SOP ປະຈຳຕຳແໜ່ງ
ຝ່າຍບຸກຄະລາກອນ (HR)
ສຳລັບ HR (ຕຳແໜ່ງ OFFICE_MANAGER) ແລະ ເຈົ້າຂອງ / Admin ທີ່ອະນຸມັດ — ຂໍ້ມູນພະນັກງານ, ລົງເວລາ, OT, ການລາ, ສະຫວັດດີການ, ລະບຽບການ, ແຈ້ງການ, ໃບຕັກເຕືອນ, ປະເມີນຜົນງານ KPI ແລະ ການສົ່ງຕໍ່ໃຫ້ບັນຊີຄິດເງິນເດືອນ. ພະນັກງານທົ່ວໄປອ່ານ ຄູ່ມື HR ຂອງຂ້ອຍ.
ສະບັບ: 1.1ວັນທີ: 18 ຕຸລາ 2026ລະບົບ: v1.34.1
ℹ️ ເມນູວຽກ HR ຢູ່ໝວດ (ແຖບດ້ານເທິງ) · ການຕັ້ງຄ່າຢູ່ · ເລື່ອງຂອງຕົນເອງຢູ່ໝວດ . ມືຖື: ແຖບລຸ່ມ → ເພີ່ມເຕີມ.
✅ ມີຫຍັງໃໝ່ (v1.33–v1.34)ແຈ້ງການ ຂອງບໍລິສັດ — ເລືອກຜູ້ຮັບ, ຕ້ອງກົດຮັບຊາບ, ເຕືອນ, ພິມ (ພາກ 10) · ໃບຕັກເຕືອນ — ຫົວໜ້າສະເໜີ → HR / ເຈົ້າຂອງ ອະນຸມັດ → ພະນັກງານຮັບຊາບ, ນັບໃນ KBI — ບໍ່ຫັກເງິນເດືອນ (v1.34.1) (ພາກ 11) · ຫົວໜ້າສາຍງານ = ຕຳແໜ່ງ ເປັນລະດັບຜູ້ຈັດການ ໃນພະແນກດຽວກັນ (ພາກ 11) · KBI ເປັນ 6 ຂໍ້ ຂໍ້ລະ 5% ມີ ໃບຕັກເຕືອນ (ພາກ 9) · ໃນມືຖື ປຸ່ມ ແລະ ຊ່ອງພິມ ໃຫຍ່ຂຶ້ນ ກົດງ່າຍຂຶ້ນ.
0
ໃຜເຮັດຫຍັງ
- HR: ຂໍ້ມູນພະນັກງານ, ກະວຽກ, ວັນພັກ, ຈຸດ QR, ອະນຸມັດ OT ແລະ ການລາ, ເງິນເພີ່ມ/ຫັກ, ອະນຸມັດເບີກລ່ວງໜ້າ, ລາຍການສະຫວັດດີການ, ລະບຽບການ, ແຈ້ງການ, ອະນຸມັດ / ອອກ / ຍົກເລີກ ໃບຕັກເຕືອນ
- ເຈົ້າຂອງ / Admin: ຕັ້ງເງິນເດືອນພື້ນຖານ, ຕັ້ງຈຳນວນເງິນສະຫວັດດີການ, ອະນຸມັດສະຫວັດດີການ, ອະນຸມັດເງິນເດືອນ; ແຈ້ງການ ແລະ ໃບຕັກເຕືອນ ເຮັດໄດ້ຄື HR
- ຫົວໜ້າກຸ່ມ KPI (ຜູ້ຈັດການຜະລິດ, ຜູ້ຈັດການຂາຍ …): ໃຫ້ຄະແນນ KPI / KBI ຂອງທີມທຸກເດືອນ — ເຈົ້າຂອງ / HR ອະນຸມັດ
- ຫົວໜ້າສາຍງານ ແລະ ຜູ້ຈັດການ (ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຝ່າຍຜະລິດ): ສະເໜີໃບຕັກເຕືອນ — HR / ເຈົ້າຂອງ ອະນຸມັດ
- ບັນຊີ: ຄິດເງິນເດືອນ, ກວດອາກອນ / ປະກັນສັງຄົມ, ໝາຍວ່າຈ່າຍແລ້ວ
⚠️ ກົດສຳຄັນບໍ່ມີໃຜອະນຸມັດ ຫຼື ແກ້ເວລາ ຂອງຕົນເອງ ໄດ້ — OT, ການລາ, ສະຫວັດດີການ, ເບີກລ່ວງໜ້າ ຂອງ HR ເອງ ຕ້ອງໃຫ້ຄົນອື່ນອະນຸມັດ. ໃບຕັກເຕືອນ: ຕັກເຕືອນຕົນເອງ ແລະ ອະນຸມັດທີ່ຕົນສະເໜີ ບໍ່ໄດ້.
1
ຕັ້ງຄ່າເທື່ອດຽວ (ກ່ອນເລີ່ມໃຊ້)
- ກະວຽກ — : ເວລາເຂົ້າ-ອອກ (ເຊັ່ນ 08:00–17:00), ໝາຍກະເລີ່ມຕົ້ນ.
