອບລາຍການ ແລະ ຈຸດເຊັນຕາມທີ່ບໍລິສັດຕັ້ງ — ແລ້ວສົ່ງໃຫ້ລູກຄ້າເອງ (WhatsApp, ອີເມວ, ຕົວຈິງ).
- ກົດ ບັນທຶກວ່າສົ່ງໃຫ້ລູກຄ້າແລ້ວ → ສົ່ງໃຫ້ລູກຄ້າແລ້ວ. ເປັນການບັນທຶກເທົ່ານັ້ນ — ລະບົບບໍ່ສົ່ງໃຫ້ລູກຄ້າເອງ. ຈາກນັ້ນຕາມລູກຄ້າດ້ວຍ ບັນທຶກການຕິດຕໍ່ + ນັດຕິດຕາມ (ຫົວຂໍ້ຖັດໄປ).
- ລູກຄ້າຕົກລົງ → ຜູ້ຂາຍກົດ ລູກຄ້າຢືນຢັນ ມື້ນັ້ນເລີຍ (ຜູ້ຈັດການ / ຜູ້ຊ່ວຍຜູ້ຈັດການ ກົດແທນໄດ້) → ລູກຄ້າຢືນຢັນແລ້ວ. ຖາມ ວັນທີຕ້ອງການວຽກ ຈາກລູກຄ້ານຳ (SOP-06).
- ເລີຍວັນຢືນລາຄາ → ຜູ້ຂາຍກົດ ບັນທຶກໝົດອາຍຸ (ລະບົບບໍ່ໝົດອາຍຸເອງ). ໃບໝົດອາຍຸ/ຖືກຕີກັບ ສ້າງ Revision ຕໍ່ໄດ້ (SOP-07).
- ດີລລົ້ມ → ແຈ້ງ ເຈົ້າຂອງ / ADMIN ກົດ ຍົກເລີກໃບສະເໜີລາຄາ ພ້ອມເຫດຜົນ (ບັງຄັບ).
🚫 ເຮັດໄດ້ສະເພາະໃບຂອງຕົນເອງສົ່ງ / ຢືນຢັນ / ໝົດອາຍຸ ໃບຂອງເພື່ອນບໍ່ໄດ້.
⚠️ ຍອດຂາຍ KPI ນັບຕາມມື້ທີ່ກົດ ລູກຄ້າຢືນຢັນລືມກົດ = ຍອດບໍ່ນັບ; ກົດຊ້າຂ້າມເດືອນ = ໄປນັບເດືອນໜ້າ (SOP-11).
SOP-04
ຕິດຕາມລູກຄ້າ: ບັນທຶກການຕິດຕໍ່ ແລະ ນັດຕິດຕາມ v1.33.0
ໜ້າລູກຄ້າ · ໜ້າໃບສະເໜີລາຄາ ·
ລົມກັບລູກຄ້າເທື່ອໃດ ບັນທຶກເທື່ອນັ້ນ — ຫົວໜ້າ ແລະ ເພື່ອນໃນທີມເຫັນນຳ ແລະ ລະບົບເຕືອນເມື່ອຮອດມື້ຕ້ອງຕາມ.
ບັນທຶກທຸກການໂທ / WhatsApp / ພົບລູກຄ້າ
- ລົມກັບລູກຄ້າແລ້ວ → ເປີດ ໜ້າລູກຄ້າ ( → ລາຍລະອຽດ) ຫຼື ໜ້າໃບສະເໜີລາຄາ → ກົດ ບັນທຶກການຕິດຕໍ່.
- ເລືອກ ຊ່ອງທາງ: ໂທ / WhatsApp / ພົບກັນ / ອີເມວ / ອື່ນໆ.
- ຂຽນສັ້ນໆໃນ ລົມຫຍັງກັນ * — ເຊັ່ນ “ລູກຄ້າຂໍຫຼຸດ 5%, ຈະຕອບວັນຈັນ”.
- ຜົນ (ບໍ່ບັງຄັບ): ສົນໃຈ · ກຳລັງຕໍ່ລອງ · ຕົກລົງ · ບໍ່ສົນໃຈ · ບໍ່ຮັບສາຍ / ບໍ່ຕອບ.
- ກ່ຽວກັບໃບສະເໜີລາຄາ (ບໍ່ບັງຄັບ) — ເປີດຈາກໜ້າໃບສະເໜີລາຄາ ລະບົບເລືອກໃບນັ້ນໃຫ້ແລ້ວ.
- ຈະຕິດຕໍ່ຄືນ → ໃສ່ວັນ ນັດຕິດຕາມ (ມື້ນີ້ ຫຼື ຫຼັງຈາກນີ້) → ບັນທຶກ.
🚫 ບັນທຶກແລ້ວ ແກ້ ຫຼື ລຶບບໍ່ໄດ້ກວດກ່ອນກົດ ບັນທຶກ. ຂຽນຜິດ → ບັນທຶກແຖວໃໝ່ອະທິບາຍ.
ℹ️ ກາດ ປະຫວັດລູກຄ້າ (ໜ້າລູກຄ້າ)ເສັ້ນເວລາດຽວ: ການຕິດຕໍ່ທຸກຄັ້ງ (ໃຜ, ຊ່ອງທາງ, ຜົນ, ນັດ), ໃບສະເໜີລາຄາ (ສົ່ງ / ລູກຄ້າຢືນຢັນ / ປ່ຽນເປັນໃບສັ່ງວຽກ / ໝົດອາຍຸ / ຍົກເລີກ) ແລະ ໃບສັ່ງວຽກ. ໃຜເຫັນລູກຄ້າໄດ້ ກໍເຫັນປະຫວັດ — ອ່ານກ່ອນໂທທຸກຄັ້ງ; ເພື່ອນຮັບລູກຄ້າແທນໄດ້ທັນທີ.
ນັດຕິດຕາມ — ທຸກເຊົ້າ
- ເປີດ — ເຫັນສະເພາະນັດຂອງທ່ານ ແຍກ ກາຍກຳນົດ / ມື້ນີ້ / ຈະມາເຖິງ.
- ເລີ່ມຈາກ ກາຍກຳນົດ ແລ້ວ ມື້ນີ້ → ກົດ ປຸ່ມເບີໂທ (ມືຖືໂທອອກເລີຍ).
- ໂທແລ້ວ → ກົດຊື່ລູກຄ້າ → ບັນທຶກການຕິດຕໍ່ + ນັດຄັ້ງຕໍ່ໄປຖ້າມີ → ນັດເກົ່າກັບລູກຄ້ານີ້ ປິດເອງ.
