← ຄູ່ມືທັງໝົດ SMK OS · ຮຽນຮູ້ການໃຊ້ງານ smk-laos.com
SOP ຝ່າຍສາງ ແລະ ຈັດຊື້
Standard Operating Procedure

ຄູ່ມືຂັ້ນຕອນການເຮັດວຽກ ຝ່າຍສາງ ແລະ ຈັດຊື້

ຂັ້ນຕອນມາດຕະຖານການນຳໃຊ້ລະບົບ The Signmaker OS — ຈາກໃບຂໍຊື້ → ໃບສັ່ງຊື້ → ຮັບສິນຄ້າ + ລົງສະຕັອກອັດຕະໂນມັດ → ເບີກ / ສົ່ງຄືນ / ຈອງ → ກວດນັບ / ປັບສະຕັອກ

ລະບົບ: os.smk-laos.com ສະບັບ: 1.2 ວັນທີ: 18 ຕຸລາ 2026 ອີງລະບົບ: v1.34.1 ຜູ້ອອກ: ຝ່າຍບໍລິຫານ
ສາຍຈັດຊື້
ໃບຂໍຊື້ PR→ ໃບສັ່ງຊື້ PO→ ຮັບສິນຄ້າ GR (+ SM ອັດຕະໂນມັດ)→ ບິນຜູ້ສະໜອງ SB (ຝ່າຍບັນຊີ)
ສາຍສາງ
ລົງສະຕັອກ SM→ ເບີກໃຫ້ວຽກ→ ສົ່ງຄືນ / ຈອງ→ ກວດນັບ SC / ປັບ SA→ ປະຫວັດເຄື່ອນໄຫວ

ກ່ອງສີຟ້າ = ຂັ້ນຕອນຂອງຝ່າຍສາງ/ຈັດຊື້ໃນຄູ່ມືສະບັບນີ້ — ບິນ ແລະ ການຈ່າຍເງິນຜູ້ສະໜອງ ເບິ່ງຄູ່ມືຝ່າຍບັນຊີ · ລົງເວລາ, OT, ການລາ, ສະຫວັດດີການ, KPI, ໃບເງິນເດືອນ ເບິ່ງ HR ຂອງຂ້ອຍ

ຕອນ 0

ກ່ອນເລີ່ມ: ເມນູ, ບົດບາດ ແລະ ຫຼັກຄິດ

ເຂົ້າລະບົບທີ່ https://os.smk-laos.com · ປ່ຽນພາສາທີ່ໄອຄອນໂລກ 🌐 · ເມນູທີ່ເຫັນຂຶ້ນກັບສິດ — ບໍ່ເຫັນເມນູທີ່ຕ້ອງໃຊ້ ແຈ້ງຜູ້ດູແລ

🧭 ເມນູຢູ່ແຖບດ້ານເທິງ ຈັດເປັນໝວດ (v1.11.0)ແຖບເມນູດ້ານຊ້າຍຖືກເອົາອອກແລ້ວ — ກົດໝວດ ຈັດຊື້ ແລະ ສາງ ເພື່ອເປີດລາຍການ: ຜູ້ສະໜອງ · ໃບຂໍຊື້ · ແຈ້ງວັດສະດຸໃໝ່ · ໃບສັ່ງຊື້ · ຮັບສິນຄ້າ · ສະຕັອກວັດສະດຸ. ວັດສະດຸ ແລະ ສາງວັດສະດຸ ຢູ່ ຕັ້ງຄ່າລະບົບ → ສິນຄ້າ ແລະ ວັດສະດຸ. ເຫັນສະເພາະໝວດທີ່ມີສິດ. ແທັບເລັດ: ແຖບເມນູເປັນແຖວທີສອງໃຕ້ຊື່ບໍລິສັດ · ມືຖື: ແຖບລຸ່ມ + ເພີ່ມເຕີມ (ຈັດເປັນໝວດດຽວກັນ) · ເລກເວີຊັນ: ກົດຮູບໂປຣໄຟລ໌ມຸມຂວາເທິງ ຫຼື ເບິ່ງ ໜ້າຫຼັກ.
ໜ້າທີ່ເມນູ (ໝວດ ຈັດຊື້ ແລະ ສາງ)ໃຊ້ເຮັດຫຍັງ
ຈັດຊື້ໃບຂໍຊື້ຂໍໃຫ້ຊື້ຂອງ
ໃບສັ່ງຊື້ອອກ PO ຫາຜູ້ສະໜອງ
ຜູ້ສະໜອງຂໍ້ມູນຮ້ານຄ້າ/ຜູ້ສະໜອງ
ສາງຮັບສິນຄ້າບັນທຶກຂອງທີ່ມາສົ່ງຕາມ PO — ລົງສະຕັອກອັດຕະໂນມັດໃນຂັ້ນຕອນດຽວ
ສະຕັອກວັດສະດຸສູນກາງ: ຍອດຄົງເຫຼືອ + ຮັບເຂົ້າສະຕັອກ / ເບີກ / ສົ່ງຄືນ / ຈອງ / ກວດນັບ / ປັບສະຕັອກ / ປະຫວັດ
ແຈ້ງວັດສະດຸໃໝ່ພົບວັດສະດຸທີ່ບໍ່ມີໃນລະບົບ → ແຈ້ງໃຫ້ຜູ້ກວດເພີ່ມ

ໃຜເຮັດຫຍັງ (ຄ່າຕັ້ງຕົ້ນຂອງບົດບາດ)

ຕຳແໜ່ງບົດບາດທີ່ຕັ້ງເຮັດໄດ້ / ບໍ່ໄດ້
ພະນັກງານສາງສິນຄ້າພະນັກງານສາງ (WAREHOUSE)GR + ລົງສະຕັອກ, ເບີກ, ສົ່ງຄືນ, ຈອງ, ກວດນັບ, ສ້າງໃບປັບ, ຂໍ້ມູນວັດສະດຸ (ຮູບ / ຊື່ເອີ້ນ / ນຳເຂົ້າ), ສ້າງ PR ແລະ NMR · ເຫັນ PO ບໍ່ມີລາຄາ, ບໍ່ເປີດໜ້າໃບສັ່ງວຽກ · ອະນຸມັດ / Void / ກັບຄືນລາຍການ ບໍ່ໄດ້
ພະນັກງານຈັດຊື້ພະນັກງານສາງ (ເຮັດສາງນຳ) ຫຼື ພະນັກງານ (STAFF, ຈັດຊື້ຢ່າງດຽວ) + ເພີ່ມສິດລາຍຄົນເບິ່ງຊຸດສິດໃນ ພາກຜະໜວກ — ຕ້ອງມີ purchase_orders.view_prices ຈຶ່ງເຫັນລາຄາ PO; ອອກ PO ໄດ້ (issue), ປິດ PO ບໍ່ໄດ້ (close = ຜູ້ຈັດການ)
ຜູ້ຈັດການຝ່າຍຈັດຊື້ຜູ້ຈັດການ (MANAGER)ອະນຸມັດ PR / PO, ອອກ / ປິດ PO, ຮັບເກີນສັ່ງ (override), ອະນຸມັດ SC / SA ແລະ NMR, ຈັດການຜູ້ສະໜອງ
ຜູ້ຊ່ວຍຜູ້ຈັດການຜູ້ຊ່ວຍຜູ້ຈັດການສ້າງ / ອອກ / ປິດ PO, GR, ສະຕັອກທັງໝົດ — ອະນຸມັດບໍ່ໄດ້ (PR, PO, NMR, SC / SA) ແລະ ຮັບເກີນສັ່ງບໍ່ໄດ້
ຜູ້ຈັດການຫ້ອງການຜູ້ຈັດການຫ້ອງການອະນຸມັດ / ຕີກັບ PR ແລະ PO ໄດ້ — ສ້າງ, ອອກ, ຮັບສິນຄ້າ ບໍ່ໄດ້
ເຈົ້າຂອງ / ADMINOWNER / ADMINVoid ທຸກເອກະສານ, ກັບຄືນລາຍການ SM, ອະນຸຍາດສະຕັອກຕິດລົບ, ເບີກຂອງທີ່ວຽກອື່ນຈອງ, ຈັດການສາງ

ປັບສິດລາຍຄົນ: ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ → ສິດການໃຊ້ງານ (ມີແຕ່ v1.1.0)

ℹ️ ຫຼັກຄິດໃຫຍ່ 3 ຂໍ້① ຮັບສິນຄ້າ = ລົງສະຕັອກໃນຂັ້ນຕອນດຽວ — ບັນທຶກ GR ແລ້ວ ລະບົບສ້າງ SM ໃຫ້ທັນທີ; ຄິວ "ຮັບເຂົ້າສະຕັອກ" ເຫຼືອໄວ້ສະເພາະກໍລະນີທີ່ລົງອັດຕະໂນມັດບໍ່ໄດ້ ② ຍອດ "ພ້ອມໃຊ້" = ຄົງເຫຼືອ − ຈອງແລ້ວ — ການຈອງບໍ່ໄດ້ຫັກສະຕັອກ ພຽງກັນບໍ່ໃຫ້ວຽກອື່ນເອົາໄປ ③ ສະຕັອກບໍ່ຖືກຂຽນທັບ — ຍອດຜິດແກ້ດ້ວຍໃບກວດນັບ (SC) ຫຼື ໃບປັບສະຕັອກ (SA) ທີ່ຕ້ອງອະນຸມັດ
ຕອນ 0