- ວັນພັກ — : ໃສ່ວັນພັກທາງການຂອງປີ. ວັນພັກບາງຊົ່ວໂມງ (ເຊັ່ນ ມື້ເຂົ້າ/ອອກພັນສາ ພັກໃສ່ບາດ 08:00–10:00) ເປີດ ພັກບາງຊົ່ວໂມງ — ມື້ນັ້ນຍັງເປັນມື້ເຮັດວຽກ ແຕ່ມາຫຼັງເວລາພັກບໍ່ນັບມາຊ້າ.
- ຈຸດລົງເວລາ (QR) — : ສ້າງຈຸດ (ພິກັດ + ລັດສະໝີ), ພິມ QR ຕິດໜ້າຮ້ານ.
- ອັດຕາ OT — : ອັດຕາມື້ເຮັດວຽກ / ມື້ພັກ, ເພດານຕໍ່ມື້-ເດືອນ (ເຕືອນເທົ່ານັ້ນ).
- ປະເພດການລາ — : ຈຳນວນວັນຕໍ່ປີ, ໄດ້ຮັບເງິນເດືອນບໍ່, ຕ້ອງແນບເອກະສານບໍ່, ເຮັດວຽກຄົບຈັກເດືອນຈຶ່ງໄດ້ສິດ, ແລະ ສະວິດ ນັບໃນ KBI (ມື້ລາປະເພດນີ້ ຫຼຸດຄະແນນ) (v1.27.0 — ຕັ້ງຕົ້ນເປີດສະເພາະ ລາກິດ ແລະ ລາບໍ່ໄດ້ຮັບເງິນເດືອນ; ລາພັກປະຈຳປີ, ລາປ່ວຍ, ລາເກີດລູກ ເປັນສິດຕາມກົດໝາຍ ບໍ່ນັບ — ເບິ່ງພາກ 9). HR / ບັນຊີ ກວດກັບກົດໝາຍແຮງງານກ່ອນໃຊ້ຈິງ.
- ສະຫວັດດີການ — : ລາຍການສະຫວັດດີການ (ໃຫ້ພະນັກງານອ່ານ) + ປະເພດເງິນຊ່ວຍ (ເຈົ້າຂອງ / Admin ຕັ້ງຈຳນວນເງິນ ແລ້ວ ເປີດໃຊ້ — ຕົວຢ່າງທັງໝົດປິດໄວ້).
- ລະບຽບການບໍລິສັດ — (ເບິ່ງພາກ 7).
- ຫົວໜ້າສາຍງານ — : ຕິກ ເປັນລະດັບຜູ້ຈັດການ ໃຫ້ຕຳແໜ່ງຫົວໜ້າ ແລະ ກວດວ່າຫົວໜ້າ ກັບ ລູກທີມ ຢູ່ ພະແນກດຽວກັນ (ເບິ່ງພາກ 11).
2
ຂໍ້ມູນພະນັກງານ — ວັນທີສຳຄັນ
→ ກົດຊື່ → ພາກ ການຈ້າງງານ. ໃສ່ໃຫ້ຄົບທຸກຄົນ ເພາະລະບົບໃຊ້ຄິດສິດເອງ:
- ວັນເຂົ້າວຽກ — ຈຸດເລີ່ມຂອງທຸກຢ່າງ
- ວັນໝົດທົດລອງງານ — ອາຍຸງານເລີ່ມນັບ ມື້ຖັດໄປ (ເຂົ້າວຽກເຕັມເວລາ). ບໍ່ມີທົດລອງງານ ໃຫ້ປະວ່າງ → ນັບແຕ່ວັນເຂົ້າວຽກ
- ວັນເກີດ (ພາກ ຂໍ້ມູນສ່ວນຕົວ → ວັນເດືອນປີເກີດ) — ໃຊ້ໃຫ້ຂອງຂວັນວັນເກີດອັດຕະໂນມັດ
- ກະວຽກ ແລະ ຕ້ອງລົງເວລາເຂົ້າ-ອອກ (ປິດໄດ້ສຳລັບຄົນບໍ່ມີມືຖື — HR ບັນທຶກເວລາແທນ)
ກ່ອງ ອາຍຸງານ ແລະ ສິດ ສະແດງວັນເລີ່ມນັບອາຍຸງານ, ຈຳນວນມື້ທົດລອງງານທີ່ເຫຼືອ ແລະ ວັນທີໄດ້ແຕ່ລະສິດ (ເຊັ່ນ ເບີກຄ່າຮັກສາ 3 ເດືອນ, ລາພັກປະຈຳປີ 12 ເດືອນ).
✅ ສິດເປີດເອງຮອດ 3 / 6 / 12 ເດືອນ ລະບົບເປີດສິດໃຫ້ເອງ ແລະ ແຈ້ງພະນັກງານ — HR ບໍ່ຕ້ອງຈື່. ໄລຍະທົດລອງງານ ໃຊ້ໄດ້ສະເພາະສິດທີ່ຕັ້ງ 0 ເດືອນ. HR ໄດ້ຮັບແຈ້ງເຕືອນ 7 ວັນກ່ອນ ພະນັກງານໝົດທົດລອງງານ.
⚠️ ໃສ່ວັນທົດລອງງານຍ້ອນຫຼັງຖ້າພະນັກງານໃຊ້ລາພັກປະຈຳປີໄປແລ້ວ ວັນລາທີ່ເຫຼືອອາດຕິດລົບ — ກວດລາຍການລາຂອງຄົນນັ້ນ.
