← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ຝ່າຍບໍລິຫານ ແລະ ຜູ້ຊ່ວຍ
Standard Operating Procedure · Executive

ຄູ່ມືຝ່າຍບໍລິຫານ ແລະ ຜູ້ຊ່ວຍ

ໜ້າທີ່ລະດັບບໍລິຫານໃນ The Signmaker OS: ເລີ່ມຕົ້ນໃຊ້ 7 ຂັ້ນ · ຜູ້ໃຊ້ ແລະ 17 ບົດບາດ · ສິດລາຍຄົນ · ການອະນຸມັດຜ່ານກະດິ່ງແຈ້ງເຕືອນ (ລວມ ການລາ, ສະຫວັດດີການ, KPI) · Void ແລະ Override · ບັນຫາທີ່ແຈ້ງ · ຕັ້ງຄ່າ · Feedback · Audit · ອະນຸມັດເງິນເດືອນ · ລະບຽບການບໍລິສັດ

ລະບົບ: os.smk-laos.com ສະບັບ: 1.3 ວັນທີ: 18 ຕຸລາ 2026 ອີງລະບົບ: v1.34.1 ຜູ້ອອກ: ຝ່າຍບໍລິຫານ
ຕອນ 0

ບົດບາດຝ່າຍບໍລິຫານ 4 ລະດັບ

ບົດບາດໃນລະບົບເຮັດໄດ້ເຮັດບໍ່ໄດ້
ເຈົ້າຂອງກິດຈະການ
OWNER
ທຸກສິດອັດຕະໂນມັດ · ຄົນດຽວທີ່ອະນຸມັດ QT / ໃບຂໍຊື້ / ໃບສັ່ງຊື້ / ແຈ້ງວັດສະດຸໃໝ່ ຂອງຕົນເອງໄດ້ · ອະນຸມັດເງິນເດືອນ ແລະ ສະຫວັດດີການ · ໃບຕັກເຕືອນ (ອະນຸມັດ / ອອກ / ຍົກເລີກ) ແລະ ແຈ້ງການ · ຖືທຸກສິດ = ກະດິ່ງເກືອບທຸກເລື່ອງ (SOP-01C)ອະນຸມັດ OT / ການລາ / ສະຫວັດດີການ / ເບີກລ່ວງໜ້າ / ແກ້ເວລາ ຂອງຕົນເອງ · ອະນຸມັດໃບຕັກເຕືອນທີ່ຕົນສະເໜີ · ປິດ ຫຼື ປ່ຽນບົດບາດ OWNER ຄົນສຸດທ້າຍ
ຜູ້ດູແລລະບົບ
ADMIN
ທຸກໂມດູນ + Void / Override ທັງໝົດ + ຜູ້ໃຊ້, ບົດບາດ ແລະ ສິດ, ຕັ້ງຄ່າ, Audit Log + ອະນຸມັດເງິນເດືອນ + ອະນຸມັດສະຫວັດດີການ ແລະ ຕັ້ງຈຳນວນເງິນ (ບົດບາດດຽວນອກຈາກ OWNER)ອະນຸມັດເອກະສານ ຫຼື ຄຳຂໍ ທີ່ຕົນເອງສ້າງ ຫຼື ສົ່ງ
ຜູ້ຈັດການຫ້ອງການ
OFFICE_MANAGER
ເບິ່ງພາບລວມ ຂາຍ / ການເງິນ / ຈັດຊື້ · ອະນຸມັດ QT, ໃບຂໍຊື້, ໃບສັ່ງຊື້ · ວຽກ HR: ເວລາ, OT, ການລາ, ເບີກລ່ວງໜ້າ, ເງິນເພີ່ມ / ຫັກ, ລະບຽບການ, ແຈ້ງການ, ອະນຸມັດ KPI ແລະ ໃບຕັກເຕືອນ · ເຫັນ Feedback ທັງໝົດສ້າງ / ແກ້ / ສົ່ງ / ພິມ / ຮັບ-ຈ່າຍເງິນ / Void · ບໍ່ເຫັນເງິນເດືອນພື້ນຖານ · ອະນຸມັດສະຫວັດດີການບໍ່ໄດ້ · ຜູ້ໃຊ້ງານເບິ່ງຢ່າງດຽວ
ຜູ້ຊ່ວຍຜູ້ຈັດການ
ASSISTANT_MANAGER
ເຮັດວຽກແທນຜູ້ຈັດການ: ຜະລິດ, QC, ໃບແຈ້ງໜີ້ / ຮັບເງິນ, ບິນ / ຈ່າຍຜູ້ສະໜອງ, ຈັດຊື້, ສະຕັອກ, ບັນຫາທີ່ແຈ້ງ, ຈັດການ QT ຂອງທຸກຄົນ · ສະເໜີໃບຕັກເຕືອນອະນຸມັດບໍ່ໄດ້ທຸກຢ່າງ · ຢືນຢັນບິນ, ຮັບເກີນສັ່ງ, ຈອງເຄື່ອງຊ້ອນ, Void ໃບຮັບມອບ · ບໍ່ມີ Void / Override
ຫຼັກອຳນາດຂອງລະບົບທຸກການ "ແກ້ຄືນ" (Void / Override / ເປີດເງິນເດືອນຄືນ) ຈົບທີ່ OWNER ຫຼື ADMIN ພ້ອມເຫດຜົນບັງຄັບ + ບັນທຶກ Audit ທຸກຄັ້ງ — ນີ້ຄືກົນໄກຄວບຄຸມພາຍໃນຫຼັກຂອງບໍລິສັດ. ຜູ້ຈັດການ (MANAGER) ມີສິດເທົ່າຜູ້ຊ່ວຍຜູ້ຈັດການ ບວກການອະນຸມັດ — ລາຍລະອຽດໃນ SOP ຜູ້ຈັດການ.
ເມນູຢູ່ແຖບດ້ານເທິງ + ປຸ່ມ 📖 ວິທີໃຊ້ງານກົດໝວດ ເຊັ່ນ ຕັ້ງຄ່າລະບົບ, ບຸກຄະລາກອນ, ການເງິນ ເພື່ອເປີດລາຍການ — ເຫັນສະເພາະໝວດທີ່ມີສິດ. ມືຖື: ແຖບລຸ່ມ + ເພີ່ມເຕີມ (ຈັດເປັນໝວດດຽວກັນ). ປຸ່ມ 📖 ວິທີໃຊ້ງານ ເປີດຄູ່ມືຂອງຕຳແໜ່ງຕົນເອງ ທີ່ smk-laos.com/learn. ເລກເວີຊັນ: ກົດຮູບໂປຣໄຟລ໌ມຸມຂວາເທິງ.
SOP-00

ເລີ່ມຕົ້ນໃຊ້ SMK OS — 7 ຂັ້ນ (OWNER / ADMIN)

ໜ້າຫຼັກ → ກ່ອງ ເລີ່ມຕົ້ນໃຊ້ SMK OS

ໜ້າຫຼັກຂອງຜູ້ຕັ້ງຄ່າຮ້ານ (OWNER / ADMIN) ມີກ່ອງ 7 ຂັ້ນ — ລະບົບ ຕິກໃຫ້ເອງ ຈາກຂໍ້ມູນຈິງ, ກົດຂັ້ນໃດກໍໄປໜ້ານັ້ນ, ກົດ ເຊື່ອງ ໄດ້ ແລະ ຫາຍໄປເອງເມື່ອຄົບ 7/7.

  1. ໃສ່ຂໍ້ມູນບໍລິສັດ (ທີ່ຢູ່, ເບີໂທ, ໂລໂກ້) — ຕັ້ງຄ່າລະບົບ → ບໍລິສັດ.
  2. ເພີ່ມບັນຊີທະນາຄານ ທີ່ໃຫ້ລູກຄ້າໂອນ — ໜ້າບໍລິສັດ → ບັນຊີທະນາຄານຂອງບໍລິສັດ.
  3. ເພີ່ມພະນັກງານ ແລະ ກຳນົດຕຳແໜ່ງ — ຕັ້ງຄ່າລະບົບ → ຜູ້ໃຊ້ງານ (SOP-01).
  4. ເພີ່ມລູກຄ້າ (ຫຼື ນຳເຂົ້າຈາກ Excel).
  5. ຕັ້ງລາຄາສິນຄ້າ — ລາຄາເລີ່ມຕົ້ນທີ່ໃບສະເໜີລາຄາໃຊ້ (SOP-05).
  6. ອອກໃບສະເໜີລາຄາໃບທຳອິດ.
  7. ປ່ຽນລະຫັດຜ່ານຊົ່ວຄາວ — ໂປຣໄຟລ໌ຂອງຂ້ອຍ → ປ່ຽນລະຫັດຜ່ານ.
ບັນຊີທະນາຄານຂອງບໍລິສັດເພີ່ມ / ແກ້ / ປິດໃຊ້ · ສະກຸນ LAK / THB / USD · ບັນຊີຫຼັກ 1 ບັນຊີຕໍ່ສະກຸນ (ຂຶ້ນກ່ອນ) — ໃຊ້ພິມໃນໃບສະເໜີລາຄາ, ໃບແຈ້ງໜີ້ ແລະ ເລືອກຕອນຮັບເງິນ.
ປ່ຽນລະຫັດຜ່ານ — ທຸກຄົນເຮັດເອງໂປຣໄຟລ໌ຂອງຂ້ອຍ → ປ່ຽນລະຫັດຜ່ານ (ໃສ່ລະຫັດປັດຈຸບັນກ່ອນ). ແຈ້ງພະນັກງານໃໝ່ທຸກຄົນ ໃຫ້ປ່ຽນຫຼັງເຂົ້າຄັ້ງທຳອິດ.
ວັນທີ ແລະ ເວລາທຸກໜ້າຈໍ ແລະ ທຸກຊ່ອງປ້ອນ ເປັນ ວັນ/ເດືອນ/ປີ (ເຊັ່ນ 05/10/2026) ແລະ ເວລາ 24 ຊົ່ວໂມງ (17:30) — ພິມຕົວເລກຕິດກັນໄດ້ ເຊັ່ນ 05102026.
ຕອນ 1

17 ບົດບາດ — ເລືອກໃຫ້ກົງໜ້າທີ່ກ່ອນ

ເດີມມີ 5 ບົດບາດ ແລະ ຕຳແໜ່ງສ່ວນໃຫຍ່ຕ້ອງໃຊ້ STAFF + ສິດລາຍຄົນ. ດຽວນີ້ມີບົດບາດສະເພາະສຳລັບເກືອບທຸກໜ້າທີ່ — ເລືອກບົດບາດທີ່ກົງກ່ອນ ແລ້ວໃຊ້ສິດລາຍຄົນສຳລັບຂໍ້ຍົກເວັ້ນເທົ່ານັ້ນ.

