Standard Operating Procedure · Supervisor
ຄູ່ມືຜູ້ຈັດການຝ່າຍຜະລິດ ແລະ ຜູ້ກວດ QC
ໜ້າທີ່ຄຸມງານໃນ The Signmaker OS: ວາງແຜນ-ມອບໝາຍ · ຄຸມກະດານວຽກ · ກວດຄຸນນະພາບ · ແກ້ບັນຫາໜ້າງານ · ອະນຸມັດການສົ່ງມອບ · ກວດ NMR · ໃຫ້ຄະແນນ KPI ທີມ — ລາຍລະອຽດຂັ້ນຕອນຂອງຊ່າງ ເບິ່ງຄູ່ມື SOP ຝ່າຍຜະລິດ; ລົງເວລາ / OT / ການລາ / ເງິນເດືອນ ຂອງຕົນເອງ ເບິ່ງ HR ຂອງຂ້ອຍ
ລະບົບ: os.smk-laos.com
ສະບັບ: 1.2
ວັນທີ: 18 ຕຸລາ 2026
ອີງລະບົບ: v1.34.1
ຜູ້ອອກ: ຝ່າຍບໍລິຫານ
ຕອນ 0
ບົດບາດ ແລະ ໜ້າຈໍປະຈຳ
🧭 ເມນູຢູ່ແຖບດ້ານເທິງກົດໝວດ ຫຼື ເພື່ອເປີດລາຍການ — ເຫັນສະເພາະໝວດທີ່ມີສິດ. ມືຖື: ແຖບລຸ່ມ + ເພີ່ມເຕີມ (ຈັດເປັນໝວດດຽວກັນ). ປຸ່ມ 📖 ວິທີໃຊ້ງານ (ແຖບເທິງ) ເປີດຄູ່ມືນີ້. ວັນທີທຸກບ່ອນເປັນ ວັນ/ເດືອນ/ປີ ເຊັ່ນ 14/10/2026 (ພິມ 14102026 ໄດ້), ເວລາ 24 ຊົ່ວໂມງ. ເລກເວີຊັນ: ກົດຮູບໂປຣໄຟລ໌ມຸມຂວາເທິງ. ມືຖື (v1.34): ປຸ່ມ ແລະ ຊ່ອງພິມ ໃຫຍ່ຂຶ້ນ ກົດງ່າຍ.
| ຕຳແໜ່ງ | ບົດບາດໃນລະບົບ | ໜ້າຈໍປະຈຳ | ໜ້າທີ່ຫຼັກ |
| ຜູ້ຈັດການຝ່າຍຜະລິດ | ຜູ້ຈັດການຜະລິດ ແລະ ຍຸດທະສາດ | ຜະລິດ → · · · · · · ຈັດຊື້ ແລະ ສາງ → | ວາງແຜນ/ມອບໝາຍ · ຄຸມຄວາມຄືບໜ້າ · ແກ້ບັນຫາໜ້າງານ · ອະນຸມັດການຮັບມອບແບບບໍ່ມີຜູ້ຮັບ · ກວດ NMR · ໃຫ້ຄະແນນ KPI ທີມ (ເມື່ອເປັນຫົວໜ້າກຸ່ມ — SOP-09) · ສະເໜີໃບຕັກເຕືອນ (SOP-11) |
| ຜູ້ກວດ QC | ພະນັກງານ QC | ຜະລິດ → · · ຂອງຂ້ອຍ → | ເຄຍຄິວກວດ ພາຍໃນ 24 ຊົ່ວໂມງ · ຕັດສິນ ຜ່ານ/ບໍ່ຜ່ານ ພ້ອມຫຼັກຖານ · ຕິດຕາມວຽກແກ້ໄຂ — ບໍ່ເຫັນລາຄາ ແລະ ຍອດເງິນ |
ℹ️ ຫຼັກການແບ່ງບົດບາດຂອງລະບົບຜູ້ຈັດການບໍ່ມີສິດກົດວຽກແທນຊ່າງ (ຮັບ/ເລີ່ມ/ສົ່ງ) — ບົດບາດຄື ວາງແຜນ ມອບໝາຍ ກວດ ອະນຸມັດ. ຊ່າງ ແລະ QC ບໍ່ເຫັນລາຄາ/ເງິນໃດໆ ໂດຍການອອກແບບ. ວຽກປິດເອງເມື່ອທຸກຂັ້ນຈົບ.
ເລືອກບົດບາດໃຫ້ຖືກ: ໃຜເຮັດຫຍັງໄດ້ (ຄ່າຕັ້ງຕົ້ນ)
| ວຽກ | ຜູ້ຈັດການຜະລິດ ແລະ ຍຸດທະສາດ | ຜູ້ຈັດການ | ຜູ້ຊ່ວຍຜູ້ຈັດການ | ພະນັກງານ QC |
| ວາງແຜນ · ມອບໝາຍ · ປ່ອຍແຜນ · ພັກວຽກ · ປັບດ່ວນ/ກຳນົດ | ✓ | ✓ | ✓ | — |
| ປ່ຽນໃບສະເໜີລາຄາທີ່ລູກຄ້າຢືນຢັນ ເປັນໃບສັ່ງວຽກ | ✓ | ✓ | ✓ | — |
| ກວດ QC (ລວມ ບໍ່ຜ່ານ + ຮູບຈຸດບົກຜ່ອງ) | ✓ | ✓ | ✓ | ✓ |
| ບັນຫາທີ່ແຈ້ງ: ຮັບເລື່ອງ / ແກ້ໄຂແລ້ວ (ປົດ block) | ✓ | ✓ | ✓ | ✓ |
| ອະນຸມັດຮັບມອບແບບບໍ່ມີຜູ້ຮັບ | ✓ | ✓ | — | — |
| ຈອງເຄື່ອງຊ້ອນຄິວ (override) | ✓ | ✓ | — | — |
| ກວດ NMR (ແຈ້ງວັດສະດຸໃໝ່) | ໃຊ້ວັດສະດຸທີ່ມີຢູ່ · ເພີ່ມຊື່ເອີ້ນ · ຕີກັບ | ຄົບ 4 ທາງ | — | — |
| ເບີກ / ຮັບ / ໂອນ ສະຕັອກ, ສ້າງໃບກວດນັບ | ເບິ່ງຢ່າງດຽວ | ✓ | ✓ | — |
| ອະນຸມັດໃບກວດນັບ / ໃບປັບສະຕັອກ | — | ✓ | — | — |
| ເບິ່ງເວລາເຂົ້າ-ອອກ ແລະ OT ຂອງທຸກຄົນ | — | ✓ | ✓ | — |
| ອະນຸມັດ KPI / ຕັ້ງຄ່າ KPI (ສະເພາະ HR · ADMIN · ເຈົ້າຂອງ) | — | — | — | — |
| ສະເໜີໃບຕັກເຕືອນ v1.34 (ອະນຸມັດ = HR / ເຈົ້າຂອງ) | ✓ | ✓ | ✓ | — |
ສິດເພີ່ມ/ຫັກລາຍຄົນໄດ້ທີ່ → — ສິດອະນຸມັດຄວນໃຫ້ເຈົ້າຂອງຕັດສິນ. ຫົວໜ້າຜູ້ໃຫ້ຄະແນນ KPI ບໍ່ຂຶ້ນກັບບົດບາດ — ເຈົ້າຂອງ / HR ເລືອກຄົນ (SOP-09).
SOP-01
ວຽກເຊົ້າ: ກະດິງ + ແຜງແຈ້ງເຕືອນ
ເມນູ
ℹ️ ເລີ່ມທີ່ກະດິງແຈ້ງເຕືອນ (ມຸມເທິງຂວາ)ຄຳຂໍທີ່ລໍທ່ານອະນຸມັດ: ຄຳຂໍວັດສະດຸ (NMR) ແລະ ໃບຮັບມອບງານທີ່ລູກຄ້າບໍ່ຢູ່ + ໃໝ່ v1.33: ລໍກວດ QC · ໃບສັ່ງວຽກໃໝ່ ລໍວາງແຜນ · ແຈ້ງບັນຫາ · ວຽກເກີນວັນທີຕ້ອງການ (SOP-01B) — ກົດລາຍການ = ເປີດເອກະສານເລີຍ. ຜູ້ຖືບົດບາດ ຜູ້ຈັດການ ຈະເຫັນ ໃບສະເໜີລາຄາ / ຄຳຂໍຊື້ / ໃບສັ່ງຊື້ / ໃບກວດນັບ / ໃບປັບສະຕັອກ ທີ່ລໍອະນຸມັດນຳ.