- ບໍ່ຕ້ອງຕິດຕາມແລ້ວ (ລູກຄ້າໂທມາເອງ, ດີລຈົບ) → ກົດ ປິດນັດ. ສະເພາະຄົນທີ່ນັດໄວ້ ຈຶ່ງປິດນັດໄດ້.
| 🔔 ກະດິ່ງ | ໄປຫາໃຜ | ເຮັດຫຍັງ |
| ຮອດມື້ນັດຕິດຕາມລູກຄ້າ … | ຄົນທີ່ນັດ | ໂທ ແລ້ວ ບັນທຶກການຕິດຕໍ່ |
| ສົ່ງໃບສະເໜີລາຄາ … ມາ 3 ມື້ແລ້ວ ຍັງບໍ່ມີການຕິດຕາມ | ຜູ້ຂາຍຂອງໃບ | ໂທຫາລູກຄ້າ ແລ້ວ ບັນທຶກການຕິດຕໍ່ — ເຕືອນສະເພາະໃບທີ່ຍັງ ສົ່ງໃຫ້ລູກຄ້າແລ້ວ ແລະ ບໍ່ມີໃຜບັນທຶກການຕິດຕໍ່ກັບລູກຄ້ານັ້ນຫຼັງວັນສົ່ງ |
✔ ຕາມດ້ວຍນັດ = ປິດການຂາຍໄດ້ຫຼາຍຂຶ້ນໃບທີ່ລໍລູກຄ້າຢືນຢັນ ນັດຕິດຕາມທຸກໃບ — ອັດຕາປິດການຂາຍ ເປັນ KPI ຂອງທ່ານ (SOP-11). ສິດ customers.contact_log: ພະນັກງານຂາຍ, ການຕະຫຼາດ, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ບັນຊີ, STAFF, ADMIN ແລະ ເຈົ້າຂອງ.
SOP-05
ເງິນມັດຈຳ (ມຸມຝ່າຍຂາຍ)
ປ້າຍສະຖານະມັດຈຳເທິງທຸກໃບ: ບໍ່ຕ້ອງມັດຈຳ · ລໍຖ້າຊຳລະເງິນມັດຈຳ · ຊຳລະເງິນມັດຈຳບາງສ່ວນ · ຊຳລະເງິນມັດຈຳແລ້ວ
- ລູກຄ້າໂອນມັດຈຳ → ສົ່ງສະລິບ ພ້ອມເລກ QT ໃຫ້ ຝ່າຍບັນຊີ.
- ບັນຊີບັນທຶກຮັບເງິນແບບ “ເງິນມັດຈຳ” ແລ້ວເລືອກໃບສະເໜີລາຄານັ້ນໃນຊ່ອງ ໃບສະເໜີລາຄາ (ເງິນມັດຈຳ) → ປ້າຍມັດຈຳອັບເດດເອງ (ບາງສ່ວນ / ຊຳລະແລ້ວ) v1.10.0 — ບໍ່ຕ້ອງລໍຜູ້ຈັດການກົດອີກ.
- ອອກ Revision ໃໝ່ຫຼັງລູກຄ້າຈ່າຍມັດຈຳແລ້ວ → ປ້າຍຍັງຄົງ (ນັບລວມທຸກ Revision ຂອງເລກ QT ດຽວກັນ).
- ປ່ຽນເປັນ JO → ມັດຈຳຕາມໄປຢູ່ກັບໃບສັ່ງວຽກເອງ ແລະ ຖືກຫັກໃນໃບແຈ້ງໜີ້ໃຫ້ອັດຕະໂນມັດ.
- ປ້າຍບໍ່ຂຶ້ນຫຼັງບັນຊີບັນທຶກ? → ຖາມບັນຊີວ່າເລືອກໃບສະເໜີລາຄາບໍ. ກໍລະນີພິເສດ (ບັນທຶກໂດຍບໍ່ເລືອກ QT, ຍົກເລີກມັດຈຳແລ້ວຕ້ອງປັບລົງ): ຜູ້ຈັດການ / ຜູ້ຊ່ວຍຜູ້ຈັດການ ກົດ ອັບເດດເງິນມັດຈຳ. ຝ່າຍຂາຍບໍ່ມີປຸ່ມນີ້ — ໜ້າທີ່ຄື ຕາມເງິນ ແລະ ສົ່ງຫຼັກຖານ + ເລກ QT. ລູກຄ້າຖາມຍອດ → ເບິ່ງ “ຍອດເງິນມັດຈຳ” ໃນໜ້າໃບສະເໜີລາຄາ.
🚫 ເປັນຫຍັງຕ້ອງຕາມໄວມັດຈຳຍັງ “ລໍຖ້າ/ບາງສ່ວນ” → ປ່ຽນເປັນໃບສັ່ງວຽກບໍ່ໄດ້. Override = ເຈົ້າຂອງ / ADMIN ເທົ່ານັ້ນ + ຕ້ອງມີເຫດຜົນ + ຖືກບັນທຶກ Audit ທຸກຄັ້ງ.
SOP-06
ປ່ຽນເປັນໃບສັ່ງວຽກ (JO)
ປຸ່ມ ປ່ຽນເປັນໃບສັ່ງວຽກ ສະແດງເມື່ອ: ລູກຄ້າຢືນຢັນແລ້ວ + ສະບັບ Revision ຫຼ້າສຸດ + ເລກ QT ຍັງບໍ່ເຄີຍມີ JO — ແລະ ຜູ້ກົດມີສິດ: ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ADMIN, ເຈົ້າຂອງ. ພະນັກງານຂາຍປ່ຽນບໍ່ໄດ້.
- ຜູ້ຂາຍແຈ້ງຜູ້ມີສິດ: ລູກຄ້າຢືນຢັນແລ້ວ + ມັດຈຳຄົບ (ສົ່ງເລກ QT) ພ້ອມຂໍ້ມູນ ຊື່ວຽກ, ວັນທີຕ້ອງການວຽກ ທີ່ຕົກລົງກັບລູກຄ້າ, ຄວາມສຳຄັນ, ທີ່ຢູ່ຈັດສົ່ງ/ຕິດຕັ້ງ.
- ຜູ້ມີສິດກົດ ປ່ຽນເປັນໃບສັ່ງວຽກ → ກວດໜ້າສະຫຼຸບ → ປ້ອນ ຊື່ວຽກ/ໂປຣເຈັກ * · ວັນທີຕ້ອງການວຽກ * (ບັງຄັບ, ບໍ່ໃຫ້ເປັນອະດີດ) v1.22.0 · ຄວາມສຳຄັນ · ທີ່ຢູ່ຈັດສົ່ງ/ຕິດຕັ້ງ.
- ກ່ອງເງິນມັດຈຳ: ຂຽວ = ຜ່ານ · ສີສົ້ມ = ລໍຖ້າ ຫຼື override (ເຈົ້າຂອງ / ADMIN).
- ຢືນຢັນສ້າງໃບສັ່ງວຽກ → ໄດ້ເລກ JOxxxxx; QT ເປັນ ປ່ຽນເປັນໃບສັ່ງວຽກແລ້ວ ຖາວອນ.
⚠️ ວັນທີຕ້ອງການວຽກ ບັງຄັບແລ້ວ (v1.22.0)ບໍ່ມີວັນທີ = ສ້າງໃບສັ່ງວຽກບໍ່ໄດ້ (ລະບົບແຈ້ງ “ກະລຸນາໃສ່ວັນທີຕ້ອງການວຽກ — ໃຊ້ນັບ KPI ທັນກຳນົດ”). ຜູ້ກົດປ່ຽນເປັນຜູ້ໃສ່ ແຕ່ຝ່າຍຂາຍເປັນຄົນຕົກລົງວັນກັບລູກຄ້າ — ຝ່າຍຜະລິດໃຊ້ວັນນີ້ນັບ KPI ສົ່ງທັນກຳນົດ, ຢ່າສັນຍາວັນທີ່ເຮັດບໍ່ທັນ.