ບົດບາດໃຊ້ກັບຈຸດສຳຄັນ
OWNER ເຈົ້າຂອງກິດຈະການເຈົ້າຂອງທຸກສິດ
ADMIN ຜູ້ດູແລລະບົບຜູ້ບໍລິຫານທີ່ໄວ້ໃຈເຕັມທຸກສິດ ຍົກເວັ້ນອະນຸມັດຂອງຕົນເອງ
MANAGER ຜູ້ຈັດການຜູ້ຈັດການຝ່າຍຂາຍ / ຜະລິດ / ຈັດຊື້ອະນຸມັດໄດ້ · ບໍ່ມີ Void
ASSISTANT_MANAGER ຜູ້ຊ່ວຍຜູ້ຈັດການຜູ້ຊ່ວຍຜູ້ຈັດການ (v1.3.5)ເທົ່າຜູ້ຈັດການ ແຕ່ບໍ່ມີອະນຸມັດ / Override / Void
OFFICE_MANAGER ຜູ້ຈັດການຫ້ອງການຜູ້ຈັດການຫ້ອງການ / HR (v1.3.3)ເບິ່ງ + ອະນຸມັດ QT, ໃບຂໍຊື້, ໃບສັ່ງຊື້ + ວຽກ HR (ລວມ ອະນຸມັດການລາ ແລະ KPI)
PRODUCTION_STRATEGY ຜູ້ຈັດການຜະລິດ ແລະ ຍຸດທະສາດຜູ້ຈັດການຜະລິດ ແລະ ຍຸດທະສາດຄຸມຜະລິດເຕັມ · ຂາຍ / ການເງິນ ເບິ່ງຢ່າງດຽວ
ACCOUNTING ບັນຊີພະນັກງານບັນຊີ / ການເງິນAR + AP + ຄິດເງິນເດືອນ · ບໍ່ມີ Void
SALES ພະນັກງານຂາຍພະນັກງານຂາຍລູກຄ້າ, QT ຂອງຕົນເອງ, ຜູ້ຊ່ວຍ AI
MARKETING ພະນັກງານການຕະຫຼາດພະນັກງານການຕະຫຼາດລູກຄ້າ + ຜູ້ຊ່ວຍ AI · ເບິ່ງ QT ແຕ່ສ້າງບໍ່ໄດ້
DESIGNER ພະນັກງານອອກແບບນັກອອກແບບກຣາຟິກວຽກຂອງຂ້ອຍ · ບໍ່ເຫັນລາຄາ
TECHNICIAN ຊ່າງຊ່າງປ້າຍ, ຄຸມເຄື່ອງຈັກ, ໄຟຟ້າ / LED, ປະກອບ, ຕິດຕັ້ງຮັບວຽກ ສະເພາະພະແນກຕົນ · ບໍ່ເຫັນລາຄາ
SIGN_LEAD ຫົວໜ້າຊ່າງປ້າຍຮ້ານນ້ອຍ (ໃໝ່ v1.23.0)ຮັບວຽກທຸກຂັ້ນຕອນໃນສາຍຜະລິດ + ມອບວຽກໃຫ້ທີມ + ບັນຫາທີ່ແຈ້ງ · ບໍ່ເຫັນລາຄາ
SIGN_ASSISTANT ຜູ້ຊ່ວຍຊ່າງປ້າຍຮ້ານນ້ອຍ (ໃໝ່ v1.23.0)ຮັບ ແລະ ສົ່ງວຽກທຸກຂັ້ນຕອນໃນສາຍຜະລິດ · ບໍ່ເຫັນລາຄາ
QC ພະນັກງານ QCພະນັກງານກວດສອບຄຸນນະພາບກວດ QC + ບັນຫາທີ່ແຈ້ງ · ບໍ່ເຫັນລາຄາ
WAREHOUSE ພະນັກງານສາງພະນັກງານສາງສິນຄ້າສະຕັອກ + ຮັບສິນຄ້າ · ບໍ່ເຫັນລາຄາ
STAFF ພະນັກງານຕຳແໜ່ງທີ່ບໍ່ມີບົດບາດກົງຂາຍ + ວຽກໜ້າງານປົນ · ເພີ່ມສິດລາຍຄົນຕາມໜ້າທີ່
VIEWER ຜູ້ເບິ່ງຜູ້ທີ່ເບິ່ງຢ່າງດຽວບໍ່ລົງເວລາ · ບໍ່ມີໃບເງິນເດືອນ

ຕຳແໜ່ງ / ພະແນກ ບໍ່ໃຫ້ສິດ — ສິດມາຈາກ ບົດບາດ + ສິດລາຍຄົນ. ລາຍລະອຽດຕໍ່ຕຳແໜ່ງ (26 ຕຳແໜ່ງ): ຕາຕະລາງຕັ້ງສິດ.

ຕອນ 1B

ຮ້ານນ້ອຍ — ຫົວໜ້າຊ່າງປ້າຍ, ຜູ້ຊ່ວຍ ແລະ "ສາຍຜະລິດ"

ຕັ້ງຄ່າລະບົບ → ພະແນກ

ຮ້ານປ້າຍນ້ອຍທີ່ບໍ່ແຍກພະແນກພິມ / ປະກອບ / ຕິດຕັ້ງ: ຊ່າງຄົນໃດວ່າງ ກໍຮັບຂັ້ນຕອນຕໍ່ໄປໄດ້ — ບໍ່ຕ້ອງລໍຄົນຂອງພະແນກນັ້ນ.

ບົດບາດຮັບວຽກໄດ້ເພີ່ມເຕີມ · ຂໍ້ຈຳກັດ
TECHNICIAN ຊ່າງສະເພາະຂັ້ນຕອນຂອງ ພະແນກຕົນຄືເກົ່າ — ຮ້ານທີ່ແຍກພະແນກ · ບໍ່ເຫັນລາຄາ
SIGN_ASSISTANT ຜູ້ຊ່ວຍຊ່າງປ້າຍທຸກຂັ້ນຕອນທີ່ພ້ອມ ໃນສາຍຜະລິດ (ວຽກຂອງຂ້ອຍ)ສິດອື່ນຄືຊ່າງ + ໜ້າ ສົ່ງມອບວຽກ ແລະ ສ້າງໃບຮັບມອບ ທີ່ໜ້າງານ (v1.25.0) · ບໍ່ເຫັນລາຄາ · ມອບວຽກໃຫ້ຄົນອື່ນບໍ່ໄດ້
SIGN_LEAD ຫົວໜ້າຊ່າງປ້າຍທຸກຂັ້ນຕອນໃນສາຍຜະລິດເມນູ ຜະລິດ → ວຽກສາຍຜະລິດ: ເຫັນທຸກຂັ້ນຕອນທີ່ເປີດ (ບໍ່ມີລາຄາ), ມອບ / ຍ້າຍວຽກໃຫ້ທີມ (ຄົນທີ່ຖືກມອບໄດ້ຮັບແຈ້ງເຕືອນ), ເບິ່ງວຽກຂອງແຕ່ລະຄົນ · ຈັດການ ບັນຫາທີ່ແຈ້ງ · ສົ່ງມອບວຽກ + ສ້າງໃບຮັບມອບ ທີ່ໜ້າງານ · ບໍ່ເຫັນລາຄາ · ບໍ່ກວດ QC
  1. ຕັ້ງຄ່າລະບົບ → ພະແນກ: ກວດສະວິດ ສາຍຜະລິດ — ເລີ່ມຕົ້ນ ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ (ອອກແບບ ແລະ QC ແຍກ).
  2. ຜູ້ໃຊ້ງານ: ເລືອກ ບົດບາດ SIGN_LEAD / SIGN_ASSISTANT — ຕຳແໜ່ງ ຫົວໜ້າຊ່າງປ້າຍ / ຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ເປັນພຽງຊື່.
  3. ຮ້ານບໍ່ມີພະນັກງານ QC → ເພີ່ມ qc.view + qc.inspect ລາຍຄົນ ໃຫ້ຫົວໜ້າຊ່າງປ້າຍ (SOP-01B).
ທີມຊ່າງປ້າຍໄປຕິດຕັ້ງໄດ້ເລີຍ (v1.25.0)ຫົວໜ້າ ແລະ ຜູ້ຊ່ວຍຊ່າງປ້າຍ ມີສິດ delivery.view + delivery.acceptance_create ຕາມຄ່າເລີ່ມຕົ້ນ: ເປີດໜ້າ ສົ່ງມອບວຽກ ແລະ ໃຫ້ລູກຄ້າເຊັນຮັບມອບທີ່ໜ້າງານ — ບໍ່ຕ້ອງເພີ່ມສິດລາຍຄົນອີກ. ອະນຸມັດ / Void ໃບຮັບມອບ ແລະ ນັດໝາຍສົ່ງ ຍັງເປັນຂອງຜູ້ຈັດການ. ຊ່າງຕິດຕັ້ງ TECHNICIAN ທຳມະດາ ຍັງຕ້ອງເພີ່ມ 2 ສິດນີ້ລາຍຄົນ.
ຮ້ານໃຫຍ່ທີ່ແຍກພະແນກໃຊ້ TECHNICIAN ຕາມພະແນກຄືເກົ່າ — ພະແນກຜິດ = ຊ່າງບໍ່ເຫັນວຽກ.
SOP-01

ຈັດການຜູ້ໃຊ້ງານ

ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ
  1. ເພີ່ມຜູ້ໃຊ້ງານ: ອີເມລ + ລະຫັດຜ່ານເລີ່ມຕົ້ນ (ຢ່າງໜ້ອຍ 8 ຕົວ) + ຊື່, ລະຫັດພະນັກງານ, ເບີໂທ.
  2. ເລືອກ ບົດບາດ ທີ່ກົງໜ້າທີ່ (ຕອນ 1, 1B) + ພະແນກ + ຕຳແໜ່ງ — ພະແນກຜິດ = ຊ່າງບໍ່ເຫັນວຽກຂອງພະແນກ.
  3. ຂາດ ຫຼື ເກີນບາງສິດ → ກົດຊື່ → ສິດການໃຊ້ງານ (SOP-01B) — ບໍ່ຕ້ອງແຈ້ງທີມພັດທະນາອີກ.
  4. ແຈ້ງທີ່ຢູ່ເວັບຂອງຮ້ານ (ເຊັ່ນ os.smk-laos.com) + ລະຫັດຊົ່ວຄາວ → ພະນັກງານປ່ຽນເອງທີ່ ໂປຣໄຟລ໌ຂອງຂ້ອຍ → ປ່ຽນລະຫັດຜ່ານ; ແຈ້ງ HR ປ້ອນ ວັນເຂົ້າວຽກ, ວັນໝົດທົດລອງງານ, ວັນເກີດ ໃນ ບຸກຄະລາກອນ → ພະນັກງານ (HR) (ໃຊ້ຄິດສິດການລາ / ສະຫວັດດີການ) ແລະ ADMIN ກຳນົດເງິນເດືອນ.
  5. ພະນັກງານອອກ: ກົດຊື່ → ປິດການໃຊ້ງານ ມື້ນັ້ນ (ບໍ່ລຶບ — ປະຫວັດເອກະສານຕ້ອງຄົງຢູ່) + HR ປ້ອນວັນອອກວຽກ.

ກົດທີ່ລະບົບບັງຄັບ

SOP-01B

ສິດລາຍຄົນ ແລະ ຄວາມປອດໄພ

ຕັ້ງຄ່າລະບົບ → ຜູ້ໃຊ້ງານ → ສິດການໃຊ້ງານ
  1. ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ → ກົດຊື່ → ສິດການໃຊ້ງານ.
  2. ຄົ້ນຫາສິດ → ເລືອກ ຕາມບົດບາດ / ເພີ່ມ / ຫັກ — ເຫັນ "ມີສິດ … ລາຍການ" ທັນທີ; ຫັກຊະນະສະເໝີ.
  3. ກວດດ້ວຍ ສະເພາະທີ່ກຳນົດເອງ — ຄົນທີ່ເພີ່ມສິດຫຼາຍລາຍການ = ຄວນປ່ຽນບົດບາດແທນ.
  4. ສິດລາຍຄົນມີຜົນກັບ ກະດິ່ງແຈ້ງເຕືອນ ແລະ ເມນູດ້ານເທິງ ນຳ: ເພີ່ມສິດ = ເຫັນເມນູ / ເລີ່ມໄດ້ຮັບແຈ້ງ; ຫັກ = ເມນູຖືກເຊື່ອງ / ຢຸດແຈ້ງ (ໝວດທີ່ບໍ່ມີລາຍການໃດເຫຼືອ ຈະບໍ່ສະແດງເລີຍ).
ສິດ "ແກ້ໄຂຜູ້ໃຊ້" (users.update) = ກະແຈໃຫຍ່ຜູ້ມີສິດນີ້ປ່ຽນບົດບາດຂອງໃຜກໍໄດ້ — ລວມເຖິງໃຫ້ເປັນ OWNER ແລະ ປ່ຽນບົດບາດຂອງຕົນເອງ — ແລະ ເພີ່ມສິດລາຍຄົນໃຫ້ຄົນອື່ນ. ລະບົບກັນແຕ່ການປິດ / ລົດ OWNER ຄົນສຸດທ້າຍ. ປັດຈຸບັນມີແຕ່ OWNER + ADMIN. ຢ່າເພີ່ມສິດນີ້ລາຍຄົນໃຫ້ບົດບາດອື່ນ; ຮັກສາຈຳນວນ ADMIN ໃຫ້ໜ້ອຍທີ່ສຸດ.
ບົດບາດ ແລະ ສິດ (roles.manage)ແກ້ຊຸດສິດທັງບົດບາດ — OWNER + ADMIN ເທົ່ານັ້ນ. ຄິດກ່ອນແກ້: ກະທົບທຸກຄົນໃນບົດບາດ.
ຕົວຢ່າງຢາກໃຫ້ຜູ້ຊ່ວຍຜູ້ຈັດການອ່ານ Audit Log → ເພີ່ມ audit_logs.view ລາຍຄົນ (ອ່ານຢ່າງດຽວ) ແທນການໃຫ້ເປັນ ADMIN. ຫົວໜ້າຊ່າງປ້າຍກວດ QC (ຮ້ານບໍ່ມີ QC) → ເພີ່ມ qc.view + qc.inspect. ກວດທຸກເດືອນ: ໃຜເປັນ OWNER / ADMIN — ການປ່ຽນຂໍ້ມູນຜູ້ໃຊ້ ແລະ ບົດບາດ ບັນທຶກໃນ Audit Log.
SOP-01C

ກະດິ່ງວຽກ ແລະ ຫົວໜ້າສາຍງານ (ໃໝ່ v1.33.0)