ໃຊ້ງານທົ່ວໄປ — ສິ່ງທີ່ປ່ຽນໃນ v1.13 – v1.24 ໃໝ່ ສະບັບ 1.2

👤 HR ຂອງຂ້ອຍ — ເມນູ ຂອງຂ້ອຍລົງເວລາ QR · OT ຂອງຂ້ອຍ (ຮູບໜ້າງານ 1 ຮູບ, ເລືອກ "ບໍ່ກຳນົດເວລາເລີກ" ໄດ້) · ການລາ · ສະຫວັດດີການ · ລະບຽບການບໍລິສັດ · ແຈ້ງການ (ເປີດອ່ານ → ອ່ານແລ້ວ ແລະ ຮັບຊາບ) · ໃບຕັກເຕືອນຂອງຂ້ອຍ (ຮັບຊາບ, ຊີ້ແຈງໄດ້ 1 ເທື່ອ) v1.34.0 · ຜົນງານຂອງຂ້ອຍ (KPI) · ເບີກລ່ວງໜ້າ · ໃບເງິນເດືອນຂອງຂ້ອຍ — ວິທີເຮັດທຸກຢ່າງ: HR ຂອງຂ້ອຍ. KPI ຂອງຝ່າຍສາງ ເບິ່ງ ຕອນ 13.
SOP-01

ໃບຂໍຊື້ (PR)

ເມນູ ຈັດຊື້ ແລະ ສາງ → ໃບຂໍຊື້
  1. ຄົນທີ່ມີສິດສ້າງ (ພະນັກງານ, ຊ່າງ, ຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ, ພະນັກງານສາງ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ): ກົດສ້າງໃໝ່ → ປ້ອນລາຍການເປັນຂໍ້ຄວາມທຳມະດາ (ຊື່ຂອງ *, ຈຳນວນ *, ຫົວໜ່ວຍ *, ລາຄາປະມານ, ຜູກໃບສັ່ງວຽກໄດ້) + ວັນທີຕ້ອງການ + ເຫດຜົນ. ຕ້ອງມີ 1–100 ລາຍການ.
  2. ກົດ ບັນທຶກສະບັບຮ່າງ — ຮ່າງແກ້ໄດ້ສະເພາະຜູ້ສ້າງເອງ. ກົດ ສົ່ງຂໍອະນຸມັດ → ໄດ້ເລກ PR ຕອນນີ້ ສະຖານະ ລໍຖ້າອະນຸມັດ + ກະດິງແຈ້ງເຕືອນໄປຫາຜູ້ອະນຸມັດທຸກຄົນ.
  3. ຜູ້ຈັດການ ຫຼື ຜູ້ຈັດການຫ້ອງການ: ອະນຸມັດ ຫຼື ຕີກັບ (ຕີກັບຕ້ອງມີເຫດຜົນ; ອະນຸມັດໃບຕົນເອງບໍ່ໄດ້) → ຜູ້ສ້າງໄດ້ຮັບແຈ້ງເຕືອນຜົນ. ຖືກຕີກັບ → ນຳກັບໄປແກ້ໄຂ ກັບເປັນຮ່າງ ເລກເດີມ.
  4. ໃບອະນຸມັດແລ້ວ ລໍຖ້າຝ່າຍຈັດຊື້ກົດ ສ້າງໃບສັ່ງຊື້.
ℹ️ 1 PR = 1 PO ທີ່ໃຊ້ງານຖ້າ PO ຖືກຍົກເລີກ/Void ພາຍຫຼັງ PR ຈະກັບເປັນ "ອະນຸມັດແລ້ວ" ເອງ ແລະ ສ້າງ PO ໃໝ່ໄດ້ອີກ.
⚠️ ບໍ່ແມ່ນທຸກບົດບາດສ້າງ PR ໄດ້ພະນັກງານຂາຍ, ບັນຊີ, ອອກແບບ, ການຕະຫຼາດ, QC ບໍ່ມີສິດສ້າງ PR ໂດຍຄ່າຕັ້ງຕົ້ນ — ບອກຫົວໜ້າ ຫຼື ຂໍເພີ່ມສິດລາຍຄົນ.
SOP-02

ໃບສັ່ງຊື້ (PO)

ເມນູ ຈັດຊື້ ແລະ ສາງ → ໃບສັ່ງຊື້
  1. ສ້າງຈາກ PR ອະນຸມັດແລ້ວ (ລາຍການຖືກຄັດລອກມາ) ຫຼືສ້າງເປົ່າແລ້ວເລືອກຜູ້ສະໜອງເອງ. ສະກຸນເງິນ: ກຳນົດເອງ → ບໍ່ກຳນົດກໍໃຊ້ຂອງຜູ້ສະໜອງ → ຂອງບໍລິສັດ (THB/LAK/USD). VAT ຄ່າຕັ້ງຕົ້ນ = ບໍ່ມີ VAT — ເລືອກເມື່ອມີແທ້.
  2. ລາຍການມີ 3 ປະເພດ: ວັດສະດຸ/ສິນຄ້າ / ບໍລິການ / ຄ່າໃຊ້ຈ່າຍ. ແຖວວັດສະດຸ/ສິນຄ້າ ຕ້ອງເລືອກ "ວັດສະດຸໃນສາງ (ສຳລັບຮັບເຂົ້າສະຕັອກ)" ທຸກແຖວ (ຊ່ອງຢູ່ແຖວຂອງມັນເອງ) — ບໍ່ເລືອກ = ແຖວນັ້ນບໍ່ລົງສະຕັອກ ແລະ ແກ້ຫຼັງອອກ PO ບໍ່ໄດ້.
  3. ສົ່ງຂໍອະນຸມັດ (ຕ້ອງມີລາຍການ + ຍອດ > 0) → ແຈ້ງເຕືອນຜູ້ອະນຸມັດ → ຜູ້ຈັດການ / ຜູ້ຈັດການຫ້ອງການ ອະນຸມັດ (ຜູ້ສ້າງ ແລະ ຜູ້ສົ່ງ ອະນຸມັດເອງບໍ່ໄດ້) ຫຼື ຕີກັບ ພ້ອມເຫດຜົນ → ກັບເປັນຮ່າງ; ຜູ້ສົ່ງໄດ້ຮັບແຈ້ງເຕືອນຜົນ.
  4. ອອກໃບສັ່ງຊື້ → ໄດ້ເລກ PO ຕອນນີ້ + ຂໍ້ມູນຜູ້ສະໜອງຖືກແຊ່ແຂງ. ພິມໃບສັ່ງຊື້ ໄດ້ທຸກສະຖານະ (ຮ່າງມີລາຍນ້ຳ DRAFT).
  5. ຮັບຄົບແລ້ວ → ປິດໃບສັ່ງຊື້. ຮັບບໍ່ຄົບແຕ່ຢາກປິດ (Short close) → ຕ້ອງມີເຫດຜົນ — ການປິດ PO ເປັນຂອງຜູ້ຈັດການ (ພະນັກງານຈັດຊື້ບໍ່ມີສິດ close; ເຈົ້າຂອງຕັດສິນ 29/09/2026). PO ທີ່ປິດແລ້ວ ຮັບສິນຄ້າຕໍ່ບໍ່ໄດ້ ແຕ່ຝ່າຍບັນຊີຍັງບັນທຶກບິນໄດ້.
⚠️ ຍົກເລີກ vs Voidກ່ອນອອກເລກ = ຍົກເລີກໃບສັ່ງຊື້ (ໃສ່ເຫດຜົນ) · ອອກເລກແລ້ວ = ຍົກເລີກເອກະສານ (Void) ສິດເຈົ້າຂອງ/ADMIN ເທົ່ານັ້ນ ແລະ ຕ້ອງ Void ບິນ ແລະ GR ທີ່ກ່ຽວກ່ອນ.
✅ ພະນັກງານສາງເປີດ PO ໄດ້ ແຕ່ບໍ່ເຫັນລາຄາ (v1.5.2)ລາຄາ/ຫົວໜ່ວຍ, ສ່ວນຫຼຸດ, ລວມຕໍ່ແຖວ ແລະ ຍອດລວມ ເຊື່ອງ — ເຫັນສະເພາະຄົນທີ່ມີສິດ purchase_orders.view_prices.
SOP-03