ແລ້ວເປີດກະດານວຽກ — ອ່ານແຜງ ການແຈ້ງເຕືອນ ແລະ ຈັດການຕາມປະເພດ:
| ແຈ້ງເຕືອນ | ຄວາມໝາຍ | ສິ່ງທີ່ຕ້ອງເຮັດ |
| ເລີຍກຳນົດສົ່ງ | ວຽກເລີຍວັນທີ່ລູກຄ້າຕ້ອງການ | ຈັດຄິວດ່ວນ / ແຈ້ງຝ່າຍຂາຍປະສານລູກຄ້າ |
| ວຽກຕິດບັນຫາ | ມີບັນຫາທີ່ຢຸດວຽກຄ້າງຢູ່ | ແກ້ຕົ້ນເຫດໜ້າງານ → ປິດບັນຫາເອງໃນ (SOP-03B) |
| ວຽກຄ້າງບໍ່ຂະຫຍັບ | ຂັ້ນຕອນບໍ່ຂະຫຍັບຫຼາຍວັນ | ຖາມຊ່າງເຈົ້າຂອງວຽກ — ລືມກົດ ຫຼືຕິດແທ້ |
| ໃກ້ຄົບກຳນົດ ຄົບກຳນົດພາຍໃນ 1 ວັນ | ໃກ້ຮອດວັນສົ່ງ | ກວດວ່າຈະທັນບໍ່ — ບໍ່ທັນໃຫ້ຈັດຄິວໃໝ່ລ່ວງໜ້າ |
- ຖັນກະດານໄລ່ຕາມ flow: ວຽກໃໝ່ → ກຳລັງວາງແຜນ → ລໍຖ້າອອກແບບ/ລໍຖ້າລູກຄ້າອະນຸມັດແບບ/ລໍຖ້າກຽມວັດສະດຸ → ກຳລັງຜະລິດ → ລໍຖ້າກວດ QC → ລໍຖ້າແກ້ໄຂ → ພ້ອມສົ່ງມອບ → ກຳລັງສົ່ງມອບ/ຕິດຕັ້ງ → ລໍຖ້າລູກຄ້າກວດຮັບ
- ຖັນ "ວຽກໃໝ່" ຄືໜ້າວຽກຂອງຜູ້ຈັດການ — ວຽກທີ່ຂາຍສົ່ງມາແລ້ວຍັງບໍ່ວາງແຜນ ຢ່າປ່ອຍຄ້າງເກີນ 1 ວັນ
- ໃບສະເໜີລາຄາທີ່ລູກຄ້າຢືນຢັນແລ້ວ ແຕ່ຍັງບໍ່ເປັນໃບສັ່ງວຽກ: ຜູ້ຈັດການຜະລິດກົດ ປ່ຽນເປັນໃບສັ່ງວຽກ ເອງໄດ້ — ຕ້ອງໃສ່ ວັນທີຕ້ອງການວຽກ (ບັງຄັບ, ບໍ່ຢູ່ໃນອະດີດ) ຕາມທີ່ຕົກລົງກັບລູກຄ້າແທ້ ເພາະໃຊ້ນັບ KPI ທັນກຳນົດ
SOP-01B
ກະດິງ: ແຈ້ງເຕືອນວຽກທີ່ຜູ້ຈັດການຜະລິດໄດ້ຮັບ ໃໝ່ v1.33
🔔 ມຸມເທິງຂວາ · ກົດ = ເປີດວຽກນັ້ນ
| ແຈ້ງເຕືອນ (ຂໍ້ຄວາມໃນກະດິງ) | ເມື່ອໃດ | ທ່ານເຮັດຫຍັງ |
| ມີວຽກລໍກວດ QC: … — ໃບສັ່ງວຽກ … | ຊ່າງສົ່ງວຽກທີ່ຕ້ອງກວດ ຫຼື ຂັ້ນ QC ພ້ອມກວດ | ກົດ → ເປີດໜ້າກວດເລີຍ → ກວດພາຍໃນ 24 ຊົ່ວໂມງ (SOP-04) |
| ໃບສັ່ງວຽກໃໝ່ … ລໍວາງແຜນ | ເປີດໃບສັ່ງວຽກໃໝ່ | ວາງແຜນ + ປ່ອຍແຜນ ພາຍໃນ 1 ວັນ (SOP-02) |
| … ແຈ້ງບັນຫາໃນໃບສັ່ງວຽກ … | ຊ່າງ / QC / ການຮັບມອບ ແຈ້ງບັນຫາ | ຮັບເລື່ອງ → ແກ້ໄຂແລ້ວ (SOP-03B) |
| … ແລ້ວທຸກຂັ້ນຕອນ — ອອກໃບແຈ້ງໜີ້ໄດ້ | ທຸກຂັ້ນຈົບ | ກວດວ່າປິດຄົບ; ບັນຊີ ແລະ ຜູ້ຂາຍ ໄດ້ແຈ້ງເຕືອນນຳ |
| … ເກີນວັນທີຕ້ອງການແລ້ວ ແຕ່ຍັງບໍ່ແລ້ວ | ມື້ລະເທື່ອ | ຈັດຄິວດ່ວນ; ຜູ້ຂາຍໄດ້ແຈ້ງນຳ — ປະສານລູກຄ້າ |
| ລູກທີມ …: ພ້ອມເຮັດ / ເຮັດແລ້ວ / ບໍ່ຜ່ານ QC / ເກີນກຳນົດ | ທ່ານເປັນ ຫົວໜ້າສາຍງານ (SOP-11) | ຕິດຕາມ / ຊ່ວຍທີມ ກ່ອນວຽກຊ້າ |
✅ ຮ້ານບໍ່ມີ QC ເຕັມເວລາ = ຜູ້ຈັດການຜະລິດກວດ“ລໍກວດ QC” ຮອດທຸກຄົນທີ່ກວດ QC ໄດ້: ຜູ້ຈັດການຜະລິດ, ຜູ້ຈັດການ, ຜູ້ຊ່ວຍ, ພະນັກງານ QC — ບໍ່ພາດວຽກລໍກວດອີກ.
ℹ️ ຊ່າງໄດ້ແຈ້ງເຕືອນເອງແລ້ວມີວຽກໃໝ່ໃນກອງ (ທຸກຄົນທີ່ຮັບໄດ້) · ວຽກຖືກພັກ / ເຮັດຕໍ່ / ຍົກເລີກ · ຂັ້ນຕອນເກີນກຳນົດ · ມື້ນີ້ມີວຽກສົ່ງ / ຕິດຕັ້ງ — ບໍ່ຕ້ອງໂທບອກທຸກເລື່ອງ. ແຕ່ລະເລື່ອງແຈ້ງເທື່ອດຽວ; ກະດິງບໍ່ແທນການເບິ່ງກະດານວຽກທຸກເຊົ້າ.
SOP-02
ວາງແຜນ ແລະ ປ່ອຍແຜນວຽກ
→ ວາງແຜນວຽກ
- ເປີດໃບສັ່ງວຽກໃໝ່ → ວາງແຜນວຽກ → ເລີ່ມຈາກແມ່ແບບ (ປ້າຍ/ອີເວັນ/ພິມ/ນາມບັດ/ກຳນົດເອງ) ແລ້ວປັບ — ແມ່ແບບ (v1.29): ລູກຄ້າອະນຸມັດແບບ = ພະແນກ ອອກແບບ · ກຽມວັດສະດຸ = ພະແນກ ຜະລິດ.
- ຂຽນຄຳແນະນຳການເຮັດວຽກແຕ່ລະຂັ້ນໃຫ້ຊັດ — ນີ້ຄືສິ່ງທີ່ຊ່າງອ່ານ. ຕັ້ງບັງຄັບຮູບ (ຢ່າງໜ້ອຍຂັ້ນສຳຄັນ: ຜະລິດ/ຕິດຕັ້ງ) ແລະ ຕ້ອງຜ່ານ QC ຕາມມາດຕະຖານວຽກ.
- ໃສ່ ເລີ່ມຕາມແຜນ / ສຳເລັດຕາມແຜນ ທຸກຂັ້ນ (ວັນ/ເດືອນ/ປີ) — ຂັ້ນສຸດທ້າຍບໍ່ໃຫ້ຊ້າກວ່າ ວັນທີຕ້ອງການວຽກ. ລະບົບເຕືອນ "ຍັງບໍ່ກຳນົດວັນຕາມແຜນ" ແລະ "ແຜນວຽກສຳເລັດຊ້າກວ່າກຳນົດສົ່ງວຽກ" — ປ່ອຍແຜນໄດ້ ແຕ່ຄວນແກ້ກ່ອນ.
- ມອບໝາຍ: ວຽກສະເພາະທາງ = ລະບຸຊື່ · ວຽກທົ່ວໄປ = ປ່ອຍເປັນວຽກພະແນກໃຫ້ຊ່າງຮັບເອງ. ຈອງເຄື່ອງໃຫ້ຂັ້ນທີ່ໃຊ້ເຄື່ອງ.
- ກົດ ປ່ອຍແຜນວຽກ — ລະບົບກວດ: ມີຂັ້ນຕອນ, ທຸກຂັ້ນມີຜູ້ຮັບຜິດຊອບ/ພະແນກ, ມີຄົນຮັບໄດ້ແທ້ (v1.29: ຂັ້ນທີ່ພະແນກບໍ່ມີໃຜຮັບວຽກໄດ້ ຈະຖືກບລັອກ — ມອບໃຫ້ຄົນ ຫຼື ປ່ຽນພະແນກ), ວັນທີສອດຄ່ອງ, ຮູບ ≥1 ຖ້າບັງຄັບ, ເຄື່ອງບໍ່ຊ້ອນ — ຜ່ານແລ້ວຂັ້ນທຳອິດພ້ອມໃຫ້ຊ່າງຮັບວຽກທັນທີ.