ℹ️ ໃບສັ່ງວຽກຮັບອະໄຫຍັງໄປລາຍການ/ຂະໜາດ/ຂໍ້ມູນລູກຄ້າ ຖືກແຊ່ແຂງ. ຊ່າງ, QC, ອອກແບບ ແລະ ສາງ ເຫັນແຕ່ຫົວວຽກ (ເລກວຽກ, ຊື່ງານ, ລູກຄ້າ, ກຳນົດສົ່ງ) — ບໍ່ເຫັນລາຄາ. 1 ເລກ QT ມີ JO ໄດ້ 1 ໃບ (ນັບລວມທຸກ Revision).
SOP-07
ແກ້ໃບທີ່ອະນຸມັດແລ້ວ = ສ້າງ Revision
- ເປີດໃບສະບັບຫຼ້າສຸດຂອງທ່ານ (ອະນຸມັດແລ້ວ / ສົ່ງແລ້ວ / ຖືກຕີກັບ / ໝົດອາຍຸ / ລູກຄ້າຢືນຢັນແລ້ວ) → ກົດ ສ້າງ Revision.
- ລະບົບຄັດລອກລາຍການ, ຮູບປະກອບລາຍການ ແລະ ເງື່ອນໄຂ ເປັນຮ່າງໃໝ່ ເລກເດີມ + -R1, -R2, … — ສະບັບເດີມອ່ານຢ່າງດຽວ.
- ແກ້ໄຂ → ຂໍອະນຸມັດ → ສົ່ງ → ຢືນຢັນ ຕາມ SOP-03/04.
✔ ຝ່າຍຂາຍສ້າງ Revision ເອງໄດ້ແລ້ວສະບັບ 1.0 ເປັນສິດພິເສດ — ດຽວນີ້ບົດບາດ ພະນັກງານຂາຍ ມີສິດນີ້ (ໃບຂອງຕົນເອງ). ຜູ້ຈັດການບໍ່ມີສິດນີ້ໂດຍຄ່າຕັ້ງຕົ້ນ.
⚠️ ຂໍ້ຈຳກັດ Revisionສ້າງໄດ້ຈາກສະບັບຫຼ້າສຸດເທົ່ານັ້ນ ແລະ ຖ້າເລກ QT ນີ້ມີ JO ແລ້ວ ຈະສ້າງ Revision ບໍ່ໄດ້ອີກ — ລາຄາ/ຂອບເຂດປ່ຽນຫຼັງເລີ່ມວຽກ ຕ້ອງປຶກສາຜູ້ຈັດການ. KPI (v1.28.0): ທຸກສະບັບຂອງເລກ QT ດຽວກັນ ນັບເປັນ 1 ໃບ ໃນ ອັດຕາປິດການຂາຍ — ການສ້າງ Revision ບໍ່ເຮັດໃຫ້ອັດຕາຫຼຸດ.
SOP-08
ຕິດຕາມວຽກ ແລະ ເງິນຫຼັງການຂາຍ
| ເມນູ | ໃຊ້ເຮັດຫຍັງ | ສິດ |
| ສະຖານະ: ວຽກໃໝ່ → ກຳລັງວາງແຜນ → ກຳລັງດຳເນີນວຽກ → ພ້ອມສົ່ງມອບ → ກຳລັງສົ່ງມອບ/ຕິດຕັ້ງ → ລໍຖ້າລູກຄ້າກວດຮັບ → ປິດວຽກແລ້ວ | ອ່ານ |
| ເບິ່ງວຽກທັງໝົດຕາມຖັນສະຖານະ — ງ່າຍກວ່າ ເພາະຕົວກອງໃນລາຍການໃບສັ່ງວຽກມີແຕ່ ວຽກໃໝ່ / ພັກວຽກ / ຍົກເລີກ | ອ່ານ |
| ນັດສົ່ງ/ຕິດຕັ້ງ, ໃບຮັບມອບງານ ແລະ ຮູບຫຼັກຖານ | ອ່ານ |
| ໃບຂອງການຂາຍຕົນເອງ: ຍອດ / ຈ່າຍແລ້ວ / ຄ້າງ (ມີຮູບລາຍການຈາກ QT) | ອ່ານ · ຂອງຕົນເອງ |
| → | ຍອດຄ້າງ ແລະ ເກີນກຳນົດ ຂອງລູກຄ້າທີ່ທ່ານຂາຍ | ອ່ານ · ຂອງຕົນເອງ |
| → ລາຍລະອຽດ | ກາດການເງິນ ຍອດຄ້າງ/ເກີນກຳນົດ + ປະຫວັດລູກຄ້າ — ເປີດກ່ອນໂທຫາລູກຄ້າທຸກຄັ້ງ | ອ່ານ |
🔔 ກະດິ່ງວຽກ ສຳລັບຜູ້ຂາຍ v1.33.0“ໃບສັ່ງວຽກ … ແລ້ວທຸກຂັ້ນຕອນ — ອອກໃບແຈ້ງໜີ້ໄດ້” (ກົດແລ້ວເປີດໃບສະເໜີລາຄາ) → ແຈ້ງລູກຄ້າ ນັດຮັບ / ຕິດຕັ້ງ. “ໃບສັ່ງວຽກ … ເກີນວັນທີຕ້ອງການແລ້ວ ແຕ່ຍັງບໍ່ແລ້ວ” (ມື້ລະເທື່ອ) → ໂທບອກລູກຄ້າກ່ອນ ລູກຄ້າໂທມາ. ໄປຫາ ພະນັກງານຂາຍ ຂອງໃບສະເໜີລາຄາທີ່ເປີດວຽກ.
ℹ️ ຂາຍແລ້ວບໍ່ຈົບວຽກສຳເລັດແຕ່ເງິນຍັງບໍ່ຄົບ = ດີລຍັງບໍ່ຈົບ — ຊ່ວຍຝ່າຍບັນຊີຕາມເງິນ. ເກັບເງິນທັນກຳນົດ ເປັນ KPI ຂອງທ່ານ (SOP-11). ບົດບາດ ພະນັກງານຂາຍ ບໍ່ມີເມນູ ຮັບຊຳລະເງິນ / ໃບຮັບເງິນ (ໝວດ ການເງິນ ສະແດງແຕ່ ໃບແຈ້ງໜີ້ ແລະ ໜີ້ຕ້ອງຮັບລູກຄ້າ) — ເບິ່ງການຈ່າຍຜ່ານໜ້າໃບແຈ້ງໜີ້.
SOP-09
ຜູ້ຊ່ວຍ AI — ຮັບຊ່ວງ ແລະ ຕອບລູກຄ້າ ໃໝ່
ເມນູ
ລູກຄ້າແຊັດກັບຜູ້ຊ່ວຍ AI ທີ່ໜ້າ /chat (ລາວ / ໄທ / ອັງກິດ). AI ເກັບຄວາມຕ້ອງການ, ແຈ້ງລາຄາເບື້ອງຕົ້ນຈາກລາຍການລາຄາໃນລະບົບ ແລະ ສົ່ງຕໍ່ພະນັກງານ ເມື່ອເລື່ອງເກີນໜ້າທີ່.
- ເປີດ → ກອງ ສະເພາະທີ່ລໍຖ້າພະນັກງານ → ເປີດການສົນທະນາ.