ຕັ້ງຄ່າລະບົບ → ທົ່ວໄປ → ຕຳແໜ່ງ

ຕັ້ງແຕ່ v1.33.0 ກະດິ່ງແຈ້ງທຸກເຫດການວຽກ — ບໍ່ມີວຽກໃດລໍຢູ່ໂດຍບໍ່ມີໃຜເຫັນ. ຜູ້ຮັບເລືອກຕາມສິດ (ລວມສິດລາຍຄົນ):

ເຫດການ (ກະດິ່ງ)ໃຜໄດ້ຮັບ
ມີວຽກລໍກວດ QCຜູ້ມີສິດກວດ QC: ຜູ້ຈັດການຝ່າຍຜະລິດ, ຜູ້ຈັດການ, QC — ກົດແລ້ວເປີດໜ້າກວດເລີຍ
ມີວຽກໃໝ່ໃນກອງທຸກຄົນໃນພະແນກທີ່ຮັບວຽກນັ້ນໄດ້ (ຂັ້ນທີ່ບໍ່ໄດ້ມອບໃຫ້ຄົນສະເພາະ) + ຫົວໜ້າສາຍງານ
ໃບສັ່ງວຽກໃໝ່ ລໍວາງແຜນຜູ້ວາງແຜນ: ຜູ້ຈັດການຝ່າຍຜະລິດ, ຜູ້ຈັດການ
ວຽກແລ້ວທຸກຂັ້ນ — ອອກໃບແຈ້ງໜີ້ໄດ້ຫົວໜ້າ ແລະ ຜູ້ຈັດການ (ຜູ້ຈັດການຝ່າຍຜະລິດ, ຜູ້ຈັດການຫ້ອງການ, ຜູ້ຈັດການ), ບັນຊີ ແລະ ຜູ້ຂາຍ
ວຽກຖືກພັກ / ເຮັດຕໍ່ / ຍົກເລີກຊ່າງທີ່ມີຂັ້ນຕອນຄ້າງໃນວຽກນັ້ນ
ແຈ້ງບັນຫາຜູ້ຈັດການບັນຫາ + ຫົວໜ້າສາຍງານຂອງຜູ້ແຈ້ງ
ທຸກມື້: ຂັ້ນຕອນເກີນກຳນົດ · ວຽກເກີນວັນທີຕ້ອງການ · ມື້ນີ້ມີວຽກສົ່ງ / ຕິດຕັ້ງຊ່າງ · ຜູ້ວາງແຜນ + ຜູ້ຂາຍ · ຊ່າງສົ່ງ / ຕິດຕັ້ງ (ຫຼື ກອງຂອງພະແນກ) — ແຕ່ລະເລື່ອງແຈ້ງເທື່ອດຽວ
ລູກຄ້າ: ຮອດມື້ນັດຕິດຕາມ · QT ສົ່ງແລ້ວ 3 ມື້ ບໍ່ມີໃຜຕິດຕໍ່ຄົນທີ່ນັດ · ຜູ້ຂາຍຂອງ QT
ເຈົ້າຂອງໄດ້ຮັບເກືອບທຸກເລື່ອງOWNER ຖືທຸກສິດ → ກະດິ່ງເກືອບທຸກເຫດການ (QC, ວາງແຜນ, ອອກໃບແຈ້ງໜີ້, ບັນຫາ, ໃບຕັກເຕືອນລໍອະນຸມັດ …). ໃຫ້ຫົວໜ້າ / ຜູ້ຈັດການ ຕິດຕາມວຽກປະຈຳວັນ — ເຈົ້າຂອງເບິ່ງສະເພາະເລື່ອງທີ່ຕ້ອງຕັດສິນ.

ຕັ້ງຫົວໜ້າສາຍງານ

ຫົວໜ້າສາຍງານ = ຄົນໃນພະແນກດຽວກັນ ທີ່ຕຳແໜ່ງຕິກ ເປັນລະດັບຜູ້ຈັດການ ແລະ ຫົວໜ້າຜູ້ໃຫ້ຄະແນນ KPI ຂອງພະແນກນັ້ນ. ໄດ້ຮັບແຈ້ງເມື່ອວຽກຂອງລູກທີມພ້ອມເຮັດ, ເຮັດແລ້ວ / ສົ່ງ QC, QC ບໍ່ຜ່ານ, ເກີນກຳນົດ, ເມື່ອລູກທີມແຈ້ງບັນຫາ ແລະ ມີວຽກໃໝ່ໃນກອງ — ແລະ ສະເໜີໃບຕັກເຕືອນໃຫ້ລູກທີມໄດ້ (SOP-12). ບໍ່ແມ່ນສິດ — ບໍ່ຕ້ອງເພີ່ມສິດລາຍຄົນ.

  1. ຕັ້ງຄ່າລະບົບ → ທົ່ວໄປ → ຕຳແໜ່ງ → ແກ້ໄຂຕຳແໜ່ງຫົວໜ້າ → ຕິກ ເປັນລະດັບຜູ້ຈັດການ (ຕຳແໜ່ງຕັ້ງຕົ້ນ ເຊັ່ນ ຫົວໜ້າຊ່າງປ້າຍ, ຜູ້ຈັດການຝ່າຍຜະລິດ ຕິກມາແລ້ວ).
  2. ຜູ້ໃຊ້ງານ → ໃສ່ຫົວໜ້າ ໃນພະແນກດຽວກັບທີມ (ຂໍ້ມູນຜູ້ໃຊ້).
  3. ຫົວໜ້າຄຸມຫຼາຍພະແນກ (ຜະລິດ + ປະກອບ + ຕິດຕັ້ງ) → ເລືອກເປັນ ຫົວໜ້າຜູ້ໃຫ້ຄະແນນ ຂອງກຸ່ມ KPI ນັ້ນ ທີ່ ຕັ້ງຄ່າ KPI — ຈະເຫັນທຸກພະແນກຂອງກຸ່ມ.
ພະແນກຜິດ = ຫົວໜ້າບໍ່ຮູ້ວຽກລູກທີມເຊັ່ນ ຫົວໜ້າຢູ່ພະແນກ ຜະລິດ ແຕ່ລູກທີມຢູ່ ປະກອບ → ບໍ່ໄດ້ຮັບແຈ້ງເຕືອນຂອງລູກທີມ.
SOP-02

ການອະນຸມັດ — ກະດິ່ງແຈ້ງເຕືອນຄືຄິວ

ກະດິ່ງ (ມຸມເທິງຂວາ): ມີຄຳຂໍລໍອະນຸມັດ → ແຈ້ງທຸກຄົນທີ່ມີສິດອະນຸມັດ (ລວມສິດລາຍຄົນ); ອະນຸມັດ / ຕີກັບ → ແຈ້ງຜູ້ສ້າງ. ກົດລາຍການ = ເປີດເອກະສານ ແລະ ໝາຍວ່າອ່ານແລ້ວ; ກວດໃໝ່ທຸກ 1 ນາທີ. ແຕ່ v1.33.0 ກະດິ່ງແຈ້ງເຫດການວຽກນຳ (SOP-01C). ໜ້າຫຼັກມີບັດ "QT ລໍຖ້າອະນຸມັດ". Telegram ຍັງເຮັດວຽກຄືເກົ່າ.

ລໍອະນຸມັດຜູ້ອະນຸມັດກະດິ່ງໝາຍເຫດ
ໃບສະເໜີລາຄາຜູ້ຈັດການ, ຜູ້ຈັດການຫ້ອງການ, ADMIN, OWNER✓ອະນຸມັດຂອງຕົນເອງບໍ່ໄດ້ (ຍົກເວັ້ນ OWNER) · ໃບສະກຸນອື່ນ: ກວດອັດຕາແລກປ່ຽນ (SOP-05)
ໃບຂໍຊື້ຜູ້ຈັດການ, ຜູ້ຈັດການຫ້ອງການ, ADMIN, OWNER✓ອະນຸມັດຂອງຕົນເອງບໍ່ໄດ້ (ຍົກເວັ້ນ OWNER)
ໃບສັ່ງຊື້ຜູ້ຈັດການ, ຜູ້ຈັດການຫ້ອງການ, ADMIN, OWNER✓ຜູ້ສ້າງ ແລະ ຜູ້ສົ່ງ ອະນຸມັດບໍ່ໄດ້ (ຍົກເວັ້ນ OWNER)
ແຈ້ງວັດສະດຸໃໝ່ຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ADMIN, OWNER✓ອະນຸມັດຂອງຕົນເອງບໍ່ໄດ້ (ຍົກເວັ້ນ OWNER)
ໃບຮັບມອບງານ (ລູກຄ້າບໍ່ຢູ່)ຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ADMIN, OWNER✓ບໍລິຫານເປັນຊັ້ນສຳຮອງຂອງຫົວໜ້າຜະລິດ
ໃບກວດນັບ / ໃບປັບສະຕັອກຜູ້ຈັດການ, ADMIN, OWNER✓ຜູ້ມີສິດອະນຸມັດ ບັນທຶກໃບປັບແລ້ວປັບທັນທີ (ມີບັນທຶກ)
ວຽກ HR: OT, ເບີກລ່ວງໜ້າ, ການລາ, ສະຫວັດດີການ, KPI, ໃບຕັກເຕືອນຕາມປະເພດ — SOP-02B✓ທຸກຄົນອະນຸມັດຂອງຕົນເອງບໍ່ໄດ້ — ລວມ OWNER
ຢືນຢັນບິນຜູ້ສະໜອງບັນຊີ, ຜູ້ຈັດການ, ADMIN, OWNER–ບໍ່ມີແຈ້ງເຕືອນ — ເບິ່ງໃນ ການເງິນ → ບິນຜູ້ສະໜອງ
ເງິນເດືອນປະຈຳເດືອນADMIN, OWNER–ບໍ່ມີແຈ້ງເຕືອນ — ໃສ່ປະຕິທິນ (SOP-09)
ມັດຈຳບໍ່ຄົບ → ເປີດວຽກADMIN, OWNER–Override ຕອນປ່ຽນເປັນວຽກ (SOP-04)
ວິໄນຄິວກະດິ່ງເປັນສູນກ່ອນເລີກວຽກທຸກມື້ — ບໍລິຫານຄ້າງ = ທັງບໍລິສັດຄ້າງ. ມອບຜູ້ຊ່ວຍສະຫຼຸບຄິວ ຫຼື ໃຫ້ຜູ້ຈັດການຫ້ອງການອະນຸມັດແທນໄດ້ (SOP-08).
SOP-02B

ອະນຸມັດວຽກ HR — ໃຜອະນຸມັດຫຍັງ

ເມນູ ບຸກຄະລາກອນ

ທຸກລາຍການ (ຍົກເວັ້ນເງິນເດືອນ) ແຈ້ງຜູ້ມີສິດອະນຸມັດທາງກະດິ່ງ. ລາຍລະອຽດວຽກ HR ທັງໝົດ: SOP ຝ່າຍບຸກຄະລາກອນ (HR).

ລໍອະນຸມັດຜູ້ອະນຸມັດເມນູກວດຫຍັງ / ໝາຍເຫດ
OTຜູ້ຈັດການຫ້ອງການ, ADMIN, OWNEROT ພະນັກງານກວດ ຮູບໜ້າງານ + ເວລາສະແກນອອກຈິງ (OT ບໍ່ກຳນົດເວລາເລີກ: "17:00 → ສະແກນອອກ 19:40")
ເບີກລ່ວງໜ້າຜູ້ຈັດການຫ້ອງການ, ADMIN, OWNERອະນຸມັດເບີກລ່ວງໜ້າລະບົບຫັກຄືນຈາກເງິນເດືອນເປັນງວດ
ການລາຜູ້ຈັດການຫ້ອງການ, ADMIN, OWNERການລາພະນັກງານອະນຸມັດ / ຕີກັບ + ເຫດຜົນ · ບັນທຶກການລາ ແທນຄົນທີ່ໂທມາແຈ້ງ · ລາບໍ່ໄດ້ຮັບເງິນເດືອນ ຫັກເອງໃນເງິນເດືອນ
ສະຫວັດດີການADMIN, OWNER ເທົ່ານັ້ນສະຫວັດດີການພະນັກງານຫຼັກຖານ + ສິດທີ່ເຫຼືອ · ອະນຸມັດໜ້ອຍກວ່າທີ່ຂໍໄດ້ (ເບີກຄ່າຮັກສາ) · ເລືອກ ຈ່າຍພ້ອມເງິນເດືອນ ຫຼື ຈ່າຍເງິນສົດແລ້ວ · HR ເບິ່ງ ແລະ ຕິດຕາມໄດ້ ແຕ່ບໍ່ອະນຸມັດ
KPI / KBIຜູ້ຈັດການຫ້ອງການ, ADMIN, OWNERປະເມີນຜົນງານ (KPI)ອະນຸມັດ ຫຼື ສົ່ງກັບຫົວໜ້າ + ເຫດຜົນ (SOP-10)
ໃບຕັກເຕືອນ (v1.34.0)ຜູ້ຈັດການຫ້ອງການ, ADMIN, OWNERໃບຕັກເຕືອນອະນຸມັດ ຫຼື ບໍ່ອະນຸມັດ + ເຫດຜົນ · ນັບໃນ KBI, ບໍ່ຫັກເງິນເດືອນ — SOP-12
ເງິນເດືອນADMIN, OWNERເງິນເດືອນບໍ່ມີກະດິ່ງ — SOP-09
ບໍ່ມີໃຜອະນຸມັດຂອງຕົນເອງOT, ການລາ, ສະຫວັດດີການ, ເບີກລ່ວງໜ້າ ຂອງຕົນເອງ ແລະ ໃບຕັກເຕືອນທີ່ຕົນສະເໜີ ຕ້ອງໃຫ້ຄົນອື່ນອະນຸມັດ — ລວມ OWNER. ຫົວໜ້າບໍ່ໃຫ້ຄະແນນ KPI ຕົນເອງ.
SOP-03