3
ລົງເວລາ
- : ເບິ່ງທຸກຄົນລາຍວັນ — ມາຊ້າ, ຂາດ, ລາ, ລາເຄິ່ງວັນ
- ລືມສະແກນ / ມືຖືເສຍ: → ບັນທຶກເວລາແທນ ພ້ອມເຫດຜົນ. ບັນທຶກຜິດ → ຍົກເລີກພ້ອມເຫດຜົນ (ບໍ່ລຶບ)
- ມື້ລາທີ່ອະນຸມັດແລ້ວ ສະແດງ "ລາ" — ບໍ່ນັບເປັນຂາດ
🚫 ຫ້າມແກ້ເວລາຂອງຕົນເອງ (ລະບົບບໍ່ໃຫ້) · ແກ້ເວລາໃນເດືອນທີ່ປິດເງິນເດືອນແລ້ວ (ລະບົບບໍ່ໃຫ້) · ໃຫ້ຄົນອື່ນສະແກນແທນ
4
OT
- ພະນັກງານ ຂໍ OT ໃນມືຖື — ຕ້ອງຖ່າຍຮູບໜ້າງານ 1 ຮູບ. ຖ້າບໍ່ຮູ້ເວລາເລີກ ຕິກ ບໍ່ກຳນົດເວລາເລີກ — ປິດ OT ເມື່ອສະແກນອອກ.
- HR ເປີດ → ກວດຮູບ ແລະ ເວລາຕົວຈິງ (ລະບົບສະແດງ "17:00 → ສະແກນອອກ 19:40") → ອະນຸມັດ ຫຼື ຕີກັບພ້ອມເຫດຜົນ.
- HR ສັ່ງ OT ເອງໄດ້: ມອບ OT (ບໍ່ຕ້ອງມີຮູບ).
ℹ️ OT ບໍ່ກຳນົດເວລາເລີກນັບແຕ່ເວລາເລີ່ມ ຮອດເວລາສະແກນອອກຈິງ (ບໍ່ເກີນ 12 ຊົ່ວໂມງ ແລະ ບໍ່ເກີນ 06:00 ເຊົ້າມື້ຕໍ່ໄປ). ລືມສະແກນອອກ = ຍັງບໍ່ນັບ ຈົນ HR ບັນທຶກເວລາແທນ. ເພດານ OT ຕໍ່ມື້/ເດືອນ ເປັນການເຕືອນເທົ່ານັ້ນ.
5
ການລາ
- ພະນັກງານ ຂໍລາ: ປະເພດ, ວັນທີ, ເຕັມມື້ ຫຼື ເຄິ່ງເຊົ້າ/ເຄິ່ງບ່າຍ, ເຫດຜົນ, ແນບໃບແພດ (ຖ້າປະເພດນັ້ນຕ້ອງການ). ລະບົບນັບສະເພາະມື້ເຮັດວຽກ.
- HR ເປີດ → ອະນຸມັດ ຫຼື ຕີກັບ (ພ້ອມເຫດຜົນ).
- ພະນັກງານລາໂດຍບໍ່ໄດ້ຂໍ (ໂທມາແຈ້ງ): HR ກົດ ບັນທຶກການລາ ໃຫ້ — ອະນຸມັດທັນທີ.
- ຍົກເລີກໄດ້ ຖ້າເດືອນນັ້ນຍັງບໍ່ປິດເງິນເດືອນ.
ℹ️ ເງິນເດືອນລາບໍ່ໄດ້ຮັບເງິນເດືອນ ຫັກເງິນເອງໃນໃບເງິນເດືອນ · ລາເຄິ່ງເຊົ້າ ມາຕອນບ່າຍບໍ່ນັບມາຊ້າ · ພະນັກງານລາຍວັນ ໄດ້ຄ່າຈ້າງວັນລາທີ່ໄດ້ຮັບເງິນ.
ℹ️ ການລາ ແລະ KBI (v1.27.0)ມື້ລາທີ່ອະນຸມັດ ຂອງປະເພດທີ່ເປີດ ນັບໃນ KBI (ຕັ້ງຕົ້ນ: ລາກິດ, ລາບໍ່ໄດ້ຮັບເງິນເດືອນ) ຫຼຸດຄະແນນ KBI ຂໍ້ ມື້ລາ · ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ນັບ ເວັ້ນແຕ່ HR ເປີດສະວິດເອງ. ປ່ຽນໄດ້ທີ່ → ແກ້ປະເພດ → ສະວິດ ນັບໃນ KBI (ມື້ລາປະເພດນີ້ ຫຼຸດຄະແນນ).