⚠️ ຄິດໃຫ້ຈົບກ່ອນປ່ອຍຫຼັງປ່ອຍ ເພີ່ມ/ແກ້/ລຶບຂັ້ນຕອນບໍ່ໄດ້ — ເຫຼືອແຕ່ ມອບໝາຍ, ຈອງເຄື່ອງ, ຂ້າມຂັ້ນຕອນ (ມີເຫດຜົນ). ແມ່ແບບຂັ້ນຕອນ ແກ້ໄດ້ສະເພາະເຈົ້າຂອງ / ADMIN.
✅ ໃຜໄດ້ແຈ້ງເຕືອນຊ່າງທີ່ມີຊື່ໃນຂັ້ນຕອນໄດ້ແຈ້ງເຕືອນເມື່ອ ຖືກມອບໝາຍ, ເມື່ອ ຂັ້ນຕອນພ້ອມເຮັດ ແລະ ເມື່ອ QC ບໍ່ຜ່ານ. ວຽກພະແນກ (ບໍ່ລະບຸຊື່): ທຸກຄົນທີ່ຮັບໄດ້ ໄດ້ “ມີວຽກໃໝ່ໃນກອງ” (v1.33) — ໃຜກົດຮັບກ່ອນໄດ້ກ່ອນ. ວຽກດ່ວນ ຍັງຄວນລະບຸຊື່.
⚠️ ວັນຕາມແຜນ = ເກນ KPIKPI ວຽກສຳເລັດທັນກຳນົດ ຂອງຊ່າງ ທຽບວັນທີ່ສົ່ງວຽກ ກັບ ສຳເລັດຕາມແຜນ ຂອງຂັ້ນນັ້ນ (ຂັ້ນທີ່ບໍ່ມີວັນ → ໃຊ້ ວັນທີຕ້ອງການວຽກ ຂອງໃບສັ່ງວຽກ). ວັນບໍ່ຈິງ = ຄະແນນບໍ່ຍຸດຕິທຳ (SOP-09).
SOP-03
ຄຸມງານລະຫວ່າງຜະລິດ
ເມນູ
- ປັບຄວາມດ່ວນ/ກຳນົດສົ່ງ: ຈາກ card ໃນກະດານວຽກ → ແກ້ຄວາມຮີບດ່ວນ/ກຳນົດສົ່ງ
- ພັກວຽກ (ລູກຄ້າຂໍຢຸດ/ລໍວັດສະດຸ): ຈາກກະດານ → ພັກວຽກ + ເຫດຜົນ — ຊ່າງເຮັດຕໍ່ບໍ່ໄດ້ ເຄື່ອງທີ່ກຳລັງເຮັດວຽກຖືກພັກນຳ; ກັບມາ → ເຮັດວຽກຕໍ່ — ວຽກກັບສູ່ສະຖານະກ່ອນພັກ ສ່ວນເຄື່ອງຈັກ ໜ້າວຽກຂອງຊ່າງຂຶ້ນແຖບເຕືອນ + ປຸ່ມ ເລີ່ມເຄື່ອງຈັກຄືນ (ຖ້າຊ່າງສົ່ງວຽກໂດຍບໍ່ເລີ່ມຄືນ ລະບົບປ່ອຍເຄື່ອງໃຫ້ເອງ — ບໍ່ຕ້ອງໄປກວດກະດານເຄື່ອງ). ພັກ / ເຮັດຕໍ່ / ຍົກເລີກ: ຊ່າງທີ່ມີຂັ້ນຄ້າງໄດ້ແຈ້ງເຕືອນເອງ (v1.33)
- ວຽກທີ່ QC ບໍ່ຜ່ານ: ເບິ່ງຖັນ "ລໍຖ້າແກ້ໄຂ" — ຊ່າງຜູ້ຮັບວຽກເທົ່ານັ້ນເປັນຜູ້ກົດ ເລີ່ມແກ້ໄຂ; ນັບຮອບແກ້ໄຂສະສົມ ວຽກໃດແກ້ຫຼາຍຮອບໃຫ້ລົງໄປເບິ່ງໜ້າງານ
- ບັນຫາທີ່ຊ່າງແຈ້ງ: 🔔 ກະດິງແຈ້ງທັນທີ (v1.33) + ແຜງແຈ້ງເຕືອນ + ໜ້າໃບສັ່ງວຽກ — ແກ້ຕົ້ນເຫດ (ວັດສະດຸ/ເຄື່ອງ/ແບບ) ແລ້ວປິດບັນຫາເອງໃນ (SOP-03B)
- ຍົກເລີກວຽກ: ສິດເຈົ້າຂອງ/ADMIN ເທົ່ານັ້ນ — ສະເໜີພ້ອມເຫດຜົນ (ຍ້ອນກັບບໍ່ໄດ້)
SOP-03B
ບັນຫາທີ່ແຈ້ງ: ປົດ block ເອງໄດ້
ເມນູ
ບັນຫາເຂົ້າມາຈາກ 3 ທາງ: ຊ່າງແຈ້ງຈາກ · QC ບໍ່ຜ່ານ (ລະບົບສ້າງໃຫ້) · ລູກຄ້າຮັບມອບແບບ "ມີບັນຫາ / ບໍ່ຮັບມອບ".
- ກອງ ສະເພາະທີ່ຢຸດວຽກ ກ່ອນ — ປ້າຍ ຢຸດວຽກ = ຂັ້ນຕອນຖືກຢຸດ ຊ່າງເຮັດຕໍ່ບໍ່ໄດ້.
- ກົດ ຮັບເລື່ອງ ໃຫ້ທີມຮູ້ວ່າມີຄົນຈັບແລ້ວ.
- ແກ້ຕົ້ນເຫດໜ້າງານ (ສັ່ງວັດສະດຸ, ສ້ອມເຄື່ອງ, ຂໍແບບໃໝ່ …).
- ກົດ ແກ້ໄຂແລ້ວ + ບັນທຶກການແກ້ໄຂ (ເຊັ່ນ "ສັ່ງວັດສະດຸເພີ່ມ ຮັບເຂົ້າສາງແລ້ວ") → ເມື່ອບັນຫາທີ່ຢຸດວຽກແກ້ຄົບ ຂັ້ນຕອນກັບມາເຮັດຕໍ່ໄດ້ອັດຕະໂນມັດ.
- ແຈ້ງຜິດ ຫຼື ບັນຫາຫາຍໄປເອງ → ຍົກເລີກບັນຫາ (ເຫດຜົນບໍ່ບັງຄັບ).
✅ ບໍ່ແມ່ນທາງຕັນອີກສະບັບ 1.0 ຕ້ອງໃຫ້ຜູ້ດູແລລະບົບປົດ block ໃນຖານຂໍ້ມູນ. ຕັ້ງແຕ່ v1.1.0 ຜູ້ຈັດການ, ຜູ້ຊ່ວຍຜູ້ຈັດການ, ຜູ້ຈັດການຜະລິດ ແລະ ຍຸດທະສາດ ແລະ ພະນັກງານ QC ປິດບັນຫາໃນໜ້ານີ້ໄດ້ເອງ. ໜ້າໃບສັ່ງວຽກກໍມີກ່ອງສະຫຼຸບບັນຫາທີ່ຍັງເປີດ + ປຸ່ມ ຈັດການບັນຫາ.
SOP-04
ການກວດ QC
ເມນູ
- ເຄຍຄິວຕາມລຳດັບຄ່າເລີ່ມຕົ້ນ ດ່ວນກ່ອນ — ຢ່າເລືອກກວດຂ້າມ ຄິວໜ້າຈໍສະທ້ອນຄວາມດ່ວນຈິງ. 🔔 ມີວຽກລໍກວດ QC v1.33 ຮອດທຸກຄົນທີ່ກວດໄດ້ (ລວມຜູ້ຈັດການຜະລິດ) — ກົດ = ເປີດໜ້າກວດ; ກວດໃຫ້ທັນ ພາຍໃນ 24 ຊົ່ວໂມງ ຫຼັງຊ່າງສົ່ງ.
- ເບິ່ງຮູບຫຼັກຖານຂອງຊ່າງ + ກວດຂອງຈິງ → ຕື່ມ checklist (ຂະໜາດ ແລະ ຕຳແໜ່ງ / ສີ ແລະ ວຽກພິມ / ວັດສະດຸ / ວຽກປະກອບ / ລະບົບໄຟ / ຄວາມສະອາດ / ຄວາມແຂງແຮງ / ຄວາມຄົບຖ້ວນ).