ຮັບສິນຄ້າ (GR) + ລົງສະຕັອກອັດຕະໂນມັດ

ເມນູ ຈັດຊື້ ແລະ ສາງ → ຮັບສິນຄ້າ
  1. ຂອງມາສົ່ງ → ຈາກໜ້າ PO ກົດ ຮັບສິນຄ້າ (ຫຼືເມນູຮັບສິນຄ້າ ເລືອກ PO ທີ່ອອກແລ້ວເທົ່ານັ້ນ). ຜູ້ສະໜອງ + ສະກຸນເງິນດຶງຈາກ PO ແກ້ບໍ່ໄດ້. ກວດ "ວັນທີ-ເວລາທີ່ຮັບ" (ເຊັ່ນ 14/10/2026 14:30).
  2. ນັບຂອງແທ້ຕໍ່ແຖວ: ຮັບເຂົ້າ + ປະຕິເສດ (ຂອງເສຍ/ຜິດສະເປັກ — ຕ້ອງໃສ່ເຫດຜົນປະຕິເສດ). ແຖວຄ່າໃຊ້ຈ່າຍບໍ່ຕ້ອງຮັບ. ຮັບບາງສ່ວນໄດ້ ມາຮັບຄັ້ງຕໍ່ໄປຈົນຄົບ.
  3. ຮັບເກີນຈຳນວນສັ່ງ → ລະບົບບລັອກ. ຜູ້ຈັດການ (ຫຼື ເຈົ້າຂອງ/ADMIN) ຕິກ ຢືນຢັນຮັບເກີນຈຳນວນສັ່ງຊື້ (Override) + ໃສ່ເຫດຜົນ (ບັນທຶກ Audit).
  4. ກວດກ່ອງ "ລົງສະຕັອກອັດຕະໂນມັດ" (ຕິກໄວ້ແລ້ວເປັນຄ່າຕັ້ງຕົ້ນ): ສະແດງວັດສະດຸ, ຈຳນວນ → ຫົວໜ່ວຍສະຕັອກ ແລະ ສາງ. ມີຫຼາຍສາງ ເລືອກ "ສາງຮັບເຂົ້າ" ໄດ້ (ຄ່າຕັ້ງຕົ້ນ = ສາງຕັ້ງຕົ້ນຂອງວັດສະດຸ). ອ່ານແຖວທີ່ຂຶ້ນວ່າ ຈະບໍ່ລົງສະຕັອກ (ບໍ່ໄດ້ຜູກວັດສະດຸ / ວັດສະດຸບໍ່ຕິດຕາມສະຕັອກ).
  5. ໃສ່ "ສະຖານທີ່ຮັບ" (ຂໍ້ຄວາມທຳມະດາ — ສາງຈິງເລືອກໃນກ່ອງລົງສະຕັອກ) → ກົດ ບັນທຶກການຮັບ → ໄດ້ເລກ GR + SM ພ້ອມກັນ, ຍອດຄົງເຫຼືອຂຶ້ນທັນທີ. ແນບຮູບ/ໃບສົ່ງຂອງເປັນຫຼັກຖານໄດ້ (≤10MB).
✅ ສຳເລັດ = ເຫັນຂໍ້ຄວາມ"ບັນທຶກໃບຮັບວັດສະດຸ ແລະ ລົງສະຕັອກແລ້ວ (SM…)" — ບໍ່ຕ້ອງໄປລົງສະຕັອກອີກ.
⚠️ ຖ້າຂຶ້ນ "ໃບຮັບຈະລໍຖ້າລົງສະຕັອກ…"ລົງອັດຕະໂນມັດບໍ່ໄດ້ — GR ບັນທຶກແລ້ວ ແຕ່ທັງໃບໄປລໍຢູ່ຄິວ "ຮັບເຂົ້າສະຕັອກ" ພ້ອມເຫດຜົນ → ເຮັດ SOP-04.
🔒 GR ແກ້ໄຂບໍ່ໄດ້ເລີຍບັນທຶກຜິດ → ເຈົ້າຂອງ/ADMIN ກັບຄືນລາຍການ SM ຂອງໃບຮັບກ່ອນ ແລ້ວຈຶ່ງ Void GR ໄດ້ → ຮັບໃໝ່.
ℹ️ KPI: GR ນັບໃຫ້ຄົນທີ່ກົດບັນທຶກບັນທຶກດ້ວຍບັນຊີຂອງຕົນເອງ ໃນມື້ທີ່ຂອງມາ — ເບິ່ງ ຕອນ 13.
SOP-04

ລົງສະຕັອກດ້ວຍມື — ສະເພາະໃບທີ່ລໍຢູ່ຄິວ

ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ຮັບເຂົ້າສະຕັອກ

ສ່ວນໃຫຍ່ GR ລົງສະຕັອກເອງແລ້ວ. ຄິວນີ້ມີໃບມາລໍ ເມື່ອ:

ເຫດຜົນທີ່ລະບົບບອກເຮັດແນວໃດ
ວັດສະດຸແບບລາຍຊິ້ນ/ມ້ວນ ຫຼື ລັອດ ຕ້ອງລະບຸລະຫັດເອງລົງດ້ວຍມື — ໃສ່ລະຫັດມ້ວນ / ລັອດ
ຕ້ອງເລືອກສາງຮັບເຂົ້າເລືອກສາງໃນໜ້າລົງສະຕັອກ
ບໍ່ມີສິດລົງສະຕັອກຄົນທີ່ມີສິດ (ພະນັກງານສາງ) ລົງໃຫ້
ເລືອກບໍ່ລົງສະຕັອກອັດຕະໂນມັດລົງດ້ວຍມືຫຼັງນັບ / ກວດແລ້ວ
ລົງສະຕັອກບໍ່ສຳເລັດລອງລົງດ້ວຍມື; ຍັງບໍ່ໄດ້ → ແຈ້ງຜູ້ຈັດການ
  1. ເປີດ ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ຮັບເຂົ້າສະຕັອກ — ຮຽງເກົ່າສຸດກ່ອນ ພ້ອມປ້າຍ "ຄ້າງເກີນກຳນົດ" — ເປີດເບິ່ງທຸກເຊົ້າ ແລະ ເຄຍໃຫ້ໝົດ.
  2. ເປີດ GR → ຕໍ່ແຖວ: ສາງຮັບເຂົ້າ + ຈຳນວນ + ຫົວໜ່ວຍ (+ ລະຫັດມ້ວນ/ລັອດ ຖ້າມີ). ລົງໄດ້ສະເພາະຈຳນວນຮັບເຂົ້າ — ຂອງທີ່ປະຕິເສດບໍ່ເຂົ້າສາງ.
  3. ກົດ ລົງສະຕັອກ → ໄດ້ເລກ SM ຍອດຄົງເຫຼືອຂຶ້ນທັນທີ.
🚫 ລົງບໍ່ຄົບ = ຕື່ມທີຫຼັງບໍ່ໄດ້ຈຳນວນທີ່ລົງສະຕັອກບໍ່ຄົບ ຈະຕື່ມສ່ວນທີ່ເຫຼືອພາຍຫຼັງໂດຍກົງບໍ່ໄດ້ — ຕ້ອງ "ກັບຄືນລາຍການ" ແລ້ວລົງໃໝ່ທັງໝົດ. ນັບໃຫ້ຄົບກ່ອນກົດ.
⚠️ ແຖວທີ່ບໍ່ໄດ້ຜູກວັດສະດຸ ລົງບໍ່ໄດ້ຄິວລົງໄດ້ສະເພາະແຖວທີ່ຜູກ "ວັດສະດຸໃນສາງ" ໃນ PO (ແກ້ໄຂຈາກສະບັບ 1.0 ທີ່ບອກວ່າເລືອກວັດສະດຸຕອນລົງໄດ້). ຂອງເຂົ້າແທ້ແຕ່ບໍ່ໄດ້ຜູກ → ແຈ້ງຜູ້ຈັດການຕັດສິນ (ເຊັ່ນ ໃບປັບສະຕັອກ ເພີ່ມ + ອ້າງເລກ GR).
SOP-05