6
ສະຫວັດດີການ
- ເງິນຊ່ວຍຕາມເຫດການ (ແຕ່ງງານ, ເກີດລູກ, ນອນໂຮງໝໍ, ງານສົບ) ແລະ ເບີກຄ່າຮັກສາ (ວົງເງິນຕໍ່ປີ): ພະນັກງານ ຂໍສະຫວັດດີການ ພ້ອມຫຼັກຖານ → ເຈົ້າຂອງ / Admin ອະນຸມັດ ທີ່ → ເລືອກ ຈ່າຍພ້ອມເງິນເດືອນ (ລະບົບເພີ່ມແຖວໃນເດືອນທີ່ຍັງເປີດເອງ) ຫຼື ຈ່າຍເງິນສົດແລ້ວ
- HR ເບິ່ງ ແລະ ຕິດຕາມໄດ້ ແຕ່ ບໍ່ອະນຸມັດ (ເຈົ້າຂອງຕັດສິນ). ຍົກເລີກທີ່ອະນຸມັດແລ້ວ → ແຖວເງິນເດືອນຖືກຍົກເລີກນຳ (ຖ້າເດືອນຍັງບໍ່ປິດ)
- ອັດຕະໂນມັດ: ປະເພດທີ່ຕັ້ງ "ໃຫ້ອັດຕະໂນມັດ" ໃນ ວັນເກີດ ຫຼື ວັນຄົບຮອບເຮັດວຽກ — ຮອດມື້ລະບົບບັນທຶກ + ເພີ່ມເຂົ້າເງິນເດືອນເອງ, ພະນັກງານໄດ້ຮັບຄຳອວຍພອນ, HR ໄດ້ຮັບແຈ້ງ. ໜ້າສະຫວັດດີການພະນັກງານ ມີລາຍຊື່ ວັນເກີດ ແລະ ວັນຄົບຮອບ 30 ວັນຂ້າງໜ້າ
⚠️ ຂອງຂວັນວັນເກີດບໍ່ມາ?ກວດ: ໃສ່ວັນເກີດແລ້ວບໍ່ · ປະເພດເປີດໃຊ້ແລ້ວບໍ່ · ພະນັກງານຮອດອາຍຸງານຂັ້ນຕ່ຳບໍ່. ຖ້າລະບົບຂ້າມໄປ HR ແຈ້ງເຈົ້າຂອງ / Admin ກົດ ບັນທຶກສະຫວັດດີການ ແທນ (HR ບັນທຶກເອງບໍ່ໄດ້).
7
ລະບຽບການບໍລິສັດ
- → ເພີ່ມລະບຽບ: ໝວດ, ຫົວຂໍ້, ພິມເນື້ອໃນ ແລະ/ຫຼື ແນບ PDF ຫຼື ຮູບ (≤ 10 MB; ໄຟລ໌ Word ໃຫ້ບັນທຶກເປັນ PDF ກ່ອນ). ບັນທຶກແລ້ວເປັນ ຮ່າງ.
- ກວດອີກຄັ້ງ → ເຜີຍແຜ່ — ພະນັກງານທຸກຄົນໄດ້ຮັບແຈ້ງເຕືອນ.
- ຕິດຕາມ: ປຸ່ມ ຮັບຊາບ X/Y → ລາຍຊື່ຄົນທີ່ຍັງບໍ່ອ່ານ → ແຈ້ງເຕືອນຄົນທີ່ຍັງບໍ່ອ່ານ.
- ແກ້ໄຂ: ແກ້ຄຳຜິດເລັກນ້ອຍ = ການຮັບຊາບເກົ່າຍັງໃຊ້ໄດ້ · ເນື້ອໃນປ່ຽນ → ຕິກ ເປັນສະບັບໃໝ່ = ທຸກຄົນຕ້ອງຮັບຊາບອີກຄັ້ງ. ລະບຽບທີ່ເລີກໃຊ້ → ເກັບ.
8
ເງິນເພີ່ມ / ຫັກ, ເບີກລ່ວງໜ້າ → ເງິນເດືອນ
- : ເງິນເພີ່ມປະຈຳ (ຄ່າເດີນທາງ, ຄ່າໂທ…) ຢູ່ໜ້າພະນັກງານ · ລາຍການເທື່ອດຽວ (ໂບນັດ, ຫັກຂອງເສຍ) ໃສ່ຕາມເດືອນ
- : ອະນຸມັດ → ລະບົບຫັກຄືນຈາກເງິນເດືອນເປັນງວດ
- ເງິນເດືອນພື້ນຖານ: ເຈົ້າຂອງ / Admin ຕັ້ງ (HR ບໍ່ເຫັນ ຖ້າບໍ່ມີສິດ)
- ກ່ອນວັນຕັດຮອບ: ອະນຸມັດ OT, ການລາ, ເບີກລ່ວງໜ້າ ທີ່ຄ້າງໃຫ້ໝົດ → ແຈ້ງບັນຊີ ຄິດເງິນເດືອນ → ເຈົ້າຂອງອະນຸມັດ → ບັນຊີ ໝາຍວ່າຈ່າຍແລ້ວ → ພະນັກງານເຫັນໃບເງິນເດືອນໃນມືຖື. ອະນຸມັດ OT / ການລາ / ສະຫວັດດີການ ຫຼັງບັນຊີຄິດແລ້ວ → ໜ້າເງິນເດືອນຂຶ້ນກ່ອງເຫຼືອງ “ມີຂໍ້ມູນປ່ຽນຫຼັງຄິດໄລ່” ແລະ ອະນຸມັດບໍ່ໄດ້ ຈົນກວ່າບັນຊີກົດ ຄິດໃໝ່ (v1.30)
🚫 ເດືອນທີ່ອະນຸມັດ / ຈ່າຍແລ້ວ ແກ້ບໍ່ໄດ້ເວລາ, OT, ການລາ, ເງິນເພີ່ມ-ຫັກ ຂອງຮອບນັ້ນຖືກລັອກ — ລາຍການທີ່ມາຊ້າໃສ່ເດືອນຕໍ່ໄປ.