- ຕັດສິນ: ຜ່ານ · ຜ່ານພ້ອມໝາຍເຫດ (ຕ້ອງມີໝາຍເຫດ — ໃຊ້ເມື່ອມີຈຸດນ້ອຍທີ່ຮັບໄດ້) · ບໍ່ຜ່ານ — ບໍ່ຜ່ານບັງຄັບ: ຮູບຈຸດບົກຜ່ອງ ≥1 + ເຫດຜົນ + ຄວາມຮຸນແຮງ (ຮູບ JPEG/PNG/WebP ບໍ່ເກີນ 10 MB).
- ບໍ່ຜ່ານ → ວຽກກັບໄປຊ່າງຄົນເດີມ + ຊ່າງໄດ້ແຈ້ງເຕືອນທັນທີ + ລະບົບສ້າງໃບບັນຫາຕິດຕາມໃຫ້ (ປະເພດ "ຄຸນນະພາບວຽກມີບັນຫາ", ບໍ່ຢຸດວຽກ — ເຫັນໃນ ) — ກວດຊ້ຳເມື່ອສົ່ງກັບມາໃໝ່ ຈົນຜ່ານ.
✅ ສິດຄົບໃນບົດບາດແລ້ວບົດບາດ ພະນັກງານ QC ມີສິດກວດ + ອັບຮູບ + ຈັດການບັນຫາ ແລະ ເຫັນ ເລກວຽກ / ຊື່ງານ / ລູກຄ້າ / ຄວາມດ່ວນ / ກຳນົດສົ່ງ (ບໍ່ເຫັນລາຄາ) — ບໍ່ຕ້ອງເພີ່ມສິດ "3+1" ລາຍຄົນອີກ. ຜູ້ຈັດການ ກົດ ບໍ່ຜ່ານ ໄດ້ແລ້ວ (ມີສິດອັບໂຫລດຫຼັກຖານ).
ℹ️ ຜົນກວດຖາວອນຜົນ QC ແກ້ຍ້ອນຫຼັງບໍ່ໄດ້ — ກວດຊ້ຳ = ບັນທຶກໃໝ່ ປະຫວັດຄົບທຸກຮອບ ໃຊ້ວິເຄາະຄຸນນະພາບຍ້ອນຫຼັງໄດ້.
⚠️ ຜົນກວດ = ຕົວເລກ KPIບໍ່ຜ່ານ ຫຼຸດ KPI QC ຜ່ານເທື່ອທຳອິດ ຂອງຊ່າງ (ຂັ້ນທີ່ຖືກຕີກັບແກ້) · ຈຳນວນການກວດ ແລະ ກວດພາຍໃນ 24 ຊົ່ວໂມງ ຫຼັງຊ່າງສົ່ງ = KPI ຂອງ QC (SOP-09).
SOP-05
ຄຸມການສົ່ງມອບ ແລະ ຮັບມອບ
ເມນູ
- ບັນທຶກນັດໝາຍໃຫ້ໄວ — ວັນ-ເວລານັດ (ເຊັ່ນ 14/10/2026 14:30) + ຜູ້ປະສານລູກຄ້າ + ນະໂຍບາຍຮູບຜູ້ຮັບ: ບໍ່ບັນທຶກ ທີມເລີ່ມວຽກສົ່ງມອບ/ຕິດຕັ້ງບໍ່ໄດ້.
- ຕິດຕາມໃຫ້ທີມສ້າງລິ້ງກວດຮັບ (ໃຊ້ໄດ້ຄັ້ງດຽວ, ໝົດອາຍຸໃນ 2 ຊົ່ວໂມງ) ທຸກຄັ້ງ — ຜົນ "ຮັບມອບຄົບຖ້ວນ" ເທົ່ານັ້ນທີ່ປິດວຽກ. ຈົບວຽກສົ່ງມອບ ຕ້ອງມີຮູບ ຫຼັງຕິດຕັ້ງ / ຫຼັກຖານສົ່ງມອບ ≥ 1 ແລະ ທີມເພີ່ມຮູບໄດ້ຫຼັງຈົບ ຈົນກວ່າລູກຄ້າຮັບມອບ (v1.29). ຮ້ານນ້ອຍ: ຫົວໜ້າ / ຜູ້ຊ່ວຍຊ່າງປ້າຍ ສ້າງເອງໜ້າງານໄດ້ເລີຍ (v1.25, SOP-10).
- ອະນຸມັດການສົ່ງມອບແບບບໍ່ມີຜູ້ຮັບ: ມາທາງກະດິງແຈ້ງເຕືອນ + ແຜງ "ລໍຖ້າອະນຸມັດ" ໃນໜ້າສົ່ງມອບ — ກວດຮູບວຽກ ≥2 + ຮູບສະຖານທີ່ ≥1 + ເຫດຜົນ ກ່ອນກົດ ອະນຸມັດ (ວຽກຈຶ່ງປິດ) ຫຼື ບໍ່ອະນຸມັດ ພ້ອມເຫດຜົນ.
- ລູກຄ້າ "ຮັບມອບແບບມີບັນຫາ / ບໍ່ຮັບມອບ" → ລະບົບສ້າງບັນຫາທີ່ຢຸດຂັ້ນຮັບມອບ — ແກ້ໜ້າງານ ແລ້ວປິດບັນຫາໃນ ຈຶ່ງສ້າງການຮັບມອບຮອບໃໝ່ໄດ້ (ບໍ່ຕ້ອງລໍຜູ້ດູແລລະບົບ).
⚠️ ໃຜອະນຸມັດໄດ້ຜູ້ຈັດການຜະລິດ ແລະ ຍຸດທະສາດ · ຜູ້ຈັດການ · ເຈົ້າຂອງ · ADMIN — ຜູ້ຊ່ວຍຜູ້ຈັດການອະນຸມັດບໍ່ໄດ້. Void ໃບຮັບມອບ = ຜູ້ຈັດການ / ເຈົ້າຂອງ / ADMIN ເທົ່ານັ້ນ.
SOP-06
ເຄື່ອງຈັກ ແລະ ບຳລຸງຮັກສາ
ເມນູ
- ກະດານເຄື່ອງ: ຫວ່າງ / ຈອງແລ້ວ / ກຳລັງເຮັດວຽກ / ສ້ອມແປງບຳລຸງ / ປິດໃຊ້ງານ + ຄິວຖັດໄປ + ຄາດວ່າຈະຫວ່າງ — ໃຊ້ວາງແຜນຄິວເຄື່ອງ
- ຈອງເຄື່ອງຊ້ອນຄິວກັນ = override ໄດ້ (ມີສິດ + ເຫດຜົນ) ແຕ່ເຄື່ອງທີ່ "ກຳລັງເຮັດວຽກ" ໂດຍວຽກອື່ນ override ບໍ່ໄດ້ເດັດຂາດ · ຜູ້ຊ່ວຍຜູ້ຈັດການບໍ່ມີສິດ override
- ເພີ່ມຕາຕະລາງສ້ອມແປງບຳລຸງ: ກຳນົດຊ່ວງເວລາ (ເປີດປາຍໄດ້) — ທັບການຈອງ = ລະບົບເຕືອນ + ຕ້ອງມີເຫດຜົນ
- ວຽກທີ່ພັກ ເຄື່ອງຖືກພັກນຳ (ກັບເປັນ "ຈອງແລ້ວ") — ກັບມາເຮັດຕໍ່ ຊ່າງກົດ ເລີ່ມເຄື່ອງຈັກຄືນ ໃນໜ້າວຽກ ລະບົບກວດເຄື່ອງໃຫ້ອີກຮອບ; ຊ່າງສົ່ງວຽກໂດຍບໍ່ເລີ່ມຄືນ = ລະບົບປ່ອຍເຄື່ອງເອງ
SOP-07
ກວດຄຳຂໍວັດສະດຸໃໝ່ (NMR)
ເມນູ
- ຄຳຂໍໃໝ່ເຂົ້າກະດິງແຈ້ງເຕືອນ; ລາຍການຮຽງຄຳຂໍທີ່ລໍດົນສຸດກ່ອນ.
- ເປີດຄຳຂໍ ເບິ່ງຮູບ + ຂໍ້ມູນທີ່ພະນັກງານແຈ້ງ → ຄົ້ນຫາຊ້ຳໃນລະບົບຫຼາຍຄຳ (SKU / ຊື່ / ສະເປັກ / ຊື່ເອີ້ນ) — ລະບົບບໍ່ເລືອກໃຫ້ອັດຕະໂນມັດ; ບາໂຄດກົງ = ສັນຍານສຳຄັນ ແຕ່ຍັງຕ້ອງກວດດ້ວຍຕາ.
- ຕັດສິນ 1 ໃນ 4: ໃຊ້ວັດສະດຸທີ່ມີຢູ່ (ຊີ້ SKU ເດີມ) · ເພີ່ມຊື່ເອີ້ນ (ວັດສະດຸເດີມ ແຕ່ຄຳເອີ້ນໃໝ່ຄວນຄົ້ນເຈີ) · ສ້າງວັດສະດຸໃໝ່ (SKU) (ຕ້ອງຕິກຢືນຢັນວ່າກວດແລ້ວບໍ່ມີແທ້ໆ) · ຕີກັບ ພ້ອມເຫດຜົນ.