- ອ່ານ ສະຫຼຸບຄວາມຕ້ອງການ (brief), ບົດສົນທະນາ ແລະ ໄຟລ໌ແນບຂອງລູກຄ້າ.
- ກ່ອງ ການສົ່ງຕໍ່ພະນັກງານ → ຮັບເລື່ອງ (ບອກເພື່ອນວ່າທ່ານດູແລ).
- ຮັບຊ່ວງການສົນທະນາ ຫຼື ພິມໃນ ຕອບລູກຄ້າ → ສົ່ງ — AI ຢຸດຕອບໃນການສົນທະນານີ້ ຈົນກວ່າຈະສົ່ງຄືນ.
- ຈົບເລື່ອງ → ປິດການສົ່ງຕໍ່; ໃຫ້ AI ຕອບຕໍ່ → ສົ່ງຄືນໃຫ້ AI ຕອບ; ຈົບແທ້ → ປິດວຽກ.
ເຫດຜົນທີ່ AI ສົ່ງຕໍ່: ວຽກຊັບຊ້ອນ · ໂຄງສ້າງພິເສດ · ຕ້ອງສຳຫຼວດໜ້າງານ · ຂໍສ່ວນຫຼຸດພິເສດ · ຂໍ້ຮ້ອງຮຽນ · ບໍ່ພົບຂໍ້ມູນໃນລະບົບ · AI ບໍ່ໝັ້ນໃຈ · ຕ້ອງການຢືນຢັນໃບສະເໜີລາຄາ / ສັ່ງຜະລິດ · ລູກຄ້າຂໍລົມກັບພະນັກງານ.
🚫 AI ບໍ່ຕໍ່ລາຄາ ບໍ່ສັນຍາສ່ວນຫຼຸດ, ວັນສົ່ງ ແລະ ລາຄາສຸດທ້າຍ = ພະນັກງານຕອບ. AI ບອກສະຖານະວຽກໄດ້ (ຫຼັງລູກຄ້າຢືນຢັນຕົວຕົນດ້ວຍເລກເອກະສານ + ເບີ) ແຕ່ບໍ່ບອກຍອດເງິນ.
ℹ️ ກວດໜ້ານີ້ຢ່າງໜ້ອຍ ເຊົ້າ-ບ່າຍລູກຄ້າທີ່ລໍຖ້ານານ = ເສຍດີລ. ຖ້າ AI ຂັດຂ້ອງ ລູກຄ້າຍັງກົດຕິດຕໍ່ພະນັກງານໄດ້ — ກວດກັບຜູ້ດູແລວ່າ AI ເປີດໃຊ້ຢູ່ບໍ.
SOP-10
ຈາກລາຄາປະເມີນ AI → ໃບສະເໜີລາຄາຕົວຈິງ ໃໝ່
ລາຄາປະເມີນໂດຍ AI→
ພະນັກງານຢືນຢັນລາຄາແລ້ວ→
ໃບສະເໜີລາຄາຕົວຈິງ
ກ່ອງ ລາຄາປະເມີນ ແລະ ຄຳຂໍໃບສະເໜີລາຄາ
- ກວດລາຍການ + ຍອດປະເມີນ → ຢືນຢັນລາຄາ (ປ້ອນຍອດທີ່ຢືນຢັນ, ໝາຍເຫດບໍ່ບັງຄັບ).
- ສ້າງໃບສະເໜີລາຄາໃນລະບົບ — ຕ້ອງເຊື່ອມລູກຄ້າໃນລະບົບກ່ອນ → ເຮັດຕາມ SOP-02.
- ກັບມາກົດ ເຊື່ອມໂຍງໃບສະເໜີລາຄາ → ເລືອກ QT → ຄຳຂໍສຳເລັດ.
ກ່ອງ ລູກຄ້າໃໝ່ (Lead)
- ໂທ/ຂຽນຫາແລ້ວ → ຕິດຕໍ່ແລ້ວ.
- ປ່ຽນເປັນລູກຄ້າ → ເລືອກລູກຄ້າທີ່ມີຢູ່ ຫຼື ສ້າງລູກຄ້າໃໝ່ (ກວດຊ້ຳກ່ອນ).
- ບໍ່ແມ່ນລູກຄ້າແທ້ → ບໍ່ດຳເນີນການ.
⚠️ ລາຄາສິນຄ້າ — ໃຊ້ສະເພາະ AI → → ໄອຄອນປ້າຍລາຄາ (ໜ້າ ລາຄາສິນຄ້າ): ລາຄາຂາຍຍ່ອຍ / ຂາຍສົ່ງ ຕໍ່ຫົວໜ່ວຍ / ຕາແມັດ / ແມັດ, ຈຳນວນຂັ້ນຕໍ່າ, ຊ່ວງວັນທີມີຜົນ. ພະນັກງານຂາຍເບິ່ງໄດ້ — ADMIN / ເຈົ້າຂອງ ແກ້. ບໍ່ຕິດມາໃນ QT. ສິນຄ້າທີ່ບໍ່ມີລາຄາ → AI ບອກລູກຄ້າວ່າບໍ່ມີລາຄາໃນລະບົບ ແລ້ວສົ່ງຕໍ່ພະນັກງານ. ລາຄາປ່ຽນ → ແຈ້ງ ADMIN ອັບເດດ.
SOP-11
KPI ຂອງພະນັກງານຂາຍ ໃໝ່
ເມນູ
ທຸກເດືອນ ລະບົບນັບ KPI 70% ຈາກວຽກຈິງໃນລະບົບເອງ + KBI 30% (ມາກົງເວລາ, ມື້ຂາດວຽກ, ມື້ລາ, ໃບຕັກເຕືອນ ແລະ ດາວຈາກຫົວໜ້າ — 6 ຂໍ້ ຂໍ້ລະ 5%). ໜ້າ ສະແດງ “ເດືອນນີ້ — ກຳລັງນັບ” ອັບເດດທຸກມື້, ຜົນທີ່ອະນຸມັດແລ້ວ ແລະ ກາຟ 6 ເດືອນຍ້ອນຫຼັງ.