ເບີກວັດສະດຸໃຫ້ວຽກ

ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ເບີກວັດສະດຸ
  1. ຝ່າຍຜະລິດມາຂໍເບີກ (ແຈ້ງປາກເປົ່າ/ໃບຂໍນອກລະບົບ — ລະບົບຍັງບໍ່ມີໃບເບີກ) → ພະນັກງານສາງເປີດ ເບີກວັດສະດຸ. ຊ່າງ ແລະ ຜູ້ຈັດການຜະລິດເບິ່ງ ຈັດຊື້ ແລະ ສາງ → ສະຕັອກວັດສະດຸ ໄດ້ — ກວດຍອດພ້ອມໃຊ້ກ່ອນມາຂໍໄດ້.
  2. ເລືອກໃບສັ່ງວຽກກ່ອນສະເໝີ (ວຽກທີ່ຍົກເລີກ/ປິດແລ້ວເບີກບໍ່ໄດ້). ພະນັກງານສາງເຫັນ ເລກວຽກ, ຊື່ງານ, ສະຖານະ, ລາຍການ ແລະ ຂັ້ນຕອນ — ບໍ່ມີລາຄາ.
  3. ເພີ່ມແຖວ: ວັດສະດຸ + ສາງ + ຈຳນວນ + ຫົວໜ່ວຍ + ປະເພດການໃຊ້ (ໃຊ້ຜະລິດ / ແກ້ໄຂວຽກ / ຂອງເສຍ / ເສດວັດສະດຸ / ຕົວຢ່າງ / ສູນຫາຍ) — ເລືອກໃຫ້ຖືກ ຈະເປັນຂໍ້ມູນວິເຄາະຂອງເສຍ.
  4. ກົດ ເບີກວັດສະດຸ → ໄດ້ເລກ SM ຍອດຫັກທັນທີ. ຖ້າວຽກນີ້ມີການຈອງໄວ້ ລະບົບຈະຕັດຈາກຍອດຈອງຂອງວຽກນີ້ໃຫ້ເອງ.
⚠️ ສະຕັອກບໍ່ພໍ / ຂອງຖືກວຽກອື່ນຈອງລະບົບຈະບລັອກ — ການຝືນເບີກ (override) ເປັນສິດເຈົ້າຂອງ/ADMIN ເທົ່ານັ້ນ ແລະ ເປັນຄົນລະສິດກັນ 2 ຕົວ (ຕິດທັງ 2 ເງື່ອນໄຂ ຕ້ອງມີທັງ 2 ສິດ + 2 ເຫດຜົນ). ພະນັກງານສາງພົບກໍລະນີນີ້ = ຢຸດ ແລ້ວແຈ້ງຜູ້ຈັດການ.
SOP-06

ສົ່ງຄືນ ແລະ ຈອງວັດສະດຸ

ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ສົ່ງຄືນ / ການຈອງ

ສົ່ງຄືນວັດສະດຸເຂົ້າສາງ

ຈອງວັດສະດຸໃຫ້ວຽກ

SOP-07

ແຈ້ງວັດສະດຸໃໝ່ (NMR)

ເມນູ ຈັດຊື້ ແລະ ສາງ → ແຈ້ງວັດສະດຸໃໝ່

ພົບວັດສະດຸໜ້າງານ/ຂອງທີ່ຊື້ມາ ທີ່ຄົ້ນຫາໃນລະບົບບໍ່ເຈີ — ຢ່າສ້າງ SKU ເອງ ໃຫ້ແຈ້ງຜ່ານ NMR:

  1. ກົດ ແຈ້ງວັດສະດຸໃໝ່ → ປ້ອນ "ຊື່ທີ່ເຫັນ/ຄຳທີ່ໃຊ້ເອີ້ນ" (ບັງຄັບ) + ຂະໜາດ/ຄວາມໜາ/ສີ/ຍີ່ຫໍ້/ລະຫັດຮ້ານ ເທົ່າທີ່ຮູ້ + ຖ່າຍຮູບແນບ (JPEG/PNG/WebP ≤5MB — ຮູບ HEIC ຈາກ iPhone ໃຊ້ບໍ່ໄດ້ ຕັ້ງກ້ອງເປັນ Most Compatible).
  2. ກົດ ສົ່ງໃຫ້ກວດສອບ → ໄດ້ເລກ NMR + ແຈ້ງເຕືອນໄປຫາຜູ້ກວດ. ເພີ່ມຮູບໄດ້ຈົນກວ່າຜູ້ກວດຕັດສິນ (ສະເພາະຜູ້ແຈ້ງເອງ).
  3. ຜູ້ກວດ (ຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ, ADMIN, ເຈົ້າຂອງ) ເລືອກ 1 ໃນ 4: ໃຊ້ວັດສະດຸທີ່ມີຢູ່ · ເພີ່ມຊື່ເອີ້ນ · ສ້າງວັດສະດຸໃໝ່ (SKU) (ຕ້ອງມີສິດຈັດການວັດສະດຸນຳ — ຜູ້ຈັດການ / ADMIN / ເຈົ້າຂອງ) · ຕີກັບ ພ້ອມເຫດຜົນ. ຜູ້ຈັດການຜະລິດ ແລະ ຍຸດທະສາດ ເລືອກໄດ້ ໃຊ້ທີ່ມີ / ເພີ່ມຊື່ເອີ້ນ (ຕັ້ງແຕ່ v1.10.0) / ຕີກັບ — ສ້າງ SKU ໃໝ່ບໍ່ໄດ້ — ຜູ້ແຈ້ງອະນຸມັດຄຳຂໍຕົນເອງບໍ່ໄດ້; ຜົນແຈ້ງເຕືອນກັບຫາຜູ້ແຈ້ງ.
⚠️ NMR ອະນຸມັດແລ້ວ = ຈົບຍົກເລີກຕໍ່ບໍ່ໄດ້ (ຕ່າງຈາກໃບຂໍຊື້) — ຜູ້ກວດຕ້ອງແນ່ໃຈກ່ອນຕັດສິນ ໂດຍສະເພາະ "ສ້າງ SKU ໃໝ່" ຕ້ອງຄົ້ນຫາຊ້ຳຫຼາຍຄຳກ່ອນ ລະບົບບໍ່ auto-match ໃຫ້.
SOP-08

ຜູ້ສະໜອງ · ວັດສະດຸ · ສາງ (ຂໍ້ມູນຫຼັກ)

ຜູ້ສະໜອງ (ເມນູ ຈັດຊື້ ແລະ ສາງ → ຜູ້ສະໜອງ)

ວັດສະດຸ (ຕັ້ງຄ່າລະບົບ → ສິນຄ້າ ແລະ ວັດສະດຸ → ວັດສະດຸ)

ສາງ (ຕັ້ງຄ່າລະບົບ → ສິນຄ້າ ແລະ ວັດສະດຸ → ສາງວັດສະດຸ)

SOP-09

ການແກ້ໄຂ ແລະ ຍົກເລີກ

ເອກະສານເລກອອກເມື່ອແກ້ໄຂຍົກເລີກ/Void (ຕ້ອງມີເຫດຜົນສະເໝີ)
ໃບຂໍຊື້ PRຕອນສົ່ງຂໍອະນຸມັດຮ່າງ ໂດຍຜູ້ສ້າງຜູ້ສ້າງ ຫຼືຜູ້ອະນຸມັດ
ໃບສັ່ງຊື້ POຕອນອອກໃບສັ່ງຊື້ຮ່າງເທົ່ານັ້ນກ່ອນອອກເລກ = ຍົກເລີກ · ຫຼັງອອກເລກ = Void (ເຈົ້າຂອງ/ADMIN, ຕ້ອງບໍ່ມີ GR/ບິນຄ້າງ)
ຮັບສິນຄ້າ GRຕອນບັນທຶກບໍ່ໄດ້ເລີຍVoid = ເຈົ້າຂອງ/ADMIN — ຕ້ອງກັບຄືນລາຍການ SM ຂອງໃບຮັບກ່ອນ
ເຄື່ອນໄຫວສະຕັອກ SMຕອນບັນທຶກບໍ່ໄດ້ເລີຍກັບຄືນລາຍການ ໄດ້ຄັ້ງດຽວຕໍ່ລາຍການ (ເຈົ້າຂອງ/ADMIN) — ລາຍການກັບຄືນຈະກັບຄືນຊ້ຳບໍ່ໄດ້
ໃບກວດນັບ SCຕອນສ້າງກຳລັງນັບ / ຖືກສົ່ງກັບຍົກເລີກ (ຜູ້ນັບ ຫຼື ຜູ້ອະນຸມັດ) ກ່ອນອະນຸມັດ
ໃບປັບສະຕັອກ SAຕອນບັນທຶກບໍ່ໄດ້ (ຕີກັບ / ສ້າງໃໝ່)ຜູ້ຂໍ ຫຼື ຜູ້ອະນຸມັດ ຍົກເລີກໄດ້ຂະນະລໍຖ້າອະນຸມັດ
ແຈ້ງວັດສະດຸ NMRຕອນສົ່ງກວດຮ່າງ/ຖືກຕີກັບ ໂດຍຜູ້ແຈ້ງຍົກເລີກໄດ້ກ່ອນອະນຸມັດເທົ່ານັ້ນ
ℹ️ ລຳດັບ Void ຝັ່ງຈັດຊື້ຢາກ Void PO ທີ່ອອກແລ້ວ: Void ບິນຜູ້ສະໜອງ (ຝ່າຍບັນຊີ) → ກັບຄືນລາຍການ SM ຂອງ GR → Void GR → ຈຶ່ງ Void PO ໄດ້ — ລະບົບບັງຄັບລຳດັບນີ້ເອງ. ຕັ້ງແຕ່ທຸກ GR ລົງສະຕັອກທັນທີ ຂັ້ນ "ກັບຄືນລາຍການ SM" ຈະພົບເລື້ອຍຂຶ້ນ.
SOP-10