⚠️ ບົດບາດກຳນົດທາງເລືອກຜູ້ຈັດການຜະລິດ ແລະ ຍຸດທະສາດ ເລືອກໄດ້ ໃຊ້ວັດສະດຸທີ່ມີຢູ່, ເພີ່ມຊື່ເອີ້ນ v1.10.0 ແລະ ຕີກັບ — ມີສິດຈັດການຊື່ເອີ້ນ (inventory.aliases_manage) ເປັນຄ່າຕັ້ງຕົ້ນ ແຕ່ບໍ່ມີ inventory.items_manage: ວັດສະດຸທີ່ໃໝ່ແທ້ (ສ້າງ SKU ໃໝ່) ປະ NMR ໄວ້ໃຫ້ຜູ້ຈັດການຕັດສິນ — ການສ້າງ SKU ຍັງເປັນຂອງສາງ / ຜູ້ຈັດການ (ເຈົ້າຂອງຕັດສິນ 29/09/2026). ຜູ້ຊ່ວຍຜູ້ຈັດການອະນຸມັດບໍ່ໄດ້.
⛔ ອະນຸມັດແລ້ວຍົກເລີກບໍ່ໄດ້ໂດຍສະເພາະ "ສ້າງ SKU ໃໝ່" — SKU ຊ້ຳຊ້ອນຈະຕິດລະບົບຖາວອນ. ຄຳຂໍຂອງຕົນເອງອະນຸມັດເອງບໍ່ໄດ້.
SOP-08
ສະຕັອກ ແລະ ທີມງານ
ໃບກວດນັບ / ໃບປັບສະຕັອກ — ສຳລັບຜູ້ຖືບົດບາດ ຜູ້ຈັດການ
- ກະດິງ: ໃບກວດນັບ / ໃບປັບສະຕັອກ ລໍຖ້າອະນຸມັດ (ເມນູ ).
- ກວດສ່ວນຕ່າງ + ເຫດຜົນ (ຂອງເສຍ, ແຕກ, ເສຍຫາຍ, ພົບຂອງ …).
- ອະນຸມັດ ແລະ ປັບສະຕັອກ ຫຼື ສົ່ງກັບໃຫ້ນັບໃໝ່ / ຕີກັບ ພ້ອມໝາຍເຫດ.
⚠️ ຜູ້ຈັດການຜະລິດ ແລະ ຍຸດທະສາດເບິ່ງສະຕັອກໄດ້ຢ່າງດຽວ — ອະນຸມັດບໍ່ໄດ້. ວັດສະດຸເສຍໃນການຜະລິດ ແຈ້ງສາງເຮັດໃບປັບສະຕັອກ.
ເວລາ ແລະ OT ຂອງທີມ
| ເລື່ອງ | ໃຜ |
| ເບິ່ງ ແລະ ຂອງທຸກຄົນ | ຜູ້ຈັດການ · ຜູ້ຊ່ວຍຜູ້ຈັດການ (ເບິ່ງຢ່າງດຽວ) |
| ອະນຸມັດ / ມອບ OT · ອະນຸມັດການລາ | HR (ຜູ້ຈັດການຫ້ອງການ) · ADMIN · ເຈົ້າຂອງ |
| ຂອງຕົນເອງ (ໝວດ ): ລົງເວລາ QR, OT ຂອງຂ້ອຍ, ການລາ, ສະຫວັດດີການ, ລະບຽບການບໍລິສັດ, ແຈ້ງການ (v1.34), ໃບຕັກເຕືອນຂອງຂ້ອຍ (v1.34), ຜົນງານຂອງຂ້ອຍ (KPI), ເບີກລ່ວງໜ້າ, ໃບເງິນເດືອນຂອງຂ້ອຍ | ທຸກຄົນ (ລວມຜູ້ຈັດການ ແລະ QC) — ຄູ່ມື HR ຂອງຂ້ອຍ |
ℹ️ ວຽກດ່ວນນອກເວລາແຈ້ງ HR ໃຫ້
ມອບ OT ໃຫ້ຊ່າງ ຫຼື ໃຫ້ຊ່າງຂໍ OT ເອງ: ຕ້ອງມີ
ຮູບໜ້າງານ 1 ຮູບ; ບໍ່ຮູ້ເວລາເລີກ → ຕິກ
ບໍ່ກຳນົດເວລາເລີກ — ປິດ OT ເມື່ອສະແກນອອກ — ລາຍລະອຽດເບິ່ງ
SOP ລະບົບ HR.
SOP-09 · ໃໝ່
ຫົວໜ້າຜູ້ໃຫ້ຄະແນນ KPI: ປະເມີນທີມທຸກເດືອນ
ເມນູ ຫຼື ປຸ່ມ ໃຫ້ຄະແນນທີມ
ເຈົ້າຂອງ / HR ເລືອກທ່ານເປັນ ຫົວໜ້າຜູ້ໃຫ້ຄະແນນ ຂອງກຸ່ມ ຝ່າຍຜະລິດ ແລະ / ຫຼື ກວດສອບຄຸນນະພາບ ທີ່ — ທ່ານເຫັນສະເພາະຄົນໃນກຸ່ມຂອງທ່ານ. ທຸກເດືອນ ລະບົບນັບ KPI ຈາກວຽກຈິງໃຫ້ເອງ (70%) ແລະ ຫົວໜ້າໃຫ້ຄະແນນ KBI ພຶດຕິກຳ (30%).
- ວັນທີ 1–5 ຂອງເດືອນ ໄດ້ຮັບແຈ້ງເຕືອນ → → ປຸ່ມ ໃຫ້ຄະແນນທີມ ຫຼື ເມນູ (ເປີດເດືອນທີ່ຜ່ານມາໃຫ້ເອງ).
- ກົດ ໃຫ້ຄະແນນ ແຕ່ລະຄົນ → ກວດຕົວເລກ KPI ທີ່ລະບົບນັບ ແລະ ມາກົງເວລາ ທຽບກັບວຽກຈິງ. ຄົນທີ່ເປົ້າຂອງກຸ່ມບໍ່ເໝາະ (ເຊັ່ນ ເຮັດວຽກບໍ່ເຕັມເວລາ) → ໃສ່ ເປົ້າຂອງເດືອນນີ້ (ສະເພາະຄົນນີ້) → ຕັ້ງເປົ້າ ໃນແຖວທີ່ລະບົບນັບ (v1.28.0, ເຊັ່ນ ຈຳນວນຂັ້ນຕອນ 10 ແທນ 20) — ຕັ້ງໄດ້ຕັ້ງແຕ່ຕົ້ນເດືອນ ແລະ ໃຊ້ສະເພາະເດືອນນັ້ນ.
- ໃຫ້ ດາວ 1–5: ຄວາມຮັບຜິດຊອບ · ການຮ່ວມມືໃນທີມ + ຂຽນ ຄຳເຫັນຫົວໜ້າ (ຍັງບໍ່ແລ້ວ → ບັນທຶກຮ່າງ).
- ກົດ ສົ່ງໃຫ້ອະນຸມັດ → ລໍອະນຸມັດ → ເຈົ້າຂອງ / HR ອະນຸມັດ (ພະນັກງານເຫັນຜົນ + ຄຳເຫັນ) ຫຼື ສົ່ງກັບຫົວໜ້າ ພ້ອມເຫດຜົນ → ແກ້ ແລ້ວສົ່ງໃໝ່.
ໜ້າປະເມີນມີ ກາຟນ້ອຍ 6 ເດືອນ ຂອງແຕ່ລະຄົນ ແລະ ປຸ່ມ ສົ່ງອອກ Excel (ແຜ່ນ ສະຫຼຸບ: ຄະແນນ, ເກຣດ, ຄຳເຫັນ + ແຜ່ນ ລາຍລະອຽດ). ຄະແນນ = ຜົນຈິງ ÷ ເປົ້າ (ສູງສຸດ 100) ລວມຕາມນ້ຳໜັກ → ເກຣດ A ≥ 90 · B ≥ 75 · C ≥ 60 · D. ໂບນັດ ເຈົ້າຂອງຕັດສິນ ແລະ ໃສ່ເອງທີ່ .
ℹ️ ກົດຂອງການໃຫ້ຄະແນນສົ່ງໄດ້ເມື່ອ ໝົດເດືອນ ແລະ ໃຫ້ດາວຄົບທຸກຂໍ້ · ບໍ່ໃຫ້ຄະແນນຕົນເອງ (ເຈົ້າຂອງໃຫ້ຄະແນນຫົວໜ້າ) · ອະນຸມັດແລ້ວແກ້ບໍ່ໄດ້ ຈົນກວ່າຖືກສົ່ງກັບ · ບໍ່ໄດ້ຖືກເລືອກເປັນຫົວໜ້າ = ບໍ່ມີປຸ່ມ ໃຫ້ຄະແນນທີມ ແລະ ບໍ່ມີເມນູ ປະເມີນຜົນງານ (KPI). ໃນໝວດ ບຸກຄະລາກອນ ຫົວໜ້າເຫັນສະເພາະໜ້ານີ້ ແລະ ເຫັນສະເພາະທີມຂອງຕົນ (v1.24.1).