| ຕົວຊີ້ວັດ | ລະບົບນັບແນວໃດ (ໃນເດືອນນັ້ນ) | ນ້ຳໜັກ | ເປົ້າຕັ້ງຕົ້ນ |
| KPI · ຍອດຂາຍທີ່ລູກຄ້າຢືນຢັນ | ຍອດລວມໃບສະເໜີລາຄາທີ່ທ່ານເປັນ ພະນັກງານຂາຍ ແລະ ກົດ ລູກຄ້າຢືນຢັນ ໃນເດືອນ (ລວມໃບທີ່ປ່ຽນເປັນໃບສັ່ງວຽກແລ້ວ) | 35 | ຫົວໜ້າຕັ້ງລາຍຄົນ ທຸກເດືອນ |
| KPI · ອັດຕາປິດການຂາຍ (%) v1.28.0 | ນັບຕາມເລກໃບ: ເລກໃບທີ່ ອະນຸມັດເທື່ອທຳອິດ ໃນເດືອນ → ກີ່ % ທີ່ລູກຄ້າຢືນຢັນ. 1 ເລກໃບ = 1 ໃບ — Revision ບໍ່ນັບເປັນໃບເພີ່ມ; ລູກຄ້າຢືນຢັນ Revision ໃດກໍນັບວ່າປິດໄດ້ (ສະບັບທີ່ຖືກຍົກເລີກບໍ່ນັບ) | 15 | 40% |
| KPI · ເກັບເງິນທັນກຳນົດ (%) v1.28.0 | ໃບແຈ້ງໜີ້ຂອງທ່ານທີ່ ຄົບກຳນົດ ໃນເດືອນ (ຮອດມື້ວານ) → ສ່ວນທີ່ລູກຄ້າຈ່າຍທັນວັນຄົບກຳນົດ: ຈ່າຍບາງສ່ວນນັບຕາມສ່ວນ ລວມເງິນມັດຈຳ (ເຊັ່ນ ໃບ 1,000 ຈ່າຍທັນ 600 = 60%); ເງິນທີ່ເຂົ້າຫຼັງວັນຄົບກຳນົດ ບໍ່ນັບ. ໃບທີ່ຍັງບໍ່ຄົບກຳນົດ ຍັງບໍ່ນັບ — ຕົວເລກກາງເດືອນບໍ່ຕົກເພາະໃບທີ່ຍັງບໍ່ຮອດກຳນົດ | 20 | 90% |
| KBI · ມາກົງເວລາ (%) | ມື້ທີ່ສະແກນ QR ເຂົ້າວຽກກົງເວລາ ÷ ມື້ເຮັດວຽກ (ມື້ລາທີ່ອະນຸມັດແລ້ວບໍ່ນັບ) | 5 | 95% |
| KBI · ມື້ຂາດວຽກ v1.27.0 | ລະບົບນັບເອງ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ (ຂາດເຄິ່ງມື້ = 0.5) — ໜ້ອຍ = ດີ | 5 | 3 ມື້ = 0 ຄະແນນ |
| KBI · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) v1.27.0 | ລະບົບນັບເອງ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI — ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ນັບ | 5 | 4 ມື້ = 0 ຄະແນນ |
| KBI · ໃບຕັກເຕືອນ v1.34.0 | ໃບຕັກເຕືອນທີ່ອອກໃຫ້ທ່ານ ນັບໃນເດືອນທີ່ເກີດເຫດ (ໃບທີ່ຍົກເລີກ ບໍ່ນັບ) — ໜ້ອຍ = ດີ | 5 | 2 ໃບ = 0 ຄະແນນ |
| KBI · ຄວາມຮັບຜິດຊອບ | ຫົວໜ້າໃຫ້ດາວ 1–5 (5 ດາວ = 100 ຄະແນນ) | 5 | — |
| KBI · ການຮ່ວມມືໃນທີມ | ຫົວໜ້າໃຫ້ດາວ 1–5 | 5 | — |
ℹ️ ຄິດຄະແນນແນວໃດແຕ່ລະຂໍ້ = ຜົນຈິງ ÷ ເປົ້າ × 100 (ສູງສຸດ 100) → ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D. ຕົວຢ່າງ: ເປົ້າ 50 ລ້ານກີບ ຂາຍໄດ້ 40 ລ້ານ = 80 ຄະແນນ. ມື້ຂາດວຽກ ແລະ ມື້ລາ ໜ້ອຍ = ດີ: 0 ມື້ = 100 ຄະແນນ · ຂາດ 1 ມື້ ≈ 67 · 2 ມື້ ≈ 33 · 3 ມື້ = 0; ລາ ຫຼຸດມື້ລະ 25 (4 ມື້ = 0); ໃບຕັກເຕືອນ 0 ໃບ = 100 · 1 ໃບ = 50 · 2 ໃບ = 0. ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ນັບ. ນ້ຳໜັກ ແລະ ເປົ້າ ບໍລິສັດປັບໄດ້ — ເບິ່ງຕົວເລກຈິງໃນໜ້າຂອງທ່ານ.
⚠️ ຮູ້ໄວ້“ຍັງບໍ່ມີເປົ້າ” = ຂໍ້ນັ້ນບໍ່ນັບ → ຖາມຫົວໜ້າ. ຫົວໜ້າຕັ້ງເປົ້າສະເພາະທ່ານ ໄດ້ທຸກຂໍ້ທີ່ລະບົບນັບ (v1.28.0) — ເປົ້າໃນໜ້າຂອງທ່ານ ອາດຕ່າງຈາກຕາຕະລາງນີ້. ຍອດຂາຍນັບເປັນ ສະກຸນເງິນເລີ່ມຕົ້ນ ຂອງບໍລິສັດ () — ໃບສະກຸນອື່ນ (ເຊັ່ນ ບາດ / ໂດລາ) ນັບດ້ວຍ ອັດຕາແລກປ່ຽນ ທີ່ໃສ່ໃນໃບ (ບັງຄັບຕັ້ງແຕ່ v1.26.0); ໃບເກົ່າທີ່ລູກຄ້າຢືນຢັນແລ້ວ ແຕ່ບໍ່ມີອັດຕາ ບໍ່ເຂົ້າຍອດ. ຂຶ້ນ “ທ່ານຍັງບໍ່ຢູ່ໃນກຸ່ມປະເມີນ KPI — ຖາມ HR” → ໃຫ້ HR ກວດພະແນກຂອງທ່ານ.
ເຮັດແນວໃດໃຫ້ໄດ້ຄະແນນດີ
- ກົດ ລູກຄ້າຢືນຢັນ ມື້ທີ່ລູກຄ້າຕົກລົງ — ລືມກົດ = ຍອດບໍ່ນັບ; ກົດຂ້າມເດືອນ = ໄປນັບເດືອນໜ້າ.
- ຕາມລູກຄ້າທຸກໃບທີ່ອະນຸມັດແລ້ວ ດ້ວຍ ນັດຕິດຕາມ (SOP-04) — ໃບໝົດອາຍຸ ຫຼື ບໍ່ຕອບ = ບໍ່ປິດ. ກວດໃບໃຫ້ຖືກກ່ອນສົ່ງຂໍອະນຸມັດ (1 ເລກໃບ = 1 ໃບ ເຖິງຈະມີຫຼາຍ Revision — ແກ້ Revision ຈົນລູກຄ້າຕົກລົງ ນັບວ່າປິດໄດ້).
- ຕາມເງິນກ່ອນວັນຄົບກຳນົດ — ເບິ່ງ ; ເງິນທີ່ເຂົ້າຫຼັງວັນຄົບກຳນົດ ບໍ່ນັບ, ຈ່າຍບາງສ່ວນທັນ ນັບຕາມສ່ວນ (ລວມມັດຈຳ).
- ສະແກນ QR ເຂົ້າວຽກກົງເວລາ ທຸກມື້; ຈະລາ → ຂໍໃນ (ລາທີ່ອະນຸມັດ ບໍ່ນັບວ່າຂາດ; ແຕ່ ລາກິດ / ລາບໍ່ໄດ້ຮັບເງິນເດືອນ ຫຼຸດຂໍ້ ມື້ລາ — ລາພັກປະຈຳປີ, ລາປ່ວຍ, ລາເກີດລູກ ບໍ່ຫຼຸດ).
- ຮັບຜິດຊອບ ແລະ ຊ່ວຍທີມ — ຕອບລູກຄ້າໄວ, ກວດ ເຊົ້າ-ບ່າຍ, ສົ່ງຂໍ້ມູນໃຫ້ບັນຊີ / ຜະລິດ ຄົບ.