ການ Void ເອກະສານ — ຍ້ອນຈາກປາຍທາງສະເໝີ

ເອກະສານການເງິນ / ການຄ້າ ແກ້ໄຂຫຼັງອອກບໍ່ໄດ້ — ທາງແກ້ດຽວຄື Void ແລ້ວສ້າງໃໝ່. ທຸກ Void ຕ້ອງມີເຫດຜົນ ແລະ ເລກເອກະສານຄົງຢູ່ຕະຫຼອດ. ລຳດັບຕ້ອງຍ້ອນຈາກປາຍທາງ:

ສາຍລຳດັບ / ການກະທຳໃຜເຮັດໄດ້
ເງິນລູກຄ້າ① ໃບຮັບເງິນ RE → ② ຮັບຊຳລະ (ຍອດໃບແຈ້ງໜີ້ກັບຄືນ) → ③ ໃບແຈ້ງໜີ້ INVOWNER, ADMIN
ເງິນຜູ້ສະໜອງ① ໃບສຳຄັນຈ່າຍ PV → ② ບິນຜູ້ສະໜອງ SBOWNER, ADMIN
ຈັດຊື້① ບິນ SB → ② ກັບຄືນລາຍການ SM ຂອງໃບຮັບ (GR ລົງສະຕັອກອັດຕະໂນມັດແລ້ວ ຕັ້ງແຕ່ v1.2.0) → ③ ໃບຮັບ GR → ④ ໃບສັ່ງຊື້ PO — ລະບົບບັງຄັບລຳດັບເອງOWNER, ADMIN
ສະຕັອກເອກະສານ SM ໃຊ້ "ກັບຄືນລາຍການ" ໄດ້ຄັ້ງດຽວຕໍ່ລາຍການOWNER, ADMIN
ຂາຍຍົກເລີກໃບສະເໜີລາຄາOWNER, ADMIN
ຜະລິດຍົກເລີກວຽກ · Void ໃບຮັບມອບ DA (ວຽກເປີດຄືນ)ວຽກ: OWNER, ADMIN · DA: + ຜູ້ຈັດການ
ເງິນເດືອນເປີດເງິນເດືອນຄືນ (ມີເຫດຜົນ) — ກ່ອນ "ໝາຍວ່າຈ່າຍແລ້ວ" ເທົ່ານັ້ນOWNER, ADMIN
ນະໂຍບາຍແນະນຳADMIN ມີສິດ Void ເທົ່າ OWNER — Void ການເງິນ (INV / ຮັບຊຳລະ / SB / PV) ຂໍເຫັນດີເຈົ້າຂອງກ່ອນທຸກຄັ້ງ ແລ້ວຄ່ອຍກົດ. ບັນຊີ, ຜູ້ຈັດການຫ້ອງການ ແລະ ຜູ້ຊ່ວຍຜູ້ຈັດການ ບໍ່ມີສິດ Void ເລີຍ — ລະບົບອອກແບບໄວ້ແບບນັ້ນ.
SOP-04

ການ Override ທັງໝົດ — ໃຊ້ເມື່ອໃດ ແລະ ໃຜກົດໄດ້

Overrideໃຜກົດໄດ້ຫຼັກຄິດກ່ອນກົດ
ມັດຈຳບໍ່ຄົບ → ປ່ຽນເປັນວຽກOWNER, ADMINລູກຄ້າເຊື່ອຖືໄດ້ + ຄວາມສ່ຽງຕ່ຳ — ຢ່າໃຫ້ເປັນນິໄສ
ຮັບເຄື່ອງເກີນຈຳນວນສັ່ງຜູ້ຈັດການ, ADMIN, OWNERຜູ້ສະໜອງແຖມ / ຕັດເສດ — ສົ່ງເກີນຜິດປົກກະຕິໃຫ້ທ້ວງ ບໍ່ຝືນຮັບ
ສະຕັອກຕິດລົບ (ເບີກ ຫຼື ໃບປັບສະຕັອກ)OWNER, ADMINຂອງມີຈິງແຕ່ຕົວເລກຜິດ — ຕາມຫາຕົ້ນເຫດ (ກວດນັບ)
ເບີກຂອງທີ່ວຽກອື່ນຈອງOWNER, ADMINຕັດສິນບູລິມະສິດ — ແຈ້ງເຈົ້າຂອງວຽກທີ່ຖືກຕັດ
ຈອງເຄື່ອງຈັກຊ້ອນຄິວຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ADMIN, OWNERວາງແຜນເທົ່ານັ້ນ — ເຄື່ອງກຳລັງແລ່ນ override ບໍ່ໄດ້
ປົດຂັ້ນຕອນທີ່ຖືກຢຸດ (blocked)ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, QC, ຫົວໜ້າຊ່າງປ້າຍ, ADMIN, OWNERມີໜ້າຈໍແລ້ວ: ຜະລິດ → ບັນຫາທີ່ແຈ້ງ (SOP-04B)

Override ຝັ່ງສາງ (ຕິດລົບ + ຈອງ) ເປັນ ຄົນລະສິດ ຄົນລະເຫດຜົນ — ຕິດທັງສອງເງື່ອນໄຂ ຕ້ອງຢືນຢັນທັງສອງ. ທຸກ Override ມີເຫດຜົນ + Audit; ຜູ້ຊ່ວຍຜູ້ຈັດການ ແລະ ຜູ້ຈັດການຫ້ອງການບໍ່ມີ Override ໃດເລີຍ.

SOP-04B

ບັນຫາທີ່ແຈ້ງ — ປົດຂັ້ນຕອນທີ່ຖືກຢຸດ

ເມນູ ຜະລິດ → ບັນຫາທີ່ແຈ້ງ
  1. ເປີດ ຜະລິດ → ບັນຫາທີ່ແຈ້ງ → ກັ່ນຕອງ ສະເພາະທີ່ຢຸດວຽກ ກ່ອນ (ປ້າຍ "ຢຸດວຽກ").
  2. ກົດ ຮັບເລື່ອງ — ຊ່າງເຫັນວ່າມີຄົນຮັບເລື່ອງແລ້ວ.
  3. ແກ້ຕົ້ນເຫດ: ສັ່ງວັດສະດຸ, ແກ້ແບບ, ປະສານລູກຄ້າ …
  4. ກົດ ແກ້ໄຂແລ້ວ + ບັນທຶກການແກ້ໄຂ → ຂັ້ນຕອນກັບມາເຮັດຕໍ່ໄດ້ ອັດຕະໂນມັດ ເມື່ອບັນຫາທີ່ຢຸດວຽກແກ້ຄົບ.
  5. ແຈ້ງຜິດ ຫຼື ບັນຫາຫາຍໄປເອງ → ຍົກເລີກບັນຫາ (ເຫດຜົນບໍ່ບັງຄັບ).
ບໍ່ແມ່ນທາງຕັນອີກ (v1.1.0)ເດີມຕ້ອງໃຫ້ທີມພັດທະນາແກ້ຖານຂໍ້ມູນ — ດຽວນີ້ປົດໄດ້ເອງໃນໜ້ານີ້. ໜ້າໃບສັ່ງວຽກມີກ່ອງສະຫຼຸບບັນຫາທີ່ຍັງເປີດ → ກົດ "ຈັດການບັນຫາ". ເປົ້າໝາຍ: ບັນຫາທີ່ຢຸດວຽກ ຮັບເລື່ອງພາຍໃນມື້.

ໃຜເຫັນໜ້ານີ້: ຜູ້ຈັດການ · ຜູ້ຊ່ວຍຜູ້ຈັດການ · ຜູ້ຈັດການຜະລິດ ແລະ ຍຸດທະສາດ · ພະນັກງານ QC · ຫົວໜ້າຊ່າງປ້າຍ (ຮ້ານນ້ອຍ) · ADMIN · OWNER.

SOP-05

ຕັ້ງຄ່າລະບົບ ແລະ ຂໍ້ມູນຫຼັກ

ເມນູ ຕັ້ງຄ່າລະບົບ

ກົດ ຕັ້ງຄ່າລະບົບ ໃນແຖບເມນູດ້ານເທິງ → ລາຍການແບ່ງເປັນ 3 ໝວດຍ່ອຍ: ທົ່ວໄປ · ສິນຄ້າ ແລະ ວັດສະດຸ · ບຸກຄະລາກອນ (ມືຖື: ເພີ່ມເຕີມ → ຕັ້ງຄ່າລະບົບ).

ໝວດຍ່ອຍ → ເມນູໃຊ້ເຮັດຫຍັງຂໍ້ຄວນລະວັງ
ທົ່ວໄປ → ບໍລິສັດສະກຸນເງິນເລີ່ມຕົ້ນ (ເລືອກ LAK / THB / USD), ອັດຕາ VAT, ເຂດເວລາ, ຈຸດເຊັນໃນເອກະສານພິມ (ສູງສຸດ 4 ຈຸດ ຕໍ່ປະເພດເອກະສານ), ບັນຊີທະນາຄານຂອງບໍລິສັດເຂດເວລາກຳນົດວັນທີເອກະສານທັງລະບົບ · VAT ຄ່າຕັ້ງຕົ້ນ = ບໍ່ມີ VAT ທຸກເອກະສານ (ເລືອກເອົາເມື່ອມີ VAT ຈິງ) · ບັນຊີຫຼັກ 1 ບັນຊີຕໍ່ສະກຸນ · ສະກຸນເງິນເລີ່ມຕົ້ນ ເລືອກເທື່ອດຽວ (ເບິ່ງລຸ່ມ)
ທົ່ວໄປ → ເລກທີເອກະສານຄຳນຳໜ້າ ແລະ ຮອບເລີ່ມເລກໃໝ່ຫ້າມແກ້ຫຼິ້ນ — ເລກທີ່ອອກແລ້ວຍ້ອນຄືນບໍ່ໄດ້
ທົ່ວໄປ → ຜູ້ໃຊ້ງານ · ບົດບາດ ແລະ ສິດ · ພະແນກ · ຕຳແໜ່ງ · Audit Logຜູ້ໃຊ້ ແລະ ສິດ (SOP-01), ໂຄງສ້າງອົງກອນ, ສະວິດ ສາຍຜະລິດ ຂອງພະແນກ (ຕອນ 1B), ປະຫວັດການກະທຳ (SOP-07)ພະແນກ / ຕຳແໜ່ງ ປິດໃຊ້ງານແທນການລຶບ
ສິນຄ້າ ແລະ ວັດສະດຸ → ສິນຄ້າ · ໝວດສິນຄ້າລາຄາເລີ່ມຕົ້ນ ທີ່ໃບສະເໜີລາຄາໃຊ້ + ລາຍການລາຄາ (ໄອຄອນປ້າຍລາຄາ) ທີ່ຜູ້ຊ່ວຍ AI ໃຊ້ສິນຄ້າທີ່ບໍ່ມີລາຍການລາຄາ → AI ຕອບວ່າບໍ່ມີລາຄາ ແລະ ສົ່ງຕໍ່ພະນັກງານ
ສິນຄ້າ ແລະ ວັດສະດຸ → ວັດສະດຸ · ສາງວັດສະດຸຂໍ້ມູນຫຼັກວັດສະດຸ ແລະ ສາງປິດໃຊ້ງານແທນການລຶບ — ປະຫວັດຕ້ອງຄົບ
ບຸກຄະລາກອນ → ກະວຽກ · ວັນພັກ · ຈຸດລົງເວລາ (QR) · ອັດຕາ OT · ປະເພດການລາ · ຕັ້ງຄ່າສະຫວັດດີການ · ຕັ້ງຄ່າ KPI · ລາຍການເງິນເພີ່ມ / ຫັກ · ຕັ້ງຄ່າເງິນເດືອນ / ອາກອນHR, ເງິນເດືອນ ແລະ KPIສິ່ງທີ່ເຈົ້າຂອງຕ້ອງຕັດສິນ: SOP-05B · KPI: SOP-10 · ບັນຊີກວດອາກອນ / ປະກັນສັງຄົມ ກ່ອນເງິນເດືອນຈິງ
ໃຜແກ້ໄດ້ບໍລິສັດ, ເລກທີເອກະສານ, ສິນຄ້າ, ພະແນກ, ຕຳແໜ່ງ, ສາງ = OWNER + ADMIN ເທົ່ານັ້ນ. ຄົນອື່ນເຫັນແຕ່ແກ້ບໍ່ໄດ້ — ຄົນທີ່ບໍ່ມີສິດເບິ່ງລາຍການໃດເລີຍ ຈະບໍ່ເຫັນໝວດນັ້ນ.
ສະກຸນເງິນເລີ່ມຕົ້ນ = ສະກຸນທີ່ນັບ KPI (v1.26.0)ໃບສະເໜີລາຄາສະກຸນອື່ນ (ເຊັ່ນ ບາດ / ໂດລາ) ຕ້ອງໃສ່ ອັດຕາແລກປ່ຽນ: 1 ໜ່ວຍຂອງສະກຸນໃບ = ເທົ່າໃດ ໃນສະກຸນເລີ່ມຕົ້ນ (ເຊັ່ນ 1 THB = 650 LAK → ໃສ່ 650) — ບໍ່ໃສ່ = ບັນທຶກບໍ່ໄດ້; ສະບັບແກ້ໄຂ ແລະ ໃບແຈ້ງໜີ້ ຮັບອັດຕາຈາກໃບສະເໜີລາຄາ. KPI ຍອດຂາຍທີ່ລູກຄ້າຢືນຢັນ ແປງເປັນສະກຸນເລີ່ມຕົ້ນດ້ວຍອັດຕານີ້ (ໃບເກົ່າທີ່ບໍ່ມີອັດຕາ ບໍ່ເຂົ້າຍອດ). ເລືອກສະກຸນເງິນເລີ່ມຕົ້ນເທື່ອດຽວ — ປ່ຽນພາຍຫຼັງ = ອັດຕາ ແລະ ເປົ້າຍອດຂາຍທີ່ບັນທຶກໄວ້ຜິດ. ຜູ້ອະນຸມັດ QT ກວດອັດຕາທຸກຄັ້ງ — ອັດຕາຜິດ = ຍອດຂາຍຜິດ.