ກວດນັບສະຕັອກ (SC) ໃໝ່ v1.5.0

ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ກວດນັບສະຕັອກ
  1. ສ້າງໃບກວດນັບ → ເລືອກສາງ → ຂອບເຂດ ທັງສາງ (ທຸກວັດສະດຸທີ່ເຄີຍມີໃນສາງນີ້ ຫຼື ມີສາງນີ້ເປັນສາງຫຼັກ) ຫຼື ເລືອກລາຍການ → ລະບົບດຶງລາຍການພ້ອມ "ຍອດໃນລະບົບ (ຕອນສ້າງໃບ)".
  2. ນັບຂອງແທ້ → ໃສ່ "ນັບໄດ້" ເຫັນສ່ວນຕ່າງທັນທີ. ວັດສະດຸແບບມ້ວນ/ລັອດ ນັບເປັນມ້ວນ.
  3. ບັນທຶກຜົນການນັບ — ກັບມານັບຕໍ່ໄດ້ຫຼາຍຄັ້ງ. ລາຍການທີ່ບໍ່ໄດ້ນັບ ຈະບໍ່ຖືກປັບ.
  4. ສົ່ງຂໍອະນຸມັດ → ແຈ້ງເຕືອນໄປຫາຜູ້ອະນຸມັດ.
  5. ຜູ້ຈັດການ / ADMIN / ເຈົ້າຂອງ: ອະນຸມັດ ແລະ ປັບສະຕັອກ ຫຼື ສົ່ງກັບໃຫ້ນັບໃໝ່ ພ້ອມໝາຍເຫດ → ຜູ້ສ້າງໄດ້ຮັບແຈ້ງເຕືອນ.
✅ ບໍ່ຕ້ອງຢຸດການຜະລິດລະຫວ່າງນັບຕອນອະນຸມັດ ລະບົບອ່ານຍອດປັດຈຸບັນອີກຄັ້ງ ແລ້ວປັບໃຫ້ເທົ່າກັບທີ່ນັບໄດ້ — ສ້າງເອກະສານປັບສະຕັອກ (SM) 1 ໃບ; ບໍ່ມີສ່ວນຕ່າງ = ບໍ່ປັບ.
⚠️ KPI "ກວດນັບຖືກຕ້ອງ" — ນັບຕາມຂອງແທ້ສະເໝີຫ້າມໃສ່ຕົວເລກໃຫ້ກົງລະບົບ. ຄະແນນດີມາຈາກການບັນທຶກທຸກການເຄື່ອນໄຫວ (ຮັບ, ເບີກ, ສົ່ງຄືນ, ປັບ) ທັນທີ ຍອດໃນລະບົບຈຶ່ງກົງຂອງແທ້ — ເບິ່ງ ຕອນ 13.
ຂັ້ນໃຜເຮັດໄດ້
ນັບ / ບັນທຶກ / ສົ່ງພະນັກງານສາງ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການ
ອະນຸມັດ / ສົ່ງກັບໃຫ້ນັບໃໝ່ຜູ້ຈັດການ, ADMIN, ເຈົ້າຂອງ
ຍົກເລີກໃບກວດນັບຜູ້ນັບ ຫຼື ຜູ້ອະນຸມັດ + ເຫດຜົນ
SOP-11

ປັບສະຕັອກ (SA) ໃໝ່ v1.5.0

ຈັດຊື້ ແລະ ສາງ → ສະຕັອກວັດສະດຸ → ປັບສະຕັອກ

ໃຊ້ນອກຮອບການນັບ: ຂອງເສຍ, ແຕກ, ເສຍຫາຍ, ພົບຂອງ — ບໍ່ແມ່ນການເບີກໃຫ້ວຽກ (ເບີກ = SOP-05).

  1. ສ້າງໃບປັບສະຕັອກ → ໃສ່ເຫດຜົນ (ບັງຄັບ) ເຊັ່ນ "ແຜ່ນອາຄຣິລິກແຕກຕອນຂົນຍ້າຍ".
  2. ຕໍ່ລາຍການ: ວັດສະດຸ (+ ມ້ວນ ຖ້າເປັນແບບມ້ວນ/ລັອດ) + ເພີ່ມ (+) / ຫຼຸດ (−) + ຈຳນວນ + ຫົວໜ່ວຍ.
  3. ບັນທຶກໃບປັບສະຕັອກ → ພະນັກງານສາງ / ຜູ້ຊ່ວຍຜູ້ຈັດການ: ສະຖານະ ລໍຖ້າອະນຸມັດ + ແຈ້ງເຕືອນຜູ້ອະນຸມັດ.
  4. ຜູ້ຈັດການ / ADMIN / ເຈົ້າຂອງ: ອະນຸມັດ ແລະ ປັບສະຕັອກ ຫຼື ຕີກັບ + ເຫດຜົນ → ຜູ້ຂໍໄດ້ຮັບແຈ້ງເຕືອນ.
ℹ️ ຜູ້ມີສິດອະນຸມັດ ບັນທຶກເອງປັບທັນທີ — ລະບົບບັນທຶກວ່າອະນຸມັດຕົນເອງ.
🚫 ສະຕັອກຕິດລົບ = ຫ້າມຍົກເວັ້ນເຈົ້າຂອງ/ADMIN ທີ່ມີສິດອະນຸຍາດສະຕັອກຕິດລົບ ພ້ອມເຫດຜົນ.

ຍົກເລີກໄດ້ຂະນະລໍຖ້າ (ຜູ້ຂໍ ຫຼື ຜູ້ອະນຸມັດ + ເຫດຜົນ) · ຜົນ = SM ປະເພດ "ປັບສະຕັອກ" ກັ່ນຕອງໄດ້ໃນ ປະຫວັດເຄື່ອນໄຫວສະຕັອກ ແລະ ມີລິ້ງກັບໄປຫາໃບປັບ

ຕອນ 12

ກະດິງແຈ້ງເຕືອນ ແລະ ວຽກປະຈຳວັນ

ແຈ້ງເຕືອນ (ກະດິງມຸມເທິງຂວາ)ໄປຫາໃຜ
PR / PO / NMR / SC / SA ລໍຖ້າອະນຸມັດທຸກຄົນທີ່ມີສິດອະນຸມັດ
PR / PO / NMR / SA ອະນຸມັດ ຫຼື ຕີກັບ (ພ້ອມເຫດຜົນ)ຜູ້ສ້າງ / ຜູ້ສົ່ງ
SC ອະນຸມັດແລ້ວ ຫຼື ສົ່ງກັບໃຫ້ນັບໃໝ່ຜູ້ສ້າງໃບກວດນັບ

ກົດລາຍການ = ເປີດເອກະສານ + ໝາຍວ່າອ່ານແລ້ວ · ກວດໃໝ່ທຸກ 1 ນາທີ · ຜູ້ກົດເອງບໍ່ໄດ້ຮັບແຈ້ງເຕືອນຂອງຕົນເອງ · GR ບໍ່ມີແຈ້ງເຕືອນ

ເວລາວຽກຂອງສາງ / ຈັດຊື້ (ຄຳແນະນຳ)
ທຸກເຊົ້າເຄຍຄິວ "ຮັບເຂົ້າສະຕັອກ" + ກວດກະດິງ
ຂອງມາສົ່ງGR ທັນທີ — ກວດກ່ອງລົງສະຕັອກອັດຕະໂນມັດ
ຜະລິດຂໍເບີກເບີກຜູກໃບສັ່ງວຽກ + ປະເພດການໃຊ້
ພົບຂອງເສຍ / ແຕກໃບປັບສະຕັອກ + ເຫດຜົນ
ທຸກອາທິດກວດ PO ທີ່ຍັງຮັບບໍ່ຄົບ; ປ່ອຍຍອດຈອງຂອງວຽກທີ່ປິດ
ທຸກເດືອນກວດນັບທັງສາງ (SC) · ເບິ່ງ ຜົນງານຂອງຂ້ອຍ (KPI)
ℹ️ ກະດິງແຈ້ງເລື່ອງ HR ຂອງທ່ານນຳOT / ການລາ / ສະຫວັດດີການ ອະນຸມັດ ຫຼື ຕີກັບ, ລະບຽບໃໝ່, ແຈ້ງການ ແລະ ໃບຕັກເຕືອນ (v1.34.0), ໃບເງິນເດືອນພ້ອມ, ຜົນງານ KPI ອະນຸມັດແລ້ວ. ກະດິ່ງວຽກໃໝ່ v1.33.0 (ລໍກວດ QC, ວຽກໃໝ່ໃນກອງ …) ເປັນຂອງຄົນທີ່ຮັບຂັ້ນຕອນວຽກ — ພະນັກງານສາງບໍ່ໄດ້ຮັບ. ວິທີເຮັດ: SOP ລະບົບ HR / HR ຂອງຂ້ອຍ.
ຕອນ 13