9
ປະເມີນຜົນງານ KPI / KBI
ທຸກເດືອນ ລະບົບນັບ KPI ຈາກວຽກຈິງໃຫ້ເອງ (70%) ແລະ ຫົວໜ້າໃຫ້ຄະແນນ KBI ພຶດຕິກຳ (30%). ເຈົ້າຂອງ / HR ອະນຸມັດ. ລະບົບສະແດງຄະແນນເທົ່ານັ້ນ — ໂບນັດ ເຈົ້າຂອງຕັດສິນ ແລະ ໃສ່ເອງທີ່ .
- ຝ່າຍຜະລິດ: ວຽກສຳເລັດທັນກຳນົດ 30% · QC ຜ່ານເທື່ອທຳອິດ 25% · ຈຳນວນຂັ້ນຕອນທີ່ສຳເລັດ 15%
- ຝ່າຍຂາຍ: ຍອດຂາຍທີ່ລູກຄ້າຢືນຢັນ 35% (ເປົ້າລາຍຄົນ) · ອັດຕາປິດການຂາຍ 15% (ນັບຕາມເລກໃບ — Revision ບໍ່ນັບເພີ່ມ) · ເກັບເງິນທັນກຳນົດ 20% (ສ່ວນທີ່ຈ່າຍທັນວັນຄົບກຳນົດ)
- QC: ຈຳນວນການກວດ 30% · ກວດພາຍໃນ 24 ຊົ່ວໂມງຫຼັງຊ່າງສົ່ງ 40%
- ສາງ (ພະແນກ ສາງສິນຄ້າ): ໃບຮັບສິນຄ້າ 30% · ກວດນັບຖືກຕ້ອງ 40%
- ຈັດຊື້ (ພະແນກ ຈັດຊື້ — ກຸ່ມໃໝ່ v1.28.0): ໃບສັ່ງຊື້ທີ່ອອກ 30% (ເປົ້າ 10) · ສິນຄ້າມາຄົບທັນວັນທີຄາດວ່າຈະໄດ້ 40% (ເປົ້າ 80%)
- ບັນຊີ: ອອກໃບແຈ້ງໜີ້ 20% · ເກັບໜີ້ລູກຄ້າທັນກຳນົດ 30% · ຈ່າຍຜູ້ສະໜອງທັນກຳນົດ 20% (2 ຂໍ້ນີ້ນັບສ່ວນທີ່ຈ່າຍທັນວັນຄົບກຳນົດ ຂອງໃບທີ່ຄົບກຳນົດແລ້ວ)
- ການຕະຫຼາດ: ລູກຄ້າໃໝ່ທີ່ເພີ່ມໃນເດືອນ 35% · ລູກຄ້າທີ່ຕົນເພີ່ມ ແລະ ຢືນຢັນໃບສະເໜີລາຄາທຳອິດໃນເດືອນ 35%
- KBI ທຸກຄົນ (30% = 6 ຂໍ້ ຂໍ້ລະ 5%, v1.34.0): ມາກົງເວລາ 5% (ເປົ້າ 95%, ຈາກການລົງເວລາ QR) · ມື້ຂາດວຽກ 5% (ລະບົບນັບ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ, ຂາດເຄິ່ງມື້ = 0.5; 3 ມື້ = 0 ຄະແນນ) · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) 5% (ລະບົບນັບ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI; 4 ມື້ = 0 ຄະແນນ) · ໃບຕັກເຕືອນ 5% (ລະບົບນັບ: ໃບທີ່ອອກແລ້ວ ໃນເດືອນຂອງ ວັນທີເກີດເຫດ; 1 ໃບ = 50, 2 ໃບ = 0 ຄະແນນ) · ຄວາມຮັບຜິດຊອບ 5% · ການຮ່ວມມືໃນທີມ 5% (ຫົວໜ້າໃຫ້ດາວ 1–5). ກຸ່ມທີ່ເຈົ້າຂອງເຄີຍປັບ KBI ເອງ ຄົງນ້ຳໜັກເດີມ — ຂໍ້ ໃບຕັກເຕືອນ ຖືກເພີ່ມແບບປິດໄວ້
- ຄະແນນ = ຜົນຈິງ ÷ ເປົ້າ (ສູງສຸດ 100) ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D