ຫົວໜ່ວຍໃນໃບສະເໜີລາຄາ, ໃບແຈ້ງໜີ້ ແລະ ລາຄາສິນຄ້າ ເລືອກຈາກລາຍການດຽວກັນ ແລະ ສະກົດແບບດຽວ (ເຊັ່ນ ຕາລາງແມັດ, ໂຕ). ຄົ້ນຫາລູກຄ້າດ້ວຍເບີໂທ ບໍ່ສົນຍະຫວ່າງ ຫຼື ຂີດ.

SOP-05B

ຕັ້ງຄ່າ HR ທີ່ເຈົ້າຂອງຕ້ອງຕັດສິນ (OWNER / ADMIN)

ຕັ້ງຄ່າລະບົບ → ບຸກຄະລາກອນ
ເມນູຕັ້ງຫຍັງໃຜ · ຂໍ້ຄວນລະວັງ
ປະເພດການລາວັນຕໍ່ປີ, ໄດ້ຮັບເງິນເດືອນບໍ່, ຕ້ອງແນບເອກະສານບໍ່, ເຮັດວຽກຄົບຈັກເດືອນຈຶ່ງໄດ້ສິດ, ສະວິດ ນັບໃນ KBI (v1.27.0 — ຕັ້ງຕົ້ນເປີດສະເພາະ ລາກິດ ແລະ ລາບໍ່ໄດ້ຮັບເງິນເດືອນ; SOP-10) — ເລີ່ມຕົ້ນ: ລາພັກປະຈຳປີ 15 ວັນ (ຫຼັງ 12 ເດືອນ), ລາປ່ວຍ 30, ລາກິດ 3, ລາເກີດລູກ 105, ລາບໍ່ໄດ້ຮັບເງິນເດືອນHR / ບັນຊີ ກວດກັບກົດໝາຍແຮງງານ ກ່ອນໃຊ້ຈິງ
ວັນພັກ → ພັກບາງຊົ່ວໂມງເຊັ່ນ ມື້ເຂົ້າ / ອອກພັນສາ ພັກໃສ່ບາດ 08:00–10:00 — ຍັງເປັນມື້ເຮັດວຽກ, ມາຫຼັງເວລາພັກບໍ່ນັບມາຊ້າເງິນເດືອນ ແລະ ອັດຕາ OT ຄືມື້ເຮັດວຽກ
ຕັ້ງຄ່າສະຫວັດດີການ — ລາຍການສະຫວັດດີການຂອງບໍລິສັດ (ປະກັນສຸຂະພາບ, ຄ່າອາຫານ, ຊຸດຟອມ …) ໃຫ້ພະນັກງານອ່ານHR ແກ້ໄດ້
ຕັ້ງຄ່າສະຫວັດດີການ — ປະເພດເງິນຊ່ວຍຈຳນວນເງິນ / ວົງເງິນຕໍ່ປີ, ຈຳນວນເທື່ອຕໍ່ປີ, ອາຍຸງານຂັ້ນຕ່ຳ, ໃຫ້ອັດຕະໂນມັດ ໃນວັນເກີດ / ວັນຄົບຮອບເຮັດວຽກADMIN (ແລະ OWNER) ເທົ່ານັ້ນ · ປະເພດຕົວຢ່າງທັງໝົດ ປິດໄວ້ — ກວດຈຳນວນເງິນແລ້ວເປີດໃຊ້
ລາຍການເງິນເພີ່ມ / ຫັກ → ເງິນສະຫວັດດີການແຖວທີ່ລະບົບເພີ່ມເອງ ເມື່ອເລືອກ ຈ່າຍພ້ອມເງິນເດືອນຕັ້ງໄວ້ບໍ່ເສຍອາກອນ / ບໍ່ມີປະກັນສັງຄົມ — ບັນຊີຢືນຢັນ
ສິດຕາມອາຍຸງານ ເປີດເອງອາຍຸງານນັບແຕ່ ມື້ຖັດຈາກວັນໝົດທົດລອງງານ (ບໍ່ມີທົດລອງງານ = ນັບແຕ່ວັນເຂົ້າວຽກ). ສິດທີ່ຕັ້ງ "ຫຼັງເຮັດວຽກ 3 / 6 / 12 ເດືອນ" ເປີດໃຫ້ເອງ; ໃນທົດລອງງານໃຊ້ໄດ້ສະເພາະສິດ 0 ເດືອນ. HR ໄດ້ຮັບແຈ້ງ 7 ວັນກ່ອນພະນັກງານໝົດທົດລອງງານ.
ຂໍ້ມູນພະນັກງານຕ້ອງຄົບວັນເຂົ້າວຽກ · ວັນໝົດທົດລອງງານ · ວັນເກີດ (ບຸກຄະລາກອນ → ພະນັກງານ (HR)) — ຂາດ = ສິດບໍ່ເປີດ, ຂອງຂວັນວັນເກີດບໍ່ມາ. ກ່ອງ ອາຍຸງານ ແລະ ສິດ ບອກວັນທີໄດ້ແຕ່ລະສິດ.
SOP-06

Feedback ຈາກພະນັກງານ ແລະ ເລກເວີຊັນ

ເມນູ ຂອງຂ້ອຍ → ແຈ້ງບັນຫາ/ຂໍ້ສະເໜີແນະ
  1. ພະນັກງານເປີດ ຂອງຂ້ອຍ → ແຈ້ງບັນຫາ/ຂໍ້ສະເໜີແນະ ແລ້ວກົດ ແຈ້ງບັນຫາ (ແນບຮູບໄດ້ 3 ຮູບ) — ລະບົບບັນທຶກໜ້າທີ່ພົບ ແລະ ເວີຊັນ (commit) ເອງ.
  2. ກະດິ່ງແຈ້ງ OWNER / ADMIN → ຕັ້ງ ຄວາມສຳຄັນ → ເລີ່ມດຳເນີນການ.
  3. ແກ້ເອງ ຫຼື ສົ່ງທີມພັດທະນາ ພ້ອມເລກເວີຊັນ → ແກ້ໄຂແລ້ວ + ຜົນການແກ້ໄຂ → ຜູ້ແຈ້ງໄດ້ຮັບແຈ້ງເຕືອນ.
  4. ປິດລາຍງານ · ທົບທວນເລື່ອງຄ້າງທຸກອາທິດ.

ຜູ້ຈັດການຫ້ອງການ ເຫັນທຸກລາຍງານ (ສະຫຼຸບໃຫ້ເຈົ້າຂອງໄດ້) ແຕ່ຈັດການບໍ່ໄດ້ — ການຈັດການລາຍງານ = OWNER, ADMIN.

ເລກເວີຊັນກົດ ຮູບໂປຣໄຟລ໌ມຸມຂວາເທິງ (ເມນູໂປຣໄຟລ໌) ຫຼື ເບິ່ງ ໜ້າຫຼັກ ເຊັ່ນ v1.34.1 (20d4237) — ຕັ້ງແຕ່ v1.11.0 ບໍ່ມີແຖບຊ້າຍແລ້ວ. ແຈ້ງບັນຫາທາງໂທ / ແຊັດ → ບອກເລກນີ້ນຳ. ແຕ່ລະເວີຊັນແກ້ຫຍັງ: ໄຟລ໌ CHANGELOG (ພາສາລາວ) — ກວດກ່ອນແຈ້ງຊ້ຳ.
ລາຍງານບັນຫາທີ່ດີເລກເວີຊັນ · ໜ້າໃດ · ກຳລັງເຮັດຫຍັງ · ເລກເອກະສານ · ຮູບໜ້າຈໍ · ຂໍ້ຄວາມທີ່ຂຶ້ນ — ເກັບກ່ອນກົດໂຫຼດໜ້າໃໝ່.
SOP-07

Audit Log — ກວດຫຼັງບ້ານ

ຕັ້ງຄ່າລະບົບ → ທົ່ວໄປ → Audit Log
SOP-08

ວຽກຂອງຜູ້ຊ່ວຍ — ແບ່ງຕາມບົດບາດຈິງ

ເດີມ: "ຖ້າຈະໃຫ້ຜູ້ຊ່ວຍກົດອະນຸມັດແທນ ຕ້ອງເປັນ ADMIN". ດຽວນີ້ບໍ່ຕ້ອງ — ແບ່ງວຽກໃຫ້ 2 ບົດບາດ:

ວຽກໃຜຄວາມຖີ່ເມນູ
ສະຫຼຸບຄິວລໍອະນຸມັດໃຫ້ເຈົ້າຂອງ (ເບິ່ງໄດ້ ອະນຸມັດບໍ່ໄດ້)ຜູ້ຊ່ວຍຜູ້ຈັດການທຸກເຊົ້າຂາຍ → ໃບສະເໜີລາຄາ · ຈັດຊື້ ແລະ ສາງ → ໃບຂໍຊື້ / ໃບສັ່ງຊື້ (ລໍຖ້າອະນຸມັດ)
ອະນຸມັດ QT / ໃບຂໍຊື້ / ໃບສັ່ງຊື້ ແທນ (ຖ້າເຈົ້າຂອງມອບ)ຜູ້ຈັດການຫ້ອງການທຸກມື້ກະດິ່ງແຈ້ງເຕືອນ
ຮັບເລື່ອງ ແລະ ຕາມແກ້ບັນຫາທີ່ຢຸດວຽກຜູ້ຊ່ວຍຜູ້ຈັດການທຸກມື້ຜະລິດ → ບັນຫາທີ່ແຈ້ງ
ເວລາ, OT, ການລາ, ເບີກລ່ວງໜ້າ, ເງິນເພີ່ມ / ຫັກ, ອະນຸມັດ ໃບຕັກເຕືອນ · ສະຫວັດດີການ: ຕິດຕາມເທົ່ານັ້ນ (ADMIN ອະນຸມັດ)ຜູ້ຈັດການຫ້ອງການທຸກມື້ບຸກຄະລາກອນ — SOP HR
ຕາມຫົວໜ້າສົ່ງຄະແນນ KPI ແລ້ວອະນຸມັດຜູ້ຈັດການຫ້ອງການວັນທີ 1–5ບຸກຄະລາກອນ → ປະເມີນຜົນງານ (KPI)
ເຜີຍແຜ່ ລະບຽບການ / ແຈ້ງການ + ເຕືອນຄົນທີ່ຍັງບໍ່ຮັບຊາບຜູ້ຈັດການຫ້ອງການທຸກອາທິດບຸກຄະລາກອນ → ຈັດການລະບຽບການ / ຈັດການແຈ້ງການ
ສະຫຼຸບລູກໜີ້ເກີນກຳນົດ + ເຈົ້າໜີ້ໃກ້ຄົບກຳນົດຜູ້ຊ່ວຍຜູ້ຈັດການ ຫຼື ຜູ້ຈັດການຫ້ອງການທຸກອາທິດການເງິນ → ໜີ້ຕ້ອງຮັບລູກຄ້າ / ໜີ້ຄ້າງຈ່າຍຜູ້ສະໜອງ
ສະຫຼຸບ Feedback ຄ້າງໃຫ້ເຈົ້າຂອງຜູ້ຈັດການຫ້ອງການທຸກອາທິດຂອງຂ້ອຍ → ແຈ້ງບັນຫາ/ຂໍ້ສະເໜີແນະ
ຂໍເພີ່ມ / ປິດຜູ້ໃຊ້ ເມື່ອມີຄົນເຂົ້າ-ອອກຜູ້ຈັດການຫ້ອງການ → OWNER / ADMINຕາມເຫດຕັ້ງຄ່າລະບົບ → ຜູ້ໃຊ້ງານ (ເບິ່ງຢ່າງດຽວ)
ບໍ່ມອບ ແລະ ບໍ່ເພີ່ມເປັນສິດລາຍຄົນVoid · Override · ແກ້ໄຂຜູ້ໃຊ້ (users.update) · ບົດບາດ ແລະ ສິດ · ຕັ້ງຄ່າບໍລິສັດ / ເລກທີເອກະສານ · ອະນຸມັດເງິນເດືອນ · ອະນຸມັດສະຫວັດດີການ — ຄົງໄວ້ OWNER / ADMIN.
SOP-09