- ເບິ່ງ ທຸກອາທິດ — ຍັງຂາດເປົ້າ ເລັ່ງຕາມໃບທີ່ຄ້າງ.
ຮອບປະເມີນທຸກເດືອນ
ຫົວໜ້າ ຕັ້ງເປົ້າ ຍອດຂາຍຂອງທ່ານ→
ວັນທີ 1–5 ເດືອນຖັດໄປ: ຫົວໜ້າໃຫ້ດາວ + ຄຳເຫັນ → ສົ່ງໃຫ້ອະນຸມັດ→
ເຈົ້າຂອງ / HR ອະນຸມັດ ຫຼື ສົ່ງກັບຫົວໜ້າ→
ທ່ານເຫັນເກຣດ + ຄຳເຫັນ + ກາຟ 6 ເດືອນ
ℹ️ ຕົວເລກບໍ່ຖືກ? ແຈ້ງຫົວໜ້າກ່ອນທ້າຍເດືອນເຊັ່ນ ລືມກົດ ລູກຄ້າຢືນຢັນ — ຕົວເລກຖືກບັນທຶກຕອນຫົວໜ້າກົດ ສົ່ງໃຫ້ອະນຸມັດ. ທ່ານເຫັນສະເພາະຜົນງານຂອງຕົນເອງ. ໂບນັດ = ເຈົ້າຂອງຕັດສິນເອງ (ລະບົບສະແດງຄະແນນເທົ່ານັ້ນ). ລາຍລະອຽດ:
HR ຂອງຂ້ອຍ.
ຕອນ 9
ກົດເຫຼັກ 10 ຂໍ້ ຂອງຝ່າຍຂາຍ
1. ລູກຄ້າທຸກລາຍຕ້ອງມີ ຊື່ · ເບີ 020+8 ຫຼັກ · ທີ່ຢູ່.
2. ເຫັນກ່ອງເຕືອນຂໍ້ມູນຊ້ຳ ໃຫ້ກວດກ່ອນ. ກົດ “ບັນທຶກຕໍ່” ໂດຍບໍ່ກວດ = ລູກຄ້າຊ້ຳ 2 ລາຍ.
3. ໃບສະເໜີລາຄາແກ້ໄດ້ສະເພາະສະຖານະຮ່າງ. ອອກຈາກຮ່າງ = ລັອກ; ຢາກແກ້ = ສ້າງ Revision.
4. ແຕະໄດ້ສະເພາະໃບຂອງຕົນເອງ. ເຫັນທຸກໃບ ≠ ແກ້ທຸກໃບ.
5. ອະນຸມັດໃບຕົນເອງບໍ່ໄດ້. ວາງແຜນຜູ້ອະນຸມັດລ່ວງໜ້າ.
6. “ບັນທຶກວ່າສົ່ງແລ້ວ” ບໍ່ໄດ້ສົ່ງເອກະສານຈິງ. ພິມ/ແຊຣ໌ໃຫ້ລູກຄ້າເອງກ່ອນ ແລ້ວຄ່ອຍບັນທຶກ.
7. ລົມກັບລູກຄ້າ = ບັນທຶກການຕິດຕໍ່ + ນັດຕິດຕາມ. ໃບບໍ່ໝົດອາຍຸເອງ — ເລີຍວັນຢືນລາຄາ ກົດ “ບັນທຶກໝົດອາຍຸ”, ກວດໃບຄ້າງທຸກອາທິດ.
8. ຕີກັບ / ຍົກເລີກ / override ຕ້ອງມີເຫດຜົນ ແລະ ຖືກບັນທຶກ Audit ທຸກຄັ້ງ.
9. ກວດຍອດ ແລະ VAT ກ່ອນສົ່ງຂໍອະນຸມັດ. VAT ຕັ້ງຕົ້ນ = ບໍ່ມີ — ເລືອກເອງເມື່ອມີ VAT ຈິງ.
10. ລາຄາ AI = ລາຄາປະເມີນ. ລາຄາທີ່ຜູກພັນ = ໃບສະເໜີລາຄາທີ່ອະນຸມັດແລ້ວ. ບັນທຶກພາຍໃນບໍ່ພິມ ແຕ່ຄົນທີ່ເຫັນໃບອ່ານໄດ້.
ຕອນ 10
ໃຜເຮັດຫຍັງໄດ້ (ຄ່າຕັ້ງຕົ້ນຂອງບົດບາດ)
| ການກະທຳ | ພະນັກງານຂາຍ | ຜູ້ຊ່ວຍຜູ້ຈັດການ | ຜູ້ຈັດການ | ຜູ້ຈັດການຫ້ອງການ | ເຈົ້າຂອງ / ADMIN |
| ເພີ່ມ / ແກ້ລູກຄ້າ | ✔ | — | — | — | ✔ |
| ບັນທຶກການຕິດຕໍ່ · ນັດຕິດຕາມ v1.33.0 | ✔ | ✔ | ✔ | — | ✔ |
| ສ້າງ-ແກ້ຮ່າງ QT · ສົ່ງຂໍອະນຸມັດ · ພິມ | ✔ ຂອງຕົນ | — | — | — | ✔ |
| ອະນຸມັດ / ຕີກັບ | — | — | ✔ | ✔ | ✔ |
| ບັນທຶກສົ່ງແລ້ວ · ໝົດອາຍຸ · ສ້າງ Revision | ✔ ຂອງຕົນ | — | — | — | ✔ |
| ລູກຄ້າຢືນຢັນ | ✔ ຂອງຕົນ | ✔ | ✔ | — | ✔ |
| ອັບເດດມັດຈຳດ້ວຍມື (ກໍລະນີພິເສດ) · ປ່ຽນເປັນ JO | — | ✔ | ✔ | — | ✔ |
| ຍົກເລີກ QT · override ມັດຈຳ | — | — | — | — | ✔ |
| ແຊັດ AI: ຮັບຊ່ວງ / ຕອບ / ຢືນຢັນລາຄາ | ✔ | ✔ | ✔ | ເບິ່ງ | ✔ |
| ປິດການໃຊ້ງານລູກຄ້າ · ແກ້ສິນຄ້າ ແລະ ລາຄາ | — | — | — | — | ✔ |
ອີງສິດຕັ້ງຕົ້ນຂອງບົດບາດໃນລະບົບຈິງ (29/09/2026). ທຸກບົດບາດໃນຕາຕະລາງເຫັນ QT ທຸກໃບ; ບົດບາດ ພະນັກງານ (STAFF) ເຫັນແຕ່ຂອງຕົນ. ຜູ້ຈັດການຜະລິດ ແລະ ຍຸດທະສາດ ປ່ຽນເປັນ JO ໄດ້. ພະນັກງານການຕະຫຼາດ: ລູກຄ້າ + ບັນທຶກການຕິດຕໍ່ + ແຊັດ AI ແຕ່ສ້າງ QT ບໍ່ໄດ້. ບັນທຶກການຕິດຕໍ່ = ສິດ customers.contact_log (v1.33.0) — ບັນຊີ ແລະ STAFF ກໍມີ. “✔ ຂອງຕົນ” = ໃບທີ່ຕົນເປັນພະນັກງານຂາຍ ຫຼື ຜູ້ສ້າງ; ຜູ້ຈັດການ ແລະ ຜູ້ຊ່ວຍຜູ້ຈັດການ ຈັດການໃບຂອງທຸກຄົນໄດ້. ສິດ “—” ເປີດລາຍຄົນໄດ້ທີ່ ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ → ສິດການໃຊ້ງານ.