ຜົນງານ KPI ຂອງສາງ ແລະ ຈັດຊື້ ແຍກ 2 ກຸ່ມ v1.28.0

ເມນູ ຂອງຂ້ອຍ → ຜົນງານຂອງຂ້ອຍ (KPI)

ທຸກເດືອນ ລະບົບນັບ KPI ຈາກວຽກຈິງໃຫ້ເອງ (70%) ແລະ KBI ພຶດຕິກຳ (30% — 6 ຂໍ້ ຂໍ້ລະ 5% ຕັ້ງແຕ່ v1.34.0). ກຸ່ມ KPI ຂຶ້ນກັບພະແນກ (ບໍ່ແມ່ນບົດບາດ): ພະແນກ ສາງສິນຄ້າ → ກຸ່ມ ສາງ · ພະແນກ ຈັດຊື້ → ກຸ່ມ ຈັດຊື້ (ແຍກຕັ້ງແຕ່ v1.28.0 — ເດີມຢູ່ກຸ່ມດຽວ "ສາງ ແລະ ຈັດຊື້" ຜູ້ຈັດຊື້ຈຶ່ງຖືກນັບໃບຮັບສິນຄ້າທີ່ຕົນບໍ່ໄດ້ບັນທຶກ). ຄົນທີ່ເຮັດທັງສອງຢ່າງ ຖືກປະເມີນຕາມພະແນກທີ່ HR ຕັ້ງໃຫ້.

ກຸ່ມ ສາງ (ພະແນກ ສາງສິນຄ້າ)

ຕົວຊີ້ວັດນ້ຳໜັກເປົ້າລະບົບນັບແນວໃດ (ລາຍເດືອນ)
ຮັບສິນຄ້າເຂົ້າສາງ (ໃບ)KPI 30%10 ໃບໃບຮັບສິນຄ້າ (GR) ທີ່ທ່ານກົດບັນທຶກ ໃນເດືອນ (ຕາມວັນທີຮັບ) — GR ທີ່ຖືກ Void ບໍ່ນັບ
ກວດນັບຖືກຕ້ອງ (%)KPI 40%95%ແຖວໃນໃບກວດນັບທີ່ທ່ານໃສ່ "ນັບໄດ້": ນັບໄດ້ເທົ່າກັບຍອດໃນລະບົບ (ບໍ່ມີສ່ວນຕ່າງ) ÷ ແຖວທີ່ນັບທັງໝົດ
ມາກົງເວລາ (%)KBI 5%95%ຈາກການລົງເວລາ QR
ມື້ຂາດວຽກ v1.27.0KBI 5%3 ມື້ = 0 ຄະແນນລະບົບນັບເອງ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ (ຂາດເຄິ່ງມື້ = 0.5) — ໜ້ອຍ = ດີ
ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) v1.27.0KBI 5%4 ມື້ = 0 ຄະແນນລະບົບນັບເອງ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI — ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ນັບ
ໃບຕັກເຕືອນ v1.34.0KBI 5%2 ໃບ = 0 ຄະແນນໃບຕັກເຕືອນທີ່ອອກໃຫ້ທ່ານ ນັບໃນເດືອນທີ່ເກີດເຫດ (ໃບທີ່ຍົກເລີກບໍ່ນັບ) — ໜ້ອຍ = ດີ
ຄວາມຮັບຜິດຊອບKBI 5%ດາວ 1–5ຫົວໜ້າໃຫ້ດາວ (1 ດາວ = 20 ຄະແນນ)
ການຮ່ວມມືໃນທີມKBI 5%ດາວ 1–5ຫົວໜ້າໃຫ້ດາວ

ກຸ່ມ ຈັດຊື້ (ພະແນກ ຈັດຊື້) ໃໝ່ v1.28.0

ຕົວຊີ້ວັດນ້ຳໜັກເປົ້າລະບົບນັບແນວໃດ (ລາຍເດືອນ)
ອອກໃບສັ່ງຊື້ (ໃບ)KPI 30%10 ໃບໃບສັ່ງຊື້ (PO) ທີ່ທ່ານກົດ ອອກໃບສັ່ງຊື້ ໃນເດືອນ (ຕາມວັນທີອອກເລກ) — PO ທີ່ຖືກຍົກເລີກ / Void ບໍ່ນັບ
ສິນຄ້າມາຄົບທັນວັນທີຄາດວ່າຈະໄດ້ (%)KPI 40%80%PO ທີ່ທ່ານອອກ ແລະ ກຳນົດຮັບເຄື່ອງ ຕົກໃນເດືອນ (ຮອດມື້ວານ): ສະຖານະ ຮັບເຄື່ອງຄົບແລ້ວ ແລະ GR ໃບສຸດທ້າຍ ບໍ່ຊ້າກວ່າວັນນັ້ນ ÷ PO ທັງໝົດ. PO ທີ່ບໍ່ໃສ່ກຳນົດຮັບເຄື່ອງ ບໍ່ນັບ; ປິດ PO ກ່ອນຮັບຄົບ (Short close) = ບໍ່ທັນ
KBI 6 ຂໍ້KBI 30%—ຄືກຸ່ມ ສາງ: ມາກົງເວລາ · ມື້ຂາດວຽກ · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) · ໃບຕັກເຕືອນ · ຄວາມຮັບຜິດຊອບ · ການຮ່ວມມືໃນທີມ — ຂໍ້ລະ 5%

ຄະແນນ = ຜົນຈິງ ÷ ເປົ້າ (ສູງສຸດ 100) ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D. ມື້ຂາດວຽກ ແລະ ມື້ລາ ໜ້ອຍ = ດີ: 0 ມື້ = 100 ຄະແນນ · ຂາດ 1 ມື້ ≈ 67 · 2 ມື້ ≈ 33 · 3 ມື້ = 0; ລາ ຫຼຸດມື້ລະ 25; ໃບຕັກເຕືອນ 0 ໃບ = 100 · 1 ໃບ = 50 · 2 ໃບ = 0. ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ນັບ. ເດືອນທີ່ບໍ່ມີການກວດນັບ (ຫຼື ບໍ່ມີ PO ຄົບກຳນົດຮັບເຄື່ອງ) = ຂໍ້ນັ້ນບໍ່ເອົາມາຄິດ (ບໍ່ແມ່ນ 0). ຫົວໜ້າຕັ້ງເປົ້າສະເພາະຄົນໄດ້ທຸກຂໍ້ທີ່ລະບົບນັບ (ໃຫ້ຄະແນນ → ເປົ້າຂອງເດືອນນີ້ (ສະເພາະຄົນນີ້) → ຕັ້ງເປົ້າ, v1.28.0) — ເຊັ່ນ ພະນັກງານສາງເຮັດວຽກບໍ່ເຕັມເວລາ: ໃບຮັບສິນຄ້າ ເປົ້າ 4 ແທນ 10; ເປົ້າໃນໜ້າ ຜົນງານຂອງຂ້ອຍ ຈຶ່ງອາດຕ່າງຈາກຕາຕະລາງນີ້. ເປົ້າ ແລະ ນ້ຳໜັກ ເຈົ້າຂອງປັບໄດ້ທີ່ ຕັ້ງຄ່າລະບົບ → ຕັ້ງຄ່າ KPI.

  1. ທຸກມື້: ເປີດ ຜົນງານຂອງຂ້ອຍ (KPI) ເບິ່ງຕົວເລກເດືອນນີ້ ແລະ ກາຟ 6 ເດືອນຍ້ອນຫຼັງ.
  2. ວັນທີ 1–5: ຫົວໜ້າຜູ້ໃຫ້ຄະແນນ (ເຈົ້າຂອງເລືອກທີ່ ຕັ້ງຄ່າ KPI; ບໍ່ເລືອກ = ເຈົ້າຂອງ / HR) ໃຫ້ດາວ + ຄຳເຫັນ ທີ່ເມນູ ບຸກຄະລາກອນ → ປະເມີນຜົນງານ (KPI) (ຫົວໜ້າເຫັນເມນູນີ້ ແລະ ເຫັນສະເພາະທີມຂອງຕົນ — v1.24.1) ຫຼື ປຸ່ມ ໃຫ້ຄະແນນທີມ → ສົ່ງໃຫ້ອະນຸມັດ.
  3. ເຈົ້າຂອງ / HR ອະນຸມັດ → ທ່ານໄດ້ຮັບແຈ້ງເຕືອນ ເຫັນ ເກຣດ A / B / C / D ແລະ ຄຳເຫັນຫົວໜ້າ.
✅ ຢາກໄດ້ຄະແນນດີບັນທຶກ GR ທັນທີທີ່ຂອງມາ ດ້ວຍບັນຊີຂອງຕົນເອງ · ບັນທຶກເບີກ / ສົ່ງຄືນ / ປັບ ທຸກຄັ້ງ → ຍອດໃນລະບົບກົງຂອງແທ້ → ນັບແລ້ວບໍ່ມີສ່ວນຕ່າງ · ສະແກນເຂົ້າວຽກກົງເວລາ. ຜູ້ຈັດຊື້: ໃສ່ ກຳນົດຮັບເຄື່ອງ ຕາມທີ່ຜູ້ສະໜອງຢືນຢັນແທ້ · ຕາມຜູ້ສະໜອງກ່ອນຮອດວັນ · ໃຫ້ສາງບັນທຶກ GR ມື້ທີ່ຂອງມາ (ວັນທີຮັບໃນ GR = ວັນທີທີ່ລະບົບນັບ).
🚫 ຫ້າມແຕ່ງຕົວເລກນັບໃສ່ "ນັບໄດ້" ຕາມຂອງແທ້ສະເໝີ — ສ່ວນຕ່າງທີ່ພົບ ລາຍງານຕາມຈິງ.