ຕົວຊີ້ວັດ ຝ່າຍຜະລິດ ແລະ QC (ຄ່າຕັ້ງຕົ້ນ)
| ກຸ່ມ | ຕົວຊີ້ວັດ | ນ້ຳໜັກ | ເປົ້າ | ລະບົບນັບແນວໃດ |
| ຝ່າຍຜະລິດ | ວຽກສຳເລັດທັນກຳນົດ | 30% | 90% | ຂັ້ນທີ່ສົ່ງ ບໍ່ຊ້າກວ່າ ສຳເລັດຕາມແຜນ (ບໍ່ມີ → ວັນທີຕ້ອງການວຽກ) |
| QC ຜ່ານເທື່ອທຳອິດ | 25% | 95% | ຂັ້ນຕອນທີ່ບໍ່ຖືກຕີກັບແກ້ |
| ຈຳນວນຂັ້ນຕອນທີ່ສຳເລັດ | 15% | 20 ຂັ້ນ | ຂັ້ນທີ່ຄົນນັ້ນຖື ແລະ ສົ່ງສຳເລັດໃນເດືອນ |
| ກວດສອບຄຸນນະພາບ | ຈຳນວນການກວດ QC | 30% | 30 | ການກວດທີ່ຄົນນັ້ນບັນທຶກໃນເດືອນ |
| ກວດພາຍໃນ 24 ຊົ່ວໂມງ | 40% | 90% | ນັບແຕ່ຊ່າງສົ່ງຂັ້ນຕອນ ຮອດບັນທຶກຜົນກວດ |
| KBI ທຸກກຸ່ມ (6 × 5%) | ມາກົງເວລາ | 5% | 95% | ຈາກການລົງເວລາ QR |
| ມື້ຂາດວຽກ (v1.27.0) | 5% | 3 ມື້ = 0 ຄະແນນ | ລະບົບນັບເອງ: ມື້ເຮັດວຽກທີ່ຂາດໂດຍບໍ່ໄດ້ລາ (ຂາດເຄິ່ງມື້ = 0.5) — ໜ້ອຍ = ດີ |
| ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) (v1.27.0) | 5% | 4 ມື້ = 0 ຄະແນນ | ລະບົບນັບເອງ: ມື້ລາທີ່ອະນຸມັດ ຂອງປະເພດທີ່ນັບໃນ KBI — ລາພັກປະຈຳປີ / ລາປ່ວຍ / ລາເກີດລູກ ບໍ່ນັບ |
| ໃບຕັກເຕືອນ v1.34.0 | 5% | 2 ໃບ = 0 ຄະແນນ | ລະບົບນັບເອງ: ໃບຕັກເຕືອນທີ່ອອກແລ້ວ ຂອງເດືອນທີ່ເກີດເຫດ (ໃບທີ່ຍົກເລີກ ບໍ່ນັບ) — ໜ້ອຍ = ດີ, 1 ໃບ = 50 |
| ຄວາມຮັບຜິດຊອບ · ການຮ່ວມມືໃນທີມ | 5% + 5% | — | ຫົວໜ້າໃຫ້ດາວ 1–5 |
ມື້ຂາດວຽກ, ມື້ລາ ແລະ ໃບຕັກເຕືອນ ໜ້ອຍ = ດີ: 0 ມື້ = 100 ຄະແນນ, ເປົ້າ = ຈຳນວນມື້ທີ່ໄດ້ 0 ຄະແນນ, ລະຫວ່າງນັ້ນຫຼຸດເທົ່າໆກັນ (ຂາດ 1 ມື້ ≈ 67 · 2 ມື້ ≈ 33 · 3 ມື້ = 0; ລາ ຫຼຸດມື້ລະ 25). ຄົນທີ່ບໍ່ມີກະວຽກລົງເວລາ QR → ຂໍ້ມື້ຂາດວຽກ ບໍ່ມີຂໍ້ມູນ ແລະ ບໍ່ນັບ. ຂໍ້ເຫຼົ່ານີ້ລະບົບນັບເອງ — ຫົວໜ້າໃຫ້ດາວແຕ່ 2 ຂໍ້ເດີມ. ກຸ່ມທີ່ເຈົ້າຂອງປັບນ້ຳໜັກເອງ: ຂໍ້ ໃບຕັກເຕືອນ ຖືກເພີ່ມແບບປິດໄວ້ (v1.34).
⚠️ ໃຫ້ຕົວເລກຖືກໃບສັ່ງວຽກມີ ວັນທີຕ້ອງການວຽກ ຈິງ · ໃສ່ ສຳເລັດຕາມແຜນ ທຸກຂັ້ນ · ຊ່າງກົດ ຮັບ-ສົ່ງ ວຽກໃນລະບົບແທ້ ໃນມື້ທີ່ເຮັດ · ພະນັກງານຕ້ອງຢູ່ ພະແນກຖືກ (ອອກແບບ, ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ → ຝ່າຍຜະລິດ; QC → ກວດສອບຄຸນນະພາບ) · ເດືອນທຳອິດໃຊ້ທົດລອງກ່ອນເອົາໄປອ້າງອີງໂບນັດ. ນ້ຳໜັກ ແລະ ເປົ້າ HR / ເຈົ້າຂອງ ປັບໄດ້ທີ່ .
SOP-10 · ໃໝ່
ຮ້ານນ້ອຍ: ຫົວໜ້າຊ່າງປ້າຍ ແລະ ສາຍຜະລິດ
ເມນູ
ສຳລັບຮ້ານທີ່ບໍ່ແຍກພະແນກພິມ / ປະກອບ / ຕິດຕັ້ງ — ລະບົບມີ 17 ບົດບາດ (ຕາຕະລາງເຕັມ: ຕັ້ງສິດຜູ້ໃຊ້).
| ບົດບາດ | ຮັບວຽກໄດ້ | ເພີ່ມເຕີມ |
| ຊ່າງ (TECHNICIAN) | ສະເພາະກອງວຽກຂອງ ພະແນກຕົນ | — |
| ຜູ້ຊ່ວຍຊ່າງປ້າຍ (SIGN_ASSISTANT) | ທຸກຂັ້ນທີ່ພ້ອມ ໃນພະແນກສາຍຜະລິດ | ຮັບ ແລະ ສົ່ງ ໃນ · : ສ້າງການຮັບມອບໜ້າງານ v1.25 |
| ຫົວໜ້າຊ່າງປ້າຍ (SIGN_LEAD) | ທຸກຂັ້ນທີ່ພ້ອມ ໃນພະແນກສາຍຜະລິດ | ໜ້າ · ມອບ / ຍ້າຍວຽກໃຫ້ທີມ · ຈັດການ ບັນຫາທີ່ແຈ້ງ · : ສ້າງການຮັບມອບໜ້າງານ v1.25 |
ຕັ້ງຄ່າ (ເຈົ້າຂອງ / ADMIN)
- : ສະວິດ ສາຍຜະລິດ — ຕັ້ງຕົ້ນ: ຜະລິດ, ປະກອບ, ຕິດຕັ້ງ ແລະ ຈັດສົ່ງ (ອອກແບບ ແລະ QC ແຍກ).
- : ເລືອກ ບົດບາດ ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ ໃຫ້ຖືກ — ຕຳແໜ່ງເປັນພຽງຊື່.
- ຜູ້ຈັດການວາງແຜນ + ນັດໝາຍຄືເກົ່າ: ຂັ້ນໃຫ້ພະແນກສາຍຜະລິດ → ທີມຮັບເອງຈາກກອງກາງ ຫຼື ຫົວໜ້າຊ່າງປ້າຍມອບໃຫ້ → ທີມໄປຕິດຕັ້ງ ແລະ ໃຫ້ລູກຄ້າເຊັນຮັບ.
ℹ️ ໜ້າ ວຽກສາຍຜະລິດທຸກຂັ້ນທີ່ເປີດ: ໃຜຖື, ກຳນົດ, ບັນຫາຢຸດວຽກ, ແກ້ຄັ້ງທີ + ທີມ (ກຳລັງຖື N ຂັ້ນ) · ມອບໃຫ້ = ຄົນນັ້ນໄດ້ແຈ້ງເຕືອນ · ຄືນເຂົ້າກອງກາງ ໄດ້. ໜ້ານີ້ສຳລັບຫົວໜ້າຊ່າງປ້າຍ (ແລະ ເຈົ້າຂອງ) — ຜູ້ຈັດການຜະລິດຄຸມຜ່ານ ກະດານວຽກ ແລະ ວາງແຜນວຽກ ຄືເກົ່າ.
⛔ ບໍ່ເຫັນລາຄາຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍຊ່າງປ້າຍ ບໍ່ເຫັນລາຄາ / ຍອດເງິນ — ໜ້າ ວຽກສາຍຜະລິດ ບໍ່ສະແດງລາຄາ; ບໍ່ເຫັນກະດານວຽກ ແລະ ໜ້າໃບສັ່ງວຽກ.