- ມື້ຂາດວຽກ ແລະ ມື້ລາ: ໜ້ອຍ = ດີ — 0 ມື້ = 100 ຄະແນນ, ເປົ້າ = ຈຳນວນມື້ທີ່ໄດ້ 0 ຄະແນນ, ລະຫວ່າງນັ້ນຫຼຸດເທົ່າໆກັນ (ຂາດ 1 ມື້ ≈ 67 · 2 ມື້ ≈ 33 · 3 ມື້ຂຶ້ນໄປ = 0; ລາ ຫຼຸດມື້ລະ 25). ຄົນທີ່ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ມີຂໍ້ມູນ ແລະ ບໍ່ນັບ (ບໍ່ໄດ້ 100 ຟຣີ)
- ຕັ້ງເທື່ອດຽວ — : ແຕ່ລະກຸ່ມເລືອກ ຫົວໜ້າຜູ້ໃຫ້ຄະແນນ ແລະ ພະແນກໃນກຸ່ມ; ປັບນ້ຳໜັກ / ເປົ້າໄດ້ (ລວມໃຫ້ໄດ້ 100%; ຂໍ້ມື້ຂາດວຽກ / ມື້ລາ ເປົ້າ = ຈຳນວນມື້ທີ່ໄດ້ 0 ຄະແນນ). ບໍ່ເລືອກຫົວໜ້າ = ເຈົ້າຂອງ / HR ໃຫ້ຄະແນນເອງ. ກຸ່ມທີ່ເຈົ້າຂອງເຄີຍປັບ KBI ເອງແລ້ວ ຄົງນ້ຳໜັກເດີມ ແລະ 2 ຂໍ້ໃໝ່ຖືກປິດໄວ້ — ເປີດເອງໄດ້. v1.28.0: ພະແນກ ຈັດຊື້ ຍ້າຍໄປກຸ່ມໃໝ່ ຈັດຊື້ ເອງ (ຖ້າຍັງຢູ່ກຸ່ມ ສາງ ແລະ ຈັດຊື້ ເດີມ) ແລະ ກຸ່ມເດີມປ່ຽນຊື່ເປັນ ສາງ — ກຸ່ມ ຈັດຊື້ ຍັງບໍ່ມີຫົວໜ້າຜູ້ໃຫ້ຄະແນນ: ເລືອກໃຫ້ ຫຼື ເຈົ້າຂອງ / HR ໃຫ້ຄະແນນເອງ.
- ທຸກເດືອນ (ເດືອນກ່ອນ): ຫົວໜ້າຝ່າຍຂາຍໃສ່ ເປົ້າຍອດຂາຍ ລາຍຄົນ — ໜ້າ ໃຫ້ຄະແນນທີມ (ເບິ່ງຂັ້ນຕໍ່ໄປ) → ໃຫ້ຄະແນນ → ເປົ້າຂອງເດືອນນີ້ (ສະເພາະຄົນນີ້) → ຕັ້ງເປົ້າ. ທຸກຂໍ້ທີ່ລະບົບນັບ ຕັ້ງເປົ້າສະເພາະຄົນໄດ້ (v1.28.0) — ເຊັ່ນ ພະນັກງານສາງເຮັດວຽກບໍ່ເຕັມເວລາ: ໃບຮັບສິນຄ້າ ເປົ້າ 4 ແທນ 10. ບໍ່ຕັ້ງ = ໃຊ້ເປົ້າຂອງກຸ່ມ; ເປົ້າລາຍຄົນໃຊ້ສະເພາະເດືອນນັ້ນ.
- ວັນທີ 1–5: ຫົວໜ້າໄດ້ຮັບແຈ້ງເຕືອນ → ເປີດ → ປຸ່ມ ໃຫ້ຄະແນນທີມ ຫຼື ເມນູ (ເມນູນີ້ມີໃຫ້ຫົວໜ້າຜູ້ໃຫ້ຄະແນນທຸກຄົນ ແລະ HR / ເຈົ້າຂອງ) → ໃຫ້ຄະແນນ ແຕ່ລະຄົນ: ກວດຕົວເລກທີ່ລະບົບນັບ, ກົດດາວ, ຂຽນຄຳເຫັນ → ສົ່ງໃຫ້ອະນຸມັດ.
- ເຈົ້າຂອງ / HR ເປີດລາຍການ ລໍອະນຸມັດ → ອະນຸມັດ (ພະນັກງານເຫັນຜົນ + ໄດ້ຮັບແຈ້ງເຕືອນ) ຫຼື ສົ່ງກັບຫົວໜ້າ ພ້ອມເຫດຜົນ.
ໜ້າໃຫ້ຄະແນນທີມ ມີ ກາຟນ້ອຍ 6 ເດືອນ ຂອງແຕ່ລະຄົນ ແລະ ປຸ່ມ ສົ່ງອອກ Excel (ແຜ່ນ ສະຫຼຸບ + ລາຍລະອຽດ) ໃຊ້ອ້າງອີງໂບນັດ.
⚠️ ໃຫ້ຕົວເລກຖືກໃບສັ່ງວຽກຕ້ອງມີ ວັນທີຕ້ອງການວຽກ (ລະບົບບັງຄັບແລ້ວ) · ຊ່າງຕ້ອງກົດຮັບ-ສົ່ງວຽກໃນລະບົບແທ້ · ພະນັກງານຕ້ອງຢູ່ ພະແນກຖືກ (ລະບົບຈັດກຸ່ມຕາມພະແນກ) · ເດືອນທຳອິດໃຊ້ທົດລອງກ່ອນເອົາໄປອ້າງອີງໂບນັດ.
ℹ️ ກົດຫົວໜ້າບໍ່ໃຫ້ຄະແນນຕົນເອງ (ເຈົ້າຂອງໃຫ້ຄະແນນຫົວໜ້າ) · ສົ່ງໄດ້ເມື່ອໝົດເດືອນ ແລະ ໃຫ້ດາວຄົບ · ອະນຸມັດແລ້ວແກ້ບໍ່ໄດ້ ຈົນກວ່າສົ່ງກັບ.