ຂຶ້ນ "ທ່ານຍັງບໍ່ຢູ່ໃນກຸ່ມປະເມີນ KPI — ຖາມ HR" = ພະແນກຂອງທ່ານຍັງບໍ່ຖືກ. ຕົວເລກບໍ່ຖືກ ແຈ້ງຫົວໜ້າກ່ອນທ້າຍເດືອນ. ລາຍລະອຽດ: HR ຂອງຂ້ອຍ · ສຳລັບ HR / ເຈົ້າຂອງ: SOP ຝ່າຍບຸກຄະລາກອນ

ຕອນ 14

ກົດເຫຼັກ 10 ຂໍ້ ຂອງຝ່າຍສາງ/ຈັດຊື້

1. GR = ລົງສະຕັອກອັດຕະໂນມັດ. ກວດກ່ອງ "ລົງສະຕັອກອັດຕະໂນມັດ" ກ່ອນກົດບັນທຶກ — ຄິວ "ຮັບເຂົ້າສະຕັອກ" ທີ່ຄ້າງຕ້ອງເຄຍໝົດທຸກມື້.
2. ແຖວວັດສະດຸ/ສິນຄ້າໃນ PO ຕ້ອງຜູກ "ວັດສະດຸໃນສາງ" ທຸກແຖວ — ບໍ່ຜູກ = ບໍ່ລົງສະຕັອກ ແລະ ແກ້ພາຍຫຼັງບໍ່ໄດ້.
3. ລົງສະຕັອກດ້ວຍມືໃຫ້ຄົບຄັ້ງດຽວ. ລົງບໍ່ຄົບຕື່ມທີຫຼັງບໍ່ໄດ້ ຕ້ອງກັບຄືນລາຍການແລ້ວລົງໃໝ່.
4. ຂອງປະຕິເສດບໍ່ເຂົ້າສາງ ແລະ ບໍ່ນັບເປັນຍອດຮັບ — ໃສ່ເຫດຜົນປະຕິເສດສະເໝີ.
5. PO ປິດແລ້ວຮັບຕໍ່ບໍ່ໄດ້. ຈະ Short close ຕ້ອງແນ່ໃຈວ່າບໍ່ມີຂອງກຳລັງມາສົ່ງ.
6. ທຸກການເບີກຕ້ອງຜູກໃບສັ່ງວຽກ + ເລືອກປະເພດການໃຊ້ໃຫ້ຖືກ (ຜະລິດ/ຂອງເສຍ/ຕົວຢ່າງ…).
7. ຈອງ ≠ ຫັກສະຕັອກ. ຈອງກັນວຽກອື່ນຕັດໜ້າ — ວຽກປິດແລ້ວໃຫ້ປ່ອຍຄືນຍອດຈອງຄ້າງ.
8. ຍອດຜິດ = ໃບກວດນັບ (SC) ຫຼື ໃບປັບສະຕັອກ (SA). ບໍ່ມີທາງລັດ — ນັບຕາມຂອງແທ້ສະເໝີ, ທຸກການປ່ຽນມີເຫດຜົນ ແລະ ຜູ້ອະນຸມັດ.
9. Override ທຸກຊະນິດ = ຢຸດແລ້ວແຈ້ງ. ຮັບເກີນສັ່ງ (ຜູ້ຈັດການ+) · ສະຕັອກຕິດລົບ · ຂອງທີ່ວຽກອື່ນຈອງ · Void (ເຈົ້າຂອງ/ADMIN) — ມີເຫດຜົນ + Audit ທຸກຄັ້ງ.
10. ຫ້າມສ້າງ SKU ເອງຕາມໃຈ. ວັດສະດຸໃໝ່ = ແຈ້ງ NMR · ຮູບ HEIC ຈາກ iPhone ໃຊ້ບໍ່ໄດ້ (Settings → Camera → Formats → Most Compatible).
ຕອນ 15

ສິ່ງທີ່ລະບົບຍັງບໍ່ມີ (ຢ່າເສຍເວລາຊອກຫາ)

✅ ມີແລ້ວ — ຖອດອອກຈາກລາຍການນີ້ກວດນັບສະຕັອກ (SC) ແລະ ປັບສະຕັອກ / ຕັດຂອງເສຍ (SA) (v1.5.0) · ລົງສະຕັອກອັດຕະໂນມັດຈາກ GR (v1.2.0) · ໜ້າກຳນົດສິດລາຍຄົນ (v1.1.0)
ສະບັບ 1.2

ມີຫຍັງໃໝ່ໃນສະບັບ 1.2 (ລະບົບ v1.34.1)

ເວີຊັນລະບົບການປ່ຽນແປງທີ່ກ່ຽວກັບສາງ / ຈັດຊື້
v1.13 – v1.14ວັນທີທຸກບ່ອນ ວັນ/ເດືອນ/ປີ — ຊ່ອງວັນທີ ແລະ ຕົວກອງ ໃນ ໃບຂໍຊື້ / ໃບສັ່ງຊື້ / ຮັບສິນຄ້າ / ປະຫວັດເຄື່ອນໄຫວ, ໃບສັ່ງຊື້ທີ່ພິມ · ເວລາ 24 ຊົ່ວໂມງ ("ວັນທີ-ເວລາທີ່ຮັບ")
v1.13.1 · v1.15.1ຫົວໜ່ວຍສະກົດດຽວ (ຕາລາງແມັດ, ໂຕ) ແລະ ສະກຸນເງິນເລືອກຈາກລາຍການ — ຝັ່ງໃບສະເໜີລາຄາ / ສິນຄ້າ; ໃບຂໍຊື້ / ໃບສັ່ງຊື້ ຄືເກົ່າ
v1.16 – v1.17ປ່ຽນລະຫັດຜ່ານເອງ (ໂປຣໄຟລ໌ຂອງຂ້ອຍ) · ປຸ່ມ 📖 ວິທີໃຊ້ງານ → smk-laos.com/learn
v1.18 – v1.21HR ຂອງຂ້ອຍ: OT ມີຮູບໜ້າງານ + ບໍ່ກຳນົດເວລາເລີກ, ການລາ, ສະຫວັດດີການ, ລະບຽບການບໍລິສັດ → HR ຂອງຂ້ອຍ
v1.22.0ປະເມີນຜົນງານ KPI / KBI ລາຍເດືອນ (ເລີ່ມຈາກຝ່າຍຜະລິດ ແລະ ຂາຍ) · ເມນູ ຜົນງານຂອງຂ້ອຍ (KPI)
v1.23.0ບົດບາດໃໝ່ ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ — ສ້າງໃບຂໍຊື້ ແລະ ເບິ່ງສະຕັອກໄດ້ຄືຊ່າງ (ລວມ 17 ບົດບາດ)
v1.24.0ກຸ່ມ KPI ສາງ ແລະ ຈັດຊື້: ຮັບສິນຄ້າເຂົ້າສາງ 30% + ກວດນັບຖືກຕ້ອງ 40% + KBI 30% · ກາຟຜົນງານ 6 ເດືອນ — ຕອນ 13
v1.24.1 – v1.26.0ຫົວໜ້າຜູ້ໃຫ້ຄະແນນ KPI ມີເມນູ ບຸກຄະລາກອນ → ປະເມີນຜົນງານ (KPI) · ກຸ່ມ KPI ການຕະຫຼາດ · ອັດຕາແລກປ່ຽນ ໃນໃບສະເໜີລາຄາ — ງານສາງ / ຈັດຊື້ ບໍ່ປ່ຽນ
v1.27.0KBI 5 ຂໍ້: KBI ຍັງ 30% ແຕ່ ຂໍ້ລະ 6% — ມາກົງເວລາ · ມື້ຂາດວຽກ · ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) · ຄວາມຮັບຜິດຊອບ · ການຮ່ວມມືໃນທີມ — ຕອນ 13
v1.28.0ແຍກກຸ່ມ KPI: ກຸ່ມ ສາງ (ພະແນກ ສາງສິນຄ້າ: ຮັບສິນຄ້າ 30% + ກວດນັບ 40%) ແລະ ກຸ່ມ ຈັດຊື້ ໃໝ່ (ພະແນກ ຈັດຊື້: ອອກໃບສັ່ງຊື້ 30% + ສິນຄ້າມາຄົບທັນກຳນົດຮັບເຄື່ອງ 40%) + KBI 30% · ຫົວໜ້າຕັ້ງເປົ້າສະເພາະຄົນໄດ້ທຸກຂໍ້ — ຕອນ 13
v1.29 – v1.32ຂັ້ນ “ກຽມວັດສະດຸ” ໃນໃບສັ່ງວຽກ ຍ້າຍຈາກພະແນກ ສາງ ໄປ ຜະລິດ (ຝ່າຍຜະລິດຮັບ ແລະ ປິດເອງ) — ສາງຍັງເບີກສະຕັອກໃຫ້ວຽກຄືເກົ່າ
v1.33 – v1.34ຂອງຂ້ອຍ → ແຈ້ງການ ແລະ ໃບຕັກເຕືອນຂອງຂ້ອຍ · KBI 6 ຂໍ້ ຂໍ້ລະ 5% ມີ ໃບຕັກເຕືອນ (ຕອນ 13) · ມືຖື: ປຸ່ມ, ຊ່ອງພິມ ແລະ ປະຕິທິນ ສູງ 44 px ກົດງ່າຍ — ໜ້າ ໃບຂໍຊື້ / ໃບສັ່ງຊື້ / ຮັບສິນຄ້າ / ສະຕັອກ ບໍ່ປ່ຽນ
✅ ຂັ້ນຕອນງານສາງ / ຈັດຊື້ ບໍ່ປ່ຽນSOP-01 … SOP-11 ໃຊ້ຄືສະບັບ 1.1 — ປ່ຽນແຕ່ຮູບແບບວັນທີ. ໃໝ່ໃນຄູ່ມື: ໃຊ້ງານທົ່ວໄປ ແລະ KPI; ກົດເຫຼັກຂໍ້ 8 ເນັ້ນນັບຕາມຂອງແທ້.