ສະບັບ 1.2
ມີຫຍັງໃໝ່ໃນສະບັບ 1.2
| ເລື່ອງ | ປ່ຽນແນວໃດ | ລະບົບ |
| ຕິດຕາມລູກຄ້າ (CRM) | ບັນທຶກການຕິດຕໍ່ ທຸກຄັ້ງທີ່ໂທ / WhatsApp / ພົບ · ນັດຕິດຕາມ + ເມນູ · ກະດິ່ງຮອດມື້ນັດ ແລະ QT ສົ່ງແລ້ວ 3 ມື້ບໍ່ມີການຕິດຕາມ · ກາດ ປະຫວັດລູກຄ້າ (SOP-04) | v1.33.0 |
| ກະດິ່ງວຽກ | ໃບສັ່ງວຽກແລ້ວທຸກຂັ້ນຕອນ ແລະ ເກີນວັນທີຕ້ອງການ ແຈ້ງຜູ້ຂາຍຂອງໃບ (SOP-08) | v1.33.0 |
| ແຈ້ງການ · ໃບຕັກເຕືອນ · KBI | ແລະ · KBI 6 ຂໍ້ ຂໍ້ລະ 5% ມີຂໍ້ໃໝ່ ໃບຕັກເຕືອນ (SOP-11) | v1.34.0 |
| ມືຖື | ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ສູງ 44 px ກົດງ່າຍ · ແຖບເທິງແຖວດຽວ · ຕົວໜັງສືສີເທົາເຂັ້ມຂຶ້ນ (ໃນຄອມຄືເກົ່າ) | v1.34.0 |
| ຂັ້ນ “ລູກຄ້າອະນຸມັດແບບ” | ຂັ້ນຕອນໃນໃບສັ່ງວຽກ ເປັນຂອງພະແນກ ອອກແບບ — ຜູ້ອອກແບບປິດເອງເມື່ອລູກຄ້າຕົກລົງ; ຝ່າຍຂາຍຍັງສົ່ງ proof ໃຫ້ລູກຄ້າ ແລະ ບອກຜົນໃຫ້ຜູ້ອອກແບບ | v1.29.0 |
| KPI ນັບຍຸດຕິທຳຂຶ້ນ | ອັດຕາປິດການຂາຍ ນັບຕາມເລກໃບ (Revision ບໍ່ນັບເພີ່ມ) · ເກັບເງິນທັນກຳນົດ ນັບສ່ວນທີ່ຈ່າຍທັນວັນຄົບກຳນົດ (ຈ່າຍບາງສ່ວນນັບຕາມສ່ວນ) ແລະ ນັບແຕ່ໃບທີ່ຄົບກຳນົດແລ້ວ · ຫົວໜ້າຕັ້ງເປົ້າສະເພາະຄົນ ໄດ້ທຸກຂໍ້ (SOP-11) | v1.28.0 |
| KBI 5 ຂໍ້ | KBI ຍັງ 30 ແຕ່ 5 ຂໍ້ ຂໍ້ລະ 6: + ມື້ຂາດວຽກ ແລະ ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) ລະບົບນັບເອງ; ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ຫຼຸດຄະແນນ (SOP-11) | v1.27.0 |
| ອັດຕາແລກປ່ຽນ ໃນໃບສະເໜີລາຄາ | ໃບ ບາດ / ໂດລາ ຕ້ອງໃສ່ອັດຕາ (1 THB = ? LAK) — ຍອດຂາຍ KPI ນັບໃບເຫຼົ່ານີ້ແລ້ວ (SOP-02, SOP-11) | v1.26.0 |
| KPI ຂອງພະນັກງານຂາຍ | ຍອດຂາຍທີ່ລູກຄ້າຢືນຢັນ (ເປົ້າລາຍຄົນ), ອັດຕາປິດການຂາຍ, ເກັບເງິນທັນກຳນົດ + KBI → ເກຣດ A–D ທຸກເດືອນ, ກາຟ 6 ເດືອນ (SOP-11) | v1.22–1.24 |
| ວັນທີຕ້ອງການວຽກ ບັງຄັບ | ຕອນປ່ຽນໃບສະເໜີລາຄາເປັນໃບສັ່ງວຽກ (ຜູ້ກົດປ່ຽນໃສ່) — ຝ່າຍຂາຍຕົກລົງວັນກັບລູກຄ້າ ແລະ ສົ່ງໃຫ້ (SOP-06) | v1.22.0 |
| ວັນທີ ວັນ/ເດືອນ/ປີ | ທຸກໜ້າ, ທຸກຊ່ອງ ແລະ ເອກະສານພິມ: 14/10/2026 · ເວລາ 24 ຊົ່ວໂມງ | v1.13–1.14 |
| ຫົວໜ່ວຍ ເລືອກຈາກລາຍການ | ໃນໃບສະເໜີລາຄາ ແລະ ໃບແຈ້ງໜີ້; ສະກົດດຽວ: ຕາລາງແມັດ, ໂຕ | v1.13–1.13.1 |
| ສະກຸນເງິນ + ຄົ້ນຫາເບີ | ສະກຸນເລືອກ LAK / THB / USD; ຄົ້ນເບີບໍ່ສົນຍະຫວ່າງ ຫຼື ຂີດ | v1.15.1 |
| 📖 ວິທີໃຊ້ງານ + ລະຫັດຜ່ານ | ປຸ່ມເປີດຄູ່ມືຂອງຕຳແໜ່ງ (smk-laos.com/learn); ປ່ຽນລະຫັດຜ່ານເອງທີ່ ໂປຣໄຟລ໌ຂອງຂ້ອຍ | v1.16–1.17 |
| HR ຂອງຂ້ອຍ | OT ມີຮູບໜ້າງານ, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ຜົນງານຂອງຂ້ອຍ (KPI) — ເບິ່ງ /learn/my-hr | v1.18–1.24 |
ບໍ່ປ່ຽນ: ຂັ້ນຕອນໃບສະເໜີລາຄາ (ສ້າງ → ອະນຸມັດ → ສົ່ງ → ລູກຄ້າຢືນຢັນ → Revision), ມັດຈຳ, ສິດຂອງບົດບາດ ແລະ ຜູ້ຊ່ວຍ AI ຄືສະບັບ 1.1.