10
ແຈ້ງການບໍລິສັດ
ຂ່າວ ຫຼື ຄຳສັ່ງເທື່ອດຽວ (ເຊັ່ນ ວັນພັກ, ປ່ຽນເວລາເຂົ້າວຽກ, ປະຊຸມ). ກົດຖາວອນ ແລະ ເອກະສານ PDF ໃຊ້ ລະບຽບການ (ພາກ 7). ຂຽນໄດ້: HR, Admin, ເຈົ້າຂອງ.
- → ຂຽນແຈ້ງການ: ຫົວຂໍ້ ແລະ ເນື້ອໃນ (ຂໍ້ຄວາມເທົ່ານັ້ນ — ແນບໄຟລ໌ບໍ່ໄດ້).
- ຜູ້ຮັບ: ພະນັກງານທຸກຄົນ ຫຼື ເລືອກພະແນກ / ລາຍຄົນ (ເລືອກໄດ້ທັງສອງ, ຢ່າງໜ້ອຍ 1).
- ເລື່ອງສຳຄັນ ເປີດ ຕ້ອງກົດຮັບຊາບ (ປິດ = ແຈ້ງໃຫ້ຮູ້) → ບັນທຶກ = ສະບັບຮ່າງ.
- ກວດອີກຄັ້ງ → ເຜີຍແຜ່ — ຜູ້ຮັບທຸກຄົນໄດ້ແຈ້ງເຕືອນ 🔔 ທັນທີ (ເລກທີ AN00001…). ໜ້າຫຼັກຂອງພະນັກງານຂຶ້ນກ່ອງເຫຼືອງ ຈົນກວ່າຈະກົດຮັບຊາບ.
- ຕິດຕາມ: ລາຍການສະແດງ X/Y ຮັບຊາບ → ເປີດ → ຍັງບໍ່ໄດ້ຮັບຊາບ / ຮັບຊາບແລ້ວ → ເຕືອນຄົນທີ່ຍັງບໍ່ໄດ້ຮັບຊາບ.
- ພິມ = ແຈ້ງການທາງການ: ຫົວບໍລິສັດ, ເລກທີ, ວັນທີ, ຫົວຂໍ້, ເນື້ອໃນ, ລາຍເຊັນຜູ້ອອກແຈ້ງການ. ໝົດຄວາມສຳຄັນ → ເກັບເຂົ້າຄັງ (ພະນັກງານບໍ່ເຫັນອີກ).
🚫 ຫຼັງເຜີຍແຜ່ ປ່ຽນຜູ້ຮັບບໍ່ໄດ້ແກ້ໄດ້ແຕ່ຫົວຂໍ້ ແລະ ເນື້ອໃນ. ເລືອກຜິດຄົນ → ເກັບເຂົ້າຄັງ ແລ້ວຂຽນໃໝ່. ແຈ້ງການແບບ ແຈ້ງໃຫ້ຮູ້ ບໍ່ມີລາຍຊື່ຮັບຊາບ — ຕ້ອງການຫຼັກຖານ ໃຫ້ເປີດ ຕ້ອງກົດຮັບຊາບ.
11
ໃບຕັກເຕືອນ ແລະ ຫົວໜ້າສາຍງານ
ຫົວໜ້າສາຍງານ = ຄົນໃນ ພະແນກດຽວກັນ ທີ່ຕຳແໜ່ງຕິກ ເປັນລະດັບຜູ້ຈັດການ (, ເຊັ່ນ ຫົວໜ້າຊ່າງປ້າຍ, ຜູ້ຈັດການຝ່າຍຜະລິດ) + ຫົວໜ້າຜູ້ໃຫ້ຄະແນນ KPI ຂອງພະແນກນັ້ນ. ພະແນກຂອງແຕ່ລະຄົນ ຕັ້ງທີ່ . ຫົວໜ້າສາຍງານໄດ້ແຈ້ງເຕືອນວຽກຂອງລູກທີມ (ພ້ອມເຮັດ, ເຮັດແລ້ວ / ສົ່ງ QC, QC ບໍ່ຜ່ານ, ເກີນກຳນົດ, ແຈ້ງບັນຫາ) ແລະ ສະເໜີໃບຕັກເຕືອນໃຫ້ຄົນໃນພະແນກຕົນໄດ້.
- ສະເໜີ (ຫົວໜ້າສາຍງານ ຫຼື ຜູ້ຈັດການ): → ສະເໜີໃບຕັກເຕືອນ → ພະນັກງານ, ວັນທີເກີດເຫດ, ປະເພດຄວາມຜິດ (ການມາວຽກ / ມາຊ້າ, ເຮັດວຽກຜິດພາດ, ຄຸນນະພາບວຽກ, ຄວາມປອດໄພ, ພຶດຕິກຳ / ມາລະຍາດ, ເຮັດຊັບສິນເສຍຫາຍ, ອື່ນໆ), ລະດັບ (ຕັກເຕືອນດ້ວຍວາຈາ / ໜັງສືຕັກເຕືອນ ຄັ້ງທີ 1 / ຄັ້ງທີ 2 / ຕັກເຕືອນຄັ້ງສຸດທ້າຍ), ເກີດຫຍັງຂຶ້ນ, ສິ່ງທີ່ຕ້ອງປັບປຸງ → ສົ່ງ = ລໍອະນຸມັດ (ພະນັກງານຍັງບໍ່ເຫັນ).