⚠️ ຮ້ານບໍ່ມີ QC?ຫົວໜ້າຊ່າງປ້າຍ ບໍ່ກວດ QC — ເພີ່ມ qc.view + qc.inspect ລາຍຄົນ ທີ່ . ຮ້ານນ້ອຍອາດເລືອກຫົວໜ້າຊ່າງປ້າຍ ເປັນ ຫົວໜ້າຜູ້ໃຫ້ຄະແນນ KPI ຂອງຝ່າຍຜະລິດ.
✅ ໄປຕິດຕັ້ງໄດ້ເລີຍ (v1.25)ຫົວໜ້າຊ່າງປ້າຍ ແລະ ຜູ້ຊ່ວຍຊ່າງປ້າຍ ມີສິດເປີດ ແລະ ສ້າງການຮັບມອບ (ລູກຄ້າເຊັນຮັບ) ຫຼື ບັນທຶກ ບໍ່ມີຜູ້ຮັບມອບ ຕາມຄ່າເລີ່ມຕົ້ນ — ບໍ່ຕ້ອງເພີ່ມສິດລາຍຄົນ. ນັດໝາຍ, ອະນຸມັດ ບໍ່ມີຜູ້ຮັບມອບ ແລະ Void ຍັງເປັນຂອງຜູ້ຈັດການ; ຍັງບໍ່ເຫັນລາຄາ. ຊ່າງ (TECHNICIAN) ທຳມະດາ ທີ່ໄປຕິດຕັ້ງ ຍັງຕ້ອງເພີ່ມ 2 ສິດລາຍຄົນ.
SOP-11 · ໃໝ່
ທີມງານ: ຫົວໜ້າສາຍງານ, ໃບຕັກເຕືອນ ແລະ ແຈ້ງການ
ເມນູ
ຫົວໜ້າສາຍງານ v1.33
= ຄົນໃນພະແນກດຽວກັນ ທີ່ຕຳແໜ່ງຕິກ ເປັນລະດັບຜູ້ຈັດການ (ເຊັ່ນ ຜູ້ຈັດການຝ່າຍຜະລິດ, ຫົວໜ້າຊ່າງປ້າຍ) + ຜູ້ໃຫ້ຄະແນນ KPI ຂອງພະແນກນັ້ນ. ໄດ້ແຈ້ງເຕືອນ “ລູກທີມ …” ເມື່ອວຽກຂອງລູກທີມ ພ້ອມເຮັດ · ເຮັດແລ້ວ (ຫຼື ສົ່ງ QC) · ບໍ່ຜ່ານ QC · ເກີນກຳນົດ (ມື້ລະເທື່ອ), ເມື່ອລູກທີມແຈ້ງບັນຫາ ແລະ ເມື່ອມີວຽກໃໝ່ໃນກອງຂອງພະແນກ.
ℹ️ ຕັ້ງຫົວໜ້າ (ADMIN) → ຕິກ ເປັນລະດັບຜູ້ຈັດການ (ຕັ້ງຕົ້ນ: ຫົວໜ້າຊ່າງປ້າຍ ແລະ ຕຳແໜ່ງຜູ້ຈັດການ) + ໃສ່ພະແນກຂອງຫົວໜ້າ ແລະ ທີມໃຫ້ກົງກັນ. ລູກທີມຢູ່ພະແນກອື່ນ (ເຊັ່ນ ປະກອບ) ບໍ່ນັບ — ເວັ້ນແຕ່ທ່ານເປັນຜູ້ໃຫ້ຄະແນນ KPI ຂອງກຸ່ມນັ້ນ. ຢ່າຕິກໃຫ້ຕຳແໜ່ງທີ່ບໍ່ແມ່ນຫົວໜ້າ.
ສະເໜີໃບຕັກເຕືອນ v1.34
- → ສະເໜີໃບຕັກເຕືອນ.
- ເລືອກ ພະນັກງານ, ວັນທີເກີດເຫດ, ປະເພດຄວາມຜິດ (ການມາວຽກ / ມາຊ້າ, ເຮັດວຽກຜິດພາດ, ຄຸນນະພາບວຽກ, ຄວາມປອດໄພ, ພຶດຕິກຳ / ມາລະຍາດ, ເຮັດຊັບສິນເສຍຫາຍ, ອື່ນໆ) ແລະ ລະດັບ (ຕັກເຕືອນດ້ວຍວາຈາ / ໜັງສືຕັກເຕືອນ ຄັ້ງທີ 1 / ຄັ້ງທີ 2 / ຕັກເຕືອນຄັ້ງສຸດທ້າຍ).
- ຂຽນ ເກີດຫຍັງຂຶ້ນ + ສິ່ງທີ່ຕ້ອງປັບປຸງ → ສົ່ງ.
- HR / ເຈົ້າຂອງ ອະນຸມັດ ຫຼື ບໍ່ອະນຸມັດ (ຕ້ອງມີເຫດຜົນ) → ທ່ານໄດ້ແຈ້ງເຕືອນຜົນ ແລະ ເມື່ອພະນັກງານກົດ ຮັບຊາບ.
⚠️ ອອກແລ້ວ ມີຜົນພະນັກງານເຫັນທີ່ , ກົດ ຮັບຊາບ ແລະ ຊີ້ແຈງໄດ້ 1 ເທື່ອ · ນັບ KBI ໃບຕັກເຕືອນ ຂອງເດືອນທີ່ເກີດເຫດ (SOP-09) · ບໍ່ຫັກເງິນເດືອນ (v1.34.1) · ພິມ 3 ລາຍເຊັນ (ພະນັກງານ, ຫົວໜ້າ / ຜູ້ສະເໜີ, HR / ຜູ້ອະນຸມັດ).
⛔ ໃຊ້ຢ່າງຍຸດຕິທຳຂຽນຂໍ້ເທັດຈິງ + ວັນທີ. ຕັກເຕືອນຕົນເອງ ຫຼື ອະນຸມັດໃບທີ່ຕົນສະເໜີ ບໍ່ໄດ້. ຍົກເລີກ = HR / ເຈົ້າຂອງ ພ້ອມເຫດຜົນ (ບໍ່ນັບໃນ KBI ອີກ).
ℹ️ ແຈ້ງການບໍລິສັດ (v1.34)HR ເຜີຍແຜ່ → ຜູ້ຮັບໄດ້ແຈ້ງເຕືອນ. ທຸກຄົນເປີດ → ອ່ານແລ້ວ ແລະ ຮັບຊາບ (ແຈ້ງການທີ່ຕ້ອງກົດຮັບຊາບ: ໜ້າຫຼັກຂຶ້ນກ່ອງສີເຫຼືອງຈົນກວ່າຈະກົດ) — ເຕືອນທີມໃຫ້ອ່ານ.
ກົດເຫຼັກ
ກົດເຫຼັກ 10 ຂໍ້
1. ຖັນ "ວຽກໃໝ່" ຫ້າມຄ້າງເກີນ 1 ວັນ — ວາງແຜນໄວ ວຽກເດີນໄວ.
2. ວັນທີຕ້ອງການວຽກ + ວັນຕາມແຜນ ຕ້ອງຈິງ — ເປັນເກນ KPI ທັນກຳນົດ.
3. ຄິດແຜນໃຫ້ຈົບກ່ອນປ່ອຍ — ປ່ອຍແລ້ວໂຄງແຜນລັອກ.
4. ຢ່າກົດວຽກແທນຊ່າງ — ລະບົບກັນຢູ່ແລ້ວ ບົດບາດຜູ້ຈັດການຄືຄຸມ ບໍ່ແມ່ນເຮັດແທນ.
5. QC ຕັດສິນດ້ວຍຫຼັກຖານ ພາຍໃນ 24 ຊົ່ວໂມງ — ບໍ່ຜ່ານຕ້ອງມີຮູບ+ເຫດຜົນ ຜົນກວດແກ້ຍ້ອນຫຼັງບໍ່ໄດ້.
6. ນັດໝາຍສົ່ງມອບບັນທຶກລ່ວງໜ້າສະເໝີ — ບໍ່ບັນທຶກ ທີມອອກວຽກບໍ່ໄດ້.
7. ຮັບມອບບໍ່ມີຜູ້ຮັບ ກວດຮູບກ່ອນອະນຸມັດ — ອະນຸມັດແລ້ວວຽກປິດເລີຍ.
8. ທຸກ override/ຂ້າມຂັ້ນ/ພັກວຽກ ມີເຫດຜົນ + Audit — ຂຽນເຫດຜົນທີ່ອ່ານແລ້ວເຂົ້າໃຈ.
9. ວຽກຢຸດ ປິດບັນຫາພາຍໃນມື້ — ແກ້ຕົ້ນເຫດ ແລ້ວກົດ ແກ້ໄຂແລ້ວ ໃນ ບັນຫາທີ່ແຈ້ງ ຢ່າປ່ອຍຄ້າງ.
10. ໃຫ້ຄະແນນ KPI ພາຍໃນວັນທີ 5 — ດາວ + ຄຳເຫັນ ອີງຂໍ້ເທັດຈິງຂອງເດືອນ.