ສະບັບ 1.1 (30/09/2026, ລະບົບ v1.11.0)
| ເລື່ອງ | ປ່ຽນແນວໃດ | ລະບົບ |
| ບົດບາດ ພະນັກງານຂາຍ | ສົ່ງ / ລູກຄ້າຢືນຢັນ / ໝົດອາຍຸ / Revision ເຮັດເອງໄດ້ — ບໍ່ຕ້ອງໃຊ້ STAFF + ເປີດສິດ | v1.3.7 |
| ແຕະສະເພາະໃບຂອງຕົນເອງ | ເຫັນ QT ທຸກຄົນ ແຕ່ແກ້ / ດຳເນີນການໄດ້ສະເພາະໃບຂອງຕົນ | v1.5.1 |
| ສ່ວນຫຼຸດມີເພດານ | ສ່ວນຫຼຸດຈຳນວນເງິນ ເກີນຍອດລວມບໍ່ໄດ້ (QT + ໃບແຈ້ງໜີ້) | v1.1.0 |
| VAT ຕັ້ງຕົ້ນ = ບໍ່ມີ | ເລືອກ VAT ເອງເມື່ອມີ VAT ຈິງ | v1.2.0 |
| ຂໍ້ຄວາມສຳເລັດຮູບ | ປຸ່ມ Quick Reply ໃນທຸກກ່ອງປ່ຽນສະຖານະ QT | v1.3.0 |
| ຜູ້ຊ່ວຍ AI + ລາຄາສິນຄ້າ | ຮັບຊ່ວງແຊັດ, ຢືນຢັນລາຄາປະເມີນ, ປ່ຽນ Lead, ເຊື່ອມ QT (SOP-09, 10) | v1.3.0 |
| ກະດິ່ງແຈ້ງເຕືອນ | QT ລໍຖ້າອະນຸມັດ → ຜູ້ອະນຸມັດ; ອະນຸມັດ / ຕີກັບ → ຜູ້ຂາຍ | v1.4.0 |
| ເອກະສານພິມ ແລະ ຮູບ | ພິມເປັນລາວ (ເດີມຄູ່ມືບອກໄທ); ຮູບປະກອບລາຍການ ≤ 4 / ແຖວ ຕາມໄປໃບແຈ້ງໜີ້; ແນບໄຟລ໌ 10 MB ໄດ້ຈິງ | v1.0–1.1 |
| ລົງເວລາ / OT / ເງິນເດືອນ | ທຸກຄົນໃຊ້ — ເບິ່ງ SOP ລະບົບ HR | v1.6–1.9 |
| ມັດຈຳຜູກ QT | ບັນຊີເລືອກ QT ຕອນຮັບມັດຈຳ → ປ້າຍອັບເດດເອງ, ນັບລວມທຸກ Revision, ຕາມໄປ JO ແລະ ຫັກໃນໃບແຈ້ງໜີ້ເອງ | v1.10.0 |
| ເມນູດ້ານເທິງຈັດເປັນໝວດ | ແທນແຖບເມນູດ້ານຊ້າຍ: ໝວດ ຂາຍ / ຜະລິດ / ການເງິນ / ຂອງຂ້ອຍ … ເຫັນສະເພາະໝວດທີ່ມີສິດ; ມືຖື: ແຖບລຸ່ມ + ເພີ່ມເຕີມ (ຈັດເປັນໝວດດຽວກັນ); ເລກເວີຊັນຢູ່ເມນູໂປຣໄຟລ໌ ແລະ ໜ້າຫຼັກ | v1.11.0 |
ພາກຜະໜວກ
ສຳລັບຜູ້ດູແລລະບົບ
- ພະນັກງານຂາຍໃຫ້ຕັ້ງບົດບາດ ພະນັກງານຂາຍ (SALES) — ມີ
quotations.send, quotations.confirm_customer, quotations.create_revision ແລະ quotations.view_all ຢູ່ແລ້ວ. quotations.cancel ແລະ quotations.override_deposit ແນະນຳໃຫ້ຄົງໄວ້ສະເພາະ OWNER/ADMIN.
- ຫົວໜ້າຝ່າຍຂາຍທີ່ຕ້ອງແກ້ໃບຂອງລູກທີມ ຕ້ອງມີ
quotations.manage_all (ຄ່າຕັ້ງຕົ້ນ: ADMIN, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ) — ເປີດລາຍຄົນທີ່ → .
- MANAGER ໂດຍຄ່າຕັ້ງຕົ້ນບໍ່ມີ
quotations.create/update/submit/print/send/create_revision ແລະ customers.create/update — ເຈົ້າຂອງຕັດສິນແລ້ວ (29/09/2026): ຜູ້ຈັດການຝ່າຍຂາຍທີ່ຂາຍລູກຄ້າລາຍໃຫຍ່ເອງ ໃຫ້ເພີ່ມ 8 ສິດນີ້ລາຍຄົນ. ໃບທີ່ຕົນສ້າງ ອະນຸມັດເອງບໍ່ໄດ້ — ຕ້ອງໃຫ້ ຜູ້ຈັດການຫ້ອງການ / ADMIN / ເຈົ້າຂອງ ອະນຸມັດ.
- ເງິນມັດຈຳ (v1.10.0): ບັນຊີຜູກມັດຈຳກັບໃບສະເໜີລາຄາຕອນຮັບເງິນ ແລ້ວປ້າຍອັບເດດເອງ — ບໍ່ຕ້ອງເປີດ
quotations.update_deposit_status ໃຫ້ບັນຊີ. ປຸ່ມ ອັບເດດເງິນມັດຈຳ (ຜູ້ຈັດການ / ຜູ້ຊ່ວຍຜູ້ຈັດການ) ເຫຼືອໄວ້ສຳລັບກໍລະນີພິເສດ.
- ລາຍການລາຄາສິນຄ້າ (ສຳລັບ AI) ແກ້ໄດ້ສະເພາະຜູ້ມີ
products.manage (ADMIN) — ສິນຄ້າທີ່ບໍ່ມີລາຄາຂາຍຍ່ອຍ AI ຈະແຈ້ງລາຄາບໍ່ໄດ້.
- KPI ຝ່າຍຂາຍ (v1.22.0): ເຈົ້າຂອງເລືອກ ຫົວໜ້າຜູ້ໃຫ້ຄະແນນ ຂອງກຸ່ມ ຝ່າຍຂາຍ ທີ່ (ບໍ່ເລືອກ = ເຈົ້າຂອງ / HR ໃຫ້ຄະແນນ). ເປົ້າ ຍອດຂາຍທີ່ລູກຄ້າຢືນຢັນ ບໍ່ມີຄ່າຕັ້ງຕົ້ນ — ຫົວໜ້າກົດ ຕັ້ງເປົ້າ ໃຫ້ແຕ່ລະຄົນທຸກເດືອນທີ່ (ຂໍ້ອື່ນທີ່ລະບົບນັບ ກໍຕັ້ງເປົ້າສະເພາະຄົນໄດ້ — v1.28.0); ອະນຸມັດ =
kpi.manage (ADMIN, ຜູ້ຈັດການຫ້ອງການ) ຫຼື ເຈົ້າຂອງ. ຍອດຂາຍນັບເປັນສະກຸນເງິນເລີ່ມຕົ້ນຂອງບໍລິສັດ — ໃບສະກຸນອື່ນນັບດ້ວຍ ອັດຕາແລກປ່ຽນ ໃນໃບ (v1.26.0); ຜູ້ອະນຸມັດໃຫ້ກວດອັດຕາກ່ອນກົດ ອະນຸມັດ. ຫົວໜ້າຜູ້ໃຫ້ຄະແນນເຫັນເມນູ ເອງ (v1.24.1).
- ຂໍ້ຈຳກັດທີ່ຮູ້ຢູ່: ຕົວກອງສະຖານະໃນໜ້າລາຍການໃບສັ່ງວຽກຍັງມີແຄ່ 3 ສະຖານະ (ວຽກໃໝ່/ພັກວຽກ/ຍົກເລີກ) — ວຽກທີ່ກຳລັງຜະລິດເບິ່ງຈາກ ກະດານວຽກ.