- ອະນຸມັດ (HR / ເຈົ້າຂອງ / Admin): ໄດ້ແຈ້ງເຕືອນ → ເປີດໃບ ລໍອະນຸມັດ → ອະນຸມັດ ຫຼື ບໍ່ອະນຸມັດ (ຕ້ອງໃສ່ເຫດຜົນ). HR / ເຈົ້າຂອງ ອອກເອງໄດ້: ຟອມດຽວກັນ → ອອກໃບຕັກເຕືອນ (ອອກທັນທີ).
- ພະນັກງານ: ໄດ້ແຈ້ງເຕືອນ → → ຂຽນ ຊີ້ແຈງ (ບໍ່ບັງຄັບ) → ຮັບຊາບ — ໄດ້ເທື່ອດຽວ. ຜູ້ສະເໜີ ແລະ ຜູ້ອະນຸມັດ ໄດ້ແຈ້ງເຕືອນ.
- KBI: ໃບຕັກເຕືອນ ບໍ່ຫັກເງິນເດືອນ (v1.34.1) — ເປັນການຕັກເຕືອນຢ່າງດຽວ. ນັບໃນ KBI ຂໍ້ ໃບຕັກເຕືອນ ຂອງເດືອນທີ່ເກີດເຫດ (ໜ້ອຍ = ດີ: 0 = 100, 1 ໃບ = 50, 2 ໃບ = 0).
- ພິມ = ໃບຕັກເຕືອນມີຄຳຊີ້ແຈງ ແລະ 3 ລາຍເຊັນ: ພະນັກງານ (ຮັບຊາບ) · ຫົວໜ້າ / ຜູ້ສະເໜີ · HR / ຜູ້ອະນຸມັດ — ເຊັນແລ້ວເກັບແຟ້ມພະນັກງານ.
- ຍົກເລີກ (HR / ເຈົ້າຂອງ, ອອກຜິດ ຫຼື ຊີ້ແຈງຖືກ): ເປີດໃບທີ່ອອກແລ້ວ → ຍົກເລີກ + ເຫດຜົນ — ໃບຕັກເຕືອນທີ່ຍົກເລີກ ບໍ່ນັບໃນ KBI ອີກ, ພະນັກງານໄດ້ແຈ້ງເຕືອນ.
⚠️ ກົດຕັກເຕືອນຕົນເອງບໍ່ໄດ້ · ອະນຸມັດທີ່ຕົນເອງສະເໜີບໍ່ໄດ້ · ຫົວໜ້າສາຍງານສະເໜີໄດ້ສະເພາະຄົນໃນພະແນກຕົນ · ລະບົບບໍ່ບັງຄັບລຳດັບລະດັບ — ຂຽນກົດວິໄນໄວ້ໃນ ລະບຽບການ ໃຫ້ທຸກຄົນຮັບຊາບກ່ອນ.
ℹ️ ຫົວໜ້າບໍ່ໄດ້ຮັບແຈ້ງເຕືອນ ຫຼື ບໍ່ເຫັນເມນູ ໃບຕັກເຕືອນ?ກວດ: ຕຳແໜ່ງຕິກ ເປັນລະດັບຜູ້ຈັດການ ແລ້ວບໍ່ · ຫົວໜ້າ ແລະ ລູກທີມ ຢູ່ພະແນກດຽວກັນບໍ່. ຢ່າຕິກໃຫ້ຕຳແໜ່ງທົ່ວໄປ (ເຊັ່ນ ຊ່າງ) — ທຸກຄົນໃນຕຳແໜ່ງນັ້ນຈະກາຍເປັນຫົວໜ້າ.
ກວດ
ລາຍການກວດປະຈຳ
- ທຸກມື້: ເບິ່ງ 🔔 ແຈ້ງເຕືອນ · ອະນຸມັດ OT, ການລາ ແລະ ໃບຕັກເຕືອນທີ່ຄ້າງ · ເບິ່ງຄົນຂາດ / ລືມສະແກນ
- ທຸກອາທິດ: ພະນັກງານໃໝ່ມີ ວັນເຂົ້າວຽກ / ທົດລອງງານ / ວັນເກີດ ຄົບບໍ່ · ລະບຽບ ແລະ ແຈ້ງການ ທີ່ຍັງມີຄົນບໍ່ຮັບຊາບ → ເຕືອນ
- ວັນທີ 1–5 ຂອງເດືອນ: ຕິດຕາມໃຫ້ຫົວໜ້າສົ່ງຄະແນນ KPI ແລະ ອະນຸມັດ
- ທ້າຍຮອບເງິນເດືອນ: ບໍ່ມີລາຍການຄ້າງອະນຸມັດ · ເງິນເພີ່ມ-ຫັກຄົບ · ສົ່ງບັນຊີຄິດເງິນເດືອນ
- ພະນັກງານລາອອກ: ໃສ່ ວັນອອກວຽກ ໃນໜ້າພະນັກງານ (ບໍ່ລຶບ) → Admin ປິດບັນຊີເຂົ້າລະບົບ