ສິດ
ຂອບເຂດສິດ ແລະ ການສົ່ງຕໍ່ຫາຝ່າຍບໍລິຫານ
| ຜູ້ຈັດການຜະລິດ ແລະ ຍຸດທະສາດ ເຮັດໄດ້ | ຕ້ອງສົ່ງຕໍ່ |
| ເປີດໃບສັ່ງວຽກຈາກໃບສະເໜີລາຄາທີ່ລູກຄ້າຢືນຢັນ (ໃສ່ວັນທີຕ້ອງການວຽກ) · ວາງແຜນ + ວັນຕາມແຜນ · ມອບໝາຍ · ຈອງເຄື່ອງ · ປ່ອຍແຜນ · ຂ້າມຂັ້ນຕອນ · ພັກ/ຕໍ່ວຽກ · ປັບດ່ວນ/ກຳນົດ · ນັດໝາຍສົ່ງມອບ · ອະນຸມັດຮັບມອບບໍ່ມີຜູ້ຮັບ · ກວດ QC · ປິດບັນຫາທີ່ແຈ້ງ · ກວດ NMR (ໃຊ້ວັດສະດຸທີ່ມີຢູ່ / ເພີ່ມຊື່ເອີ້ນ / ຕີກັບ) · override ຄິວເຄື່ອງ · ສ້າງຄຳຂໍຊື້ · ໃຫ້ຄະແນນ KPI ທີມ (ເມື່ອເປັນຫົວໜ້າກຸ່ມ) · ສະເໜີໃບຕັກເຕືອນ (v1.34) | ເຈົ້າຂອງ/ADMIN: ຍົກເລີກວຽກ · ຈັດການແມ່ແບບຂັ້ນຕອນ · ສະວິດ ສາຍຜະລິດ ຂອງພະແນກ · ປັບສິດພະນັກງານ ຜູ້ຈັດການ (ຫຼື ເຈົ້າຂອງ/ADMIN): Void ໃບຮັບມອບ (DA) · NMR ສ້າງ SKU ໃໝ່ · ອະນຸມັດໃບກວດນັບ/ໃບປັບສະຕັອກ · ອະນຸມັດຄຳຂໍຊື້ · ເຄື່ອນໄຫວສະຕັອກ HR (ຫຼື ເຈົ້າຂອງ/ADMIN): ອະນຸມັດ / ມອບ OT · ອະນຸມັດການລາ · ຕັ້ງຄ່າ KPI ແລະ ອະນຸມັດ KPI · ອະນຸມັດ / ຍົກເລີກໃບຕັກເຕືອນ · ແຈ້ງການ |
ຜູ້ດູແລ: ຕັ້ງຜູ້ຈັດການຝ່າຍຜະລິດເປັນບົດບາດ ຜູ້ຈັດການຜະລິດ ແລະ ຍຸດທະສາດ, ຜູ້ກວດ QC ເປັນບົດບາດ ພະນັກງານ QC — ບໍ່ຕ້ອງເພີ່ມສິດລາຍຄົນ. ປັບໄດ້ທີ່ → .
ສະບັບ 1.2
ມີຫຍັງໃໝ່ໃນສະບັບ 1.2
| ເລື່ອງ | ປ່ຽນແນວໃດ | ເວີຊັນ |
| ໃບສັ່ງວຽກ | ປ່ຽນຈາກໃບສະເໜີລາຄາ ຕ້ອງໃສ່ ວັນທີຕ້ອງການວຽກ (ບັງຄັບ) · ສຳເລັດຕາມແຜນ ຂອງແຕ່ລະຂັ້ນ = ເກນ KPI ທັນກຳນົດ | v1.22.0 |
| KPI / KBI | ປະເມີນລາຍເດືອນ: ຫົວໜ້າຜູ້ໃຫ້ຄະແນນ ໃຫ້ດາວ + ຄຳເຫັນ (ວັນທີ 1–5) → ສົ່ງໃຫ້ອະນຸມັດ → ເຈົ້າຂອງ / HR ອະນຸມັດ ຫຼື ສົ່ງກັບ | v1.22.0 |
| KPI ຮອບ 2 | ກຸ່ມ ກວດສອບຄຸນນະພາບ (ຈຳນວນກວດ, ກວດພາຍໃນ 24 ຊົ່ວໂມງ) · ກາຟ 6 ເດືອນ · ສົ່ງອອກ Excel · ຫົວໜ້າມີເມນູ | v1.24.0 · v1.24.1 |
| KBI | KBI ຍັງ 30%: + ມື້ຂາດວຽກ, ມື້ລາ (ລາກິດ / ບໍ່ໄດ້ຮັບເງິນ) (v1.27) + ໃບຕັກເຕືອນ (v1.34) → 6 ຂໍ້ ຂໍ້ລະ 5% — ລະບົບນັບເອງ, ຫົວໜ້າບໍ່ຕ້ອງໃຫ້ດາວ | v1.27.0 · v1.34.0 |
| ເປົ້າລາຍຄົນ | ຫົວໜ້າຕັ້ງ ເປົ້າສະເພາະຄົນ ໄດ້ທຸກຂໍ້ທີ່ລະບົບນັບ (ເດີມ: ສະເພາະຍອດຂາຍ) — SOP-09 | v1.28.0 |
| ຮ້ານນ້ອຍ | ຫົວໜ້າຊ່າງປ້າຍ / ຜູ້ຊ່ວຍຊ່າງປ້າຍ + ສະວິດ ສາຍຜະລິດ ໃນພະແນກ + ໜ້າ ວຽກສາຍຜະລິດ (ບໍ່ມີລາຄາ) — ລວມ 17 ບົດບາດ · ສ້າງການຮັບມອບໜ້າງານໄດ້ເອງ | v1.23.0 · v1.25.0 |
| ວັນທີ / ເວລາ | ທຸກບ່ອນເປັນ ວັນ/ເດືອນ/ປີ (ພິມ 14102026 ໄດ້) · ເວລາ 24 ຊົ່ວໂມງ | v1.13.0–v1.14.1 |
| HR ຂອງຂ້ອຍ | ການລາ · ສະຫວັດດີການ · ລະບຽບການ · ຜົນງານຂອງຂ້ອຍ (KPI) · OT ຕ້ອງມີຮູບໜ້າງານ — ເບິ່ງ HR ຂອງຂ້ອຍ | v1.18.0–v1.24.0 |
| ບັນຊີ ແລະ ຄູ່ມື | ປ່ຽນລະຫັດຜ່ານເອງ () · ປຸ່ມ 📖 ວິທີໃຊ້ງານ ເປີດຄູ່ມືຕຳແໜ່ງ | v1.16.0 · v1.17.0 |
| ອື່ນໆ | ຫົວໜ່ວຍສະກົດດຽວກັນ (ຕາລາງແມັດ, ໂຕ) · ຄົ້ນຫາເບີໂທ ບໍ່ສົນຍະຫວ່າງ / ຂີດ | v1.13.1 · v1.15.1 |
| ຂັ້ນຕອນວຽກ | ແມ່ແບບ: ລູກຄ້າອະນຸມັດແບບ → ພະແນກ ອອກແບບ, ກຽມວັດສະດຸ → ຜະລິດ · ປ່ອຍແຜນວຽກ ບລັອກຂັ້ນທີ່ບໍ່ມີໃຜຮັບໄດ້ · ຈົບວຽກສົ່ງມອບ ຕ້ອງມີຮູບ ≥ 1 | v1.29.0 |
| 🔔 ແຈ້ງເຕືອນວຽກ | ລໍກວດ QC ຮອດຜູ້ຈັດການຜະລິດ (ຮ້ານບໍ່ມີ QC ເຕັມເວລາ) · ໃບສັ່ງວຽກໃໝ່ ລໍວາງແຜນ · ແຈ້ງບັນຫາ · ວຽກເກີນວັນທີຕ້ອງການ · ຊ່າງ: ວຽກໃໝ່ໃນກອງ, ພັກ / ຍົກເລີກ, ເກີນກຳນົດ · ຫົວໜ້າສາຍງານ ຮູ້ວຽກລູກທີມ — SOP-01B, SOP-11 | v1.33.0 |
| ທີມງານ · ມືຖື | ສະເໜີໃບຕັກເຕືອນ → HR ອະນຸມັດ · ແຈ້ງການ ກົດຮັບຊາບ (SOP-11) · ມືຖື: ປຸ່ມ, ກ່ອງເລືອກ, ຊ່ອງພິມ ແລະ ປະຕິທິນ ສູງ 44px; ແຖບເທິງແຖວດຽວ; ຕົວໜັງສືສີເທົາເຂັ້ມຂຶ້ນ | v1.34.0 |
ສະບັບ 1.1 (ລະບົບ v1.11.0) ໄດ້ເພີ່ມ: ບົດບາດສະເພາະ ຜູ້ຈັດການຜະລິດ ແລະ ຍຸດທະສາດ / ພະນັກງານ QC, ບັນຫາທີ່ແຈ້ງ ປົດ block ເອງ, ກະດິງແຈ້ງເຕືອນ, ໃບກວດນັບ / ໃບປັບສະຕັອກ, ເມນູແຖບດ້ານເທິງ.