ອະນຸມັດເງິນເດືອນປະຈຳເດືອນ (OWNER / ADMIN)

ເມນູ ບຸກຄະລາກອນ → ເງິນເດືອນ
  1. ກ່ອນວັນຕັດຮອບ: OT, ການລາ, ເບີກລ່ວງໜ້າ, ສະຫວັດດີການ ທີ່ຄ້າງ ອະນຸມັດໃຫ້ໝົດ; ໂບນັດຈາກ KPI ເຈົ້າຂອງໃສ່ເອງທີ່ ເງິນເພີ່ມ / ເງິນຫັກ.
  2. ມື້ຖັດຈາກວັນຕັດຮອບ (ເຊັ່ນ ວັນທີ 27): ບັນຊີ ຄິດເງິນເດືອນ (ເປັນຮ່າງ — ຄິດໃໝ່ໄດ້ຕະຫຼອດ).
  3. ກ່ອນວັນຈ່າຍ: ກວດຍອດລວມ, ຄົນທີ່ "ບໍ່ໄດ້ຄິດ", ສຸດທິຕິດລົບ, ແຖວ "ຫັກລາບໍ່ໄດ້ຮັບເງິນເດືອນ" ແລະ "ເງິນສະຫວັດດີການ" (ລະບົບເພີ່ມເອງ) → ອະນຸມັດ — ພະນັກງານເຫັນໃບເງິນເດືອນ, ຮອບຖືກລັອກ (ວັນທີຂອງຮອບ).
  4. ຂຶ້ນກ່ອງເຫຼືອງ “ມີຂໍ້ມູນປ່ຽນຫຼັງຄິດໄລ່” (v1.30): ມີ OT / ການລາ / ສະຫວັດດີການ / ເງິນເພີ່ມ-ຫັກ / ເບີກລ່ວງໜ້າ / ລົງເວລາ ປ່ຽນຫຼັງບັນຊີຄິດ — ປຸ່ມ ອະນຸມັດ ຖືກປິດ ຈົນກວ່າບັນຊີກົດ ຄິດໃໝ່, ເພື່ອບໍ່ໃຫ້ລາຍການໃດຕົກຫຼົ່ນ.
  5. ພົບຂໍ້ຜິດກ່ອນຈ່າຍ → ເປີດຄືນ (ມີເຫດຜົນ) → ບັນຊີແກ້ ແລະ ຄິດໃໝ່ → ອະນຸມັດອີກຄັ້ງ.
  6. ບັນຊີ ໝາຍວ່າຈ່າຍແລ້ວ — ເປີດຄືນບໍ່ໄດ້ອີກ; ຜິດຫຼັງຈ່າຍ → ປ້ອນເງິນເພີ່ມ / ຫັກ ເດືອນຕໍ່ໄປ.
ບໍ່ມີກະດິ່ງສຳລັບຂັ້ນນີ້ໃສ່ປະຕິທິນ: ລະຫວ່າງວັນຕັດຮອບ ແລະ ວັນຈ່າຍ ເປີດ ບຸກຄະລາກອນ → ເງິນເດືອນ — ຫົວໜ້າສະແດງວັນທີຂອງຮອບ ແລະ “ກຳນົດຈ່າຍ”.
ກ່ອນອະນຸມັດເດືອນທຳອິດບັນຊີຢືນຢັນອັດຕາອາກອນລາຍໄດ້, ປະກັນສັງຄົມ ແລະ ການຕັ້ງ "ເງິນສະຫວັດດີການ" (ບໍ່ເສຍອາກອນ / ບໍ່ມີປະກັນສັງຄົມ) ເປັນລາຍລັກອັກສອນ.
ຮອບເງິນເດືອນເລືອກໄດ້ (v1.12.0)ວັນຕັດຮອບ (ທ້າຍເດືອນ ຫຼື ວັນທີ 1–28) + ວັນຈ່າຍ ຕັ້ງທີ່ ຕັ້ງຄ່າລະບົບ → ບຸກຄະລາກອນ → ຕັ້ງຄ່າເງິນເດືອນ / ອາກອນ (ບັນຊີ / ADMIN). ຕົວຢ່າງ ຕັດ 26 ຈ່າຍ 28 → ຮອບເດືອນຕຸລາ = 27 ກ.ຍ.–26 ຕ.ລ., ອະນຸມັດວັນທີ 27–28.

ລາຍລະອຽດ: SOP ລະບົບ HR ສະບັບ 1.3 ແລະ SOP ຝ່າຍບຸກຄະລາກອນ (HR). ເງິນເດືອນພື້ນຖານກຳນົດໂດຍ ADMIN; ຜູ້ຈັດການຫ້ອງການບໍ່ເຫັນ. ທຸກຄົນ (ລວມຜູ້ບໍລິຫານ) ສະແກນ QR ລົງເວລາ — ຄົນທີ່ບໍ່ສະແກນ: ປິດ "ຕ້ອງລົງເວລາເຂົ້າ-ອອກ" ໃນ ບຸກຄະລາກອນ → ພະນັກງານ (HR).

HR ຂອງຂ້ອຍ — ທຸກຄົນ ລວມຜູ້ບໍລິຫານເມນູ ຂອງຂ້ອຍ: ລົງເວລາ QR · OT ຂອງຂ້ອຍ (ຮູບໜ້າງານ 1 ຮູບ) · ການລາ · ສະຫວັດດີການ · ລະບຽບການບໍລິສັດ · ແຈ້ງການ · ໃບຕັກເຕືອນຂອງຂ້ອຍ · ຜົນງານຂອງຂ້ອຍ (KPI) · ເບີກລ່ວງໜ້າ · ໃບເງິນເດືອນຂອງຂ້ອຍ — ຄູ່ມື: HR ຂອງຂ້ອຍ.
SOP-10

ປະເມີນຜົນງານ KPI / KBI (OWNER / HR)

ບຸກຄະລາກອນ → ປະເມີນຜົນງານ (KPI)

ທຸກເດືອນ ລະບົບນັບ KPI 70% ຈາກວຽກຈິງໃຫ້ເອງ ແລະ KBI 30% = 6 ຂໍ້ ຂໍ້ລະ 5 (v1.34.0): ມາກົງເວລາ (ເປົ້າ 95%, ຈາກການລົງເວລາ QR) · ມື້ຂາດວຽກ (ລະບົບນັບ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ, ຂາດເຄິ່ງມື້ = 0.5; 3 ມື້ = 0 ຄະແນນ) · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) (ລະບົບນັບ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI; 4 ມື້ = 0 ຄະແນນ) · ໃບຕັກເຕືອນ (ລະບົບນັບ: ໃບທີ່ອອກແລ້ວ ໃນເດືອນທີ່ເກີດເຫດ; 2 ໃບ = 0 ຄະແນນ) · ຄວາມຮັບຜິດຊອບ · ການຮ່ວມມືໃນທີມ (ຫົວໜ້າໃຫ້ດາວ 1–5). ຄະແນນ = ຜົນຈິງ ÷ ເປົ້າ (ສູງສຸດ 100) ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D. ມື້ຂາດວຽກ ແລະ ມື້ລາ ໜ້ອຍ = ດີ: 0 ມື້ = 100, ເປົ້າ = ຈຳນວນມື້ທີ່ໄດ້ 0, ລະຫວ່າງນັ້ນຫຼຸດເທົ່າໆກັນ (ຂາດ 1 ມື້ ≈ 67 · 2 ≈ 33 · 3+ = 0; ລາ ຫຼຸດມື້ລະ 25). ຄົນທີ່ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ມີຂໍ້ມູນ ແລະ ບໍ່ນັບ (ບໍ່ໄດ້ 100 ຟຣີ).