ສະບັບ 1.1 (30/09/2026, ລະບົບ v1.11.0)

ເວີຊັນລະບົບການປ່ຽນແປງທີ່ກ່ຽວກັບສາງ / ຈັດຊື້
v1.1.0ໜ້າກຳນົດສິດລາຍຄົນ · ອັບໂຫລດຫຼັກຖານ 10MB ໃຊ້ໄດ້ແທ້ · ສະແດງເລກເວີຊັນໃນລະບົບ
v1.2.0GR ລົງສະຕັອກອັດຕະໂນມັດ (ຄິວເຫຼືອແຕ່ກໍລະນີພິເສດ) · PO: ຊ່ອງວັດສະດຸແຖວແຍກ, "ວັດສະດຸ/ສິນຄ້າ", VAT ຄ່າຕັ້ງຕົ້ນ = ບໍ່ມີ, ເລກ 0 ຫາຍເອງເມື່ອພິມ · ວັນທີເປັນລາວ
v1.3.xບົດບາດໃໝ່: ພະນັກງານສາງ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຫ້ອງການ (ອະນຸມັດ PR / PO)
v1.4.0ກະດິງແຈ້ງເຕືອນ: PR / PO / NMR ລໍຖ້າອະນຸມັດ ແລະ ຜົນອະນຸມັດ
v1.5.0ກວດນັບສະຕັອກ (SC) ແລະ ປັບສະຕັອກ (SA) ພ້ອມອະນຸມັດ + ແຈ້ງເຕືອນ
v1.5.2ພະນັກງານສາງບໍ່ເຫັນລາຄາ: PO ເຊື່ອງລາຄາ (ສິດ view_prices), ເລືອກວຽກຕອນເບີກ / ຈອງ / ສົ່ງຄືນ ບໍ່ມີລາຄາ
v1.6–1.9ລະບົບ HR: ລົງເວລາ QR, OT, ເບີກລ່ວງໜ້າ, ໃບເງິນເດືອນ — ເບິ່ງ SOP ລະບົບ HR
v1.10.0ຜູ້ຈັດການຜະລິດ ແລະ ຍຸດທະສາດ ປິດ NMR ດ້ວຍ ເພີ່ມຊື່ເອີ້ນ ໄດ້ · ເຈົ້າຂອງຕັດສິນ (29/09): ພະນັກງານຈັດຊື້ໄດ້ purchase_orders.issue ແຕ່ບໍ່ໄດ້ close
v1.11.0ເມນູດ້ານເທິງຈັດເປັນໝວດ (ແທນແຖບຊ້າຍ) — ວຽກສາງ / ຈັດຊື້ຢູ່ໝວດ ຈັດຊື້ ແລະ ສາງ · ເລກເວີຊັນຢູ່ເມນູໂປຣໄຟລ໌ (ກົດຮູບໂປຣໄຟລ໌ມຸມຂວາເທິງ) ແລະ ໜ້າຫຼັກ
⚠️ ລຶບອອກຈາກສະບັບ 1.0"GR ບໍ່ແມ່ນສະຕັອກ — ຕ້ອງລົງສະຕັອກທຸກໃບ" · "ກວດນັບ / ປັບຍອດ = ເຟສໜ້າ" · "ໃຊ້ STAFF + ສິດລາຍຄົນ ບໍ່ມີໜ້າ UI" · "ເລືອກວັດສະດຸໃຫ້ແຖວທີ່ບໍ່ຜູກຕອນລົງສະຕັອກ"
ພາກຜະໜວກ

ສຳລັບຜູ້ດູແລລະບົບ: ບົດບາດ ແລະ ຊຸດສິດແນະນຳ

ຕັ້ງທີ່ ຕັ້ງຄ່າລະບົບ → ທົ່ວໄປ → ຜູ້ໃຊ້ງານ (ບົດບາດ) ແລະ ປຸ່ມ ສິດການໃຊ້ງານ (ເພີ່ມ/ຫັກສິດລາຍຄົນ ເຫັນຜົນລວມທັນທີ).

ໜ້າທີ່ບົດບາດ + ສິດເພີ່ມລາຍຄົນ
ພະນັກງານສາງບົດບາດ ພະນັກງານສາງ (WAREHOUSE) — ຄ່າຕັ້ງຕົ້ນພໍ: GR, ສະຕັອກ (ຮັບ/ເບີກ/ສົ່ງຄືນ/ຈອງ/ກວດນັບ/ສ້າງໃບປັບ), ຂໍ້ມູນວັດສະດຸ, PR/NMR. ບໍ່ມີ view_prices ແລະ job_orders.view ໂດຍເຈດຕະນາ
ພະນັກງານຈັດຊື້ (ເຮັດສາງນຳ)ພະນັກງານສາງ + purchase_orders.view_prices · create · update · print · issue · purchase_requests.view_all
ພະນັກງານຈັດຊື້ (ຈັດຊື້ຢ່າງດຽວ)ພະນັກງານ (STAFF) + purchase_orders.view · view_prices · create · update · print · issue · purchase_requests.view_all · suppliers.view
ອອກເລກ / ປິດ POເຈົ້າຂອງຕັດສິນ 29/09/2026: purchase_orders.issue ເພີ່ມໃຫ້ພະນັກງານຈັດຊື້ (ລະບົບອອກໄດ້ສະເພາະ PO ທີ່ອະນຸມັດແລ້ວ — ປອດໄພ) · close ບໍ່ເພີ່ມ — ການປິດ PO ກ່ອນຮັບຄົບເປັນການຕັດສິນທາງການຄ້າຂອງ ຜູ້ຈັດການ / ຜູ້ຊ່ວຍຜູ້ຈັດການ (ຄ່າຕັ້ງຕົ້ນ)
ຜູ້ຈັດການຝ່າຍຈັດຊື້ບົດບາດ ຜູ້ຈັດການ — ອະນຸມັດ PR/PO/NMR/SC/SA, ຮັບເກີນສັ່ງ
ເຈົ້າຂອງ/ADMIN ເທົ່ານັ້ນທຸກ *.void · inventory.reverse · override_negative_stock · override_reservation · opening_balance · warehouse.manage (ຕ້ອງຄູ່ inventory.view)

ໝາຍເຫດ: ບໍ່ມີບົດບາດ "ຈັດຊື້" ສະເພາະ — ໃນຄ່າຕັ້ງຕົ້ນ ສ້າງ PO ໄດ້ສະເພາະ ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ADMIN, ເຈົ້າຂອງ. ຜູ້ທີ່ສ້າງ/ແກ້ PO ຕ້ອງມີ view_prices ນຳ ບໍ່ດັ່ງນັ້ນຈະບໍ່ເຫັນລາຄາທີ່ຕົນເອງປ້ອນ.