ກຸ່ມKPI ທີ່ລະບົບນັບເອງ — ນ້ຳໜັກ %
ຜະລິດ (ອອກແບບ, ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ)ວຽກສຳເລັດທັນກຳນົດ 30 · QC ຜ່ານເທື່ອທຳອິດ 25 · ຈຳນວນຂັ້ນຕອນທີ່ສຳເລັດ 15
ຂາຍຍອດຂາຍທີ່ລູກຄ້າຢືນຢັນ (ເປົ້າລາຍຄົນ) 35 · ອັດຕາປິດການຂາຍ 15 (ນັບຕາມເລກ QT) · ເກັບເງິນທັນກຳນົດ 20 (ສ່ວນທີ່ຈ່າຍທັນ)
QCຈຳນວນການກວດ 30 · ກວດພາຍໃນ 24 ຊົ່ວໂມງຫຼັງຊ່າງສົ່ງ 40
ສາງ (ພະແນກ ສາງສິນຄ້າ)ໃບຮັບສິນຄ້າ 30 · ກວດນັບຖືກຕ້ອງ 40
ຈັດຊື້ (ພະແນກ ຈັດຊື້ — ໃໝ່ v1.28.0)ໃບສັ່ງຊື້ທີ່ອອກ 30 (ເປົ້າ 10) · ສິນຄ້າມາຄົບທັນວັນທີຄາດວ່າຈະໄດ້ 40 (ເປົ້າ 80%)
ບັນຊີອອກໃບແຈ້ງໜີ້ 20 · ເກັບໜີ້ລູກຄ້າທັນກຳນົດ 30 · ຈ່າຍຜູ້ສະໜອງທັນກຳນົດ 20 (ສ່ວນທີ່ຈ່າຍທັນ)
ການຕະຫຼາດລູກຄ້າໃໝ່ທີ່ເພີ່ມ 35 · ລູກຄ້າໃໝ່ທີ່ສັ່ງວຽກ (ໃບສະເໜີລາຄາທຳອິດຖືກຢືນຢັນ) 35
KBI ທຸກກຸ່ມ (v1.34.0)ມາກົງເວລາ 5 · ມື້ຂາດວຽກ 5 · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) 5 · ໃບຕັກເຕືອນ 5 · ຄວາມຮັບຜິດຊອບ 5 · ການຮ່ວມມືໃນທີມ 5 = 30
ນັບແນວໃດ (v1.28.0)ອັດຕາປິດການຂາຍ: 1 ເລກ QT = 1 ໃບ (Revision ບໍ່ນັບເພີ່ມ), ນັບໃນເດືອນທີ່ອະນຸມັດເທື່ອທຳອິດ, ປິດໄດ້ເມື່ອລູກຄ້າຢືນຢັນ Revision ໃດກໍໄດ້ · ທັນກຳນົດ (ເກັບເງິນ / ເກັບໜີ້ລູກຄ້າ / ຈ່າຍຜູ້ສະໜອງ): ແຕ່ລະໃບນັບສ່ວນທີ່ຈ່າຍພາຍໃນວັນຄົບກຳນົດ — ຈ່າຍທັນ 600 ຈາກ 1,000 = 60% (ລວມມັດຈຳ); ນັບແຕ່ໃບທີ່ຄົບກຳນົດຮອດມື້ວານ ຕົວເລກກາງເດືອນຈຶ່ງບໍ່ຕົກ · ຈັດຊື້: ໃບສັ່ງຊື້ທີ່ຕົນອອກ ແລະ ມີ ກຳນົດຮັບເຄື່ອງ ໃນເດືອນ — ຮັບເຄື່ອງຄົບແລ້ວ ບໍ່ຊ້າກວ່າວັນນັ້ນ ຈັກ %.
  1. ເທື່ອດຽວ: ຕັ້ງຄ່າລະບົບ → ຕັ້ງຄ່າ KPI — ແຕ່ລະກຸ່ມເລືອກ ຫົວໜ້າຜູ້ໃຫ້ຄະແນນ ແລະ ພະແນກໃນກຸ່ມ; ປັບນ້ຳໜັກ / ເປົ້າ (ລວມໃຫ້ໄດ້ 100%; ຂໍ້ມື້ຂາດວຽກ / ມື້ລາ ເປົ້າ = ຈຳນວນມື້ທີ່ໄດ້ 0 ຄະແນນ). ບໍ່ເລືອກຫົວໜ້າ = ເຈົ້າຂອງ / HR ໃຫ້ຄະແນນເອງ. ກຸ່ມທີ່ເຈົ້າຂອງເຄີຍປັບ KBI ເອງ ຄົງນ້ຳໜັກເດີມ ແລະ ຂໍ້ໃໝ່ (ມື້ຂາດວຽກ / ມື້ລາ v1.27.0, ໃບຕັກເຕືອນ v1.34.0) ຖືກປິດໄວ້ — ເປີດ ແລະ ປັບນ້ຳໜັກເອງໄດ້. ກຸ່ມ ຈັດຊື້ (v1.28.0) ຍັງບໍ່ມີຫົວໜ້າ — ເລືອກໃຫ້ (ພະແນກ ຈັດຊື້ ຍ້າຍອອກຈາກກຸ່ມ ສາງ ເອງ ຖ້າຍັງບໍ່ເຄີຍຍ້າຍ).
  2. ເທື່ອດຽວ: ຕັ້ງຄ່າລະບົບ → ປະເພດການລາ → ແກ້ປະເພດ → ສະວິດ ນັບໃນ KBI (ມື້ລາປະເພດນີ້ ຫຼຸດຄະແນນ) — ຕັ້ງຕົ້ນເປີດສະເພາະ ລາກິດ ແລະ ລາບໍ່ໄດ້ຮັບເງິນເດືອນ; ລາພັກປະຈຳປີ, ລາປ່ວຍ, ລາເກີດລູກ ເປັນສິດຕາມກົດໝາຍ ບໍ່ຄວນເປີດ.
  3. ທຸກເດືອນ: ຫົວໜ້າຝ່າຍຂາຍໃສ່ ເປົ້າຍອດຂາຍລາຍຄົນ (ໃຫ້ຄະແນນ → ເປົ້າຂອງເດືອນນີ້ (ສະເພາະຄົນນີ້) → ຕັ້ງເປົ້າ). ຂໍ້ອື່ນທີ່ລະບົບນັບ ກໍຕັ້ງເປົ້າສະເພາະຄົນໄດ້ (v1.28.0) — ເຊັ່ນ ພະນັກງານສາງບໍ່ເຕັມເວລາ: ໃບຮັບສິນຄ້າ ເປົ້າ 4 ແທນ 10; ບໍ່ຕັ້ງ = ເປົ້າຂອງກຸ່ມ.
  4. ວັນທີ 1–5: ຫົວໜ້າໄດ້ຮັບແຈ້ງເຕືອນ → ເມນູ ບຸກຄະລາກອນ → ປະເມີນຜົນງານ (KPI) (ຫົວໜ້າມີເມນູນີ້ແລ້ວ ແຕ່ v1.24.1 — ເຫັນສະເພາະທີມຕົນ) ຫຼື ປຸ່ມ ໃຫ້ຄະແນນທີມ ໃນ ຜົນງານຂອງຂ້ອຍ → ກວດຕົວເລກທີ່ລະບົບນັບ, ໃຫ້ດາວ, ຂຽນຄຳເຫັນ → ສົ່ງໃຫ້ອະນຸມັດ.
  5. OWNER / ADMIN / ຜູ້ຈັດການຫ້ອງການ: ອະນຸມັດ (ພະນັກງານເຫັນຜົນ + ໄດ້ຮັບແຈ້ງເຕືອນ) ຫຼື ສົ່ງກັບຫົວໜ້າ ພ້ອມເຫດຜົນ.
  6. ສົ່ງອອກ Excel (ແຜ່ນ ສະຫຼຸບ + ລາຍລະອຽດ) → ເຈົ້າຂອງຕັດສິນໂບນັດ ແລ້ວໃສ່ເອງທີ່ ເງິນເພີ່ມ / ເງິນຫັກ — ລະບົບສະແດງຄະແນນເທົ່ານັ້ນ.
ໃຫ້ຕົວເລກຖືກໃບສັ່ງວຽກຕ້ອງມີ ວັນທີຕ້ອງການວຽກ (ລະບົບບັງຄັບແລ້ວ ຕອນເປີດວຽກຈາກໃບສະເໜີລາຄາ) · ຊ່າງກົດຮັບ-ສົ່ງວຽກໃນລະບົບແທ້ · ພະນັກງານຢູ່ພະແນກຖືກ · QT ສະກຸນອື່ນມີອັດຕາແລກປ່ຽນຖືກ (SOP-05) · ການຕະຫຼາດ: ຄົນທີ່ຫາລູກຄ້າໄດ້ ຄວນເປັນຄົນເພີ່ມລູກຄ້າເອງ (ລະບົບນັບໃຫ້ຜູ້ເພີ່ມ) · ເດືອນທຳອິດໃຊ້ທົດລອງກ່ອນເອົາໄປອ້າງອີງໂບນັດ.
ຫົວໜ້າບໍ່ໃຫ້ຄະແນນຕົນເອງເຈົ້າຂອງໃຫ້ຄະແນນຫົວໜ້າ. ໜ້າ ປະເມີນຜົນງານ ມີ ກາຟນ້ອຍ 6 ເດືອນ ຂອງແຕ່ລະຄົນ. ລາຍລະອຽດ: SOP HR.
SOP-11

ລະບຽບການບໍລິສັດ — ເຜີຍແຜ່ ແລະ ຕິດຕາມ

ບຸກຄະລາກອນ → ຈັດການລະບຽບການ
  1. ເພີ່ມລະບຽບ: ໝວດ, ຫົວຂໍ້, ພິມເນື້ອໃນ ແລະ / ຫຼື ແນບ PDF ຫຼື ຮູບ (≤ 10 MB; ໄຟລ໌ Word ໃຫ້ບັນທຶກເປັນ PDF ກ່ອນ), ວັນທີມີຜົນ → ບັນທຶກເປັນ ຮ່າງ.
  2. ກວດອີກຄັ້ງ → ເຜີຍແຜ່ → ພະນັກງານທຸກຄົນໄດ້ຮັບແຈ້ງເຕືອນ.
  3. ຕິດຕາມ: ປຸ່ມ ຮັບຊາບ X/Y → ລາຍຊື່ຄົນທີ່ຍັງບໍ່ຮັບຊາບ → ແຈ້ງເຕືອນຄົນທີ່ຍັງບໍ່ອ່ານ.
  4. ແກ້ຄຳຜິດເລັກນ້ອຍ = ການຮັບຊາບເກົ່າຍັງໃຊ້ໄດ້ · ເນື້ອໃນປ່ຽນ → ຕິກ ເປັນສະບັບໃໝ່ = ທຸກຄົນຕ້ອງຮັບຊາບອີກຄັ້ງ.
  5. ລະບຽບທີ່ເລີກໃຊ້ → ເກັບ (ພະນັກງານບໍ່ເຫັນອີກ, ເຜີຍແຜ່ຄືນໄດ້).
ພະນັກງານເຫັນແນວໃດຂອງຂ້ອຍ → ລະບຽບການບໍລິສັດ → ອ່ານ → ອ່ານ ແລະ ຮັບຊາບແລ້ວ. ໜ້າຫຼັກເຕືອນ "ທ່ານມີລະບຽບ N ເລື່ອງທີ່ຍັງບໍ່ໄດ້ອ່ານ ແລະ ຮັບຊາບ" ຈົນກວ່າຈະຮັບຊາບ.
ໃຜຈັດການADMIN + ຜູ້ຈັດການຫ້ອງການ (HR); OWNER ໄດ້ທຸກຢ່າງ. ທຸກຕຳແໜ່ງອ່ານໄດ້. ໝວດເລີ່ມຕົ້ນ: ລະບຽບທົ່ວໄປ, ເວລາເຮັດວຽກ ແລະ ການລາ, ວິໄນ, ຄວາມປອດໄພ, ເງິນເດືອນ ແລະ ສະຫວັດດີການ — ເພີ່ມ / ແກ້ໄດ້. ບໍ່ຕິກ "ພະນັກງານຕ້ອງກົດຮັບຊາບ" = ລະບຽບອ່ານເພື່ອຮູ້.
SOP-12

ແຈ້ງການ ແລະ ໃບຕັກເຕືອນ (ໃໝ່ v1.34.0)

ບຸກຄະລາກອນ → ຈັດການແຈ້ງການ · ໃບຕັກເຕືອນ

ແຈ້ງການ (AN00001) — HR / ADMIN / ເຈົ້າຂອງ

  1. ຂຽນແຈ້ງການ: ຫົວຂໍ້, ເນື້ອໃນ (ຂໍ້ຄວາມເທົ່ານັ້ນ — ບໍ່ມີໄຟລ໌ແນບ), ຜູ້ຮັບ = ພະນັກງານທຸກຄົນ ຫຼື ເລືອກພະແນກ / ລາຍຄົນ. ເລື່ອງສຳຄັນ → ເປີດ ຕ້ອງກົດຮັບຊາບ.
  2. ເຜີຍແຜ່ → ກະດິ່ງແຈ້ງຜູ້ຮັບທັນທີ. ຫຼັງເຜີຍແຜ່ ປ່ຽນຜູ້ຮັບບໍ່ໄດ້ — ແກ້ໄດ້ແຕ່ຫົວຂໍ້ ແລະ ເນື້ອໃນ.
  3. ຕິດຕາມ X/Y ຮັບຊາບ → ເບິ່ງ ໃຜຍັງບໍ່ໄດ້ຮັບຊາບ → ເຕືອນຄົນທີ່ຍັງບໍ່ໄດ້ຮັບຊາບ. ພິມ = ແຈ້ງການທາງການ (ຫົວບໍລິສັດ, ເລກທີ, ວັນທີ, ລາຍເຊັນຜູ້ອອກ). ໝົດໃຊ້ → ເກັບເຂົ້າຄັງ.

ພະນັກງານ: ຂອງຂ້ອຍ → ແຈ້ງການ → ອ່ານແລ້ວ ແລະ ຮັບຊາບ; ໜ້າຫຼັກຂຶ້ນກ່ອງສີເຫຼືອງ ຈົນກວ່າຈະຮັບຊາບ. ຕ່າງຈາກລະບຽບການ (SOP-11): ແຈ້ງການເປັນຂ່າວ / ຄຳສັ່ງ ເລືອກຜູ້ຮັບໄດ້, ບໍ່ມີສະບັບ ແລະ ບໍ່ມີໄຟລ໌ແນບ.

ໃບຕັກເຕືອນ (WN00001)

  1. ຫົວໜ້າສາຍງານ (SOP-01C) ຫຼື ຜູ້ຈັດການ → ບຸກຄະລາກອນ → ໃບຕັກເຕືອນ → ສະເໜີໃບຕັກເຕືອນ: ພະນັກງານ, ວັນທີເກີດເຫດ, ປະເພດຄວາມຜິດ, ລະດັບ (ຕັກເຕືອນດ້ວຍວາຈາ / ໜັງສືຕັກເຕືອນ ຄັ້ງທີ 1 / ຄັ້ງທີ 2 / ຕັກເຕືອນຄັ້ງສຸດທ້າຍ), ເກີດຫຍັງຂຶ້ນ, ສິ່ງທີ່ຕ້ອງປັບປຸງ.
  2. ກະດິ່ງ → HR / ເຈົ້າຂອງ ອະນຸມັດ ຫຼື ບໍ່ອະນຸມັດ (ຕ້ອງມີເຫດຜົນ). HR / ເຈົ້າຂອງ ອອກເອງໄດ້ທັນທີ ບໍ່ຕ້ອງລໍອະນຸມັດ.
  3. ອອກແລ້ວ: ພະນັກງານເຫັນໃນ ຂອງຂ້ອຍ → ໃບຕັກເຕືອນຂອງຂ້ອຍ, ກົດ ຮັບຊາບ ແລະ ຂຽນ ຊີ້ແຈງ ໄດ້ 1 ເທື່ອ. ພິມ = ໃບຕັກເຕືອນ 3 ລາຍເຊັນ (ພະນັກງານ, ຫົວໜ້າ / ຜູ້ສະເໜີ, HR / ຜູ້ອະນຸມັດ).
  4. ນັບໃນ KBI ໃບຕັກເຕືອນ ຂອງເດືອນທີ່ເກີດເຫດ (SOP-10). ໃບຕັກເຕືອນ ບໍ່ຫັກເງິນເດືອນ (v1.34.1) — ເປັນການຕັກເຕືອນຢ່າງດຽວ.
  5. ຜິດ → ຍົກເລີກ + ເຫດຜົນ: ໃບຕັກເຕືອນທີ່ຍົກເລີກ ບໍ່ນັບໃນ KBI ອີກ.
ບໍ່ມີໃຜຕັກເຕືອນຕົນເອງແລະ ບໍ່ມີໃຜອະນຸມັດໃບທີ່ຕົນສະເໜີ — ລວມເຈົ້າຂອງ.
ໃຜເຮັດໄດ້ແຈ້ງການ (announcements.manage) ແລະ ອະນຸມັດ / ອອກ / ຍົກເລີກ ໃບຕັກເຕືອນ (warnings.manage) = ADMIN, ຜູ້ຈັດການຫ້ອງການ + OWNER · ສະເໜີ (warnings.propose) = ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ + ຫົວໜ້າສາຍງານ (ຕາມຕຳແໜ່ງ, ບໍ່ຕ້ອງມີສິດ). ກະດິ່ງ: ສະເໜີ → HR; ອອກ → ພະນັກງານ + ຜູ້ສະເໜີ; ບໍ່ອະນຸມັດ → ຜູ້ສະເໜີ; ຮັບຊາບ → ຜູ້ສະເໜີ + ຜູ້ອະນຸມັດ; ຍົກເລີກ → ພະນັກງານ.
ສະຫຼຸບ

ກົດເຫຼັກ 10 ຂໍ້ ຂອງຝ່າຍບໍລິຫານ

1. ກະດິ່ງເປັນສູນທຸກມື້ — ລວມ ການລາ, ສະຫວັດດີການ, KPI, ໃບຕັກເຕືອນ; ບໍລິຫານຄ້າງ ທັງບໍລິສັດຄ້າງ.
2. Void ຕາມລຳດັບສະເໝີ — ຍ້ອນຈາກປາຍທາງ ລະບົບບັງຄັບຢູ່ແລ້ວ ຢ່າຫາທາງອ້ອມ.
3. ທຸກ Void / Override ຂຽນເຫດຜົນທີ່ອ່ານແລ້ວເຂົ້າໃຈ — Audit ຄືຄວາມຈຳຂອງບໍລິສັດ.
4. ບົດບາດກົງໜ້າທີ່ກ່ອນ — ສິດລາຍຄົນສຳລັບຂໍ້ຍົກເວັ້ນເທົ່ານັ້ນ.
5. users.update ໃຫ້ຄົນໄວ້ໃຈເທົ່ານັ້ນ — ຍົກໃຜເປັນ OWNER ກໍໄດ້.
6. ພະນັກງານອອກ = ປິດບັນຊີມື້ນັ້ນ — ຢ່າຄ້າງ.
7. ຂໍ້ມູນຫຼັກປິດໃຊ້ງານແທນລຶບ — ປະຫວັດຕ້ອງຄົບສຳລັບກວດສອບ.
8. ບັນຫາທີ່ຢຸດວຽກ ຮັບເລື່ອງພາຍໃນມື້ — ຊ່າງລໍ = ວຽກຊ້າ.
9. Feedback ທຸກເລື່ອງມີຄຳຕອບ — ພະນັກງານຈະແຈ້ງຕໍ່ເມື່ອເຫັນວ່າມີຄົນອ່ານ.
10. ທົບທວນ Audit ປະຈຳເດືອນ — Override ຖີ່ = ຂະບວນການຕ້ອງແກ້ ບໍ່ແມ່ນກົດຜ່ານໄປເລື້ອຍໆ.
ສະບັບ 1.3

ມີຫຍັງໃໝ່ໃນສະບັບ 1.3 (ລະບົບ v1.13–v1.34)

ເລື່ອງປ່ຽນແນວໃດເວີຊັນ
ແຈ້ງການ · ໃບຕັກເຕືອນແຈ້ງການ + ຮັບຊາບ; ໃບຕັກເຕືອນ: ຫົວໜ້າສະເໜີ → HR / ເຈົ້າຂອງ ອະນຸມັດ, ນັບໃນ KBI 6 ຂໍ້ × 5% (ບໍ່ຫັກເງິນເດືອນ — v1.34.1) — SOP-12; 175 ສິດ; ປຸ່ມ ແລະ ຊ່ອງພິມໃຫຍ່ຂຶ້ນໃນມືຖືv1.34.0–v1.34.1
ກະດິ່ງວຽກ · ລູກຄ້າກະດິ່ງທຸກເຫດການວຽກ (ເຈົ້າຂອງໄດ້ເກືອບທຸກເລື່ອງ); ຫົວໜ້າສາຍງານ = ຕິກ ເປັນລະດັບຜູ້ຈັດການ + ພະແນກດຽວກັບທີມ — SOP-01C; ບັນທຶກການຕິດຕໍ່ລູກຄ້າ + ນັດຕິດຕາມv1.33.0
ຄິດໄລ່ໃໝ່ ກ່ອນອະນຸມັດມີຂໍ້ມູນປ່ຽນຫຼັງຄິດໄລ່ → ກ່ອງເຫຼືອງ, ອະນຸມັດບໍ່ໄດ້ ຈົນບັນຊີກົດ ຄິດໃໝ່ — SOP-09v1.30.0
ເລີ່ມຕົ້ນໃຊ້ກ່ອງ "ເລີ່ມຕົ້ນໃຊ້ SMK OS" 7 ຂັ້ນ ໃນໜ້າຫຼັກ (OWNER / ADMIN) — SOP-00v1.17.0
ບໍລິສັດບັນຊີທະນາຄານຂອງບໍລິສັດ; ສະກຸນເງິນເລືອກ LAK / THB / USDv1.15.1, v1.17.0
ລະຫັດຜ່ານ · ຄູ່ມືປ່ຽນລະຫັດຜ່ານເອງ (ໂປຣໄຟລ໌ຂອງຂ້ອຍ); ປຸ່ມ 📖 ວິທີໃຊ້ງານ → smk-laos.com/learnv1.16.0, v1.17.0
ວັນທີ · ຫົວໜ່ວຍວັນ/ເດືອນ/ປີ ທຸກບ່ອນ, ເວລາ 24 ຊົ່ວໂມງ; ຫົວໜ່ວຍສະກົດດຽວ; ຄົ້ນເບີໂທບໍ່ສົນຍະຫວ່າງv1.13.1–v1.15.1
ບົດບາດ17 ບົດບາດ: + ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ + ສະວິດ ສາຍຜະລິດ — ຕອນ 1Bv1.23.0
OTບໍ່ກຳນົດເວລາເລີກ (ປິດເມື່ອສະແກນອອກ) + ຮູບໜ້າງານ 1 ຮູບ — ກວດກ່ອນອະນຸມັດv1.18.0
ການລາອະນຸມັດການລາ (ຜູ້ຈັດການຫ້ອງການ / ADMIN); ປະເພດການລາ; ວັນພັກບາງຊົ່ວໂມງ — SOP-02B, 05Bv1.19.0
ສະຫວັດດີການອະນຸມັດ = ADMIN / OWNER ເທົ່ານັ້ນ; ປະເພດ ແລະ ຈຳນວນເງິນ = ADMIN; ສິດຕາມອາຍຸງານເປີດເອງ — SOP-02B, 05Bv1.20.0
ລະບຽບການເຜີຍແຜ່ + ຮັບຊາບ X/Y + ເຕືອນໃນໜ້າຫຼັກ — SOP-11v1.21.0
KPI / KBI7 ກຸ່ມ (ການຕະຫຼາດ v1.25.0, ຈັດຊື້ v1.28.0), ອະນຸມັດ / ສົ່ງກັບ, Excel ສຳລັບໂບນັດ, ຫົວໜ້າມີເມນູ ປະເມີນຜົນງານ (v1.24.1) — SOP-10; ໃບສັ່ງວຽກບັງຄັບ ວັນທີຕ້ອງການວຽກv1.22.0–v1.25.0
ຊ່າງປ້າຍ ສົ່ງມອບຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ ເປີດ ສົ່ງມອບວຽກ + ສ້າງໃບຮັບມອບ ໄດ້ເອງ — ຕອນ 1Bv1.25.0
ອັດຕາແລກປ່ຽນQT ສະກຸນອື່ນ ບັງຄັບໃສ່ອັດຕາ → ນັບເຂົ້າ KPI ຍອດຂາຍ; ສະກຸນເງິນເລີ່ມຕົ້ນ ເລືອກເທື່ອດຽວ — SOP-05v1.26.0
HR ຂອງຂ້ອຍທຸກຄົນ: ການລາ, ສະຫວັດດີການ, ລະບຽບ, ຜົນງານຂອງຂ້ອຍ — HR ຂອງຂ້ອຍv1.18.0–v1.24.0
KBI 5 ຂໍ້KBI ຍັງ 30% ແຕ່ 5 ຂໍ້ ຂໍ້ລະ 6: + ມື້ຂາດວຽກ ແລະ ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) ລະບົບນັບເອງ; ສະວິດ ນັບໃນ KBI ໃນປະເພດການລາ — SOP-10v1.27.0
KPI ຮອບ 3ກຸ່ມ ຈັດຊື້ ແຍກຈາກ ສາງ · ອັດຕາປິດການຂາຍ ນັບຕາມເລກ QT · ທັນກຳນົດ (ເກັບເງິນ / ເກັບໜີ້ / ຈ່າຍຜູ້ສະໜອງ) ນັບສ່ວນທີ່ຈ່າຍທັນ · ຕັ້ງເປົ້າສະເພາະຄົນ ໄດ້ທຸກຂໍ້ທີ່ລະບົບນັບ — SOP-10v1.28.0

ສະບັບ 1.1–1.2 (ຍັງໃຊ້ຢູ່)

ເລື່ອງປ່ຽນແນວໃດເວີຊັນ
ບົດບາດ15 ບົດບາດ (ເດີມ 5) — ສ່ວນໃຫຍ່ບໍ່ຕ້ອງ STAFF + ສິດລາຍຄົນອີກv1.1.0–v1.5.5
ສິດລາຍຄົນມີໜ້າຈໍ ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ → ສິດການໃຊ້ງານ — ບໍ່ຕ້ອງແຈ້ງທີມພັດທະນາv1.1.0
ຜູ້ຊ່ວຍໃຊ້ບົດບາດ ຜູ້ຊ່ວຍຜູ້ຈັດການ / ຜູ້ຈັດການຫ້ອງການ ແທນ ADMIN ຫຼື STAFFv1.3.3, v1.3.5
ການອະນຸມັດກະດິ່ງແຈ້ງເຕືອນ = ຄິວ; ເພີ່ມ ໃບກວດນັບ / ໃບປັບສະຕັອກ, OT, ເບີກລ່ວງໜ້າv1.4.0–v1.8.0
ຂັ້ນຕອນຖືກຢຸດໜ້າ ບັນຫາທີ່ແຈ້ງ ປົດໄດ້ເອງ — ບໍ່ແມ່ນທາງຕັນv1.1.0
Void / Overrideກວດຄືນກັບສິດປັດຈຸບັນ; GR ລົງສະຕັອກເອງ → ກັບຄືນ SM ກ່ອນ Void GRv1.2.0
ຄວາມປອດໄພusers.update ຍົກໃຜເປັນ OWNER ກໍໄດ້ — ໃຫ້ຄົນໄວ້ໃຈເທົ່ານັ້ນ—
ເມນູເມນູດ້ານເທິງຈັດເປັນໝວດ (ແທນແຖບຊ້າຍ) — ເຫັນສະເພາະໝວດທີ່ມີສິດ; ຕັ້ງຄ່າລະບົບ 3 ໝວດຍ່ອຍv1.11.0
ເລກເວີຊັນຢູ່ເມນູໂປຣໄຟລ໌ (ກົດຮູບໂປຣໄຟລ໌ມຸມຂວາເທິງ) + ໜ້າຫຼັກ; CHANGELOG ພາສາລາວv1.1.0, v1.11.0
ຕັ້ງຄ່າຈຸດເຊັນເອກະສານພິມ, ລາຍການລາຄາສິນຄ້າ, VAT ຄ່າຕັ້ງຕົ້ນ = ບໍ່ມີv1.2.0, v1.3.0
HR ແລະ ເງິນເດືອນOWNER / ADMIN ອະນຸມັດເງິນເດືອນ (SOP-09 + SOP ລະບົບ HR)v1.6.0–v1.9.0
ຮອບເງິນເດືອນເລືອກວັນຕັດຮອບ + ວັນຈ່າຍ (ຕັ້ງຄ່າເງິນເດືອນ / ອາກອນ); ອະນຸມັດລະຫວ່າງວັນຕັດຮອບ ແລະ ວັນຈ່າຍ (SOP-09)v1.12.0